ຮ້ານກາເຟ Art ກັບເລື່ອງລາວຂອງປະທານ ສະໂມສອນຫຼິ້ນເຄື່ອງບູຮານຢູ່ຮ່າໂນ້ຍ.

 

ຮ້ານກາເຟ Art ກັບເລື່ອງລາວຂອງປະທານ ສະໂມສອນຫຼິ້ນເຄື່ອງບູຮານຢູ່ຮ່າໂນ້ຍ. - ảnh 1
ຮ້ານກາເຟ Art ຢູ່ເຮືອນເລກທີ່ 75 ຖະໜົນກວານແທ໋ງ - ນະຄອນຫຼວງຮ່າໂນ້ຍ (ພາບ: internet)


     ຢູ່ເຮືອນເລກທີ່ 75 ຖະໜົນກວານແທ໋ງ - ນະຄອນຫຼວງຮ່າໂນ້ຍ ມີຮ້ານກາເຟ ນ້ອຍຮ້ານ​ໜຶ່ງ​ທີ່​ມີ​ຊື່ວ່າ “ ຮ້ານ Art ” . ຮ້ານ​ນີ້​ບໍ່​ສູ້​ມີ​ແຂກ​ຫຼາຍ, ​ແຕ່​ພັດ​ເປັນ​ທີ່​ຮູ້ຈັກ​ກັນ​ດີ​ຂອງ​ວົງ​ການ​ສິລະ​ປິນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຜູ້​ເມົາ​ມົວ, ນິຍົມ​ວັດຖຸບູຮານ​ໃນ​ທົ່ວ​ປະ​ເທດ, ຍ້ອນ​ວ່າ​ຢູ່​ແຫ່ງ​ນີ້​ບໍ່​ພຽງ​ແຕ່​ເກັບ​ຮັກສາ​ບັນດາ​ພາບ​ແຕ້ມ​ຂອງ​ນັກ​ຈິ​ດຕະກອນທີ່​ມີ​ຊື່​ສຽງ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ແຫ່ງ​​ເກັບ​ຮັກສາ, ວາງສະ​ແດງ​ວັດຖຸບູຮານ​ທີ່​ມີ​ຄ່າ​ຫຼາຍ​ຢ່າງ. ​ເຈົ້າ​ຂອງ​ຫ້ອງ​ວາງສະ​ແດງ​ວັດຖຸບູຮານ​ນັ້ນ ​ແມ່ນ​ພໍ່​ຕູ້ Nguyen Truong , ລາວ​​ເປັນ​ປະທານ​ສະ​ໂມ​ສອນຫຼິ້ນ​ເຄື່ອງບູຮານ​ແຫ່ງ​ໜຶ່ງ​ຢູ່​ຮ່າ​ໂນ້ຍ.

ຮ້ານກາເຟ Art ກັບເລື່ອງລາວຂອງປະທານ ສະໂມສອນຫຼິ້ນເຄື່ອງບູຮານຢູ່ຮ່າໂນ້ຍ. - ảnh 2
ພໍ່​ຕູ້ Nguyen Truong ເຈົ້າຂອງຮ້ານກາເຟ Art


    ​ໂດຍ​ເອີ້ນ​ວ່າ​ເປັນຮ້ານກາເຟ, ​ແຕ່​ຢູ່​ບ່ອນ​ນີ້​ປຽບ​ເໝືອນ​ຫ້ອງ​ຮັບ​ແຂກ​ທີ່​ລຽບ​ງ່າຍ​ຂອງ​ຄອບຄົວ​ໃດ​ໜຶ່ງ. ຫ້ອງ​ນີ້​ມີ​ເນື້ອ​ທີ່ 20 ຕາ​ແມດ , ​ໃນ​ຫ້ອງ​ມີ​ໂຕະ​ຕັ່ງ​ພຽງ 2 ຊຸດ ພ້ອມ​ດ້ວຍ​ບັນ​ດາຕູ້​ນ້ອຍ​ໃຫຍ່​ວາງສະ​ແດງ​ວັດຖຸບູຮານຫຼາຍຢ່າງ. ​ສຳລັບ ພໍ່​ຕູ້ Nguyen Truong ຊຶ່ງ​ແມ່ນ​ເຈົ້າ​ຂອງຮ້ານກາເຟ Art ​ແລ້ວ, ​ເລື່ອງ​ເປີດ​ ຮ້ານກາເຟ ບໍ່​ແມ່ນ​ເພື່ອ​ຈຸດປະສົງ​ດຳ​ເນີນ​ທຸລະ​ກິດ​, ຫາກ​​ເພື່ອ​ໃຊ້​ເປັນ​ແຫ່ງ​ພົບ​ປະ​ແລກປ່ຽນ, ​ແບ່ງ​ປັນຄວາມ​​ເມົາມົວກັບ​ບັນດາ​ຜູ້​ເມົາ​ມົວ, ນິຍົມ​ວັດຖຸບູຮານ​ໃນ​ທົ່ວ​ປະ​ເທດ. ພໍ່​ຕູ້ Nguyen Truong ​ເປີດ​ເຜີຍ​ວ່າ :

    “ ຂ້າພະ​ເຈົ້າ​ໂຊກ​ດີ​ທີ່​ໄດ້​ມີ​ຊີວິດ​ໃນ​ຄອບຄົວ​ນິຍົມ​ດ້ານ​ສິລະ​ປະ. ​ແຕ່​ກີ້, ພໍ່​ຂ້າພະ​ເຈົ້າ​ໄດ້​ຮຽນ​ຢູ່​ໂຮງຮຽນ​ວິທະຍາ​ໄລວິຈິດ​ຕະກຳ ດົງ​ເຢືອງ, ​ແລະ ​ເມື່ອ​ກ່ອນ​ນີ້​ເຮືອ​ນຂອງ​ຄອບຄົວ​ຂ​້າພະ​ເຈົ້າ​ກໍ​ເປັນ​ແຫ່ງ​ພົບ​ປະ​ແລກປ່ຽນ​ຂອງ​ຈິດຕະກອນ​ຫຼາຍ​ຄົນ ​ທີ່​ມີ​ຊື່​ສຽງໃນ​ທົ່ວ​ປະ​ເທດ. ພວກ​ເພິ່ນ​ມາ​ນີ້​ເພື່ອ​ແລກປ່ຽນ​ໂອ້​ລົມ​ກ່ຽວ​ກັບ​ດ້ານສິລະ​ປະກັບ​ພໍ່​ຂ້າພະ​ເຈົ້າ. ດັ່ງ​ນັ້ນ ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ສຳ​ພັດ​ກັບ​ດ້ານ​ສິລະ​ປະ, ພາຍຫຼັງ​ມາ ​ເຖິງ​ວ່າ​ບໍ່​ເດີນ​ຕາມ​ຂະ​ແໜງ​ສິລະ​ປະ​ກໍ​ຕາມ, ​ແຕ່​ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ ​ແລະ ​ເມົາ​ມົວ​ກັບ​ສິລະ​ປະ ”

  ພໍ່​ຕູ້ Nguyen Truong ​ໄດ້​ເມົາ​ມົວ​ຊອກ​ຫາວັດຖຸບູຮານ ຜ່ານ​ບັນດາ​ການ​ເດີນທາງ​ໄປ​ຍັງ​ເຂດ​ດິນ​ເໜືອສຸດ ​ແລະ ​ໃຕ້​ສຸດ​ຂອງ​ປະ​ເທດ​ຊາດ, ບາງຄັ້ງ​ລາວ​ກໍ​ໄປ​ຮອດ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ​ເພື່ອຊອກ​ຫາວັດຖຸບູຮານ. ​ໄປ​ຫຼາຍ​ແຫ່ງ, ​ໄດ້​ພົບ​ກັບ​ຫຼາຍ​ຄົນ ກໍ​ຍິ່ງ​​ເພີ່ມ​ຄວາມ​ຮູ້ ບົດຮຽນ​ຫຼາຍ​ຢ່າງ. ຜ່ານ​ການ​ເວລາ ຊຸດ​ເຄື່ອງ​ບູຮາ​ນຂອງ​ພໍ່​ຕູ້ Nguyen Truong ນັບ​ມື້​ນັບ​ອຸດົມສົມບູນ​ຂຶ້ນ. ນາງ Le Thi minh Tam ຢູ່​ຖະໜົນ​ຊ້າ​ດານ-ຮ່າ​ໂນ້ຍ ຊຶ່ງ​ແມ່ຜູ້​ນິຍົມວັດຖຸບູຮານ​ໃຫ້​ຮູ້​ວ່າ :

   “ ຮ້ານ​ຂອງພໍ່​ຕູ້ມີວັດຖຸບູຮານທີ່​ມີຄ່າ​ຫຼາຍ​ຢ່າງ ຄື ​ເຄື່ອງ​ບູຮານ​ທີ່​ມີ​ມາ​ຈາກ​ສະ​ໄໝ​ສັກ​ດີ​ນາ​ຂອງ​ຈີນ, ເຄື່ອງ​ບູຮານທີ່​ມີ​ມາ​ແຕ່​ສະ​ໄໝ​ລາດ​ຊະ​ວົງ​ຫຼີ, ລາດ​ຊະ​ວົງ​ເຈີ​ນ, ​ເລ ຂອງ​ຫວຽດນາມ. ​ເຄື່ອງ​ບູຮານ​ເຫຼົ່ານັ້ນ​ລ້ວນ​ແຕ່​ຊ້ອນ​ແຝງ​ຂໍ້​ມຸນ ​ແລະ ຄວາມ​ໝາຍ​ຂອງ​ມັນ. ຂ້າພະ​ເຈົ້າ​ມາ​ນີ້ ​ແມ່ນ​ເພື່ອ​ຮຽນ​ເອົາ​ຄວາມ​ຮູ້, ບົດຮຽນ​ຈາກ​ບັນດາ​ຜູ້​ມີ​ປະສົບ​ການ​ໃນ​ການ​ຫຼິ້ນ​ເຄື່ອງ​ບູຮານ ”

    ​ເຂົ້າ​ໄປ​ ຮ້ານກາເຟ Art, ​ແຂກ​ຄົນ​ທັງຫຼາຍ​ບໍ່​ພຽງ​ແຕ່​ພໍ​ໃຈ​ກັບ​ຈອກ​ກາ​ເຟທີ່​ມີ​ລົດ​ຫອມ​ພິ​ເສດ​ໂດຍ​ເຈົ້າ​ຂອງ​ຮ້ານ​ປຸງ​ເອງ​ເທົ່າ​ນັ້ນ, ຫາ​ກຍັງ​ແມ່ນ​ໂອກາດ​ໄດ້​ຮັບ​ຊົມ, ຄົ້ນ​ຫາ​ສິ່ງ​ທີ່​ມີ​ປະ​ໂຫຍ​ດ​ໃນ​ປະຫວັດສາດ​ຜ່ານ​ວັດຖຸບູຮານ​ຕ່າງໆ. ສຳລັບ ພໍ່​ຕູ້ Nguyen Truong ​ແລະ ບັນດາ​ຜູ້​ເຂົ້າ​ຮ່ວມ​ ສະ​ໂມ​ສອນຫຼິ້ນ​ເຄື່ອງບູຮານຂອງ​ລາວແລ​້ວ, ວັດຖຸບູຮານ​ແຕ່ລະ​ຢ່າ​ງ ​ໄດ້​ກາຍ​ເປັນ​ຂົວ​ວັດທະນະທຳ​ເຊື່ອມ​ຕໍ່​ລະຫວ່າງລຸ່ນປູ​ຍ່າ​ຕາ​ຍາຍ​ສະ​ໄໝ​ກ່ອນ​ກັບ​ລຸ່ນຄົນ​ປະຈຸ​ບັນ.

ຕອບກັບ

ຂ່າວ/ບົດ​ອື່ນ