ເຕົາຮູ້ນຳ້ຫວານຖົ່ວຂຽວ - ອາຫານແຊບໃນຍາມຮ້ອນ

(vovworld) - ເຕົາ​ຮູ້ນຳ້ຫວານຖົ່ວຂຽວ ​ແມ່ນ​ອາຫານ​ເຊົ້າ​ທີ່​ຫຼາຍ​ຄົນ​ເລືອກ​ເຟັ້ນ​​ແທນ​ທີຈະ​ກິນເຝີ, ເຂົ້າປຸ້ນ​ໃນ​ຊຸມ​ວັນ​ຮ້ອນ​ເອົ້າຂອງ​ລະດູ​ຮ້ອນ. ສີ​ເຫຼືອງ​ອ່ອນ​ຂອງ​ຖົ່ວຂຽວ, ສີຂາວ​ນວນ​ຂອງ​ເຕົາ​ຮູ້​ ພ້ອມ​ກັບ​ເມັດ​ສາຄູ, ດອກ​ຊ້ອນທີ່​ຫອມ​ຫວນ​ບາງກີບ ​ແລະ ນຳ້​ກ້ອນ້ອຍ​ໜຶ່ງ​, ​ໄດ້​ກາຍເປັນ​ອາຫານ​ເຊົ້າ​ທີ່​ແປ​ກໆ​ແລະ ​ແຊບນົວ ​ແລະ ​ເໝາະສົມດິນ​ຟ້າ​ອາກາດໃນ​ຍາມ​ຮ້ອນ. ​
ເຕົາຮູ້ນຳ້ຫວານຖົ່ວຂຽວ - ອາຫານແຊບໃນຍາມຮ້ອນ - ảnh 1
ເອື້ອຍ ຖູຍ ຂາຍເຄື່ອງແຕ່ເວລາ 6 - 11 ໂມງເຊົ້າ

ຮ້ານ​ເຕົາ​ຮູ້​ຂອງ​ເ​ອື້​ອຍຖູ​ຍ (ຫຼື​ເອີ້ນ​ວ່າ​ນາງ​ຕຸ້ຍ) ຍາມ​ໃດ​ກໍ່​ມີ​ແຂກ​ມາ​ກິນ ​ແລະ ຊື້​ເອົາ​ເມືອ​​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຍ້ອນນຳ້ຫວານຢູ່​​ທີ່​ນີ້​ແຊບ, ການບໍລິການ​ຮັບ​ໃຊ້​ທີ່​ດີ ​ແລະ ​ວ່ອງ​ໄວ​. ​ແຂກ​ມາ​ແຫ່ງ​ນີ້ບໍ່​ພຽງ​ແຕ່​ກິນ​ນຳ້ຫວານ​ຢູ່​ກັບ​ທີ່​ເທົ່າ​ນັ້ນ​ຫາກ​ສ່ວນ​ຫຼາຍ​ແມ່ນ​ຊື້​ເອົາ​​ເມືອ. ​ເຖິງ​ວ່າ​ຈະ​ເອີ້ນ​ວ່າ​ຮ້ານ​ກໍ່ຕາມ ​ແຕ່​ຄວາມ​ຈິງ​ນີ້​ພຽງ​ແຕ່​ແມ່ນ​ຮ້ານ​ນ້ອຍ​ທີ່​ປະກອບ​​ດ້ວຍ​ໝໍ້​ໃຫຍ່ 4, 5 ອັນ​, ​ບັນຈຸ​ເຕົາ​ຮູ້, ນຳ້ຫວານ​ຖົ່ວຂຽວ, ນຳ້ຫວານ​ຖົ່ວ​ດຳ, ​ເກົ້າ​ອີ້​ດ້ວຍ​ຢາງ 10 ກວ່າ​ອັນ ພ້ອມ​ກັບ​ຖ້ວຍ​ຢາງ​ຫຼາຍ​ອັນ​ເທົ່າ​ນັ້ນ. ຮ້ານ​ນາງ​ຕຸ້ຍ​ຕັ້ງ​ຢູ່​ຕະຫຼາດບົນ​ຖະໜົນ​ແບກ​ມາຍ, ນະຄອນ​ຮ່າ​ໂນ້ຍມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ ​ແລະ ​ແຂກ​ມາ​ຮ້ານ​ນີ້​ສ່ວນ​ຫຼາຍ​ແມ່ນ​ແຂກ​ທີ່​ເຄີຍ​ມາ​ກ່ອນ. ​ເຈົ້າ​ຂອງ​ຮ້ານ​ໃຫ້​ຮູ້​ວ່າ​ນາງ​ໄດ້​ຂາຍເຕົາຮູ້​ນຳ້ຫວານ​​ນັບ​ແຕ່​ເລີ່​ມດຳ​ເນີນ​ອາຊີບ ​ແລະ ບໍ່​ຄິດ​ເຖິງ​ເລື່ອງ​ປ່ຽນ​ອາຊີບ:

        “ເອື້ອຍຂາຍ​ເຕົາ​ຮູ້ນຳ້ຫວານ​ຢູ່​ຮ່ອມ​ບ້ານ 105 ມາ​ເປັນ​ເວລາ​ເກືອບ 18 ປີ​ແລ້ວ, ​ແຕ່​ລະ​ມື້​ຂາຍ​​ເຕົາ​ຮູ້​ໄດ້3 ໝໍ້, ນຳ້ຫວານ​ຖົ່ວຂຽວ​ໄດ້ 1 ໝໍ້, ນຳ້ຫວານ​ຖົ່ວດຳ 1 ໝໍ້, ​ແຕ່ລະ​ໝໍ້​ລວມ​ວັດຖຸ​ດິບປະມານ 5 ກິ​ໂລກຼາມ “.

        ​ເຕົາ​ຮູ້​ ​(ເຮັດ​ດ້ວຍ​ຖົ່ວ​ເຫຼືອງ, ມີ​ສີຂາວ​ນວນ, ມີລົດ​​ຫວານພໍດີ​. ນີ້​ແມ່ນ​ອາຫານ​​ເຍື່ອງ​ໜຶ່ງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຂອງ​ຊາວ​ຫວຽດນາມ) ​ເຕົາ​ຮູ້​ແມ່ນ​ມີ​ຢູ່​ຫຼາຍ​ແຫ່ງ ​ແລະ ມີ​ຫຼາຍ​ຄົນຂາຍ ​ແຕ່​ເຕົາ​ຮູ້​ຂອງ​ນາງ​ຕຸ້ຍ​ພັດ​ມີ​ລົດ​ຊາດ​ພິ​ເສດ​ຍ້ອນ​ສາມາດ​ກິນພ້ອມ​ກັບ​ນຳ້ຫວານ​ຖົ່ວຂຽວ​ກໍ່​ໄດ້. ​ເຕົາ​ຮູ້​ປະສົມ​ນຳ້ຫວານ​ຖົ່ວຂຽວ​ມີ​ລົດ​ຊາດ​ພິ​ເສດສະ​ເພາະ, ​ເຮັດ​ໃຫ້​ຜູ້​ກິນ​ຮູ້ສຶກ​ວ່າ​ແຊບ, ນົວ ​ແລະ ມັນ​ກວ່າ. ຮ້ານ​ນາງ​ຕຸ້ຍ ຍາມ​ໃດ​ກໍ່​ມີ​ແຂກ​ມາກິນ ​ແລະ ​ຊື້​ເອົາ​​​ເມືອເປັນ​ຈຳນວນຫຼວງ​ຫຼາຍ​, ບໍ່​ພຽງ​ແຕ່​ຍ້ອນ​ເຕົາ​ຮູ້ ​ແລະ ນຳ້ຫວານ​ຂອງ​ນາງ​ແຊບ​, ສະອາດ, ຮັບປະກັນ​ຫຼັກ​ອະນາ​ໄມເທົ່າ​ນັ້ນ, ຫາກ​ຍັງ​ມີ​ສາຍ​ເຫດ​ອື່ນ​ອີກ.

        “​​ໃນ​ເບື້ອງ​ຕົ້ນ, ເອື້ອຍ​ຂາຍ​ເຕົາ​ຮູ້ ​ແລະ ນຳ້ຫວານດ້ວຍ​ລາຄາ 300, 500 ​ແລ້ວ 1.500 ດົ່ງ, ປະຈຸ​ບັນ​ແມ່ນ 3.000 ດົ່ງ/ຖ້ວຍ, ກຳ​ໄລ​ບໍ່​ຫຼາຍ​ປານ​ໃດ, ​ແຕ່​ຖ້າ​ເພີ່ມ​ລາຄາ, ຂາຍ​ຈະ​ບໍ່​ໄດ້​ຫຼາຍ. ດັ່ງ​ນັ້ນ​ເອື້ອຍ​ຈຶ່ງ​ຂາຍ​ຖືກ​​ໃຫ້​ມີ​ຫຼາຍ​ຄົນ​ມາ​ຊື້, ​ສ້າງ​ກຳ​ໄລ​ດ້ວຍ​ແຮງງານ​ຂອງ​ຕົນ​ເທົ່າ​ນັ້ນ“.

ເຕົາຮູ້ນຳ້ຫວານຖົ່ວຂຽວ - ອາຫານແຊບໃນຍາມຮ້ອນ - ảnh 2

ເຕົາຮູ້ນ້ຳຫວານຖົ່ວຂຽວ

        ​ເຕົາ​ຮູ້​ນຳ້ຫວານ​ຖົ່ວຂຽວ​ດ້ວຍ​ລາຄາ 3.000 ດົ່ງ/ຖ້ວຍ (​ເທົ່າ​ກັບ 1.500 ກີບ), ຖ້າ​ໃສ່​ເມັດສາຄູຂາວ​ໃສ (ທີ່​ເຮັດ​ດ້ວຍ​ແປ້ງ​ມັນ​ຕົ້ນ, ຢູ່​ໃນ​ມີ​ນວນ​ໝາກພ້າວ​ສົດ) ​ຕື່ມ​ອີກຈະ​ມີ​ລາຄາ 4.000 ດົ່ງ. ນີ້​ແມ່ນ​ອາຫານ​ເຊົ້າ​ທີ່ຖືກ ​ແລະ ​ແຊບ​ສຳລັບ​ຜູ້ຍິງ ​ແລະ ​ເດັກນ້ອຍ.

        ​ເອື້ອຍ ຈີ ຢູ່ ຖະໜົນ ດິ່ງ​ດົງ, ລູກ​ຄ້າ​ຜູ້ຊິນ​ເຄີຍ​ຂອງ​ນາງ​ຕຸ້ຍ​ໃຫ້​ຮູ້​ວ່າ, ​​​ເຕົາ​ຮູ້ນຳ້ຫວານ​ຖົ່ວ​ຂຽວ​ແມ່ນ​ອາຫານ​ເຊົ້າ​ຂອງ​ເອື້ອຍ​ທັງ 30 ວັນ​ໃນ​ເດືອນ:

        “ຂ້າພະ​ເຈົ້າ​ມັກ​ກິນ​ເຕົາ​ຮູ້​ນຳ້ຫວານ​ຖົ່ວຂຽວ​ຂອງ​ນາງ​ຕຸ້ຍ​​ບໍ່​ພຽງ​ແຕ່​ຍ້ອນມັນ​ແຊບ, ​ເປັນ​ອາຫານ​ທີ່ດີ​ໃຫ້​ສຸຂະພາບ​ຍ້ອນ​ວັດຖຸ​ດິບ​ທັງ​ໝົດ​ລ້ວນ​ແຕ່​ເຮັດ​ດ້ວຍ​ພືດ, ​ເຮັດ​ໃຫ້​ຜີວ​ງາມ​ເທົ່າ​ນັ້ນ. ຫາກນີ້​ຍັງ​ແມ່ນ​ອາຫານ​​ທີ່​ມີ​ປະ​ໂຫຍ​ດສຳລັບ​ຜູ້​ຢາກ​ຫຼຸບ​ນຳ້ໜັກ​ອີກດ້ວຍ“.

        ​ເມື່ອ​ຖືກ​ຖາມ​​ເອື້ອ​ຍຢາກ​ຍ້າຍ​ໄປ​ຂາຍ​ເຄື່ອງ​ຢູ່​ບ່ອນ​ອື່ນ​ຫຼື​ບໍ? ນາງ​ຕຸ້ຍ​ແກວ່ງ​ຫົວ​ແລ້ວ​ຕອບ​ເລີຍ​ວ່າ “ຂ້າພະ​ເຈົ້າ​ຍ້າຍ​ໄປ​ບ່ອນ​ອື່ນ​ລູກ​ຄ້າ​ຈະ​ຄິດ​ຮອດ​ຂ້າພະ​ເຈົ້າ​ຫຼາຍ“. ມັນ​ແມ່ນ​ແນວ​ນັ້ນ​ແທ້, ​​ຖ້າ​ຫາກໄປ​ຜ່ານ​ຕະຫຼາດ​​ແຫ່ງ​ນີ້​ແຕ່​ບໍ່​ໄດ້​ກິນເຕົາ​ຮູ້ນຳ້ຫວານ​ຖົ່ວ​ຂຽວ​​​​​ຫຼື​ຊື້​ເອົາເມືອ ​ແລະ ບໍ່​ໄດ້​ຍິນ​ສຽງ​ຕັກ​ເຕືອນ​ທີ່​ຊິນ​ເຄີຍ​ຂອງ​ເອື້ອຍ​ທີ່​ວ່າ ”ຖ້າ​ບໍ່​ກິນຮັກສາໄວ້​ໃນ​ຕູ້​ເຢັນ​ແດ່​ເດີ”, ຜູ້ທີ່​ເຄີຍ​ກິນເຕົາ​ຮູ້ນຳ້ຫວານ​ຖົ່ວ​ຂຽວ​ຢູ່​ຮ້ານ​ນາງ​ຕຸ້ຍ​ຈະ​ຄິດ​ຮອດ​ຄິດ​ເຖິງເອື້ອຍ​ຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ