ອາຊີບເຮັດແມງປໍດ້ວຍໄມ້ໄຜ່ ໝູ່ບ້ານ ແທັກຊ໋າ

(VOVWORLD) -

ແມງປໍເຮັດດ້ວຍໄມ້ໄຜ່, ເປັນຂອງຫຼິ້ນທີ່ມີສີສັນຫຼາກຫຼາຍ, ລຽບງ່າຍແຕ່ດຶງດູດໃຈນ້ອງນ້ອຍ ແລະ ແຂກສາກົນຫຼາຍຄົນ. ເພື່ອເຮັດເຄື່ອງຫຼິ້ນທີ່ງາມຕານີ້, ນາຍຊ່າງຕ້ອງໃຊ້ເວລາ ແລະ ເຫື່ອແຮງຫຼາຍ, ນອກຈາກນັ້ນ, ຍັງໄດ້ໝູນໃຊ້ກົດເກນຟິຊິກສາດອີກດ້ວຍ. ເຊີນທ່ານພ້ອມກັນຄົ້ນຫາໝູ່ບ້ານອາຊີບ ແທັກຊ໋າ ເພື່ອພ້ອມກັນຮູ້ຈັກຂັ້ນຕອນບັນດານາຍຊ່າງເຮັດແມງປໍດ້ວຍໄມ້ໄຜ່ທີ່ງາມຕານີ້ ພ້ອມກັບນັກຂ່າວ VOV.

ອາຊີບເຮັດແມງປໍດ້ວຍໄມ້ໄຜ່ ໝູ່ບ້ານ ແທັກຊ໋າ - ảnh 1ແມງປໍບໍ່ທັນໄດ້ທ່າສີ
(ພາບປະກອບ)

ຕອນແລງມື້ໜຶ່ງຂອງລະດູຮ້ອນມີ່ອົບເອົ້າ, ກ້າວເຂົ້າປະຕູໂຂງຂອງໝູ່ບ້ານກໍ່ໄດ້ຍິນສຽງຂອງເຄື່ອງຈັກທີ່ດັງກ້ອງຢູ່ບັນດາຄອບຄົວຜະລິດແມງປໍທີ່ເຮັດດ້ວຍໄມ້ໄຜ່ຢູ່ ຕາແສງ ແທັກຊ໋າ, ເມືອງ ແທັກເທິດ, ນະຄອນຫຼວງຮ່າໂນ້ຍ. ບໍ່ມີບັນຍາກາດຄັບຄາໜາແໜ້ນ ແລະ ກໍ່ບໍ່ມີຫຼາຍສະຖາປັດຕະຍາກຳທີ່ເກົ່າແກ່ຄືບັນດາໝູ່ບ້ານອາຊີບອື່ນໆ, ຢູ່ໝູ່ບ້ານແຫ່ງນີ້ໄດ້ຍິນແຕ່ສຽງເຄື່ອງຈັກຝົນປະສົມກັບສຽງລົມກັນ, ສຽງໄກ່ຂັນຕອນທ່ຽງ - ເຊິ່ງເປັນບັນດາສຽງທີ່ເປັນເອກະລັກສະເພາະຂອງໝູ່ບ້ານທາງພາກເໜືອ ຫວຽດນາມ. ແມ່ລູກເອື້ອຍ ເວີນຍີ ໄດ້ເລືອກເຟັ້ນໝູ່ບ້ານ ແທັກຊ໋າ ເປັນສະຖານທີ່ໄປຢ້ຽມຢາມ, ເພື່ອໃຫ້ລູກສາວຂອງຕົນໄດ້ເຫັນປະຈັກຕາບັນດາຂັ້ນຕອນທີ່ນາຍຊ່າງມີສີມືອາຊີບເຮັດແມງປໍຂອງຫຼິ້ນທີ່ລູກສາວຂອງຕົນຕິດໃຈໃນຊ່ວງໄລຍະມໍ່ໆມານີ້. ເອື້ອຍ ເວີນຍີ ໃຫ້ຮູ້ວ່າ:

“ຂ້າພະເຈົ້າພາລູກສາວມານີ້ເພື່ອໄດ້ເຫັນປະຈັກຕາຂັ້ນຕອນຕ່າງໆທີ່ບັນດານາຍຊ່າງເຮັດແມງປໍ, ນີ້ແມ່ນວິທີໜຶ່ງເພື່ອໃຫ້ລູກສາວມີຄວາມຮູ້ ແລະ ເຄົາລົບຕໍ່ບັນດາຜົນງານຂອງນາຍຊ່າງ, ຜົນງານຂອງການອອກແຮງງານທຳການຜະລິດ. ມາທີ່ນີ້, ລູກໄດ້ເຫັນ ແລະ ໄດ້ເຂົ້າຮ່ວມຂັ້ນຕອນທາສີແມງປໍ, ແລ້ວນຳໄປເປັນຂອງຂວັນເພື່ອມອບໃຫ້ໝູ່ເພື່ອນ, ດັ່ງນັ້ນ ລູກກໍ່ມີຄວາມປີຕິຊົມຊື່ນ ແລະ ພາກພູມໃຈຫຼາຍ”.

ເອື້ອຍ ເວີນຍີ ແລະ ລູກສາວ ໄດ້ໄປຢ້ຽມຢາມຄອບຄົວ ອາວ ທິ້ງ, ຜູ້ມີປະສົບການເຮັດແມງປໍດ້ວຍໄມ້ໄຜ່ເກືອບ 20 ປີ, ໄດ້ເຫັນປະຈັກຕາບັນດາຂັ້ນຕອນເລືອກໄມ້ໄຜ່, ຕັດເປັນທ່ອນ, ຕາກແຫ້ງ ແລະ ເຮັດເປັນແມງປໍ ເຊິ່ງໄດ້ເຮັດໃຫ້ລູກສາວຂອງເອື້ອຍ ຍີ ຮູ້ສຶກ ຖືກໃຈຫຼາຍ. ອາວ ທິ້ງ ທັງຕັດທ່ອນໄມ້ໄຜ່, ທັງແນະນຳບັນດາຂັ້ນຕອນເພື່ອເຮັດແມງປໍ ທີ່ສົມບູນສູ່ຟັງ, ອາວທິ້ງ ໃຫ້ຮູ້ວ່າ:

“ຈຸດພິເສດຂອງຂັ້ນຕອນເຮັດແມງປໍ ນັ້ນແມ່ນການຕັ້ງລຳຕົວໃຫ້ທ່ຽງ, ເຮັດປີກ ແລະ ດັດປາກຂອງແມງປໍ. ນີ້ແມ່ນຂັ້ນຕອນເຮັດໃຫ້ແມງປໍໄມ້ໄຜ່ສາມາດຢືນທ່ຽງຢູ່ບໍ່ວ່າເທິງວັດສະດຸໃດ. ເພື່ອເຮັດແມງປໍໄມ້ໄຜ່ທີ່ສົມບູນ ຕ້ອງຜ່ານປະມານ 10 ຂັ້ນຕອນ. ທຳອິດແມ່ນຕ້ອງເລືອກໄມ້ໄຜ່, ປຸງແຕ່ງ ແລະ ຕັດເປັນທ່ອນ, ຕາກໃຫ້ແຫ້ງເພື່ອບໍ່ໃຫ້ເປັນມອດ ແລ້ວຜ່າໄມ້ໄຜ່ເປັນປ່ຽງ 10 12 ຊັງຕີແມັດ ແລະ 15 ຊັງຕີແມັດຕາມຂະໜາດທີ່ຈະເຮັດ”.

ເມື່ອໄດ້ເຫັນສີມືອັນຄ່ອງແຄ້ວຂອງ ອາວ ທິ້ງ ຕັດ, ເຫຼົາໄມ້ໄຜ່ພຽງ 5 – 6 ນາທີເທົ່ານັ້ນ, ປີກແມງປໍນັບ 5 – 6 ຄູ່ກໍ່ແລ້ວໆ. ເມື່ອເບິ່ງນາຍຊ່າງເຮັດຄືວ່າງ່າຍດາຍ ແຕ່ມັນແມ່ນຂັ້ນຕອນທີ່ຍາກ, ສັບສົນ, ຮຽກຮ້ອງຕ້ອງມີຄວາມຄ່ອງແຄ້ວ, ລະອຽດລະອໍທີ່ສຸດ. ນາຍຊ່າງທີ່ມີສີມື, ມີປະສົບການ ຍາມໃດກໍສຸມໃຈເຮັດ, ເພືິ່ອໃຫ້ຜະລິດຕະພັນຂອງຕົນສາມາດຮັບປະກັນຄວາມດຸ່ນດ່ຽງ. ຈຸດພິເສດທີ່ສຸດໃນການເຮັດແມງປໍ ນັ້ນແມ່ນຂັ້ນຕອນຕິດປີກໃສ່ໂຕແມງປໍ. ປີກທັງສອງເບື້ອງຕ້ອງມີຄວາມດຸ່ນດຽງ ເພື່ອຕັ້ງແມງປໍຢູ່ບ່ອນໃດກໍ່ສາມາດຢືນໄດ້. ອາວ ທິ້ງ ອະທິບາຍຂັ້ນຕອນສຳຄັນທີ່ສຸດໃນການເຮັດແມງປໍໃຫ້ ເອື້ອຍ ເວີນຍີ ແລະ ລູກສາວຟັງວ່າ:

“ພາຍຫຼັງໄມ້ໄຜ່ໄດ້ຕັດທ່ອນແລ້ວ ຕ້ອງຝົນໃຫ້ກ້ຽງ ແລະ ຕິດປິກສອງເບື້ອງ. ເຮົາໄດ້ນຳໃຊ້ສະຫວ່ານໄຟຟ້າເພື່ອເຈາະຮູ, ຫົວເຈາະ 1 ຊັງຕີແມັດເທົ່ານັ້ນ, ຖ້າຫົວເຈາະໃຫຍ່ປີກຈະຫັກ. ເມື່ອເຈາະກໍ່ຕ້ອງປະຕິບັດຖືກກັບເຕັກນິກ, ເຮັດໃຫ້ປີກຂອງແມງປໍມີຄວາມດຸ່ນດ່ຽງ. ພາຍຫຼັງກວດກາເບິ່ງແມງປໍຂອງເຮົາມີຄວາມດຸ່ນດ່ຽງແລ້ວບໍ່ນັ້ນ ເຮົາຈຶ່ງຕິດກາວໃສ່”.

ອາຊີບເຮັດແມງປໍດ້ວຍໄມ້ໄຜ່ ໝູ່ບ້ານ ແທັກຊ໋າ - ảnh 2ລູກສາວເອື້ອຍ ເວີນຍີ ແລະ ແມງປໍຂອງຕົນ

ລູກສາວຂອງເອື້ອຍ ເວີນຍີ ມັກທີ່ສຸດແມ່ນຂັ້ນຕອນທາສີ, ແຕ້ມລວດລາຍໃຫ້ແມງປໍ, ຫຼານໃຫ້ຮູ້ວ່າ:

“ຫຼານມັກທາສີ, ແຕ້ມລາຍໃຫ້ແມງປໍທີ່ສຸດ. ຫຼາມັກແມງປໍມີສີສັນຫຼາກຫຼາຍ ແລະ ຈະຂຽນຊື່ຂອງຕົນເອງໃສ່ໃນປີກຂອງມັນ ເພື່ອມອບໃຫ້ໝູ່ເພື່ອນ. ແນ່ນອນວ່າ ນີ້ຈະແມ່ນຂອງຂວັນທີ່ພິເສດ, ເປັນເອກະລັກທີ່ຫຼານມອບໃຫ້ໝູ່ເພື່ອນ, ບໍ່ຮູ້ວ່າໝູ່ເພື່ອນຈະຮູ້ສຶກແນວໃດ, ແຕ່ຫຼານຮູ້ສຶກດີໃຈຫຼາຍຍ້ອນວ່າໄດ້ມອບຂອງຂວັນທີ່ມີຄວາມໝາຍແບບນີ້ໃຫ້ໝູ່ເພື່ອນ”.

ແມງປໍເຮັດດ້ວຍໄມ້ໄຜ່ມີສີສັນຫຼາກຫຼາຍ, ລວດລາຍຈັບຕາ ໄດ້ຕິດພັນຄາວເຍົາໄວຂອງເດັກໆຫຼາຍຄົນ, ໃນນັ້ນມີເອື້ອຍ ເວີນຍີ ແລະ ເອື້ອຍກໍ່ຢາກໃຫ້ລູກສາວຂອງຕົນມີຄາວເຍົາໄວທີ່ເຕັມໄປດ້ວຍຄວາມໝາຍ. ໂດຍໄດ້ເຂົ້າຮ່ວມຂັ້ນຕອນຜະລິດແມງປໍໃນມື້ໜຶ່ງຢູ່ໝູ່ບ້ານ ແທັກຊ໋າ ກໍ່ໄດ້ຊ່ວຍໃຫ້ຫຼານນ້ອຍເຂົ້າໃຈ ແລະ ມັກຮັກອາຊີບມູນເຊື້ອຂອງ ຫວຽດນາມ ຫຼາຍກ່ວາອີກ ແລະ ເມື່ອໄດ້ທາສີ, ແຕ້ມລວດລາຍໃຫ້ແມງປໍນັ້ນ, ຫຼານໆກໍ່ຄືວ່າໄດ້ສ້າງຄາວເຍົາໄວຂອງຕົນໃຫ້ຫຼາກຫຼາຍສີສັນຕື່ມອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ