ເລື່ອງປະກອບອາຊີບເປັນນັກຂ່າວຂອງ ຫາຍເຊີນ ແລະ ແທງຮ່າ

  ລາງວັນ​ສື່​ມວນ​ຊົນ​ລະດັບ​ຊາດ​ຄັ້ງ​ທີ 8 ປີ 2013, ຖັນແຖວຜູ້ເຮັດວຽກງານ ສື່​ມວນ​ຊົນສັງກັດສຳນັກງານ​ວິທະຍຸ​ກະຈາຍສຽງ​ຫວຽດນາມປະຈຳ​ພາກ​ກາງ(VOV ພາກ​ກາງ) ພັດ​ມີ​ຄວາມ​ເບີກບານ​ໃຈ ຂະນະ​ທີ່​ໃນ 2 ປີ​ລຽນຕິດ​ໄດ້​ຮັບ​ລາງວັນ A ປະ​ເພດ​ບົດ​ຂຽນ​ເພື່ອ​ອອກ​ອາກາດ​ທີ່​ພາດ​ຫົວ​ຂໍ້​ວ່າ “ ຊ່ອງ​ວ່າງ​ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນນ້ຳ​​ໂດຍ​ສັງ​ເກດ​ຈາກ​ການ​ຕໍ່ສູ້​ຍາດ​ເອົາ​ນ້ຳ​ຢູ່​ພາກ​ກາງ” ຂອງ​ກຸ່ມ​ນັກ​ຂ່າວ ​ເລ​ຟຸກ, ​ເລ​ຫາຍ​ເຊີນ ​ແລະ ຟານ​ແທງ​ຮ່າ

ເລື່ອງປະກອບອາຊີບເປັນນັກຂ່າວຂອງ ຫາຍເຊີນ ແລະ ແທງຮ່າ - ảnh 1
ນັກ​ຂ່າວ  ​ເລ​ຫາຍ​ເຊີນ ໄປປະຕິບັດງານ

   ສຽງ​ເວົ້າ​ຟົດ​ຟື້ນ​ດຶງ​ດູດ​ໃຈ​ຜູ້​ຄົນ​ທັງຫຼາຍ​ໄດ້​ກາຍ​ເປັນ ສິ່ງ​ທີ່​ລຶ້ງ​ເຄີຍ​ກັບ​ຜູ້​ຟັງ​ວິທະຍຸ​ກະຈາຍສຽງ​ຫວຽດນາມຜ່ານ​ບັນດາ​ລາຍການ​ຖ່າຍ​ທອດ​ສົດ​ການ​ແຂ່ງຂັນ​ເຕະບານ​ໂລກ​ຂອງ​ນັກ​ຂ່າວ ຫາຍ​ເຊີນ VOV ພາກ​ກາງ, ປະຈຸ​ບັນ​ພັດ​ເພີ່ມ​ຄວາມ​ເປັນ​ຫ່ວງ​ໄຍ ​ແລະ ​ເຄັ່ງ​ຕຶງ​ເມື່ອ​​ໄດ້ຖ່າຍທຳ​ວີ​ດີ​ໂອກ່ຽວ​ກັບ​ຮູບ​ພາບ​ກຳ​ປັ່ນ​ໃຫຍ່​ຂອງ​ຈີນ​ພວມ​ຕຳ​ໃສ່​​ກຳ​ປັ່ນ​ຫາ​ປາ​ຂອງ​ຫວຽດນາມ. ​ເທບ​ບັນທຶກ​ພາບ​ນີ້ ຖືກ​ຫາຍ​ເຊີນ​ ປະຕິບັດ​ໃນ​ຕົ້ນ​ເດືອນ 5 ​ແລ້ວ​ນີ້ ​ເມື່ອ​ຮ່ວມ​ເດີ​ນ​ເຮືອ​ຫາ​ປາ​ຂອງ​ຊາວ​ປະມົງ​ເພື່ອ​ປະກອບ​ອາຊີ​ບນັກ​ຂ່າວ​ຢູ່​ເຂດ​ທະ​ເລ​ຮ່ວາງ​ຊາ ​ແຫ່ງ​ທີ່​ຈີນ​ໄດ້​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ. ນັກ​ຂ່າວ ​ເລ​ຫາຍ​ເຊີນ ​ເປີດ​ເຜີຍ​ວ່າ : 

  “ ​ເວລາ​ນັ້ນ, ຂ້າພະ​ເຈົ້າພວມ​ຂີ່​​ເຮືອ​ຫາ​ປາ​ຂອງ​ຊາວ​ປະມົງຢູ່​ເຂດ​ທະ​ເລ​ຮ່ວາງ​ຊາ ​ແລະ ມຸ່ງ​ສາຍຕາ​ສູ່​​ກຳ​ປັ່ນຫາ​ປາ​​ລຳ​ຕ່າງໆ ຂອງ​ຊາວ​ປະມົງພາກ​ກາງຖືກ​ກຳ​ປັ່ນຂອງ​ຈີນ​ຕຳ ​ແລະ ​ເປັນ​ໜ້າ​ອັນຕະລາຍ​ທີ່ສຸດ. ຝ່າ​ຍຈີນ​ໄດ້​ໃຊ້​ກຳ​ປັ່ນ​ໃຫຍ່, ທັນ​ສະ​ໄໝ​ໂດຍ​ປອມ​ແປງ​ເປັນ​ກຳ​ປັ່ນ​ຫາ​ປາ​ເພື່ອ​ເກາະ​ຜິດ​ຕໍ່ກຳ​ປັ່ນ​ຫາ​ປາ​ລຳ​ນ້ອຍ​ຂອງ​ຫວຽດນາມ ”

ເລື່ອງປະກອບອາຊີບເປັນນັກຂ່າວຂອງ ຫາຍເຊີນ ແລະ ແທງຮ່າ - ảnh 2
ນັກ​ຂ່າວ ແທງຮ່າ ເມື່ອລົງໄປເອົາຂ່າວຢູ່ເຂດຫ່າງໄກສອກຫຼີກ

 
ຢູ່ສຳນັກງານ​ວິທະຍຸ​ກະຈາຍສຽງ​ຫວຽດນາມປະຈຳ​ພາກ​ກາງ, ຖ້າ​ຫາກ​ຄື ຫາຍ​ເຊີນ​ມີ​ຄວາມ​ສາມາດ​ຂຽນ​ຂ່າວ ​ແລະ ບົດ​ໄດ້​ເປັນ​ຢ່າງ​ໄວ​ນັ້ນ, ​ແຕ່​ນັກ​ຂ່າວ ​ແທງ​ຮ່າ​ພັດ​ມີ​ວິທີ​ຂຽນ​ຂ່າວ ​ແລະ ບົດ​ດ້ວຍ​ທ່າ​ທີ​ຄ່ຽມຄົມ, ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ໜັກ​ແໜ້ນ​​ເນື່ອງ​ຈາກ​ການ​ກຳ​ແໜ້ນ​ເນື້ອ​ແທ້​ຂອງ​ເຫດການ. 2 ປີ​ລຽນຕິດ​ເຂົາ​ເຈົ້າ​ໄດ້​ຮັບ​ລາງວັນສູງ​ສຸດ​ທີ່​ງານ​ປະ​ກວດ​ລາຍການ​ກະຈາຍສຽງ ທົ່ວປະ​ເທດ ​ແລະ ລາງວັນ​ສື່​ມວນ​ຊົນ​ລະດັບ​ຊາດ​ຄັ້ງ​ທີ 8 ປີ 2013ດ້ວຍບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ “ ຊ່ອງ​ວ່າງ​ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນນ້ຳ​​ໂດຍ​ສັງ​ເກດ​ຈາກ​ການ​ຕໍ່ສູ້​ຍາດ​ເອົາ​ນ້ຳ​ຢູ່​ພາກ​ກາງ”. ​ເມື່ອ​ເວົ້າ​ເຖິງ​ຜົນ​ກະທົບ​ທາງ​ສັງຄົມ​ຂອງ​ບັນດາ​ບົດ​ສາລະ​ຄະດີ​ສືບ​ສວນ​ນີ້, ນັກ​ຂ່າວ ຟານ​ແທງ​ຮ່າ ​ໃຫ້​ຮູ້​ວ່າ  :“

 ​ໃນ​ຊຸມ​ປີ​ມໍ່​ໆມາ​ນີ້, ຢູ່​ບັນດາ​ແຂວງ​ພາກ​ກາງ, ການ​ຍາດ​ແຍ່ງ​ເອົາ​ແຫຼ່ງນ້ຳ​ລະຫວ່າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ ​ແລະ ຄວາມ​ຕ້ອງການ​ໃນ​ຊີວິດ​ປະຈຳ​ວັນ​ຄື​ນ້ຳ​ໃຊ້, ນ້ຳ​ຮັບ​ໃຊ້​ການ​ຜະລິດ, ລະຫວ່າງທ້ອງ​ຖິ່ນ​ນີ້​ກັບ​ທ້ອງ​ຖິ່ນ​ອື່ນ ​ແລະ ອື່ນໆ​ໄດ້​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ໃນ​ຍາມ​ລະດູ​ແລ້ງ. ​ໃນ​ການ​ໄປ​ຊອກ​ຫາ​ຄວາມ​ຈິງ​ກ່ຽວ​ກັບ​ບັນຫາ​ນີ້, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ : ມະນຸດ​ຈຶ່ງ​ແມ່ນ​ຕົວ​ການ​ກໍ່​ໃຫ້​ເກີດ​ສະພາບ​ຂາດ​ແຄນ​ນ້ຳ ”

     ເມື່ອ​ເວົ້າ​ເຖິງ​ເພື່ອນ​ຮ່ວມ​ອາຊີບ​ຂອງ​ຕົນ, ນັກ​ຂ່າວ ມິນ​ຮວາ ​ໃຫ້​ຮູ້​ວ່່າ:

  “ ຂ້າພະ​ເຈົ້າ​ເຫັນ​ວ່່າ​ເພື່ອນ​ຮ່ວມ​ອາຊີບ 2 ຄົນ​ຄື:ເລ​ຫາຍ​ເຊີນ ​ແລະ ຟານ​ແທງ​ຮ່າ ​ແມ່ນ​ບັນດາ​ນັກ​ຂ່າວ​ມີ​ນ້ຳ​ໃຈ​ຮັບຜິດຊອບ​ສູງ​ໃນ​ວຽກ​ງານ​ຂອງ​ຕົນ. ສຳລັບ​ນັກ​ຂ່າວ ຫາຍ​ເຊີນ ​ແລ້ວ, ລາວ​ແມ່ນ​ນັກ​ຂ່າວ​ຄົນ​ທຳ​ອິດ​ໄດ້​ຮ່ວມ​ເດີນ​ເຮືອ​ຫາ​ປາ​ພ້ອມ​ກັບ​ຊາວ​ປະມົງ ອອກ​ສູ່ເຂດ​ທະ​ເລ​ຮ່ວາງ​ຊາ​ເພື່ອ​ສ່ອງ​ແສງ​ເລື່ອງຈີນ​ໄດ້​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ.” .

ຕອບກັບ

ຂ່າວ/ບົດ​ອື່ນ