ເລີ່ມ startup ຈາກຮູບແບບພັດທະນາກະສິກຳໝູນວຽນ

(VOVWORLD) - ນີ້ແມ່ນຮູບແບບສົມທົບການປູກຕົ້ນໄມ້, ສັດລ້ຽງຫຼາຍຊະນິດ ແຕ່ຍາມໃດກໍ່ເຄົາລົບຫຼັກການ: ລະບົບລ້ຽງປູກແບບຄົບວົງຈອນ, ຫຼຸດຜ່ອນລາຍຈ່າຍສົ້ນເຂົ້າຢ່າງສູງສຸດ
ເລີ່ມ startup ຈາກຮູບແບບພັດທະນາກະສິກຳໝູນວຽນ - ảnh 1(ແຕ່ລະປີ, ຟາມຂອງອ້າຍໄດ້ຂາຍໄກ່ປະມານ 2,5 ໂຕນ)

ຟາມລ້ຽງປູກສ້າງລວມຂອງເອື້ອຍ ບຸຍທິລິ ແລະ ອ້າຍ ຫງວຽນວັນເວືອງ ກ້ວາງ 7.000 ຕາແມັດ, ຢູ່ບ້ານ ອານລາກ 2, ຕາແສງ ຕຽນຝອງ, ເມືອງ ວິງບາວ, ຫາຍຟ່ອງ. ນີ້ແມ່ນຮູບແບບສົມທົບການປູກຕົ້ນໄມ້, ສັດລ້ຽງຫຼາຍຊະນິດ ແຕ່ຍາມໃດກໍ່ເຄົາລົບຫຼັກການ: ລະບົບລ້ຽງປູກແບບຄົບວົງຈອນ, ຫຼຸດຜ່ອນລາຍຈ່າຍສົ້ນເຂົ້າຢ່າງສູງສຸດ ແລະ ບໍ່ນຳໃຊ້ຢາ ຫຼື ຝຸ່ນເຄມີ ເພື່ອສ້າງຜະລິດຕະພັນປອດສານພິດ, ປອດໄພ.

ອ້າຍ ຫງວຽນວັນເວືອງ ໃຫ້ຮູ້ວ່າ ແຕ່ລະປີ, ຟາມຂອງອ້າຍໄດ້ຂາຍໄກ່ປະມານ 2,5 ໂຕນ, ປາ 4 ໂຕນ ພ້ອມກັບບັນດາຜະລິດຕະພັນກະກະເສດອື່ນໆອອກສູ່ຕະຫຼາດ, ນຳມາເຊິ່ງລາຍຮັບປະມານ 500 ລ້ານດົ່ງ, ພາຍຫຼັງໄດ້ຫັກຄ່າໃຊ້ຈ່າຍແລ້ວ:

ໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດແມ່ນເລີ່ມກໍ່ສ້າງຟາມ. ເງິນທຶນຍັງຈຳກັດ, ຂ້າພະເຈົ້າຕ້ອງລົງທຶນຫຼາຍຢ່າງ, ຫຍຸ້ງຍາກທີ່ສຸດ. ກ່ອນນີ້, ຢູ່ນີ້ແມ່ນເຂດນາ, ເຂົາເຈົ້າປູກເຂົ້າແຕ່ບໍ່ບັນລຸປະສິດທິພາບ, ໜູທຳລາຍຕົ້ນໄມ້ໝົດ, ສະມັດຕະພາບຕ່ຳ ສະນັ້ນອຳນາດການປົກຄອງທ້ອງຖິ່ນຈຶ່ງສ້າງແຜນການສົ່ງເສີມບັນດາຄອບຄົວເຮັດຟາມ. ໃນເບື້ອງຕົ້ນ 2 ຜົວເມຍຂ້າພະເຈົ້າໄດ້ລົງທຶນ 400 ລ້ານດົ່ງ. ມາຮອດປະຈຸບັນ, ຄ່າໃຊ້ຈ່າຍສຳລັບຟາມນີ້ແມ່ນ 2 ຕື້ດົ່ງແລ້ວ”.

ເລີ່ມ startup ຈາກຮູບແບບພັດທະນາກະສິກຳໝູນວຽນ - ảnh 2(ລ້ຽງປູກຂອງຂອງຟາມນີ້ກວ້າງ 500 ຕາແມັດ)

ປະຈຸບັນ, ເຂດລ້ຽງປູກຂອງຂອງຟາມນີ້ກວ້າງ 500 ຕາແມັດ ໄດ້ແບ່ງເປັນ 2 ຊັ້ນ, ຊັ້ນເທິງແມ່ນບ່ອນລ້ຽງໂຕຈີ່ນາຍ ແລະ ຊັ້ນລຸ່ມແມ່ນລ້ຽງກະຕ່າຍປະມານ 1.000 ໂຕ. ຄິດສະເລ່ຍແຕ່ລະເດືອນ, ເຂດຟາມຂອງຄອບຄົວອ້າຍ ຫງວຽນວັນເວືອງ ຂາຍຊີ້ນກະຕ່າຍແຕ່ 7-8 ຮ້ອຍກີໂລ, ແຕ່ກໍຍັງບໍ່ທັນຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດໄດ້ຢ່າງພຽງພໍ. ຢູ່ເຂດລຸ່ມຄອກກະຕ່າຍແມ່ນເຂດລ້ຽງຂີ້ກະເດືອນເພື່ອແກ້ໄຂສິ່ງເສດເຫຼືອອົງຄະທາດ…, ແລ້ວໃຊ້ຂີ້ກະເດືອນເປັນອາຫານໃຫ້ປາ, ລ້ຽງໄກ່ ແລະ ເຮັດເປັນຝຸ່ນໃສ່ຜັກ ແລະ ຕົ້ນໄມ້ຊະນິດຕ່າງໆ. ເພື່ອບັນລຸຜົນສຳເລັດຄືໃນມື້ນີ້, ອ້າຍ ເວືອງ ແລະ ເອື້ອຍ ລີ ຕ້ອງທົດລອງເປັນຫຼາຍຄັ້ງ, ໄປຮ່ຳຮຽນຮູບແບບເຮັດຟາມຢູ່ຫຼາຍບ່ອນ. ເອື້ອຍ ບຸ່ຍທິລິ, ເລົ່າສູ່ຟັງວ່າ:

“ໃນເບື້ອງຕົ້ນກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍ, ຍ້ອນຂ້າພະເຈົ້າບໍ່ທັນມີປະສົບການໃນການລ້ຽງປູກ. ຫຼັງຈາກນັ້ນ, ຂ້າພະເຈົ້າທັງເຮັດທັງຮຽນ, ຄົ້ນຄວ້າຕື່ມອີກ. ຂ້າພະເຈົ້າກໍ່ໄປຢ້ຽມຊົມ ແລະ ຮ່ຳຮຽນນຳຜູ້ລ້ຽງປູກໄປກ່ອນຢູ່ແຂວງ ທາຍບິ່ງ, ຫາຍເຢືອງ… ຊອກຮູ້ທາງອິນເຕີເນັດຕື່ມອີກ. ຂ້າພະເຈົ້າກໍ່ຄ່ອຍໆຖອດຖອນບົດຮຽນຂອງຕົນ ແລະ ນຳໃຊ້ເຂົ້າໃນຮູບແບບປະຈຸບັນຂອງຟາມ…”

ທ່ານ ຫວູ້ວັນທູ້, ປະທານຄະນະກຳມະການປະຊາຊົນຕາແສງ ຕຽນຟອງ ໃຫ້ຮູ້ວ່າ ຄວາມກ້າຄິດກ້າທຳຂອງຜົວເມຍອ້າຍ ເວືອງ ແລະ ເອື້ອຍ ລິ ດ້ວຍບັນດາຜົນງານຢູ່ເຂດທົ່ງນາແຫ່ງບ້ານເກີດເມືອງນອນໄດ້ປ່ຽນແປງແນວຄິດຂອງປະຊາຊົນຢູ່ທ້ອງຖິ່ນ.

“ຈາກຮູບແບບຂອງ 2 ຜົວເມຍນີ້, ແຕ່ປີ 2019 ມາຮອດປະຈຸບັນ, ຢູ່ຕາແສງ ມີສະມາຊິກຊາວໜຸ່ມ 4 ຄົນ startup. ມີຊາວໜຸ່ມຫຼາຍຄົນພວມເປັນກຳມະກອນຢູ່ບັນດາວິສາຫະກິດ, ບໍລິສັດກໍ່ກ້າກັບມາ, ເລີ່ມ startup ຢູ່ທ້ອງຖິ່ນ. ບັນດາ ແບບຢ່າງ, ວິທີເຮັດໃໝ່ໃນກະສິກຳ ໄດ້ຮັບການແຜ່ຂະຫຍາຍ, ຊ່ວຍຍົກສູງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ, ປະກອບສ່ວນຊ່ວຍໃຫ້ຕາແສງ ຕຽນຟອງ ກໍ່ສ້າງຊົນນະບົດແບບໃໝ່ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ”.

ດ້ວຍຈິດໃຈ startup, ກ້າຄິດກ້າທຳຂອງອ້າຍ ຫງວຽນວັນເວືອງ ແລະ ເອື້ອຍ ບຸ່ຍທິລິ ກໍໄດ້ຮັບການລະດົມກຳລັງໃຈ, ໄດ້ຮັບໃບຍ້ອງຍໍຫຼາຍໃບຂອງເມືອງ ວິງບາວ ແລະ ຄະນະຊາວໜຸ່ມ ຫາຍຟ່ອງ ແລະ ໄດ້ຮັບການຄັດເລືອກເປັນໂຄງການມີແງ່ຫວັງໃນການແຂ່ງຂັນ “ກ້າເບ້ຍ startup ຫາຍຟ່ອງ” ປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ