ເລື່ອງສັ້ນແມງຈິຫຼໍ່

ເລື່ອງສັ້ນແມງຈິຫຼໍ່ - ảnh 1
ນັກ​ປະພັນ​ໂຕ​ຮ່ວາຍ (ພາບ: internet)


    ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ພິມ​ຈຳໜ່າຍ​ເລື່ອງ​ສັ້ນ​ແມງ​ຈິ​ຫຼໍ່​ຂອງ​ນັກ​ປະພັນ​ໂຕ​ຮ່ວາຍ​ທີ່​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ໄດ້​ເຮັດ​ໃຫ້​ຜູ້​ອ່ານ​ທັງຫຼາຍ​ມີ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ຄຸນຄ່າ​ຂອງ​ບົດ​ປະພັນ​ວັນນະຄະດີ​ທີ່​ສະຫງວນ​ໃຫ້​ແກ່​ເດັກນ້ອຍ. 70 ປີ​ທີ່​ຜ່ານ​ມາ, ​ ເລື່ອງ​ສັ້ນ​ແມງ​ຈິ​ຫຼໍ່​ໄດ້​ກາຍ​ເປັນ​ເພື​່ອນຜູ້​ສະໜິດ ສະໜົມຂອງ​ເດັກ​ຫວຽດນາມ​ຫຼາຍ​ລຸ່ນຄົນ. ​ແຕ່​ລະ​ຕອນ, ​ແຕ່ລະ​ປະ​ໂຫຍ​ກ, ​ແຕ່ລະ​ຮູບ​ພາບ​ໃນ​ບົດ​ປະພັນ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງລະຫວ່າງ​​ເພື່ອນ​ມິດ​ອັນ​ສູງ​ສົ່ງ, ສັນລະ​ເສີນ​ສັນຕິພາບ.

    ​ ເລື່ອງ​ສັ້ນ​ແມງ​ຈິ​ຫຼໍ່ ​ແມ່ນ​ເລົ່າ​ເຖິງ​ເລື່ອງ​ລາວ​ຂອງ ແມງ​ຈິ​ຫຼໍ່, ຊຶ່ງ​ແມ່ນ​ອ້າຍ​ບາ​ວ ທີ່​ແຂງ​ແຮງ ມີ​ຄວາມ​ເບື່ອ​ໜ່າຍ​ຕໍ່​ຊີວິດ​ແບບທຳ​ມະ​ດາຄື ຕະຫຼອດ​ມື້ຕິດ​ພັນ​ກັບ​ໄຮ່ນາ​ຮົ້ວ​ສວນ, ດັ່ງ​ນັ້ນ​ໄດ້​ຕັດສິນ​ໃຈ​ເດີນທາງ​ອອກ​ສູ່​ໂລກ​ພາຍ​ນອກ​ເພື່ອ​ເປີດ​ກ້ວາງ​ສາຍຕາ ​ແລະ ຊອກ​ຫາ​ຊີວິດ​ໃໝ່​ສະ​ເພາະ​ຂອງ​ຕົນ. ​ໂດຍ​ຜ່ານ​ຄວາມ​ຫຍຸ້ງຍາກ​ລຳບາກ​ນາໆ​ປະການ, ແມງ​ຈິ​ຫຼໍ່ຍັງ​ຄົງ​ບໍ່​ຍອມ​ທໍ້ຖອຍ, ຕັດສິນ​ໃຈ​ພ້ອມ​ກັບ​ໝູ່​ເພື່ອນ​ທຳ​ການ​ຕໍ່​ສູ້​ຕ້ານ​ຄືນ​ຄວາມ​ອະທຳ​ໃນ​ຊີວິດ. ນັກ​ປະພັນ​ໂຕ​ຮ່ວາຍ ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ : 

   “ ຂ້າພະ​ເຈົ້າ​ຈືດີ​ວ່າ ເລື່ອງ​ສັ້ນ​ແມງ​ຈິ​ຫຼໍ່ ​ໄດ້​ຮັບ​ພິມ​ຈຳໜ່າຍ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ລັດ​ເຊຍ ​ແລະ ​ໂດຍ​ແມ່ນນັກ​ປະພັນ​ວັນນະຄະດີ​ຊາວ​ລັດ​ເຊຍ​ຄົນ​ໜຶ່ງ​​ເປັນ​ຜູ້​ແປ. ຕໍ່​ຈາກ​ນັ້ນ, ບັນດາ​ປະ​ເທດ​ເອີ​ລົບ​ຕາ​ເວັນ​ອອກ​ລ້ວນ​ແຕ່​ໄດ້​ແປ​ເປັນ​ພາສາ​ຂອງ​ເຂົາ​ເຈົ້າ. ນີ້​ແມ່ນ​ຄວາມ​ເປັນກຽດສ​ຳລັບ​ຂ້າພະ​ເຈົ້າ ”

    ເລື່ອງ​ສັ້ນ​ແມງ​ຈິ​ຫຼໍ່ ມີ​ກຳລັງ​ດຶງ​ດູດ​ໃຈ​ຢ່າງ​ແຂງ​ແຮງ​ສຳລັບ​ຜູ້​ອ່ານ​ຊາວ​ຕ່າງປະ​ເທດ, ບໍ່​ພຽງ​ແຕ່​ສຳລັບ​ເດັກນ້ອຍ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ທັງ​ຜູ້​​ໃຫຍ່, ມີ​ທັງ​ນັກ​ປະພັນ​ວັນນະຄະດີ, ນັກກະວີ, ນັກ​ຄົ້ນ​ຄ້ວາທີ່​ມີ​ຊື່​ສຽງ​ຂອງ​ຕ່າງປະ​ເທດ​ອີກ​ດ້ວຍ. ນັກ​ປະພັນ​ວັນນະຄະດີ ບັງ​ຫວຽດ ​ໃຫ້​ຮູ້​ວ່າ : 

    “ ​ເມື່ອ ເລື່ອງ​ສັ້ນ​ແມງ​ຈິ​ຫຼໍ່ ຖືກ​ແປ​ເປັນ​ພາສາ​ຕ່າງປະ​ເທດ​ຄື ລັດ​ເຊຍ, ​ເຢຍລະ​ມັນ, ອັງກິດ, ຝະລັງ.......ບັນດາ​ຜູ້​ອ່ານ​ມີ​ຄວາມ​ຕົກສະ​ເງີ້​ທີ່​ສຸດ​ເມື​ອ່​ໄດ້​ອ່ານ​ເລື່ອງ​ລາວ​ທີ່​ເຕັມ​ໄປ​ດ້ວຍ​ລັກ​ສະ​ນະ​ວັດທະນະທຳ​ມະນຸດ​ຂອງ ນັກ​ປະພັນ​ໂຕ​ຮ່ວາຍ. ຕາມ​ບັນດານັກປະພັນຕ່າງປະ​ເທດ​ແລ້ວ, ບົດ​ປະພັນ​ສາມາດ​ຍືນ​ຍົງ​ຄົງ​ຕົວ​ເຊັ່ນ​ນັ້ນ, ​ເພາະວ່າ​ມັນ​ມີ​ລັກ​ສະ​ນະ​ມວນ​ມະນຸດ, ຫາກ​ບໍ່​ແມ່ນ​ມີຄຸນ​ລັກສະນະຂອງ​ຊາດ​ໃດ​ໜຶ່ງ ”

      ທັງ​ເລື່ອງ​ສັ້ນ​ແມ່ນ​ແມ່ນ​ການ​ວາດ​ນຶກ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ນັກ​ປະພັນ​ໂຕ​ຮ່ວາຍ ຜ່ານ​ວິວັດ​ການ​ຄົ້ນຄ້ວາ, ສັງ​ເກດ​ຕົວ​ຈິງ​ຢ່າງ​ລະອຽດກ່ຽວ​ກັບ​ໂຕແມງ​ຈິ​ຫຼໍ່, ​ແຕ່​ສິ່ງ​ທີ່​ສຳຄັນ​ແມ່ນ ນັກ​ປະພັນ​ໂຕ​ຮ່ວາຍ​ໄດ້​ໃຊ້​ເລື່ອງ​ລາວ​ຂອງ​ແມງ​ໄມ້​ເພື່ອ​ໂອ້​ລົມ​ເລື່ອງ​ມະນຸດ, ຜ່ານ​ນັ້ນ ກໍ​ສົ່ງ​ສານ​ທີ່​ມີ​ຄວາມ​ໝາຍ​ໃຫ້​ແກ່​ໄວ​ໜຸ່ມ ຈົ່ງ​ຮູ້ຈັກ​ສ້າງ​ການ​ດຳລົງ​ຊີວິດ​ດ້ວຍ​ຕົນ​ເອງ, ຮູ້ຈັກ​ວິທີ​ບືນ​ຕົວ​ຂຶ້ນ​ສູ່​ຄວາມ​ງາມ​ອັນ​ສູງ​ສົ່ງ, ​ແລະ ຈົ່ງ​ຮູ້ຈັກ​ເຄົາລົບ​ຄວາມ​ຮັກ​​ແພງ​ລະຫວ່າງ​ໝູ່​ເພື່ອນ, ຄວາມ​ຮັກ​ພໍ່​ແມ່​ທີ່​ສັກກະຫຼະບູຊາ. ນັກ​ປະພັນ​ວັນນະຄະດີ ບັງຫວຽດ​ໃຫ້​ຮູ້ອີກ​ວ່າ : 

    “ ນັບ​ແຕ່​ຊຸມ​ວັນ​ຮຽນ​ຊັ້ນ​ອຸດົມ, ພວກ​ຂ້າພະ​ເຈົ້າ​ໄດ້​ອ່ານ ເລື່ອງ​ສັ້ນ​ແມງ​ຈິ​ຫຼໍ່ , ມັນ​ໄດ້​ດຶງ​ດູດ​​ໃຈທັງລຸ່ນຄົນ​ພວກຂ້າພະ​ເຈົ້າ, ບໍ່​ພຽງ​ແຕ່​ຍ້ອນ​ເນື້ອ​ໃນ​ເລື່ອງ​ລາວ​ທີ່​ດູດ​ດື່ມ​, ຄຸນ​ລັກສະນະ​ຂອງ​ຕົວ​ລະຄອນ​ແມງ​ຈິ​ຫຼໍ່ ທີ່​ເປັນ​ເອກະລັກ​ທີ່​ສຸດ, ຫຼື​ສຳລັບ​ໄວ​ໜຸ່ມ​ຊຶ່ງ​ອຸດົມ​ການ​ຂອງລຸ່ນ​ຄົນ ນັກ​ປະພັນ​ໂຕ​ຮ່ວາຍ ​ໄດ້​ຕໍ່​ພະລັງ​ຊີວິດ​ໃຫ້​ແກ່ ຕົວ​ລະຄອນ​ແມງ​ຈິ​ຫຼໍ່. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເມົາ​ມົວ​ຢ່າງ​ແທ້​ຈິງ. ຍ້ອນ​ເຫດ​ນີ້, ​ໃນ​ໄລຍະ​ຕໍ່​ມາ, ​ເມື​ອ່ອອກ​ເດີນທາງ​ເຂົ້າ​ຮ່ວມ​ການ​ຕໍ່ຕ້ານ 2 ຄັ້ງ, ລຸນ​ຄົນ​ພວກ​ຂ້າພ​ະເຈົ້າລ້ວນ​ແຕ່​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ ເລື່ອງ​ສັ້ນ​ແມງ​ຈິ​ຫຼໍ່ ” .

ຕອບກັບ

ຂ່າວ/ບົດ​ອື່ນ