ສຽງຂັບຮ້ອງໃນເຂດທະເລຂອງປະເທດຊາດ.


(vovworld) ​- ໃນຊຸມ​ວັນຕົ້ນ​ເດືອນ 5 ນີ້, ສຽງ​ຂັບ​ຮ້ອງ​ທີ່​ຍ້ອງຍໍ​ສັນລະ​ເສີນ​ບ້ານ​ເກີດ​ເມືອງ​ນອນ, ຍ້ອງຍໍ​ປະ​ເທດ​ຊາດ​​ໄດ້​ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວ​ເຂດທະ​ເລ​ທີ່​ກວ້າງ​ໃຫຍ່, ກໍ່​ຄື​ໝູ່​ເກາະເຈື່ອງ​ຊາທີ່​​ແສນຮັກ​​ຂອງ​ປະ​ເທດ​ຊາດ. ​ໃນ​ການ​ໄປ​ປະຕິບັດ​ງານ​ຄັ້ງ​ນີ້, ບັນດາ​ນັກ​ຮ້ອງ, ນັກ​ສະ​ແດງ​​ໃນກອງ 3,  ສັງກັດ​ຄະນະ​ສິລະ​ປະກອນ ຮ່າ​ໂນ້ຍ ​ໄດ້​ນຳ​ເອົາ​ສຽງ​​ເພງ​ຂອງ​ຕົນ, ​ເຊິ່ງ​ແມ່ນ​ອາລົມ​ຈິດ​ຂອງ​ຊາວ​ນະຄອນຫຼວງ​ມາ​ໃຫ້ບັນດາ​ນັກຮົບ​ໃນ​ໝູ່​ເກາະ​ເຈື່ອງ​ຊາ, ​ແຂວງ​ແຄ໋ງຮ່ວາ.

ສຽງຂັບຮ້ອງໃນເຂດທະເລຂອງປະເທດຊາດ. - ảnh 1

        ​ເມື່ອ​ສຽງ​ຂັບ​ຮ້ອງ​ຂອງ​ນັກ​ຮ້ອງ ທູ​ຖູ​ຍດັງ​ຂື້ນ, ​ເວທີ​ສະ​ແດງ​​ໃນ​ເກາະ​ເຈື່ອງ​ຊາໃຫຍ່​ ຄື​ດັ່ງ​ງຽບ​ສະ​ຫງັດ​ລົງ. ສຽງ​ຂັບ​ຮ້ອງ​ທີ່​ອ່ອນ​ຊ້ອນຂອງ ທູ​ຖູ​ຍ ປຽບ​ເໝືອນ​ຢາດ​ນ້ຳ​ເຢັນທີ່​​ເຮັດ​ໃຫ້ຟ້າ​ລົມ​ຟອງ​ໃຫຍ່​ທ່າມກາງ​ມະຫາ​ສະໝຸດ​ທີ່​ກວ້າງ​ໃຫຍ່​ລະລາ​ຍ​ໄປ​, ບາງ​ເທື່ອ​ປຽບ​ເໝືອນ​ສຽງ​ເວົ້າຄ່ອຍໆ​ຂອງ​ແມ່, ຂອງ​ເອື້ອຍ, ຫຼື​ຄຳ​ຕັກ​ເຕືອນຂອງ​ຄົນ​ຮັກ, ບາງ​ເທື່ອ​ກໍ່ແຂງ​ກ້າຄື​ດັ່ງ​ຄຳ​ສາບານກ່ອນ​ທີ່​ຈະ​ກ້າວເຂົ້າ​ສູ່​ບັ້ນ​ຮົບ… ​2 ຄ່ຳຄືນ​​ໃນກ່ຳ​ປັ່ນອອກ​ສູ່​ໝູ່​ເກາະ​ເຈື່ອງ​ຊາ, ທູ​ຖູ​ຍ ນອນ​ບໍ່​ຫຼັບ, ​​ເຖິງ​ວ່າກ່ອນ​ນັ້ນ​ນາງ​ໄດ້​ເຂົ້າ​ເວັບ​ໄຊ​ຊອກ​ຮູ້​ກ່ຽວ​ກັບ​ເຈື່ອງ​ຊາ, ນັກຮົບ ​ແລະ ບັນດາ​ບົດ​ເພງ​ທີ່​ຍ້ອງຍໍ​ສັນລະ​ເສີນ​ບ້ານ​ເກີດ​ເມືອງ​ນອນ, ຍ້ອງຍໍ​ທະ​ເລ, ​ແລະ​ ​​ເວົ້າ​ເຖິງ​ແນວ​ຄິດ​ຈິດ​ໃຈ​ຂອງ​ນັກຮົບ​ໃນ​ໝູ່​ເກາະ​​ແລ້ວ​ກໍ່ຕາມ.

    ”ນ້ອງ​ຮູ້ສຶກ​ດີ​ໃຈ​​ ແລະ ​ເອກອ້າງ​ທະ​ນົງ​ໃຈຫຼາຍ, ​ເມື່ອ​ໄດ້​ໄປ​ເຈື່ອງ​ຊາ​ ​ແລະ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ສຸດ​ຈິດ​ສຸດ​ໃຈ​ຈາກ​ບັນດາ​ນັກຮົບ ​ແລະ ປະຊາຊົນ​ຢູ່​ທີ່​ນີ້. ​ເຖິງ​ວ່າ​ຊີ​ວີ​ດຢູ່​ເກາະ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ກໍ່ຕາມ, ​ແຕ່​ເຂົາ​ເຈົ້າ​ຍັງ​ມີ​ຊີ​ວີ​ດ ດ້ານ​ສິລະ​ປະ​ອຸດົມສົມ​ບຸນ​ທີ່​ສຸດ. ​ເມື່ອ​ຂັບ​ຮ້ອງ​ຢູ່ໝູ່​ເກາະ​ນ້ອງ​ຮູ້ສຶກ​ຕື້ນ​ຕັນ​ໃຈ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ຫຼາຍ ​ເພາະວ່າ​, ນີ້​ແມ່ນ​ບ້ານ​ເກີດ​ເມືອງ​ນອນ, ​ແມ່ນ​ປະ​ເທດ​ຂອງ​ຕົນ”.

ສຽງຂັບຮ້ອງໃນເຂດທະເລຂອງປະເທດຊາດ. - ảnh 2

    ສຳ​ຫຼັບ​ນັກ​ຮ້ອງ Thanh Minh ​ແລ້ວ, ນີ້​ແມ່ນ​​ເທື່ອ​ທຳ​ອິດ​ທີ່​ອ້າຍ​ໄດ້​ໄປ​ເຈື່ອງ​ຊາ, ​ເຖິງ​ວ່າ​ໄດ້​ຮັບ​ຟັງ​ ​ແລະ ຊົມຫຼາຍ​ກ່ຽວ​ກັບ​ເຈື່ອງ​ຊາ ​ແລ້ວກໍ່ຕາມ, ​ແຕ່​ເມື່ອ​ມາ​ຮອດ​ແຫ່ງ​ນີ້​ຈຶ່ງ​ເຫັນ​ໄດ້​ຄວາມ​ເສຍສະຫຼະ, ຄວາມ​ຫຍຸ້ງຍາກ​ລຳບາກ​ຂອງ​ບັນດາ​ນັກຮົບ​ຢູ່​ທີ່​ນີ້.

    ”ນ້ອງດີ​ໃຈ​ຫຼາຍ ​ເພາະວ່າ​, ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່ນ້ອງ​ໄດ້​​ໄປ​ໝູ່​ເກົາະ ​ແລະ ​ໄດ້ພົບ​ປະ​ແລກປ່ຽນ​ກັບ​ນັກຮົບ​ເຈື່ອງ​ຊາ. ນ້ອງ​ໄດ້​ຂັບ​ຮ້ອງ​ດ້ວຍ​ອາລົມ​ຈິດ​ທັງ​ໝົດ​ຂອງ​ຕົນ, ​ແລະ​ ​ເຖິງ​ວ່າ​ຕ້ອງ​​ຜ່ານ​ເສັ້ນທາງ​ທີ່​ຫ່າງໄກ​ກໍ່ຕາມ ​ແຕ່​ນ້ອງ​ກໍ່​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອ​ເທື່ອ”.

ສຽງຂັບຮ້ອງໃນເຂດທະເລຂອງປະເທດຊາດ. - ảnh 3

    ​ໃນ​ການ​​ໄປສະ​ແດງ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ​ ຄັ້ງ​ນີ້, ມີ​ນັກ​ຮ້ອງ Phuong Hoa, ຜູ້​ທີ່​ໄດ້​ມາ​ເຈື່ອງ​ຊາ ຂັບ​ຮ້ອງ​ຮັບ​ໃຊ້​ນັກຮົບ​ ​ເຖິງ 5 ​ຄັ້ງແລ້ວ. ນັກ​ຮ້ອງ Phuong Hoa ​ໃຫ້​ຮູ້​ວ່າ, ​ເທື່ອ​ທຳ​ອິດ ກ່ອນ​ນີ້ 20 ປີ ​ລາວ​ໄດ້​ໄປສະ​ແດງ​ຢູ່​ເກາະ​ເຈື່ອງ​ຊາ​, ​ເວລາ​ນັ້ນ​ຊີ​ວີ​ດຂອງ​ພະນັກງານ​ນັກຮົບ​ຢູ່​ທີ່​ນີ້​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ ​ແຕ່​ພັດ​ເຕັມ​ໄປ​ດ້ວຍ​ອາລົມ​ຈິດ​ອັນ​ສະໜິດສະໜົມ.

    ”ຂັບ​ຮ້ອງ​ຢູ່​ເຈື່ອງ​ຊາ​ ບາງ​ເທື່ອ​ບໍ່​ມີ​ເວທີ​ສະ​ແດງ, ບໍ່​ມີ​ວົງ​ດົນຕີ, ບໍ່​ມີ​ໄມ, ພຽງ​ແຕ່​ມີ​ພິນ​ກີ​ຕາ, ປະສານ​ພ້ອມກັບ​ສຽງ​ເພງ​ຂອງ​ນັກຮົບ​​ເທົ່າ​ນັ້ນ… ຂອງຂວັນ​ທີ່​ນັກຮົບ​ມອບ​ໃຫ້​ນັກຮ້ອງ​ບໍ່​ແມ່ນ​ດອກ​ກຸຫຼາບ​, ຫາກ​ພຽງ​ແຕ່​ແມ່ນ​ສຽງ​ຕົບ​ມື້ ຫຼື​ຫອຍ​ທະ​ເລ​ທີ່​ມີ​ສີ​ຫຼາກ​ຫຼາຍ​ເທົ່າ​ນັ້ນ”

    ພາຍຫຼັງສິ້ນ​ສຸດ​ການສະ​ແດງ, ກໍ່​ແມ່ນ​ເວລາ​ຕ້ອງ​ລາ​ຈາກ​ບັນດາ​ນັກຮົບ ​ເພື່ອ​ສືບ​ຕໍ່​ເດີນທາງ​ໄປ​ຍັງ​ເກາະ​ອື່ນໆ​ໃນ​ໝູ່​ເກາະ​ເຈື່ອງ​ຊາ… ​ເມື່ອ​ກາ​ໂນ​ຂົນ​ສົ່ງ​ກອງ​ສິລະ​ປະກອນ​ໄປ​ຮອດ​ກ່ຳ​ປັ່ນ​ແລ້ວ, ພວກ​ເຮົາ​ຍັງ​ຍີ​ນສຽງ​ຂັບ​ຮ້ອງ​ຂອງ​ບັນດາ​ນັກຮົບ​ໃນ​​ເກາະ. ສຽງ​ຂັບ​ຮ້ອງ​ຄື​ດັ່ງ​ຄຳ​ໝັ້ນ​ສັນຍາຂອງບັນດາ​ນັກຮົບ​ຢູ່​ເກາະທີ່​ໝັ້ນ​ໝາຍ​ຈະ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​​ເກາະທະ​ເລ​ຂອງ​ປະ​ເທດ​ຊາດ​ໄວ້.

 

ຕອບກັບ

ຂ່າວ/ບົດ​ອື່ນ