ອາຫານການກິນສາກົນຜ່ານການສັງເກດຂອງຊາວຮ່າໂນ້ຍ

 

ອາຫານການກິນສາກົນຜ່ານການສັງເກດຂອງຊາວຮ່າໂນ້ຍ - ảnh 1
ເດີນທາງໃນພັດ​ຕະຄານ Royal Style( ພາບ: internet)

  ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເມື່ອ​ມີ​ໂອກາດ​ຍ່າງ​ເລາະ​ຢູ່​ຕາມ​ຖະໜົນສາຍ​ຕ່າງໆ​ໃນ​ນະ ຄອນຫຼວງ​ຮ່າ​ໂນ້ຍ, ຜູ້​ຄົນ​ທັງຫຼາຍ​ອາດ​ຈະ​ພົບ​ເຫັນ​ບັນດາ​ພັດ​ຕະຄານ​ທີ່​ມີ​ເຄື່ອງ ໝາຍ​ການ​ຄ້າ​ສາກົນ ​ແລະ​ຕາມ​ການ​ເວລາ, ລະບົບ​ພັດ​ຕະຄານ​ນີ້ພວມ​ນັບ​ມື້​ນັບ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ. ພ້ອມ​ກັບ​ທ່າ​ອຽງ​ແນະນຳ​ວັດທະນະທຳ​ອາຫານ​ການ​ກິນ​ທີ່​ເປັນ​ເອກະລັກ​ສະ​ເພາ​ະຂອງ​ຫວຽດນາມ​ໃຫ້​ແກ່​ເພື່ອນ​ມິດສາ​ກົນ​ນັ້ນ, ປະຈຸ​ບັນ, ຊາວ​ຫວຽດນາມ​ຍັງ​ມີ​ກາລະ​ໂອກາດ​ໄດ້​ຮັບ​ປະທານ​ອາຫານ​ຂອງ​ປະ​ເທດ​ຕ່າງໆ​ບົນ​ດິ​ນແດນບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ. ​ໃນ​ລາຍການ​ສາລະ​ຄະດີ​ວັນ​ເສົາ​ພາກ​ນີ້, ພວກ​ເຮົາ​ຂໍ​ແນະນຳ​ກ່ຽວກັບ​ອາຫານ​ການ​ກິນ​ຂອງ​ປະ​ເທດ​ຕ່າງໆ​ຜ່ານ​ການ​ສັງ​ເກດຂອງ​ຊາວ​ຮ່າ​ໂນ້ຍສູ່​ທ່ານ​ຟັງ.

   ຕາມ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ​ແລ້ວ,ປະຈຸ​ບັນ​ຢູ່​ຫວຽດນາມ​ມີ​ພັດ​ຕະຄານ ສາກົນປະມານ 5000 ​ແຫ່ງ ດ້ວຍ​ບັນດາ​ເຍື່ອງ​ອາຫານ​ພິ​ເສດ​ຂອງ​ຫຼາຍ​ປະ​ເທດ​ໃນ​ໂລກ. ຖ້າ​ມີ​ໂອກາດ​ຍ່າງ​ເລາະ​ຕາມຖະໜົນທີ່​ຮ່າ​ໂນ້ຍ, ​ແຂກ​ທ່ອງ​ທ່ຽວ​ຈະ​ເຫັນ​ບັນດາ​ປ້າຍ​ໂຄສະນາ​ຂອງ​ພັດ​ຕະຄານ​ຕາມ​ແບບ ຈີນ, ລັດ​ເຊຍ, ອຸ​ກະ​ແລນ, ​ໄທ, ສິກະ​ໂປ, ຍີປຸ່ນ, ສ.​ເກົາຫຼີ, ອາ​ເມ​ລິ​ກາ ຕະຫຼອດ​ຮອດ​ຮ້ານ​ຂາຍ​ກາ​ເຟ, ​ເຂົ້າໜົມຕາມ​ແບບຝະລັ່ງ, ອີ​ຕາ​ລີ ​ແລະ ອື່ນໆ. ນາງ Hoang Phuong Linh ​ເຈົ້າ​ຂອງພັດ​ຕະຄານ Royal Style ຕັ້ງ​ຢູ່​ຮ່າ​ໂນ້ຍ​ເປີດ​ເຜີຍ​ວ່າ : 

    “ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ວັດທະນະທຳ​ຝ່າຍ​ຕາ​ເວັນ​ຕົກ, ພິ​ເສດ​ແມ່ນ ວັດທະນະທຳ​ອາຫານ​ການ​ກິນ​​ໄດ້​ແຊກ​ຊຶມ​ເຂົ້າຕະຫຼາດ​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນຢ່າງ​ເຫັນ​ໄດ້​ຊັດ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ມີ​ການ​ຂະຫຍາຍຕົວ​ເຊັ່ນ​ນັ້ນ ​ແມ່ນ​ຍ້ອນຄວາມນິຍົມບໍລິໂພກຂອງຊາວຫວຽດນາມ ຢາກຊອກຮູ້ກ່ຽວກັບບັນດາ ເຍື່ອງອາຫານ​ໃໝ່, ດັ່ງ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ມີ​ຫຼາຍຄົນ ຈະ​ບໍລິ​ໂພ​ກ​ເຍື່ອງ​ອາຫານ​ສາກົນ ”  

    ​ເພື່ອ​ສ້າງຄວາມ​ເປັນ​ເອກະລັກ​ສະ​ເພາະ​ນັ້ນ, ​ເຈົ້າ​ຂອງ​ພັດຕະ​ຄານຕ່າງໆ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ລົງທຶນ​ຈາກປັດ​​ໄຈສະຖານ​ທີ​ຈົນ​ຮອດ​ການ​ປະດັບ​ປະດາ​ຢູ່​ພາຍ​ໃນ​ພັດຕະ​ຄານ. ​ເຄື່ອງ​ປະດັບ​ເອ້​ເຖິງ​ວ່າ​ຈະ​ນ້ອຍ​ໆ​ກໍ​ຕາມ, ກໍ​ລ້ວນ​ແຕ່​ຖືກ​ບັນດາ​ເຈົ້າ​ຂອງ​ພັດຕະ​ຄານ​ເລືອກ​ເຟັ້ນຢ່າງຄົບ​ຊຸດ ດ້ວຍ​ເຄື່ອງ​ປະດັບ, ພາບ​ແຕ້ມ, ດົນຕີ, ລະບົບ​ດອກ​ໄຟ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ. ນາງ Hoang Thi Huyen ​ເຈົ້າ​ຂອງ​ຮ້ານ​ອາຫານລັດເຊຍໃຫ້ຮູ້ວ່າ :

        “ ຮ້ານອາຫານຂອງຂ້າພະເຈົ້າຮັບໃຊ້ຜູ້ບໍລິໂພກດ້ວຍອາຫານຖືກສັ່ງຊື້ຈາກ ລັດເຊຍ. ດ້ວຍຄວາມຕ້ອງການທາງດ້ານວັດທະນະທຳອາຫານການກິນຂອງ ຊາວຫວຽດນາມ, ​ເຂົາ​ເຈົ້າ​ຈະ​ບໍ່​ປະຢັດ​ເງິນ​ໃຊ້​ຈາ​ຍ​ສຳລັບ​ການ​ຮັບ​ປະທານ​ອາຫານ​ຄາບ​ໜຶ່ງ ຫຼື​ການ​ລ້ຽງ​ອາຫານ​ໝູ່ເພື່ອນ ”

    ສ່ວນທ້າວ Vadim D’ omin ​ເຈົ້າ​ຂອງ​ຮ້ານ​ອາຫານ Budmo ຮັບ​ໃຊ້​ອາຫານ​ລັດ​ເຊຍ ​ແລະ ອຸ​ກະ​ແລນ ​ໃຫ້​ຮູ້​ວ່າ : 

   “ ຂ້າພະ​ເຈົ້າ​ແມ່ນ​ຊາວ ອຸ​ກະ​ແລນ ​ແລະ ຮ້ານ​ອາຫານ​ຂອງພວກຂ້າພະ​​ເຈົ້າ​ແມ່ນ​ຮ້ານ​ອາຫານ​ອຸ​ກະ​ແລນ​ພຽງ​ຮ້ານ​ດຽວ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້. ຮ້ານ​ອາຫານຂອງຂ້າພະເຈົ້າ​ແມ່ນ​ມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ຜູ້​ບໍລິ​ໂພ​ກທີ່​ມີ​ຄວາມ​ເຂົ້າ​ໃຈ ​ແລະ ຮັກ​ແພງ​ປະ​ເທດ​ພວກ​ຂ້າພະ​ເຈົ້າ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຜູ້​ທີ່​ໄດ້​ເຄີຍ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ອຸ​ກະ​ແລນ. ພວກ​ເພື່ອນ​​ໄດ້ມາ​ນີ້ ​ແນ່ນອນ​ວ່າ​ຈະ​ມັກ​ບັນດາ​ເຍື່ອງ​ອາຫານ​ພິ​ເສດສະ​ເພາະ​ຢູ່​ຮ້ານນີ້ ” .

ຕອບກັບ

ຂ່າວ/ບົດ​ອື່ນ