ສະມາຄົມວັດຖຸບູຮານທັງລອງ

ສະມາຄົມວັດຖຸບູຮານທັງລອງ  - ảnh 1
(ພາບ: http://www.tienphong.vn)

  ສະມາຄົມວັດຖຸບູຮານ ທັງ​ລອງ ​ແມ່ນ​ສະມາຄົມ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ດ້ວຍບັນດາ​ສະມາ​ຊິກ​​ທີ່​ດຳລົງຊີວິດ​ແບບ​ວັດທະນະທຳ, ມີ​ຄວາມສຸດ​ອົກ​ສຸ​ດໃຈ​ເພື່ອ​ຮັກສາ​ຄຸນຄ່າ​ດ້ານ​ວັດທະນະທຳ​ທີ່​ມີ​ຮູບ​ຮ່າງ​ຂອງ​ຊາດ. ງານ​ວາງສະ​ແດງ​ວັດຖຸບູຮານ​ຄັ້ງຕ່າງໆ​ຂອງ​ບັນດາສະມາ​ຊິກ​​ໃນສະມາຄົມ​ວັດຖຸບູຮານ ທັງ​ລອງ ​ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ມີ​ຄວາມເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ປະຫວັດສາດ, ສີ່​ງທີ່​ຍອດ​ຍິງ​ຊື່​ງລຸ້ນພໍ່​ລຸ້ນອ້າຍ​ເຄີຍ​ເຮັດ.

  ທ່ານຟານ​ດີ່ງ​ເຍີນແມ່ນຜູ້​ກໍ່ຕັ້ງສະມາຄົມ ວັດຖຸບູຮານທັງ​ລອງ, ທັງ​ແມ່ນ​ນັກຄົ້ນຄ້ວາ, ຮຽບຮຽງ​ວັດຖຸບູນຮານ​ທີ່​ມີ​ຊື່​ສຽງ​ຢູ່​ຮ່າ​ໂນ້ຍ. ​ເຮືອນ​ຂອງ​ທ່ານຟານ​ດີ່ງ​ເຍີນຢູ່​ຮ່າ​ໂນ້ຍກໍ່​ແມ່ນ​ໜື່ງ​ໃນ​ບັນດາ​ຫໍພິພິທະພັນ​ເອະ​ຊົນ​ແຫ່ງ​ທຳ​ອິດ ​ທີ່​ວາງ​ສະ​ແດງບັນ​ດາ​ວັດຖຸບູຮານ​ທີ່​ມີຄ່າ​ຫາ​ຍາກ​ເຊິ່ງທ່ານ​ໄດ້​ຊອກ​ຫາ, ​ເກັບ​ໂຮມ​ໃນ​ຕະຫຼອດ 30 ປີ​ມາ​ນີ້. ​ວັດຖຸບູນຮານ​ຂອງ​ທ່ານ​ລວມມີນັບ​ຮ້ອຍ​ຊິ້ນ ຊື່​ງມີ​ມາ​ນັບ​ແຕ່​ສະ​ໄໝ​ລາຊະວົງ​ຫລີ​ໃນ​ສັດຕະວັດ​ທີ 10 - 11 ​ເຖິງ​ສະ​ໄໝ​ລາຊະວົງຫງວຽນ​ໃນ​ສັດຕະວັດ​ທີ 19, ​ໃນ​ນັ້ນມີ​ບັນດາ​ວັດຖຸບູຮານ​ຕິດ​ພັນ​ກັບ​ຊີວິດ​ດ້ານວັດທະນະທຳ​ ​ແລະ ​ຈິດ​ໃຈ​ຂອງ​ຊາວ​ຫວຽດນາມ​ນັບ​ແຕ່​ກີ້​ແຕ່​ກ່ອນ. ​ໃນ​ນັ້ນມີ​ທັງ​ວັດຖຸບູຮານອັນ​ລ້ຳ​ຄ່າ​ລະດັບຊາດ. ຕາມ​ທ່ານຟານ​ດີ່ງ​ເຍີນແລ້ວ, ​ເພື່ອ​ມີຮ້ານ​ວາງສະ​ແດງ​ເອກະ​ຊົນ​ຄື​ປະຈຸ​ບັນ​ນີ້, ​ແມ່ນ​ມີ​ວິວັດ​ການ​ຫັນ​ປ່ຽນ​ຈີນ​ຕະນາ​ການ, ຍ້ອນ​ວ່າ ​ໃນ​ໄລຍະ​ກ່ອນ, ການ​ແລກປ່ຽນ​ວັດ​ຖະບູຮານ​ພຽງ​ແຕ່​ດຳ​ເນີນ​ໄປ​ໃນ​ບໍລິ​ເວນອັນ​ຄັບ​ແຄບ​ເທົ່າ​ນັ້ນ. ​ແຕ່ກົດໝາຍ​ວ່າ​ດ້ວຍ​ມູນ​ມໍລະດົກ​ວັດທະນະທຳ​ປີ 2011 ​ໄດ້​ເປີດ​ປະຕູ​ໃຫ້​ແກ່​ການ​ອະນຸລັກຣັກສາ ​ແລະ​ເສີມ​ຂະຫຍາຍ​ຄຸນຄ່າ​ບັນ​ດາ​ວັດຖຸ​ພັນ, ວັດຖຸບູຮານ. ລັດ​ໄດ້​ສົ່ງ​ເສີມ ​ແລະ ​ໜູນ​ຊ່ວຍ​ບັນດາ​ນັກ​ເສາະ​ຫາຮຽບຮຽງ​ວັດຖຸ​ບູຮານ ຈັດຕັ້ງ ງານວາງສະ​ແດງ​ແນະນຳ​ວັດຖຸບູຮານ​ຕໍ່​ໝູ່​ມະຫາຊົນ, ດັ່ງ​ນັ້ນ​ການ​ເຄື​ອ່ນ​ໄຫວ​ພົບ​ປະ​ແລກປ່ຽນ, ວາງສະ​ແດງ​ວັຖຸບູຮານ​ຈຶ່ງ​ຈະ​ໄດ້​ຮັບ​ການ​ແນະນຳ​ຢ່າງ​ກວ້າງຂວາງ​:   

   “ຂ້າພະ​ເຈົ້າຄິດ​ວ່າ ຕ້ອງ​ສ້າງຕັ້ງອົງການ​ໜຶ່ງ​ສຳ​ຫຼັບ​ບັນດາຜູ້​ຫລີ້ນ​ວັດຖຸບູຮານ ​ແລະ​ ຂ້າພະ​ເຈົ້າ​ໄດ້​ຕັ້ງຊື່ວ່າ ສະມາຄົມ​ວັດຖຸບູຮານ ​ທັງ​ລອງ. ນີ້​ແມ່ນ​ສະມາຄົມ​ວັດຖຸບູຮານ​ທຳ​ອິດ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ, ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ເປັນຂະ​ບວນການ​​ເສາະ​ຫາ, ຮຽບຮຽງ ​ແລະ ອະນຸລັກ​ຮັກສາ ວັດທະນະທຳ​ຂອງ​ຊາດ​ຢູ່​ທຸກ​​ແຫ່ງ​ຫົນໃນ​ທົ່ວ​ປະ​ເທດ, ມາ​ຮອດ​ປະຈຸ​ບັນ, ບັນດາ​ແຂວງ​ນະຄອນ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ມີສະມາຄົມ ​ແລະ​ສະ​ໂມ​ສອນ​ວັດຖຸບູຮານ​ແລ້ວ

ສະມາຄົມວັດຖຸບູຮານທັງລອງ  - ảnh 2
(ພາບ: http://www.tienphong.vn)

   ສະມາຄົມ​ວັດຖຸບູຮານ​ທັງ​ລອງ​ໄດ້​ເຕົ້າ​ໂຮມ​ບັນດາ​ຜູ້​ນິຍົມ​ວັດຖຸບູຮານ, ຮຽບຮຽງວັດຖຸບູຮານ, ດຳ​ເນີນ​ທຸລະ​ກິດ​ວັດຖຸບູຮານ, ຄົ້ນຄ້ວາ​ວັດຖຸບູຮານ…​ເຂົ້າຮ່ວມ​ດ້ວຍ​ຄວາມ​ສະໝັກ​ໃຈ. ທາງ​ສະມາຄົມ​ໄດ້​ຈັດ​ການ​ສຳ​ມະ​ນາ, ພົບ​ປະ​ແລກປ່ຽນ, ຈັດ​ງານ​ວາງ​ສະ​ແດງ​ວັດ​ຖຸບູຮານ ​ແລະ ​ນັບ​ແຕ່​ປີ 2003 ​ໄດ້​ພິມ​ຈຳໜ່າຍ​ວາລະສານ​ວັດຖຸ​ຮູ​ຮານ​ຍອດ​ຍິງ ​ເພື່ອ​ແນ​ໃສ່​ແນະນຳ​ວັດຖຸບູຮານ​ຂອງ​ຫວຽດນາມ​ ຕໍ່​ປະຊາຊົນ​ພາຍ​ໃນ​ປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ. ​ໃນ​ການ ​ເຄືອ່ນ​ໄຫວ​ມາ​ເປັນ​ເວລາ 10 ກ່ວາປີ,   ສະມາຄົມ​ວັດຖຸບູຮານ​ທັງ​ລອງ ​ໄດ້​ປະກອບສ່ວນ​ຈຳກັດ​ການ​ຂາຍ​ວັດຖຸ ບູຮານ​ທີ່​ມີຄ່າ​ອອກ​ຕ່າງປະ​ເທດ​ຢ່າງ​ປິດ​ລັບ. ທ່ານດ່າວຟານ​ລອງປະທານ ສະມາຄົມ​ວັດຖຸບູຮານ​ທັງ​ລອງອາຍຸ​ການ 2010 - 2015 ​ໃຫ້​ຮູ້​ວ່າ: 

   “ສະມາຊິກ​ສະມາຄົມ​ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ຕ້ອງ​ຄັດ​ເລືອກ​ບັນດາ​ວັດຖຸບູຮານ​ທີ່​ມີ​ຄຸນຄ່າ ​ເພື່ອ​​ແນະນຳ​ກັບ​ປະຊາຊົນ. ​ເລື່ອງ​ໂຄສະນາ​ ວັດຖຸບູຮານທີ່​ມີ​ຄຸນຄ່າແມ່ນ​ຄືແນວ​ໃດ​, ວັດຖຸບູຮານ​ທີ່ໄດ້ຣັກການ​ປົກ​ປ້ອງ​ຈາກ​ກົດໝາຍ​ແມ່ນ​ຄືແນວ​ໃດ, ການສ້າງ​ຕະຫຼາດວັດຖຸບູຮານ​ແມ່ນ​ຄືແນວ​ໃດ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ມາ​ຊົມ ​ແລະ ​ໂຄສະນາ​​ໃຫ້​ເຂົາ​ເຈົ້າ​​ໄດ້​ຮັບ​ຊາບກ່ຽວ​ກັບວັດຖຸບູຮານ​ທີ່​ມີ​ສີສັນ​ສະ​ເພາະ​ຂອງຫວຽດນາມ​​, ນັ້ນ​ຈຶ່ງແມ່ນ​ບັນຫາ​ໃຫ່ຍ

    ທີ່​ງານ​ວາງສະ​ແດງ​ຄັ້ງຕ່າງໆ, ບັນດາ​​ວັດຖຸບູຮານ​ທີ່​ມີຄ່າ​ຄື: ຊຸດ​ກອງ​ທອງ​ດົງ​ເຊີນ, ທາບທອງ​ມີ​ຮູບ​ເຮືອ​ຂົນ​ສົ່ງ​ນັກຮົບ… ​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ. ມີງານ​ວາງສະ​ແດງ​ຫລາຍ​ຄັ້ງ​ຍັງໄດ້​​ແນະນຳ​ວັດຖຸບູຮານ​ທີ່ເຣັດດ້ວຍ​ຫີນ, ດິນ​ຈີ່, ​ເຄື່ອງປັ້ນດິນ​ເຜົາ…​​ ການ​ໂຄສະນາ​ບັນດາບັນດາ​ວັດຖຸບູຮານ​ທີ່​ມີ​ສີສັນ​ພິ​ເສດສະ​ເພາະ​ຂອງ ​ຫວຽດນາມ ​ແມ່ນ​ຄວາມ​ມຸ້ງ​ຫວັງ​ຂອງ​ຜູ້​ນິຍົມ​ສີ​ລະ​ປະ​ຫລາຍ​ຄົນ ​ເພາະວ່າ ບັນດາ​ວັດຖຸ​ພັນ​ທີ່​ນຳ​ມາ​ວາງສະ​ແດງ​ບໍ່​ພຽງ​ແຕ່​ມີ​ຄຸນຄ່າ​ອັນ​ໃຫຍ່​ຫຼວງເທົ່າ​ນັ້ນ ຫາກມັນ​ຍັງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈຂອງ​ບັນດາ​ສະມາຊິກ​​ໃນ​ສະມາຄົມ​ວັດຖຸບູຮານ​ທັງ​ລອງ​ອີກ​ດ້ວຍ.                                                                          

                                                                                                                              ໂຕຕວານ

ຕອບກັບ

ຂ່າວ/ບົດ​ອື່ນ