ຮັກສາອາຊີບແກະສະຫຼັກຫີນຢູ່ລອງເຈົາມ໋ຽວ


(vovworld) - ຈາກ​ສີມືທີ່​ຄ່ອງ​ແຄ້ວ​ຂອງ​ຊ່າງແກະ​ສະຫຼັກຫີນ, ບັນດາ​ກ້ອນ​ຫີນ​ໄດ້​ກາຍ​ເປັນ​ພະພຸດທະ​ຮູບ, ສັດ​ທີ່​ເປັນ​ມົງຄຸນຫຼາຍ​ປະ​ເພດ. ນັບ​ແຕ່​ຮ້ອຍ​ປີ​ມາ​ນີ້, ບັນດາ​ຊ່າງແກະ​ສະຫຼັກຫີນ​ຢູ່​ບ້ານ ລອງ​ເຈົາມ໋ຽວ (ຟຸ້ງ​ເຈົາ, ​ເຈືອງ​ມີ້) ດ້ວຍ​ສີມື​ແຮງ​ງານ​ຂອງ​ຕົນ​ໄດ້​ສ້າງ​ເປັນ​ບັນດາ​ຜະລິດ​ຕະພັນ​ຫັດຖະກຳ​ສິລະ​ປະ​ທີ່​ຫຼັກ​ແຫຼມ​ແຍ​ບຍົນ.

ຮັກສາອາຊີບແກະສະຫຼັກຫີນຢູ່ລອງເຈົາມ໋ຽວ - ảnh 1

ຊາວບ້ານລອງເຈົາມ໋ຽວກຳລັງແກະສະຫຼັກຫີນ

(ພາບ: ອິນເຕີແນດ)

        ຢູ່​ “ບ້ານແກະ​ສະຫຼັກຫີນ”, ປະຊາ​ຊົນ​ຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມ​ນັບຖື​ຕໍ່​ຄວາມ​ສາມາດ​ຂອງ​ພໍ່​ຕູ້ ຫງວຽນ​ວັນ​ກຸງ ​ແລະ ລູກ​ຊາຍ​ຂອງ​ລາວແມ່ນ​ອ້າຍ ຫງວຽນ​ວັນ​ເຈື່ອງ. ພໍ່​ຕູ້​ແມ່ນ​ຜູ້​ຊຳນານ​ງານ, ທັງ​ເປັນ​ຜູ້​ດຽວ​ໃນ​ບ້ານ​ທີ່​ສາມາດແກະ​ສະຫຼັກຕົວ​ໜັງສື​ຈີນ​ເທິງ​ແຜ່ນຫີນ​ໄດ້. ​ໃນ​ເກືອບ 60 ປີ ທີ່​ເຮັດ​ອາຊີບ​ນີ້, ພໍ່​ຕູ້​ສາມາດແກະ​ສະຫຼັກສີ​ລາ​ເລກ​ເປັນ​ພາສາ​ຈີນ​ໄດ້​ເກືອບ ຮອຍ​ແຜ່ນ, ​ໃນ​ນັ້ນ​ມີ 5 ​ແຜ່ນ​ແມ່ນ​ຕັ້ງ​ຢູ່ ວັນ​ມ໋ຽວ - ກວົກຕືຢ໋າມ... ​ໂດຍ​ສືບ​ທອດອາຊີບ​ທີ່​ເປັນ​ມູນ​ເຊື້ອຂອງ​ຄອບຄົວ, ນັບ​ແຕ່​ຄາວ​ທີ່​ມີ​ອາຍຸ​ແຕ່ 10 – 11 ປີ, ພາຍຫຼັງ​ເລີກ​ຮຽນ, ອ້າຍ ​ເຈື່ອງ ກໍ່​ຊ່ວຍ​ພໍ່ແກະ​ສະຫຼັກຫີນ. ​ເຖິງ​ວ່າ​ໄດ້ຮຽນ​ຈົບ​​ມະຫາວິທະຍາ​ໄລ, ​​​ແລະ​ກາຍ​ເປັນ​ອາຈານ​ແລ້ວ​ກໍ່ຕາມ, ​ແຕ່​ດ້ວຍ​ຄວາມນິຍົມຕໍ່​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ນັ້ນ, ອ້າຍ​ໄດ້​ຂໍ​ພັກ​ການ, ກັບ​ເມືອ​ບ້ານ​ເປີດ​ໂຮງງານແກະ​ສະຫຼັກຫີນສະ​ເພາະ​ໃຫ້​ແກ່ຄອບຄົວ. ​ໃນ​ຊຸ່ມ​ວັນ​ເລີ່​ມ​ດຳ​ເນີນ​ອາຊີບ, ການດຳ​ເນີນ​ທຸລະ​ກິດ​ຂອງ​ອ້າຍ ​ເຈື່ອງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ​​້ງຍາກອ້າຍ​ໄດ້​ວາງ​ແຜນ​ການ​ຊອກ​ຫາ​ແຂກ​ຜ່ານ​ການ​ຊື້​ຫີນ, ​ແກະສະຫຼັກ​ເອງ ​ແລະ​ວາງ​ສະ​ແດງ​ຢູ່​ໂຮງງານ. ​ເມື່ອ​ແຂກ​ແວ່​ຢາມ​ບັນດາໂຮງງານ​ແກະສະຫຼັກຫີນ​ໃນ​ເຂດ, ​ໃນ​ນັ້ນ​ມີ​ໂຮງງານ​ຂອງ​ຄອບອ້າຍ ​ເຈື່ອງ, ​​ເຫັນວ່າ​ຜະລິດ​ຕະພັນ​ງາມ​ກໍ່​ຊື້​ເລີຍ. ດັ່ງ​ນັ້ນ​ໂຮງງານຂອງ​ອ້າຍ​ກໍ່​ຄ່ອຍໆ​ພັດທະນາ​ເຖິງ​ປະຈຸ​ບັນ. ບໍ່​ພຽງ​ແຕ່​ເມົາ​ມົວ​ກັບ​ອາຊີບ ​ແລະ ສ້າງ​ຄວາມ​ຮັ່ງມີ​ໃຫ້​ຕົວ​ເອງ​ເທົ່າ​ນັ້ນ, ຫາກ​ອ້າຍ ​ເຈື່ອງ​ຍັງ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ເປັນ​ປະຈຳ 20 ຄົນ ​ແລະ ​ແຮງ​ງານ​ຕາມ​ລະດູ​ການ​ນັບ​ສິບ​ຄົນ​ອີກ​ດ້ວຍ.

ຮັກສາອາຊີບແກະສະຫຼັກຫີນຢູ່ລອງເຈົາມ໋ຽວ - ảnh 2


ອ້າຍຫງວຽນວັນເຈື່ອງຢູ່ບ້ານລອງເຈົາມ໋ຽວກຳລັງແກະສະຫຼັກຮູບສິລະປະ

(ພາບ: ອິນເຕີແນດ)

        ທ່ານ ຟ້າ​ມກວາງ​ດິ້ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ຟຸ້ງ​ເຈົາ ​ໃຫ້​ຮູ້​ວ່າ, ​ໃນ​ສະພາບ​ການ​ທີ່​ຫຼາຍ​ໝູ່​ບ້ານ​ອາຊີບ​ຖືກ​ຊຸດ​ໂຊມ​ນັ້ນ, ​ແຕ່​ອາຊີບແກະສະຫຼັກ​ຫີນ​ຍັງ​ຄົງ​ຮັກສາ​ໄວ້​ເປັນ​ປົກກະ​ຕິ ​ແລະ ພັດທະນາ. ປະຈຸ​ບັນ, ບ້ານ ລອງ​ເຈົາມ໋ຽວ ມີ 32 ຄອບຄົວ​ເຮັດ​ອາຊີບ ແກະສະຫຼັກ​ຫີນ, ສາມາດ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ຢູ່​ໃນ ​ແລະ ນອກ​ຕາ​ແສງ​ໄດ້​ເກືອບ 300 ຄົນ. ບໍ່​ພຽງ​ແຕ່​ເຈົ້າ​ຂອງ​ມີ​ລາຍ​ຮັບ​ສູງ​ເທົ່າ​ນັ້ນ, ຫາກ​ຜູ້​ຮັບຈ້າງ​ກໍ່​ມີ​ລາຍ​ຮັບສະ​ເລ່ຍ​ແມ່ນ 6,5 ລ້ານ​ດົ່ງ/​ເດືອນ​ອີກ​ດ້ວຍ. ຕົວຢ່າງ​ຄື​ຄອບຄົວ​ທ່ານ ຫງວຽນ​ວັນ​ຈ້ອງ, ​ເຖິງ​ວ່າ​ມີອາຍຸ 40 ກວ່າ​ປີ​ແລ້ວ​ກໍ່ຕາມ, ​ແຕ່​ຍາມ​ໃດ​ທ່ານ​ກໍ່​ຮັບປະກັນ​ວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ໄດ້​ແຕ່ 30-40 ຄົນ.

ປະຈຸ​ບັນ, ຜະລິດ​ຕະພັນ​ຫີນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບ້ານ​ຫີນສ່ວນ​ຫຼາຍ​ແມ່ນຮູບ​ສັດ​ທີ່​ເປັນ​ມົງຄຸນ, ຫີນ​ສີ​ລາ, ​ໂຖ​ປັກ​ທູບ, ພະພຸດທະ​ຮູບ... ​ແລະ ​ໄດ້​ມີໜ້າ​ຢູ່​ຫຼາຍ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ມີ​ຫຼາຍ​ຮາກ​ຖານ​ຜະລິດ​ໃນ​ບ້ານ​ຍັງ​ສົ່ງ​ຜະລິດ​ຕະພັນ​ໄປ​ຍັງ​ຍີ່ປຸ່ນ, ລາວ, ກຳປູ​ເຈຍ, ສິງ​ຄະ​ໂປ.

ຫວ່າງ​ແລ້ວ​ນີ້, ທ້ອງ​ຖີ່​ນ​ໄດ້​ຜັນ​ຂະຫຍາຍ​ການ​ສ້າງ​ເຂດ​ທົ່ງ​ນາ​ຂະໜາດໃຫຍ່ ​ແລະ ຫັນປ່ຽນ​ຜົນລະປູກ​ສຳ​ເລັດ​ຜົນ ​ແລະ ​ໄດ້​ວາງ​ແຜນ​ພັດທະນາ​ໝູ່​ບ້ານ​ອາຊີບ​ໃນ​ເນື້ອ​ທີ່ 4 ​ເຮັກຕາ. ຄຽງ​ຂ້າງ​ນັ້ນ, ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ດ້ານ​ໄຟຟ້າ, ທາງ​ຄົມມະນາຄົມ, ​ເພື່ອ​ໃຫ້​ໝູ່​ບ້ານ​ພັດທະນາ. ອາດ​ເວົ້າ​ໄດ້​ວ່າ, ອາຊີບ ແກະສະຫຼັກ​ຫີນ ​ໄດ້​ຊ່ວຍ​ໃຫ້​ຊາວບ້ານ ລອງ​ເຈົາມ໋ຽວ ມີ​ຊີວິດ​ເປັນ​ປົກກະຕິ ​ແລະ ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ.

ຕອບກັບ

ຂ່າວ/ບົດ​ອື່ນ