ເຂດປ່າຄາມ ຈາຊື ຍາມນ້ຳຂຶ້ນ


   ເມື່ອ​ຮອດ​ຍາມ​ນ້ຳ​ຂຶ້ນ​ໃນ​ເດືອນ 10 ແລະ 11 ແຕ່​ລະ​ປີ, ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ໃກ້ ແລະ ໄກ​ພັດ​ພາ​ກັນ​ມາ​ທ່ອງ​ທ່ຽວ​ຢູ່​ເຂດ​ປ່າຄາມ ຈາ​ຊື ທີ່​ສະ​ຫງົບ​ງຽບ ແລະ ຂຽວ​ງາມ. ປີນີ້​ເຖິງວ່າ ນ້ຳ​ຂຶ້ນບໍ່​ສູງ​ປານ​ໃດ​ກໍ​ຕາມ, ແຕ່​ກະ​ແສ​ນ້ຳ​ຢູ່​ຕອນ​ເທິ່ງ​ໄຫຼ​ລົງ​ມາ ກໍ​ເຮັດ​ໃຫ້​ເຂດ​ປ່າຄາມ ຈາ​ຊື ທອດ​ເງົາ​ລົງ​ສູ່​ໜ້າ​ນ້ຳ​ທີ່​ງາມ​ຕາ. ການ​ເດີນ​ທາງ​​ລົງໄປແຂວງ ອານ​ຢາງ​ເພື່ອ​ຢ້ຽມ​ຊົມ​ເຂດ​ປ່າຄາມ ຈາ​ຊື​ທີ່​ມີ​ລະ​ບົບ​ຊີ​ວະ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ເຂດ​ນ້ຳ​ຖ້ວມ​ທາງ​ທິດ​ຕາ​ເວັນ​ຕົກ​ແມ່ນ​ນ້ຳ​ເຫົ້າ ໄດ້​ສ້າງ​ຂີດ​ໝາຍ​ພິ​ເສດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທັງຫຼາຍ. 

ເຂດປ່າຄາມ ຈາຊື ຍາມນ້ຳຂຶ້ນ - ảnh 1
ເຂດປ່າຄາມ ຈາຊື ຍາມນ້ຳຂຶ້ນ   (ພາບ : docbao)

    ປະ​ຈຸ​ບັນ​ເສັ້ນ​ທາງ​ໄປ​ຍັງ​ເຂດ​ປ່າຄາມ ຈາ​ຊື ໄດ້​ຮັບ​ການ​ປູ​ຢາງ​ສວຍ​ງາມ. ເມື່ອ​ໄປ​ຮອດ​ເຂດ​ປ່າຄາມ ຈາ​ຊື, ແຂກ​ທັງຫຼາຍ​ຈະ​ເຫັນ​ປະ​ຈັກ​ຕາມ​ບັນ​ດາ​ບຶງດອກ​ບົວ​ທີ່​ກ້​ວາງ​ໃຫຍ່, ແລະ ແຖວ​ຕົ້ນ​ໄມ້​ຂຽວ​ອຸ່ມ​ທຸ່ມ​ລຽບ​ຕາມ 2 ຟາກ​ທາງ ປຽບ​ເໝືນ​ພວມ​ລໍ່​ຖ້າ​ຕ້ອນ​ຮັບ​ແຂກ, ອັນ​ໄດ້​ສ້າງ​ຄວາມ​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັບ​ແຂກ .

    ດ້ວຍ​ເນື້ອ​ທີ່ ເກືອບ 850 ແຮັກ​ຕາ, ​ເຂດ​ປ່າຄາມ ຈາ​ຊື ຖືກ​ປົກ​ຄຸມ​ໄປ​ດ້ວຍ​ສີ​ຂຽວ​ຂອງ​ຕົ້ນ​ຄາມ. ຫຼຽວ​ເບິ່ງ​ລົງ​ລຸ່ມແມ່ນໜ້າ​ນ້ຳຖືກ​ປົກ​ຄຸ​ມ​ໄ​ປດ້ວຍກຸ່ມແໜທີ່​ກ້​ວາງ​ໃຫຍ່. ຍານ​ພາ​ຫ​ະ​ນ​ະ​ຢູ່​ທີ່ນີ້​ແມ່ນ​ເຮືອ​ໄມ້​ນ້ອຍ​ຖືກ​ຕິດ​ຈັກ​ຕື່ມ​ອີກ. ທ້າວ ຮີງ​ແທງ​ຕ້ວນ ຜູ້​ຂັບ​ເຮືອ​ຢູ່​ເຂດ​ປ່າຄາມ ຈາ​ຊື ໃຫ້​ຮູ້​ວ່າ :

    “ ຂ້າ​ພະ​ເຈົ້າ​ພາ​ແຂກ​ໄປ​ທ່ອງ​ທ່ຽວ​ດ້ວຍ​ເຮືອ​ໄມ້ ໂດຍ​ໃຊ້​ເວ​ລາ​ປະ​ມານ ກວ່າຊົວ​ໂມງ. ຕອນ​ເຊົ້າ​ຮັບ​ແຂກ​ເວ​ລາ 7 ໂມງ ແລະ ຮັບ​ໃຊ້​ແຂກ​ຮອດ 17 ໂມງ. ນັ່ງ​ເທິ່ງ​ເຮືອ​ແຂກ​ທ່ອງ​ທ່ຽວ​ສາ​ມາດ​ຮັບ​ຊົມ​ທິດ​ທັດ​ທຳ​ມະ​ຊາດ​ຢູ່ຫຼາຍ​ບ່ອນ​ທີ່​ສວຍ​ງາມ ”

    ສ່ວນ​ອ້າຍ ຫງວຽນາມ​ຮ່າ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ​ເ​ປີດ​ເຜີຍ​ວ່າ :

    “ ຂ້າ​ພະ​ເຈົ້າມັກ​ທຳ​ມະ​ຊາດ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ມີິ​ເພື່ອນ​ຄົນ​ໜຶ່ງ​ຢູ່​ແຂວງ ອານ​ຢາງ ມັກ​ຖ່າຍ​ຮູບ ກ່ຽວ​ກັບ​ທິດ​ທັດ​ຢູ່​ເຂດ​ປ່າຄາມ ຈາ​ຊື, ແລ້ວ​ກໍ​ເອົາ​ໄປ​ແນະ​ນຳ​ທາງ​ເຄືອ​ຂ່າຍ​ສັງ​ຄົມ. ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ມີ​ໂອ​ກາດ​ໄປ​ທ່ອງ​ທ່ຽວ​ຢູ່​ເຂດ​ປ່າຄາມ ຈາ​ຊື​ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຢູ່​ພາກ​ເໜືອ ແລະ ນີ້ແມ່ນ​ເທື່ອ​ທຳ​ອິດທີ່​ຂ້າ​ພະ​ເຈົ້າ​ໄດ້​ມານີ້  ”

    ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ປ່າຄາມ ຈາ​ຊືທັງ​ປະ​ກອບ​ອາ​ຊີບ​ຂັບ​ເຮືອ, ທັງ​ແມ່ນ​ຜູ້​ນຳ​ທ່ຽວ ເພື່ອ​ແນະ​ນຳ​ຄວາມ​ງາມ​ຂອງ​ເຂດ​ປ່າຄາມ ຈາ​ຊື​ໃຫ້​ແຂກ. ເມື່ອ​ເຮືອແລ່ນ​ຊ້າ, ກໍ​ຊ່ວຍ​ໃຫ້​ແຂກ​ຮູ້​ສຶກ​ເຖິງ​ບັນ​ຍາ​ກາດ​ທີ່​ສະ​ຫງົບ​ງຽບ, ໄດ້​ຮັບ​ຊົມ​ຝູງ​ນົກ, ນົກ​ຍາງ​ພວມ​ຫາ​ກິນ. ລຸງ​ຫງວຽນ​ວັນ​ເລີມ ດຳ​ລົງ​ຊິ​ວິດ​ຢູ່​ບໍ​ລິ​ເວນ​ປ່າຄາມ ຈາ​ຊື ໃຫ້​ຮູ້​ວ່າ :   

“ ບໍ​ລິ​ເວນນີ້ ຖືກ​ອ້ອມ​ຮອບ​ດ້ວຍ​ຄັນ​ຄູ ແລະ ມີ​ນ້ຳ​ຕະຫຼອດ​ປີ, ມື້​ໃດ​ໃນ​ປີ​ກໍ​ສາ​ມາດ​ຕ້ອນ​ຮັບ​ແຂກ​ໄດ້​ໝົດ. ປາ​ໃນ​ເຂດນີ້​ແມ່ນຫຼາຍ​ທີ່​ສຸດ ແລະ ມີ​ນາໆ​ຊະ​ນິດ​ຊຶ່ງ​ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ, ຫ້າມ​ ບໍ່​ໄດ້​ຈັບ​ຫາຢ່າງເດັດ​ຂາດ. ສຳ​ລັບ​ນົກ​ຍາງ​ກໍ​ບໍ່​ໄດ້​ຈັບ. ເຮັດ​ໄດ້​ເຊັ່ນ​ນັ້ນ ກໍ​ເພື່ອຮັກ​ສາ​ສະ​ພາບ​ແວດ​ລ້ອມ​ຊີ​ວະ​ພາບ. ງູ, ງູ​ເຫຼື້ອມ, ເຕົາ ຢູ່​ເຂດນີ້ຫຼາຍ​ທີ່​ສຸດ ”.

   ດ້ວຍ​ລະ​ບົບ​ຊີ​ວະ​ນາໆ​ພັນ​ພ້ອມ​ກັບ​ຄວາມ​ງາມ​ຂອງທິວ​ທັດໂດຍ​ທຳ​ມະ​ຊາດດົນ​ບັນ​ດານ​ໃຫ້​ນັ້ນ, ​ເຂດ​ປ່າຄາມ ຈາ​ຊື ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ