ອາຊຽນນຳໜ້າກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ, ມອບສິດໃຫ້ແກ່ແມ່ຍິງ

(VOVWORLD) -ກອງປະຊຸມສຸດຍອດການນຳຍິງອາຊຽນ, ໄດ້ຍົກອອກບັນດາມາດຕະການແກ້ໄຂ, ກຳນົດທິດທາງປົກປ້ອງແມ່ຍິງ, ໜູນຊ່ວຍໃຫ້ແມ່ຍິງເສີມຂະຫຍາຍບົດບາດ ແລະ ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ, ຟື້ນຟູໂດຍສັງລວມພາຍຫຼັງໂລກລະບາດ…

ອາຊຽນນຳໜ້າກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ,  ມອບສິດໃຫ້ແກ່ແມ່ຍິງ - ảnh 1 ກອງປະຊຸມສຸດຍອດການນຳຍິງອາຊຽນ

(ພາບ: suckhoedoisong.vn)

ດ້ວຍຫົວຂໍ້ວ່າ “ບົດບາດຂອງແມ່ຍິງໃນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມສະໜິດຕິດພັນ, ຂະຫຍັນຂັນເຄື່ອນ, ໝັ້ນຄົງ, ກວມລວມໃນໂລກພາຍຫຼັງໂລກລະບາດໂຄວິດ-19”, ກອງປະຊຸມສຸດຍອດການນຳຍິງອາຊຽນ, ໃນຂອບເຂດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37, ໄດ້ຍົກອອກບັນດາມາດຕະການແກ້ໄຂ, ກຳນົດທິດທາງປົກປ້ອງແມ່ຍິງ, ໜູນຊ່ວຍໃຫ້ແມ່ຍິງເສີມຂະຫຍາຍບົດບາດ ແລະ ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ, ຟື້ນຟູໂດຍສັງລວມພາຍຫຼັງໂລກລະບາດ… ກອງປະຊຸມແມ່ນເພື່ອແນໃສ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງອາຊຽນ ແມ່ນຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ຕອບສະໜອງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສະຫະປະຊາຊາດຮັບຮອງເອົາໂຄງການດຳເນີນງານ ປັກກິງ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ.

        ຕາມການສຳຫຼວດໂດຍທະນາຄານໂລກຫາກໍ່ປະກາດຫວ່າງມໍ່ໆມານີ້, ຢູ່ພາກພື້ນອາຊີຕາເວັນອອກ, ໃນສະພາບເກີດໂລກລະບາດໂຄວິດ-19, ມີພາລະກອນການແພດກວ່າ 70% ແມ່ນແມ່ຍິງ ແລະ ນີ້ແມ່ນບັນດາຜູ້ມີຄວາມສ່ຽງຕິດແປດສູງທີ່ສຸດ. ນອກນັ້ນ, ໂລກລະບາດໂຄວິດ-19 ຍັງສົ່ງຜົນກະທົບຢ່າງໜັກໜ່ວງເຖິງ 1/3 ຈຳນວນວິສາຫະກິດໂດຍເພດຍິງເປັນເຈົ້າຂອງຢູ່ພາກພື້ນນີ້. ຍ້ອນເຫດນັ້ນ, ກອງປະຊຸມສຸດຍອດການນຳຍິງອາຊຽນ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຂອງອາຊຽນ ໃນປີ 2020. ທ່ານນາງ ເອກອັກຄະລັດຖະທູດ ຫງວຽນຫງວຽດງາ, ທີ່ປຶກສາຂັ້ນສູງຄະນະເລຂາອາຊຽນ, ຖືວ່າ:

        “ອາດເວົ້າໄດ້ວ່າ, ນີ້ແມ່ນຂໍ້ລິເລີ່ມທີ່ພົ້ນເດັ່ນຂອງຫວຽດນາມ ໃນປີດຳລົງຕຳແໜ່ງປະທານອາຊຽນ 2020, ມີຄວາມໝາຍພິເສດຍ້ອນໄດ້ດຳເນີນໄປໃນສະພາບເກີດສິ່ງທ້າທາຍຫຼາຍຢ່າງໃນຍຸກສະໄໝໂລກລະບາດໂຄວິດ-19 ຄືໃນປະຈຸບັນ. ກອງປະຊຸມດຳເນີນໄປຖືກກັບຈຸດເວລາ, ຍ້ອນປີ 2020 ນີ້ແມ່ນປີທີ່ໂລກຕີລາຄາຄືນການປະຕິບັດບັນດາຄຳໝັ້ນສັນຍາສັງຄົມ, ໃນນັ້ນພິເສດແມ່ນຄວາມສະເໝີພາບລະຫວ່າງຍິງ-ຊາຍ. ສຳລັບອາຊຽນ, ນີ້ກໍແມ່ນຈຸດເວລາເພື່ອໃຫ້ບັນດາປະເທດອາຊຽນ, ບັນດາການນຳຂັ້ນສູງປຶກສາຫາລືຫຼາຍຢ່າງກ່ຽວກັບບັນດາມາດຕະການເພື່ອປະຕິບັດວິໄສທັດອາຊຽນ 2025”.

ອາຊຽນນຳໜ້າກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ,  ມອບສິດໃຫ້ແກ່ແມ່ຍິງ - ảnh 2ທ່ານນາງ ເອກອັກຄະລັດຖະທູດ ຫງວຽນຫງວຽດງາ, ທີ່ປຶກສາຂັ້ນສູງຄະນະເລຂາອາຊຽນ

(ພາບ: baoquocte.vn)

ໃນອາຊຽນ, ອັດຕາແມ່ຍິງເປັນການນຳໃນອາຊຽນ ບັນລຸຕົວເລກ 35%. ກອບຟື້ນຟູສັງລວມອາຊຽນ ແລະ ແຜນການປະຕິບັດເຊິ່ງບັນດາການນຳອາຊຽນ ຮັບຮອງເອົາທີ່ກອງປະຊຸມສຸດຍອດຄັ້ງທີ 37 ໄດ້ໃຫ້ບຸລິມະສິດນຳບັນຫາທາງເພດ ແລະ ຕອບສະໜອງທາງເພດເຂົ້າໃນບັນດາການເຄື່ອນໄຫວຢ່າງລະອຽດ. ຕາມ ທ່ານນາງ ເອກອັກຄະລັດຖະທູດ ຫງວຽນຫງວຽດງາ ແລ້ວ, ເປັນທີ່ຈະແຈ້ງແລ້ວວ່າອາຊຽນ ໄດ້ ແລະ ພວມໄດ້ຮັບຜົນປະໂຫຍດຫຼາຍຢ່າງຈາກບັນດາຜົນງານດັ່່ງກ່າວ. ໃນໄລຍະຈະມາເຖິງ, ອາຊຽນ ປາດຖະໜາຢາກມີບັນດາການນຳຍິງໃຫ້ຫຼາຍກວ່າອີກໃນບັນດາຂົງເຂດອາຊີບແຕກຕ່າງກັນ, ຮ່ວມມືສ້າງບັນດາພື້ນຖານໃຫ້ໝັ້ນຄົງ, ລະບົບຊີວະພາບທີ່ມີຫຼາຍຮູບຫຼາຍແບບ ເພືື່ອສ້າງເງື່ອນໄຂໃຫ້ແກ່ແມ່ຍິງພັດທະນາ. ທ່ານນາງ ເອກອັກຄະລັດຖະທູດ ຫງວຽນຫງວຽດງາ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າເຫັນວ່າ, ຢູ່ແງ່ມູມນະໂຍບາຍ, ນີ້ແມ່ນສານທີ່ມີຄວາມຈະແຈ້ງທີ່ສຸດກ່ຽວກັບຄຳໝັ້ນສັນຍາ ແລະ ການສະໜັບສະໜູນນຳໜ້າຂອງອາຊຽນ ໃນບັນຫາຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະ ລັດທິຫຼາຍຝ່າຍໃນຄວາມສະເໝີພາບລະຫວ່າງຍິງ-ຊາຍ. ມັນຈະປະກອບສ່ວນສ້າງຂີດໝາຍຫັນປ່ຽນອາຊຽນ ໃນລະບົບ ການເຄື່ອນໄຫວໃນໄລຍະໃໝ່ຢູ່ລະດັບຈຳເປັນທີ່ແທດຈິ່ງຫຼາຍກວ່າ”.

        ເພື່ອສືບຕໍ່ເສີມຂະຫຍາຍບົດບາດ, ການປະກອບສ່ວນຂອງແມ່ຍິງໃນກິດຈະການຟື້ນຟູຢ່າງຮອບດ້ານ ແລະ ໝັ້ນຄົງຂອງອາຊຽນ, ກໍຄືໃນການປັບປຸງ ແລະ ສ້າງປະຊາຄົມໃນໄລຍະໃໝ່, ອາຊຽນ ໄດ້ກຳນົດຕັ້ງແມ່ຍິງເປັນຈຸດໃຈກາງຂອງກິດຈະການສ້າງສາຄືນໃໝ່ ແລະ ຟື້ນຟູ, ເພີ່ມທະວີບົດບາດນຳພາ ແລະ ສຽງເວົ້າຂອງແມ່ຍິງໃນບັນດາລັດຖະນະໂຍບາຍ ແລະ ເພີ່ມສິດອຳນາດທາງດ້ານເສດຖະກິດໃຫ້ແກ່ແມ່ຍິງ, ນຳຄວາມສະເໝີພາບມາໃຫ້ແມ່ຍິງ ແລະ ມອບສິດໃຫ້ແມ່ຍິງເພື່ອໃຫ້ກາຍເປັນບຸລິມະສິດສຳຄັນໃນວິວັດທະນາການສ້າງວິໄສທັດປະຊາຄົມອາຊຽນ ພາຍຫຼັງປີ 2025.

ຕອບກັບ

ຂ່າວ/ບົດ​ອື່ນ