ແມ່ຍິງຊາວເຜົ່າປາໂກ, ເວີນກ່ຽວຫາລ້ຽງຊີບຢູ່ເຂດຊາຍແດນ


(vovworld)- ບັນ​ດາ​ເອື້ອຍນ​ອ້ງ​ແມ່​ຍິງ​ຊາວ​ເຜົ່າ ປາ​ໂກ, ເວີນ​ກ່ຽວ ແຕ່​ລະ​ມື້​ໄດ້​ຂົນ​ສົ່ງ​ສິນ​ຄ້າ​ດ້ວຍ​ລົດ​ລາກ ຈາກ​ດ່ານ​ຊາຍ​ແດນ​ລາວ​ບາວ ແຂວງ ກວ໋າງ​ຈີ້ ຂອງ​ຫວຽດ​ນາມ ໄປ​ຍັງ ດ່ານ​ຊາຍ​ແດນ ແດນ​ສະ​ຫວັນ​ຂອງ​ແຂວງ ສະ​ຫວັດ​ນະເຂດ​ຂອງ​ລາວເພື່ອ​ຫາ​ເງິນ​ລ້ຽງ​ຊີບ. ຈາກ ລົດ​​ລາກ 10 ຄັນ​ໃນ​ເບື້ອງ​ຕົ້ນ ມາ​ຮອດ​ປະ​ຈຸ​ບັນ ຫນ່ວຍລົດ​ຂອງ​ພວກ​ເອື້ອຍ​ແມ່ນ​ຂຶ້ນ​ເຖິງ​ເກືອບ 100 ຄັນ​ແລ້ວ. ອາ​ຊີບ​ນີ້ບໍ່​ພຽງ​ແຕ່​ປັບ​ປຸງ​ຊີ​ວິດ​ກາ​ນ​ເປັນ​ຢູ່​ໃຫ້​ແກ່​ພວກ​ເອື້ອຍ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​, ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເຂດ​ຊາຍ​ແດນ​ອີກ​ດ້ວຍ.

ແມ່ຍິງຊາວເຜົ່າປາໂກ, ເວີນກ່ຽວຫາລ້ຽງຊີບຢູ່ເຂດຊາຍແດນ - ảnh 1
ເອື້ອຍ​ນ້ອງ​ແມ່​ຍິງ​ຊາວ​ເຜົ່າ​ປາ​ໂກ​ຫາ​ລ້ຽງ​ຊີບ​ຢູ່​ເຊດ​ຊາຍ​ແດນ
ພາບ:vietbao.vn

        ເຖິງວ່າ ​ໃນ​ຊຸມມື້​ທີ່ ອາ​ກາດ​ແດດ​ຮ້ອນ​ເອົ້າ​ຢູ່​ດ່ານ​ຊາຍ​ແດນ ລາວ​ບາວ -ແດນ​ສະ​ຫວັນ ກໍ​ຕາມ ແຕ່​ພວກ​ເອື້ອຍ​ນ້ອງ​ແມ່​ຍິງ​ນັບ​ສີບໆ​ຄົນ​ຍາມ​ໃດ​ກໍ​ສຸດ​ຈິດ​ສຸດ​ໃຈ​ໃນ​ວຽກ​ງານ​ເປັນ​ຄົນ​ຮັບ​ຈ້າງ​ຂົນ​ສົ່ງ​ສິນ​ຄ້າ​ໃຫ້​ລູກ​ຄ້າ​ຜ່ານ​ຊາຍ​ແດນ.

        ເອື້ອຍ ຫງວຽນ​ທິ​ເທືອງ, ຫົວ​ຫນ້າ​ສະ​ມາ​ຄົມ​ແມ່​ຍິງ ບ້ານ​ກາ​ຕັງ ພ້ອມ​ທັງ​ແມ່ນ​ຜູ້​ລິ​ເລີ່ມ​ສ້າງ​ຕັ້ງ​ຫນ່ວຍລົດ​​ລາກ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ: ໃນ​ຊຸມ​ປີ 2003-2004, ການ​ເຮັດ​ໄຮ່​ເຮັດ​ນາບໍ່​ກຸ້ມ​ກິນ, ຂະ​ນະ​ທີ່​ເສດ​ຖະ​ກິດ​ດ່ານ​ຊາຍ​ແດນ​ພັດ​ທະ​ນາ, ເອື້ອຍ​ນ້ອງ​ແມ່​ຍິງ​ໃນ​ບ້ານ​ໄດ້​ພາ​ກັນ​ໄປ​ເປັນ​ຄົນ​ຮັບ​ຈ້າງ​ຫາບ​ສິນ​ຄ້າ​ຜ່ານ​ຊາຍ​ແດນ ຫວັງ​ຢາກ​ຫາ​ເງິນ​ລ້ຽງ​ຄອບ​ຄົວ ແລະ ແຕ່​ລະ​ມື້​ຫາ​ເງິນ​​ຈາກ​ອາ​ຊີບນີ້ໄດ້ 50.000 ດົງ. ໄລ​ຍະ​ຕໍ່​ມາ ເພື່ອ​ເພີ່ມ​ສະ​ມັດ​ຕະ​ພາບ​ການ​ແຮງ​ງານກໍ​ຄື​ເພີ່ມ​ລາຍ​ຮັບ, ເອື້ອຍ​ນ້ອງ​ໃນ​ບ້ານ​ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ຕິດ​ຕັ້ງ​​ລົດ​​ລາກ. ເມື່ອ​ມີ​ລົດ​ແລ້ວ, ການ​ຂົນ​ສົ່ງ​ສິນ​ຄ້າ​ໄດ້​ຫລາຍກວ່າ ແລະ ບໍ່​ເສຍ​ກຳ​ລັງ​ເຫື່ອ​ແຮງ​ປານ​ໃດ, ລາຍ​ຮັບ​ກໍ​ເພີ່ມ​ຂຶ້ນ​ສູງ​ທົບ 5-6 ເທົ່າ.

        ໂດ​ຍ​ໄດ້​ຮັບ​ການ​ແນະ​ນຳ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຈາກ​ອຳ​ນ​ດາ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ປີ 2005 ​ຫນ່ວຍລົດ​​​ລາກ​ຄຸ້ມ​ຄອງ​ເອງ​ຂອງ​ພວກ​ເອື້ອຍ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ມາ​ຮອດ​ປະ​ຈຸ​ບັນ ​ຫນ່ວຍລົດ​ດັ່ງ​ກ່າວ​ມີ​ເກືອບ 100 ຄັນ ແລະ ສະ​ມາ​ຊິກ ລ​ວມ​ມີ 80 ຄົນ. ຍ້ອນ​ມີ​ອາ​ຊີບນີ້, ຈາກ​ອັດ​ຕາ​ຄອບ​ຄົວ​ທຸກ​ຍາກ​ໃນ​ບ້ານກວມກວ່າ 50% ມາ​ຮອດ​ປະ​ຈຸ​ບັນ ຫລຸດ​ລົງ​ຍັງ​ເຫລືອ​ປະ​ມານ 5%. ເອື້ອຍ ໂຮ່​ທິ​ນຸ, ສະ​ມາ​ຊິກ​ຂອງ​​ຫນ່ວຍ​ລົດ​​ລາກແບ່ງ​ປັນ​ວ່າ: ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບ​ຄົວ​ເອື້ອຍ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ເຫັນ​ໄດ້​ຊັດ.

        “ປະ​ຈຸ​ບັນ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄອບ​ຄົວ​ຂ້າ​ພະ​ເຈົ້າ​ດີ​ຂ​ຶ້ນ. ແຕ່​ລະ​ມື້​ສາ​ມາດ​ຫາ​ເງິນ​ໄດ້ 300.000 ດົງ ກ່ອນນີ້ ພຽງ​ແຕ່ 5000 ດົງ​ເທົ່າ​ນັ້ນ. ຈຳ​ນວ​ນ​ເງິນ​ທີ່​ຫາ​ມາ​ໄດ້ນັ້ນ​ກ​ໍ​ພໍ​ຢູ່​ພໍ​ກິນ.”

ແມ່ຍິງຊາວເຜົ່າປາໂກ, ເວີນກ່ຽວຫາລ້ຽງຊີບຢູ່ເຂດຊາຍແດນ - ảnh 2
ແຕ່​ລະ​ມື້​​ພວກ​ເອື້ອຍ​ສາ​ມາດ​ຫາ​ເງິນ​ໄດ້ 300.000 ດົງ ຈາກ​ອາ​ຊີບ​ຮັບ​ຈ້າງ​ຂົນ​ສົ່ງ​ສິນ​ຄ້າ​ຜ່ານ​ຊາຍ​ແດນ
ພາບ:baomoi.vn

        ມາ​ຮອດ​ປ​ະ​ຈຸ​ບັນ, ຫລາຍ​ຄອບ​ຄົວ​ໃນ​ບ້ານ​ໄດ້​ມີ​ລົດ​ຈັກ, ໂທ​ລະ​ທັດ, ເງິນ​ຝາກ​ປະ​ຢັດ. ລູກ​ຫລານ​​ມີ​ກາ​ລະໂອ​ກາດ​ໄດ້​ໄປ​ໂຮງ​ຮຽນ, ບາງ​ຄົນ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ.

        ນອກ​ຈາກ​ຫ​າ​ເງິນ​ລ້ຽງ​ຊີບນັ້ນ ພວກ​ເອື້ອຍ​ນ້ອງ​ໃນ​​ຫນ່ວຍລົດ​​ລາກຍາມ​ໃດ​ກໍ​ຍົກ​ສູງ​ນ້ຳ​ໃຈ​ຕໍ່​ສູ້ໃນ​ການ​ກ່າວ​ໂທດອາດ​ຊະ​ຍາ​ກຳ, ສະ​ຫນອງ​ຂໍ້​ມູນ​ຂ່າວ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ພິ​ເສດ​ໃນ​ການ​ຕໍ່​ສູ້​ກັບ​ບັນ​ດາ​ກໍ​ລະ​ນີ​ສໍ້​ໂກງ​ການ​ຄ້າ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ຢູ່ເຂດ​ຊາຍ​ແດນ. ເອື້ອຍ​ເທືອງ​ໃຫ້​ຮູ້​ວ່າ:

        “ຖ້າ​ຜູ້​ໃດ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ຫນ່ວຍ​ລົດ​​ລາກ​ແລ້ວ ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ຢູ່​ຊາຍ​ແດນ ກໍ​ຄື​ຂອງ​ສະ​ມາ​ຄົມ. ທີ​ຫນຶ່ງ ບໍ່​ໄດ້​ພາ​ຄົນ​ຂ້າມ​ຊາ​ຍ​ແດນ​ຢ່າງ​ຜິດ​ກົດ​ໝາຍ. ທີ​ສອງ ບໍ່​ໄດ້​ຂົນ​ສົ່ງ​ສິນ​ຄ້າ​​ທີ່ຖ​ືກ​ຫ້າມ. ທີ​ສາມ ຕ້ອງ​ພະ​ຍາ​ຍາມ​ເຮັດ​ວຽກ​ເພື່ອ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ.”

        ນອກ​ຈາກ​ຫາ​ເງິນ​ລ້ຽງ​ຊີບ​ແລ້ວ, ນັບ​ແຕ່​ປີ 2008 ​ມາ​ຮອດ​ປະ​ຈຸ​ບັນ ໂດຍ​ຕອບ​ສະ​ຫນອງບັ້ນ​ຂົ​ນ​ຂວາຍ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ປະ​ທານ​ໂຮ່​ຈິ​ມີນ, ບັນ​ດາ​ເອື້ອຍນ​ອ້ງ​ໃນ​​ສະ​ມາ​ຄົມຫນ່ວຍ​ລົດ​​ລາກ​ດັ່ງ​ກ່າວ ໄດ້​ຕັ້ງ​ຫນ້າ​ປະ​ຕິ​ບັດ​ຂະ​ບວນ​ການ “ໄຫ​ເຂົ້າ​ປະ​ຢັດ” ໂດຍ​ສະ​ມາ​ຄົມ​ແມ່​ຍິງ ບ້ານ ກາ​ຕັງ ປຸກ​ລະ​ດົມ. ຈຳ​ນວ​ນ​ເຂົ້າ​ສານ​ທີ່​ປະ​ກອບ​ມາ​ໄດ້ ພວກ​ເອື້ອຍ​ໄດ້​ນຳ​ເອົາ​ໄປຊ່ວຍ​ເຫລືອ​ຫລາຍ​ຄອບ​ຄົວ​ທຸກ​ຍາກ. ​ນອກນັ້ນ ແຕ່​ລະ​ເດືອນ ພວກ​ເອື້ອຍ​ຍັງ​ຫັກ​ເງິນ 20.000ດົງ/ເດືອນ/ຄົນ​ ປະ​ກອບ​ເຂົ້າ​ກອງ​ທຶນເພື່ອ​ຊ່ວຍ​ເຫລືອ​ເອື້ອຍນ​ອ້ງ​ໃນ​ສະ​ມາ​ຄົມ​ເມື່ອ​ເຈັບ​ເປັນ, ຫລື​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ລູກ​ຫລານ​ໃນ​ບ້ານ​ໄປ​ໂຮງ​ຮຽນ.  

        ເລື່ອງ​ລາວ​ກ່ຽວ​ກັບພວກ​ເອື້ອຍ​ນ້ອງ​ໃນ​ຫນ່ວຍ​ລົດ​​ລາກຢູ່ ບ້ານ ກາ​ຕັງ ແມ່ນ​ສ້າງ​ຄວາມ​ຕື​້ນ​ຕັ​ນ​ໃຈ​ທີ່​ສຸດ. ເຖິງວ່າ ວຽກ​ງານ​ຍັງ​ຫຍຸ້ງ​ຍາກ​ລຳ​ບາກ​ຫລາຍ​ກໍ​ຕາມ ແຕ່​ໝາກ​ຜົນ​ການ​ອອກ​ແຮງ​ງານ​ຂອງ​ພວກ​ເອື້ອຍ​ແມ່ນ​ບັນ​ລຸ​ໄດ້​ຫລາຍ​ຢ່າງ. ວຽກ​ງານ​ຮັບ​ຈ້າງ​ຂົນ​ສົ່ງ​ສິນ​ຄ້ານີ້ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງ​ລາຍ​ຮັບ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບ່ອນ​ເພື່ອ​ໃຫ້​ພວກ​ເອື້ອຍ​ແບ່ງ​ປັນ​, ລະ​ດົມ​ກຳ​ລັງ​ໃຈ, ຊ່ວຍ​ເຫລືອ​ເຊິ່ງ​ກັນ ແລະ ກັນ​ໃນ​ຊີ​ວິດ, ສິ່ງ​ສຳ​ຄັນ​ກວ່າ ພວກ​ເອື້ອຍ​​ພ້ອມ​ກັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ຢູ່​ເຂດ​ຊາຍ​ແດນ.

ຕອບກັບ

ຂ່າວ/ບົດ​ອື່ນ