ເບິ່ງແຍງດູແລວັນບຸນເຕັດໃຫ້ແກ່ປະຊາຊົນຜູ້ທຸກຍາກແລະເຂດປະສົບກັບຄວາມຫຍຸ້ງຍາກ

(VOVWORLD) -ໃນຊຸມມື້ໃກ້ຈະຮອດບຸນເຕັດ, ຢູ່ຫຼາຍເສັ້ນທາງຂອງແຂວງ ກອນຕູມ ມີບັນດາຂະບວນລົດ “ນຳບຸນປີໃໝ່” ມາເຖິງເຂດຫ່າງໄກສອກຫຼີກ, ເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກຂອງແຂວງ, ໃນນັ້ນມີຕາແສງ ດັ໊ກເນນ, ເມືອງ ກອນປຣົງ, ຫ່າງຈາກນິຄອນ ກອນຕູມ ປະມານ 140 ກມ.
ເບິ່ງແຍງດູແລວັນບຸນເຕັດໃຫ້ແກ່ປະຊາຊົນຜູ້ທຸກຍາກແລະເຂດປະສົບກັບຄວາມຫຍຸ້ງຍາກ - ảnh 1(ຕະຫຼາດບໍ່ເສຍຄ່າຢູ່ແຂວງ ກອນຕູມ)

ບຸນເຕັດປະຈຳຊາດມີຄວາມໝາຍສຳຄັນພິເສດໃນຊີວິດທາງດ້ານຈິດໃຈຂອງຊາວຫວຽດນາມ. ແຕ່ເຖິງຢ່າງໃດກໍ່ຕາມ, ບໍ່ແມ່ນຜູ້ໃດກໍ່ໄດ້ຕ້ອນຮັບບຸນເຕັດຢ່າງຄົບຖ້ວນ. ເພື່ອໃຫ້ຜູ້ທຸກຍາກມີເງື່ອນໄຂຕ້ອນຮັບບຸນເຕັດຕື່ມອີກນັ້ນ, ຫຼາຍຂະແໜງ, ທ້ອງຖິ່ນໄດ້ຕັ້ງໜ້າລະດົມທຸກແຫຼ່ງກຳລັງໃນສັງຄົມເພື່ອເບິ່ງແຍງດູແລບຸນເຕັດໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ.

        ໃນຊຸມມື້ໃກ້ຈະຮອດບຸນເຕັດ, ຢູ່ຫຼາຍເສັ້ນທາງຂອງແຂວງ ກອນຕູມ ມີບັນດາຂະບວນລົດ “ນຳບຸນປີໃໝ່” ມາເຖິງເຂດຫ່າງໄກສອກຫຼີກ, ເຂດຊາຍແດນທີ່ປະສົບກັບຄວາມຫຍຸ້ງຍາກຂອງແຂວງ, ໃນນັ້ນມີຕາແສງ ດັ໊ກເນນ, ເມືອງ ກອນປຣົງ, ຫ່າງຈາກນິຄອນ ກອນຕູມ ປະມານ 140 ກມ. ໂດຍແມ່ນ 1 ໃນຈຳນວນນັກຮຽນ 200 ຄົນຂອງໂຮງຮຽນສາມັນກິນນອນຊົນເຜົ່າ ປະຖົມ ດັ໊ກເນນ, ຕາແສງ ດັ໊ກເນນ ທີ່ໄດ້ຮັບຂອງຂວັນບຸນເຕັດຈາກລາຍການ “ບຸນເຕັດສຳລັບນັກຮຽນທຸກຍາກຢູ່ເຂດພູສູງ”, ນ້ອງ ອີລານ, ຊົນເຜົ່າ ເຊີດັງ, ໃຫ້ຮູ້ວ່າ:

        “ຫຼານຮູ້ສຶກມີຄວາມປິຕິຊົມຊື່ນເມື່ອບັນດາອາວ, ອາ ມອບເສື້ອກັນໜາວໃຫ້ຫຼານ. ຫຼານຂໍຂອບໃຈນຳອາວ, ອາ. ເມື່ອໄດ້ຮັບເສື້ອກັນໜາວນີ້ແລ້ວ, ຫຼານຈະພະຍາຍາມຮຽນໃຫ້ເກັ່ງ ແລະ ເປັນຄົນຮູ້ຜູ້ດີ, ຟັງຄຳສັ່ງສອນຂອງພໍ່ແມ່, ອ້າຍ, ເອື້ອຍ”.

        ກໍ່ເຊັ່ນດຽວກັນກັບຕາແສງ ດັ໊ກເນນ, 13 ຕາແສງຢູ່ເຂດຊາຍແດນຂຶ້ນກັບ 4 ເມືອງຄື: ດັ໊ກກະໄລ, ງອກໂຮ່ຍ, ຊາໄຖ່ ແລະ ອີອາ ເຮີ ດຣາຍ ຂອງແຂວງ ກອນຕູມ ໄດ້ຈັດການເຄື່ອນໄຫວເບິ່ງແຍງດູແລບຸນເຕັດໃຫ້ປະຊາຊົນເປັນຈຳນວນຫຼາຍ.ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເມືອງ ອີອາ ເຮີ ດຣາຍ ໄດ້ມອບເຮືອນມະຫາສາມັກຄີ 7 ຫຼັງ ດ້ວຍຍອດມູນຄ່າ 390 ລ້ານດົ່ງ ໃຫ້ແກ່ 7 ຄອບຄົວທຸກຍາກ. ທ່ານ ຫງວຽນຕ໊ຽນຢຸງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ອີອາ ເຮີ ດຣາຍ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ເອົາໃຈໃສ່ເບິ່ງແຍງດູແລບຸນເຕັດໃຫ້ປະຊາຊົນໃນບໍລິເວນເປັນພິເສດ. ຈັດວັນບຸນເຂົ້າຕົ້ມຂຽວເພື່ອເຮັດແນວໃດໃຫ້ກາຍເປັນວັນບຸນຂອງເຂດຊຸມຊົນຢ່າງແທດຈິງ. ສົມທົບກັບການສະແດງສິລະປະລະດູບານໃໝ່ຢູ່ເຂດຊາຍແດນ, ຊົມເຊີຍພັກ, ຍ້ອງຍໍສັນລະເສີນລະດູບານໃໝ່, ອວຍພອນປະເທດຊາດປ່ຽນແປງໃໝ່”.

        ໂດຍແຜ່ຂະຫຍາຍຈິດໃຈຄວາມຮັກແພງ, ຮ່ວມແຮງຮ່ວມໃຈເບິ່ງແຍງດູແລບຸນເຕັດໃຫ້ປະຊາຊົນຢູ່ເຂດຊາຍແດນ, ສະຫະພັນແມ່ຍິງແຂວງ ກອນຕູມ ພ້ອມກັບກອງບັນຊາການຊາຍແດນແຂວງ, ສະຫະພັນແມ່ຍິງນະຄອນຮ່າໂນ້ຍ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງຢູ່ລຽບຕາມເຂດຊາຍແດນທີ່ມີລວງຍວາ 292 ກມ, ຕິດກັບປະເທດລາວ ແລະ ກຳປູເຈຍ. ບັນດາລາຍການ “ບຸນເຕັດແຫ່ງຄວາມຮັກ”; ມອບເຮືອນແຫ່ງສາຍຈິດມິດໃຈ; ແຂ່ງຂັນຫໍ່ເຂົ້າຕົ້ມ ແລະ ເຮັດບັນດາເຍື່ອງອາຫານທີ່ເປັນມູນເຊື້ອ; ຕະຫຼາດຂາຍເຄື່ອງລາຄາສູນດົງ… ດ້ວຍຍອດມູນຄ່າປະມານ 500 ລ້ານດົ່ງ ອັນໄດ້ນຳມາເຊິ່ງຄວາມເບີກບ່ານມ່ວນຊື່ນໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ.

ສ່ວນຢູ່ນະຄອນ ເກີນເທີ, ກອງບັນຊາການທະຫານທາງນະຄອນ ໄດ້ຈັດ “ບຸນເຕັດທະຫານ ແລະ ປະຊາຊົນ”, ຢູ່ບັນດາເຂດຫ່າງໄກສອກຫຼີກ, ເຂດການປະຕິວັດ. ທ່ານພັນເອກ ຟ້າມງອັກກວາງ, ກຳມະການການເມືອງກອງບັນຊາການທະຫານນະຄອນ ເກີນເທີ, ໃຫ້ຮູ້ວ່າ:

        “ໃນການຈັດຕັ້ງບຸນເຕັດທະຫານປະຊາຊົນປີນີ້, ພວກຂ້າພະເຈົ້າໄດ້ມອບທຶນສຶກສາໃຫ້ນັກຮຽນທຸກຍາກ ແລະ ຂອງຂວັນ 1.000 ພູດໃຫ້ພໍ່ແມ່ປະຊາຊົນຜູ້ທຸກຍາກໃນບໍລິເວນຕາແສງ ຊວນທັ໊ງ, ເມືອງ ເທີ໊ຍລາຍ. ນອກຈາກເມືອງ ຊວນທັ໊ງ ແລະ ເທີ໊໋ຍລາຍ ແມ່ນສະຖານທີ່ຈັດຕັ້ງຂອງນະຄອນແລ້ວ, ບັນດາເມືອງ, ຕາແສງທີ່ຍັງເຫຼືອຄື ນິງກ່ຽວ, ໂທດໂນດ, ວິ້ງແທ໊ງ… ບໍ່ໄດ້ຈັດບຸນເຕັດທະຫານປະຊາຊົນ, ແຕ່ກໍ່ມີບັນດາວຽກງານ ຊ່ວຍເຫຼືອປະຊາຊົນຄື ປະດັບປະດາທັດສະນີຍະພາບ, ສິ່ງແວດລ້ອມ ເພື່ອໃຫ້ປະຊາຊົນຕ້ອນຮັບບຸນເຕັດດ້ວຍຄວາມມ່ວນຊື່ນ ແລະ ອົບອຸ່ນ”.

        ໃນຂະນະນັ້ນ, ຢູ່ທາງພາກເໜືອ, ແຂວງ ລາວກາຍ ກໍໄດ້ຈັດການເຄື່ອນໄຫວຮັບປະກັນການໜູນຊ່ວຍສັງຄົມຄື: ລາຍການ “ບຸນເຕັດແຫ່ງຄວາມເມດຕາປານີ” ຢູ່ຕາແສງເຂດພູສູງ, ປະສົບກັບຄວາມຫຍຸ້ງຍາກ ຊີມາກາຍ; ລາຍການ “ລະດູບານໃໝ່ເຂດຊາຍແດນ, ປະຊາຊົນເຂດຊົນເຜົ່າແຫ່ງຄວາມອົບອຸ່ມ” ຢູ່ເມືອງ ບ໊າດຊ໊າດ… ທາງແຂວງກໍ່ຈັດຕັ້ງ 9 ຄະນະປະຕິບັດງານໄປຢ້ຽມຢາມບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ; ຄອບຄົວນະໂຍບາຍ… ທ່ານນາງ ຢ່າງທິຢຸງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ລາວກາຍ, ໃຫ້ຮູ້ວ່າ:

        “ນອກຈາກບັນດາຄອບຄົວທຸກຍາກທີ່ໄດ້ຮັບການໜູນຊ່ວຍຈາກງົບປະມານແລ້ວ, ບັນດາຄອບຄົວຢູ່ໃນລະດັບໃກ້ທຸກຍາກ, ຄອບຄົວຫາກໍ່ຫຼຸດພົ້ນອອກຈາກຄວາມທຸກຍາກ, ທາງແຂວງກໍ່ຊີ້ນຳໃຫ້ສະພາກາແດງ, ຄະນະກຳມະການປະຊາຊົນບັນດາຕາແສງ, ເທດສະບານ, ນະຄອນ ຂົນຂວາຍບັນດາອົງການຈັດຕັ້ງ, ສ່ວນບຸກຄົມ, ຜູ້ໃຈບຸນໃຈກຸສົນ ແລະ ຈາກບັນດາແຫຼ່ງເງິນຂອງສັງຄົມມາຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນບຸນເຕັດໃຫ້ບັນດາຄອບຄົວດັ່ງກ່າວ”.

        ຄວາມເອົາໃຈໃສ່, ແບ່ງປັນຂອງປະຊາຄົມທີ່ສະຫງວນໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມທຸກຍາກໃນໂອກາດບຸນເຕັດ, ເປັນການລະດົມກຳລັງໃຈຕໍ່ເຂົ້າເຈົ້າກ່ອນຈຸດເວລາປີໃໝ່ທີ່ຈະວຽນມາ. ນີ້ແມ່ນຈິດໃຈ, ຫຼັກສິນທຳອັນດີງາມຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ