ອາຊີບປຸງເຫຼົ້າ-ຄວາມນິຍົມຂອງໄວໜຸ່ມ

(vovworld)-ໃນ​ຊຸມ​ວັນ​ຮ້ອນ​ເອົ້າຂອງ​ລະດູ​ຮ້ອນ, ຖ້າ​ໄດ້​ຮັບ​ຟັງ​ດົນຕີ​ອາ​ເມ​ລາ​ຕິນທີ່​ຟົດ​ຟື້ນ ​ແລະ ດື່ມ​ຈອກ Cocktai ​ເຢັນ​ໂດຍ​ຜູ້​ປຸງ​ເຄື່ອງດື່ມ​ທີ່ມີ​ຄວາມ​ຊຳນານປຸງ​​ເອງ​ຢູ່​ຮ່າ​ໂນ້ຍນັ້ນ​, ຜູ້​ຄົນ​ທັງຫຼາຍ​ຈະ​ຮູ້ສຶກ​ສະບາຍ​​ໃຈທີ່​ສຸດ. ອາຊີບ​ປຸງ​ເຄື່ອງ​ດື່ມ​ຖືກ​ນຳເຂົ້າ​ ​ແລະ ພັດທະນາ​ຢູ່ຫວຽດນາມມາ​ເປັນ​ເວລາ 10 ປີ​​ແລ້ວ ​ແລະ ​ກາຍ​ເປັນ​ອາຊີບ​ໃໝ່ທີ່ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ໄວ​ໜຸ່ມ​.

ອາຊີບປຸງເຫຼົ້າ-ຄວາມນິຍົມຂອງໄວໜຸ່ມ - ảnh 1

(ພາບ:favim.com)

ຮ້ານ​ກິນ​ດື່ມ Spoor ທີ່​ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ອອກ​ແບບ​ຕາມ​​ສະ​ຖາ​ປັດຕະຍາ​ກຳເອີ​ລົບ, ດ້ວຍເຫຼົ້າ ​ແລະ​ ຊີ​ໂຣ ທີ່​ມີ​ສີ​ຫຼາກ​ຫຼາຍນັບ​ຮ້ອຍ​ແກ້ວ​ໃຫຍ່​ນ້ອຍ​ຕ່າງ​ກັນ, ຖືກ​ຈັດ​ເປັນ 3 ​ແຖວ​ຢ່າງ​ງາມ​ຕາ. ​ແຂກ​ມາ​ຮ້ານ​ນີ້​ມີ​ເກັ່ນ​ອາຍຸທີ່​ແຕກ​ຕ່າງ​ກັນ, ​ແຕ່​ເຂົາ​ເຈົ້າ​ລ້ວນ​ແຕ່​ມີ​ຄວາມ​ນິຍົມ​ດຽວ​ກັນ​ນັ້ນ​ແມ່ນ​ຢາກ​ເຫັນ​ປະຈັກ​ຕາ​ວິທີ​ປຸງ​ເຫຼົ້າຂອງ ​​ເວື​ອງດິ່ງ​ດິ້ງ, ອາຍຸ 31 ປີ.  ດ້ວຍຄວາມ​ຊຳນານງານ​​ໃນ​ການ​ປຸງ​ເຫຼົ້າ​ຄື​: ສັ່ນ ​ແລະ ແກວ່ງ​ກວດ​ເຫຼົ້າ,  ພາຍໃນ​ເວລາ​ພຽງ​ໜ້ອ​ຍດຽວ​ເທົ່າ​ນັ້ນ, ​ເຫຼົ້າ rhum ພ້ອມ​ກັບນ້ຳກ້ອນ ​ໄດ້​ກາຍ​ເປັນຈອກ Cocktai 3 ຊັ້ນ ດ້ວຍ​ໝາກ cherry ​ສີ​ແດງຕິດ​​ໃສ່ປາກຈອກ  ​ເຮັດ​ໃຫ້​ແຂກ​ທັງຫຼາຍ​ພໍ​ໃຈ ຜ່ານຄວາມ​ຮູ້ສຶກດ້ວຍຕາ, ດັງ, ຫູ ​ແລະ ລົດ​ຊາດ… ກ່ອນ​ທີ່​ຈະ​ມີ​ຄວາມ​ຊຳນານ​ຄື​​ໃນປະຈຸ​ບັນ, ດິ້ງ​​ ເຄື​ຍປະສົບກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ. ດິ້ງ ​ເລົ່າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

   ”ສຳລັບ​ອາຊີບ​ປຸງ​ເຄື່ອງດື່ມ, ​ເພື່ອນ​ສາມາດ​ຮຽນ​ນຳ​ເພື່ອນ​ມິດ ​ແລະ ​ແຂກ​ຂອງ​ຕົນ​ໄດ້, ​ເພາະວ່າ​ເຂົາ​ເຈົ້າ​ມາ​ຈາກ​ຫຼາຍ​ປະ​ເທດ ດ້ວຍພື້ນຖານ ວັດທະນະທຳ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ. ຂ້າພະ​ເຈົ້າ​ຍັງ​ຈື່​ຈຳ​ວ່າ, ​ໃນມື້ໜຶ່ງ​ບັງ​ເອີນ​ມີແຂກ​​ສັ່ງ​​ດື່ມເຫຼົ້າ Mozito ​ແຕ່​ຂ້າພະ​ເຈົ້າ​ເຮັດ​ບໍ່​ເປັນ ​ແຕ່​ໂຊກ​ດີ​ແຂກ​ຜູ້ນັ້ນ​ເຄີຍ​ເຮັດ​ວຽກ​ໃນ​ຂະ​ແໜງ bar ຢູ່​ຕ່າງປະ​ເທດ ໄດ້​ແນະນຳ​​ໃຫ້ຂ້າພະ​ເຈົ້າ​ວິທີ​ປຸງ​ເຫຼົ້າ​ປະ​ເພດ​ນີ້, ນັ້ນ​ແມ່ນ​ອະນຸສອນ​ທີ່​ຂ້າພະ​ເຈົ້າ​ລືມ​ບໍ່ໄດ້

   Interbeso ​ແມ່ນ​ສະຖານ​ທີ່​ສອນ​ວິຊາ​ຊີບ​ປຸງ​​ເຄື່ອງ​ດື່ມ​ທີ່​ມີ​ຊື່​ສຽງ​ຢູ່​ຮ່າ​ໂນ້ຍ. ພາຍ​ໃຕ້​ການ​ແນະນຳ​ຂອງ​ອາຈານ​ ຫງວຽນ​ເທ​ຮຸ່ງ ຜູ້​ເຄີຍ​ຮັບ​ລາງວັນ​​ໃນ​ງານ​ປະ​ກວດ​ສີມື​ການ​ຊ່າງຕ່າງໆ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ເຂົ້າ​ຮ່ວມຊຸດ​ຮຽນ​ນີ້ມີ​ເພື່ອນ​ໜຸ່ມ​ປະມານ 15 ຄົນ ອາຍຸ​ແຕ່ 18-25 ປີ. ພິ​ເສດໃນ​ຈຳນວນ​ດັ່ງກ່າວ​ເກືອບ​ເຄິ່ງໜຶ່ງ​ແມ່ນ​ຜູ້ຍິງ. ນາງຮ່ວາງ​ທູ​ຈາງ ​ຜູ້​ກຳລັງ​ຮຽນ​ຢູ່​ທີ່​ນີ້, ແບ່ງປັນ​ວ່າ:

   “​​ເມື່ອ​ຮຽນ​ບົດທຳອິດ​ຄື: ​ເອົາ​ນ້ຳກ້ອນ ​ແລະ ປິ່ນຈອກ, ຂ້າພະ​ເຈົ້າກໍ່ສາມາດເຮັດ​ໄດ້​ໂດຍ​ທັນ​ທີ່, ​ຄິດ​ວ່າ​ໃນ​ບົດຮຽນ​ຕໍ່​ໄປ​ຂ້າພະ​ເຈົ້າກໍ່​ຈະ​ເຮັດ​ໄດ້​ເຊັ່ນ​ກັນ. ເມື່ອ​ສັງ​ເກດ​ອາຈານ​ແນະນຳ​ວິທີ​ເຮັດ​ຢ່າງ​ຄ່ອງ​ແຄ້ວນັ້ນ , ຂ້າພະ​ເຈົ້າກໍ່ຢາກ​​ເອົາ​ແບບ​ໃນ​ທັນທີ. ​ແຕ່​ເມື່ອ​ເຮັດ​ແລ້ວ​ຂ້າພະ​ເຈົ້າ​ຈຶ່ງ​ຮູ້​ສຶກວ່າ​ຍາກ​ຫຼາຍ

ອາຊີບປຸງເຫຼົ້າ-ຄວາມນິຍົມຂອງໄວໜຸ່ມ - ảnh 2
(ພາບ:anthinhlochotel.com)

    ອາຊີບ​ປຸງ​ເຫຼົ້າ​ບໍ່​ພຽງ​ແຕ່​ຮຽກຮ້ອງ​ໃຫ້ຕ້ອງມີຄວາມ​ຊຳນານ​ໃນ​ການ​ສັ່ນ ​ແລະ ແກວ່ງ​ກວດ​ເຫຼົ້າເທົ່າ​ນັ້ນ, ອາຈານ​ ຫງວຽນ​ເທ​ຮຸ່ງ  ​ໃຫ້​ຮູ້​ວ່າ:

   “​ເພື່ອ​ກາຍ​ເປັນ​ຜູ້​ປຸງ​​ເຄື່ອງ​ດື່ມ​ອາຊີ​ບ ​ແລະ ​ຊຳນານ​ງານ, ມັນ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ສາມາດ​ປະດິດ​ສ້າງ​ໃນ​ການ​ປຸງ​ເຫຼົ້າ ຫາກ​ບໍ່​ແມ່ນ​ເຮັດ​ຕາມ​ຫຼັກສູດເທົ່າ​ນັ້ນ. ​​​ຕ້ອງ​ໃຊ້ເວລາ​ຫຼາຍ​​​ໃຫ້​ແກ່​ການ​ປະສົມກິ່ນ ​ແລະ ຊີມ​​ເບິ່ງລົດ​ຊາດ​ຂອງເຫລົ້າ ​ແລະ ​ເຄື່ອງ​ດື່ມ​ແຕ່ລະ​ປະ​ເພດ​, ຫລັງ​ຈາກ​ນັ້ນຖອດ​ຖອນ​ບົດຮຽນ ​ປະສົມຄື​ແນວ​ໃດ​ໃຫ້​ເຄື່ອງ​ດື່ມ​ທັງແຊບ​ແລະ ຫອມກວ່າ

   ​ອາຊີບ​ປຸງ​ເຫຼົ້າ​ຮຽກຮ້ອງ​ໃຫ້​ມີ​ຫົວຄິດ​ປະດິດ​ສ້າງ, ​ມີ​ຄວາມ​ຊຳນານ ​ແລະ ມີ​ຄວາ​ມ​ຮູ້​ກ່ຽວ​ກັບ​ເຫຼົ້າ​​ແຕ່ລະປະ​ເພດ​, ກໍ່​ຄື​ວັດທະນະທຳ​ອາຫານ​ການ​ກິນ. ​ໄວ​ໜຸ່ມ​ນິຍົມ​ອາຊີບ​ປຸງ​ເຫຼົ້າ​ຍ້ອນ​ວ່າ ​ເຂົາ​ເຈົ້າຢາກ​ສະ​ແດງ​ຄວາມ​ສາມາດ​ຂອງ​ຕົນ​ຄື​ດັ່ງ​ນັກ​ສິລະ​ປິນບົນ​ເວທີ​ສະ​ແດ​ງ. ປະຈຸ​ບັນ, ການ​​ເພີ່ມ​ຈຳນວນ​ຮ້ານ bar ​ແລະ ຮ້ານ​ກິນ​ດື່ມ​ຢູ່​ຫວຽດນາມ ຢ່າງ​ໄວວານັ້ນ ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຜູ້​ປຸງ​​ເຄື່ອງ​ດື່ມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ສະນັ້ນ, ການ​ປຸງ​ເຄື່ອງ​ດື່ມ​ຈະ​ເປັນ​ອາ​ຊີບ​ໄດ້​ຮັບ​ຄວາມ​ນິຍົມ​ຂອງ​ໄວ​ໜຸ່ມ​ໃນ​ອະນາຄົດ./.

 

 

ຕອບກັບ

ຂ່າວ/ບົດ​ອື່ນ