ອາຈານ ແລະ ນັກຮຽນໂຮງຮຽນປະຖົມ Kim Dong ຮຽນກ່ຽວກັບໜ່ວຍໂລກ

ບັ້ນມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກປີ 2012 ພວມ​ດຳ​ເນີນ​ໄປ​ຢູ່​ໃນ​ທົ່ວ​ໂລກ. ຢູ່​ໂຮງຮຽນ​ປະຖົມ Kim Dong ນະຄອນ Ha Noi, ອາຈານ ​ແລະ ນັກຮຽນ​ກໍ​ໄດ້​ດຳ​ເນີນຊົ່ວ​ໂມງ​ຮຽນ​ກ່ຽວ​ກັບ​ໜ່ວຍ​ໂລກ ​ແລະ ການ​ປົກ​ປັກ​ຮັກສາ​ໜ່ວຍ​ໂລກ​ໃຫ້​ພົ້ນໄພພິບັດ​ຂອງ​ສິ່ງ​ແວດ​ລ້ອມ.

ອາຈານ ແລະ ນັກຮຽນໂຮງຮຽນປະຖົມ Kim Dong  ຮຽນກ່ຽວກັບໜ່ວຍໂລກ - ảnh 1
ນັກຮຽນ​ລະ​ຫຼີ້ນກ່ຽວ​ກັບການຮັກສາ​ສິ່ງ​ແວດ​ລ້ອມ

(ພາບ:violet.vn)

 ​​ໃນ​ຊົ່ວ​ໂມງ​ຮຽນຊອກ​ຮູ້​ກ່ຽວ​ກັບ ບັ້ນມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກປີ 2012 ຂອງ​ນັກຮຽນ​ຫ້ອງ ປໍ4A, ໂຮງຮຽນ​ປະຖົມ Kim Dong , ພວກ​ນ້ອງ​ໄດ້​ຮັບ​ຊົມ video clip ກ່ຽວ​ກັບ​ໜ່ວຍ​ໂລກ​ທີ່​ສວຍ​ງາມ​ທີ່​ພວມ​ຖືກ​ທຳລາຍ ຍ້ອນ​ການ​ພັດທະນາ​ຢ່າງ​ໄວວາ​ຂອງ​ມວນມະນຸດ. ບັນດາ​ພາບ​ພົດ​ທີ່​ກະທັດ​ລັດ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊີ່ງ​ຕໍ່​ພວກ​ນ້ອງ. ນ້ອງ Quoc Khanh ນັກຮຽນ ປໍ4A ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ​ຂອງ​ຕົນ​ວ່າ: “ນ້ອງ​ເຫັນ​ວ່າ​ຄົນ​ເຮົາ​ມີ​ຄວາມ​ສະຫຼຽວສະຫຼາດທີ່​ສຸດ ​ແຕ່​ຄວນ​ນຳ​ໃຊ້​ຄວາມ​ສະຫຼຽວ​ສະຫຼາດ​ນັ້ນ​ເຂົ້າ​ໃນ​ຈຸດປະສົງ​ທີ່​ດີ. ພວກ​ເຮົາ​ບໍ່​ຄວນ​ຕັດ​ຕົ້ນ​ໄມ້, ລ່າ​ເນື້ອ​ສັດ​ທີ່​ຫາ​ຍາກ

   ພາຍຫຼັງ​ໄດ້​ຮັບ​ຊົມ video clip, ພວກ​ນ້ອງ​ໄດ້​ເຂົ້າຮ່ວມ​ບັນດາ​ການ​ລະ​ຫຼີ້ນຖາມ​ຕອບ​ດ້ວຍ​ບັນດາ​ຄຳ​ຖາມ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ທົ່ວ​ໂລກ. ຜ່ານ​ນັ້ນ, ພວກ​ນ້ອງ​ຈະ​ເຫັນ​ໄດ້​ວ່າ ຕົນ​ເອງ​ຈະ​ສາມາດ​ປະກອບສ່ວນ​ຫລຸດຜ່ອນ​ຜົນ​ສະທ້ອນ​ຂອງການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທີ່​ມີ​ຕໍ່​ຊີວິດ​ຂອງ​ຕົນ​ເອງ ດ້ວຍ​ບັນດາ​ວຽກ​ງານ​ອັນ​ເລັກ​ນ້ອຍ ​ແຕ່​ແທດ​ຈິງ​ທີ່​ສຸດ. ນ້ອງ Phuong Linh ​ໃຫ້​ຮູ້​ວ່າ: “​ເມື່ອ​ໄດ້​ເຂົ້າຮ່ວມ​ລາຍການ​ນີ້, ນ້ອງ​ຈະ​ບໍ່​ຖີ້ມຂີ້​ເຫຍື່ອ​ຊະຊາຍອີກ ​ແລະ​ ຈະ​ຕັກ​ເຕືອນ​ພວກ​ນ້ອງ​ນັກຮຽນລຸນ​ນ້ອງຕ້ອງ​ຖີ້ນຂີ້​ຫຍື່ອ​ໃນ​ບ່ອນ​ທີ່ກຳນົດ, ປະ​ຢັດ​ໄຟຟ້າ

ອາຈານ ແລະ ນັກຮຽນໂຮງຮຽນປະຖົມ Kim Dong  ຮຽນກ່ຽວກັບໜ່ວຍໂລກ - ảnh 2
ນັກຮຽນ​ໂຮງຮຽນ​ປະຖົມ Kim Dong

(ພາບ: ອິນ​ເຕີ​ແນັດ)

    ຊົ່ວ​ໂມງ​ຮຽນ​ບໍ່​ພຽງ​ແຕ່ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊີ່ງ​ໃນ​ໝູ່​ນັກຮຽນ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳລັບ​ບັນດາ​ຄູ​ອາຈານ​ອີກ​ດ້ວຍ. ​ເອື້ອຍ​ຄູ Bui Hoa Le, ອາຈານ​ສອນ​ຢູ່ໂຮງຮຽນ​ປະຖົມ Kim Dong ​ໃຫ້​ຮູ້​ວ່າ: ບັນດາ​ຊົ່ວ​ໂມງ​ຮຽນ​ຄື​ແນວ​ນີ້ ຄວນ​ຮັກສາ​ເປັນ​ປະຈຳ ​ເພື່ອ​ຍົກ​ສູງ​ສະຕິ​​ໃຫ້​ແກ່​ພວກ​ນ້ອງ​ນັກຮຽນ ກ່ຽວ​ກັບ​ຜົນ​ສະທ້ອນ​ໂດຍ​ກົງ​ຂອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ທີ່​ມີ​ຕໍ່​ຊີວິດ​ຂອງ​ມະນຸດ. ເອື້ອຍ​ຄູ Bui Hoa Le ​ເວົ້າວ່າ: “ລາຍ​ການ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ຕອບ​ສະໜອງ​ເປັນ​ຢ່າງ​ດີ​ກ່ວາ​ອີກ​ໃນ​ໂຮງຮຽນ. ທາງ​ໂຮງຮຽນ​ຈະ​ປຸກລະດົມ​ພວກ​ນ້ອງ ​ເພື່ອ​ປະຕິບັດ​ການ​ປະຢັດ​ໄຟຟ້າ. ຂະ​ບວນການ​ນີ້​ຈະ​ຄ່ອຍໆ​ຂະຫຍາຍຕົວ”

     ໃນຕະຫຼອດຊົ່ວໂມງຮຽນແມ່ນເຕັມໄປດ້ວຍບັນຍາກາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ​ໃນ​ໂຮງຮຽນ​. ຜ່ານ​ຊົ່ວ​ໂມງ​ຮຽນ, ພວກ​ນ້ອງ​ເຫັນ​ໄດ້​ວ່າ ຕົນເອງ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ກໍ​ຄື​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຈາກ​ນັ້ນ ພວກ​ນ້ອງ​ຈະ​ກາຍ​ເປັນ​ບັນດາ​ນັກໂຄສະນາຂົນຂວາຍທີ່​ຕັ້ງໜ້າ​ໃນ​ຄອບຄົວ ​ແລະ ວົງ​ຄະນາ​ຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ