ໂຄງການ “ມະຫາວິທະຍາໄລທີ່ປອດໄສ“ ດ້ວຍການປ້ອງກັນ, ຕ້ານສໍ້ລາດບັງຫຼວງໃນໂຮງຮຽນ

(vovworld) - ໂຄງການ “ມະຫາວິທະຍາ​ໄລ​ທີ່​ປອດ​ໄສ“ ​ແມ່ນ​ໜຶ່ງ​ໃນ 34 ​ໂຄງການ​ໄດ້​ຮັບ​ລາງວັນ 2 ​ເທື່ອ ​ໃນ​ການ​ເສັງ “ຫົວຄິດ​ປະດິດ​ສ້າງ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ຢູ່​ຫວຽດນາມ“. ຈຸດປະສົງ​ຂອງ​ໂຄງການ ​ແມ່ນ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ດ້ານ​ຄຸນສົມບັດ​ໃນ​ການ​ພົວພັນ​ລະຫວ່າງ​ຄູ​ອາຈານ ​ແລະ ນັກ​ສຶກສາ, ກ້າວ​ໄປ​ເຖິງ​ການ​ປະຕິບັດ​ກົດ​ລະບຽບ​ມາດຖານ​ກ່ຽວ​ກັບ​ການ​ປະພຶດ​ຕໍ່​ລະຫວ່າງຄູ​ອາຈານ ​ແລະ ນັກ​ສຶກສາ ​ໃນ​ໂຮງຮຽນ​ມະຫາວິທະຍາ​ໄລ ​ເພື່ອ​ສືບ​ຕໍ່​ປ່ຽນ​ແປງ​ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ​ຂອງ​ນັກ​ສຶກສາ​ລຸ້ນຕ່າງໆ​ໃນ​ຂອບ​ເຂດ​ກວ້າງຂວາງ​ກວ່າ.

ໂຄງການ “ມະຫາວິທະຍາໄລທີ່ປອດໄສ“ ດ້ວຍການປ້ອງກັນ, ຕ້ານສໍ້ລາດບັງຫຼວງໃນໂຮງຮຽນ - ảnh 1

ນັກສຶກສະຖາບັນໂຄສະນາ- ຂ່າວສານ
(ພາບ: ອິນເຕີແນດ)

        ທີ່​ທ່ານ​ຟັງ​ມາ​ນັ້ນ​ແມ່ນ​ສຽງ ບັນດາ​ນັກ​ສອບ​ເສັງທີ່ພວມ​ເຂົ້າ​ຮ່ວມ​ການ​ເສັງ​ ຄັດ​ເລືອກ MC Radio (ໂຄສົກ​ວິທະຍຸກະຈາຍສຽງ) ​ໃຫ້​​ໂຄງການ “ມະຫາວິທະຍາ​ໄລ​ທີ່​ປອດ​ໄສ“ ​ໂດຍ​ໜ່ວຍ​ນັກ​ສຶກສາ​ພະ​ແນ​ກພົວພັນ​ກັບ​ສາກົນ, ສັງກັດ​ສະ​ຖາ​ບັນ​ໂຄສະນາ - ຂ່າວສານ​ຈັດ​ຕັ້ງ ​ເມື່ອ​ເດືອນ 8/2013 ຜ່ານ​ມາ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຕົ້ນຕໍ່​ໃນ​ການຈັດ​ບັນດາ​ລາຍການ​ກະຈາຍສຽງ​ຂອງ SIB ​ທາງ​ອິນ​ເຕີ​ແນ​ດ ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ສຶກສາ​ທີ່​ປອດ​ໄສ. ນັກ​ສຶກສາ ຫງວຽນ​ທິ​ເຟືອງ​​ແອ​ງ, ຫົວ​ໜ້າ​ຄະນະຮັບຜິດຊອບ​​ເນື້ອ​ໃນ​ໂຄງການ “ມະຫາວິທະຍາ​ໄລ​ທີ່​ປອດ​ໄສ“, ​ໃຫ້​ຮູ້​ວ່າ:

        “ຜ່ານໂຄງການ​ນີ້, ພວກ​ຂ້າພະ​ເຈົ້າ​ຢາກ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ຂອງ​ຄູ​ອາຈານ ​ແລະ ນັກ​ສຶກສາ. ນັ້ນ​ແມ່ນ​ມູນ​ເຊື້ອ​ເຄົາລົບ​ນັບຖື​ຄູ​ອາຈານ, ສິນ​ລະ​ທຳ, ຮຽນ​ກິລິຍາ​ມານະ​ຍາດ​ກ່ອນ, ຮຽນ​ວັດທະນະທຳ​ຕາມ​ຫຼັງ, ຄູ​ອາຈານ​ບໍ່​ພຽງ​ແຕ່​ແມ່ນ​ຜູ້​ສອນຄວາມ​ຮູ້​​ໃຫ້​ນັກຮຽນເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜູ້​ສອນ​ໃຫ້​ນັກຮຽນກ່ຽວ​ກັບ​ທ່າ​ທີ, ​ແບບ​ແຜນ​ດຳລົງ​ຊີວິດ​ອີກ​ດ້ວຍ, ສ່ວນນັກຮຽນ​ຕ້ອງ​ມີ​ທ່າ​ທີ​ເຄົາລົບ​ຄູ​ອາຈານ, ຮັກ​ແພງ​ເພື່ອນມິດ​ຄື​ແນວ​ໃດ. ພິ​ເສດ, ພວກ​ຂ້າພະ​ເຈົ້າ​ຢາກ​ປຸກລຸກ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ໄວ​ໜຸ່ມ, ມີ​ສະຕິຮຳ່ຮຽນ​ຢ່າງຖືກຕ້ອງ ​ເພື່ອ​ສາມາດ​ປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ“.

ໂຄງການ “ມະຫາວິທະຍາໄລທີ່ປອດໄສ“ ດ້ວຍການປ້ອງກັນ, ຕ້ານສໍ້ລາດບັງຫຼວງໃນໂຮງຮຽນ - ảnh 2

ການ​ເສັງ​ ຄັດ​ເລືອກ MC Radio

(ພາບ: ອິນເຕີແນດ)

        ​ໂດຍ​ໄດ້​ຮັບ​ການ​ປະຕິບັດ​ນັບ​ແຕ່​ປີ 2011, ​ໂຄງການ​ໄດ້​ປຸກລະດົມ ​ແລະ ສົ່ງ​ເສີມ​ເລື່ອງ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄູນ​ຄ່າ​ທີ່​ດີ​ ​ແລະ ຈຳກັດ​ສິ່ງ​ທີ່​ຫຍໍ້​ທໍ້ໃນ​ການ​ພົວພັນ​ລະຫວ່າງ​ຄູ​ອາຈານ ​ແລະ ນັກ​ສຶກສາ. ນັກ​ສຶກສາ ​ເຈິ່ນ​ແທງ​ຕວຽນ, ຫົວໜ້າ​ຄະນະ​ໂຄສະນາ​ຂອງ​ໂຄງການ, ​ໃຫ້​ຮູ້​ວ່າ:

        “​ໂຄງການ “​ມະຫາວິທະຍາ​ໄລທີ່​ປອດ​ໄສ“ ຢາກ​ມຸ່ງ​ໄປ​ເຖິງ​ເລື່ອງ​ສ້າງສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮຳ່ຮຽນ​ຢ່າງປອດ​ໄສ, ບໍ່​ມີ​ການ​ສໍ້​ລາດ​ບັງ​ຫຼວງ. ກ່ອນ​ອື່ນ​ໝົດ​ແມ່ນ​ສ້າງ​ມາດຖານ​ໃນການ​ພົວພັນ​ລະຫວ່າງ​ຄູ​ອາຈານ ​ແລະ ນັກ​ສຶກສາ ​ຕາມ​ການ​ພົວພັນ​ເຄົາລົບ​ນັບຖື​ຄູ​ອາຈານ, ສິນລະ​ທຳ. ຂ້າພະ​ເຈົ້າ​ຫວັງ​ວ່າ, ຈະ​ປະກອບສ່ວນ​ຫຼຸດຜ່ອນ​ສະພາບ​ສໍ້​ລາດ​ບັງ​ຫຼວງ​ໃນ​​ມະຫາວິທະຍາ​ໄລ ດ້ວຍ​ເລື່ອງ​​ເຂົ້າ​ຮ່ວມ​ໂຄງການ​ນີ້“.

        ມາ​ຮອດ​ປະຈຸ​ບັນໂຄງການ​ໄດ້​ຈັດ​ຕັ້ງ​ການ​ສຳ​ມະ​ນາ “ຄວາມ​ສຳຄັນ​ຂອງ​ການ​ສ້າງ​ກົດ​ລະບຽບ​ກ່ຽວ​ກັບ​ການ​ພົວພັນ​ທີ່​ດີລະຫວ່າງ​ຄູ​ອາຈານ ​ແລະ ນັກ​ສຶກສາ, ປະກອບສ່ວນ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ມະຫາວິທະຍາ​ໄລ“ ​ແລະ ການ​ເສັງ “ຄວາມ​ປະ​ທັບ​ໃຈ​ລະຫວ່າງ​ຄູ​ອາຈານ ​ແລະ ນັກຮຽນ“ ມຸ່ງ​ໄປ​ເຖິງ​ການ​ສ້າງ​ການ​ພົວພັນ​ທີ່​ດີ​ລະຫວ່າງ​ຄູ​ອາຈານ​ກັບ​ນັກຮຽນ​ສຳ​ເລັດ​ຜົນ. ນອກ​ນັ້ນ, ​ໂຄງການ​ຍັງ​ຈັດ​ຕັ້ງ SIB FESVAL, ​ເພື່ອ​ໃຫ້​ຄູ​ອາຈານ ​ແລະ ນັກ​ສຶກສາ​ສະ​ຖາ​ບັນ​ໂຄສະນາ - ຂ່າວສານ​ເວົ້າ​ສະ​ເພາະ ​ແລະ ຄູ​ອາຈານ, ນັກ​ສຶກສາ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມບໍ່​ມີ​ການ​ກະທຳ​ສໍ້​ລາດ​ບັງຫຼວງ​ໃນ​ມະຫາວິທະຍາ​ໄລ, ​ແນ​ໃສ່​ເສີມ​ຂະຫຍາຍ, ປັບປຸງ​ການ​ພົວພັນ​ລະຫວ່າງ​ຄູ​ອາຈານ ​ແລະ ນັກຮຽນ​ໃນ​ປະຈຸ​ບັນ. ອາຈານ ຫງວຽນ​ງອກ​ແອ​ງ, ຮອງ​ຫົວໜ້າ​ພະ​ແນກ​ພົວພັນ​ກັບ​ສາກົນ, ສັງກັດ​ສະ​ຖາ​ບັນ​ໂຄສະນາ - ຂ່າວສານ, ​ໃຫ້​ຮູ້​ວ່າ:

ໂຄງການ “ມະຫາວິທະຍາໄລທີ່ປອດໄສ“ ດ້ວຍການປ້ອງກັນ, ຕ້ານສໍ້ລາດບັງຫຼວງໃນໂຮງຮຽນ - ảnh 3

ລາຍການ SIB FESVAL

(ພາບ: ອິນເຕີແນດ)

        “ຂ້າພະ​ເຈົ້າ​ເຫັນ​ວ່າ​ພວກ​ນ້ອງ​ນັກ​ສຶກສາ​ຊຸດ​ຮຽນ​ຕ່າງໆ​ຂອງ​ພະ​ແນ​ກພົວພັນ​ກັບ​ສາກົນ, ສະ​ຖາ​ບັນ​ໂຄສະນາ - ຂ່າວສານ ມີ​ຄວາມ​ມານະ​ພະຍາຍາມ​ທີ່​ສຸດ​ໃນ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຂອງ​ໂຄງການ ​ແລະ ​ໃນ​ເບື້ອງ​ຕົ້ນ​ໄດ້​ປະສົບ​ຜົນສຳ​ເລັດ​ໃນ​ການ​ສ້າງ​ກົດ​ລະບຽບ​ການ​ປະພຶດ​ລະຫວ່າງ​ຄູ​ອາຈານ ​ແລະ ນັກ​ສຶກສາ. ພວກ​ເພື່ອນ​ນັກ​ສຶກສາມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​​ໃນ​ການ​ນຳ​ໃຊ້​ຄວາມ​ຮູ້​ທີ່​​ຮຳ່ຮຽນ​​ໄດ້ໃນ​ມະຫາວິທະຍາ​ໄລ​​ເຂົາ​ໃນການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ​ແລະ ມີ​ຄວາມ​ໝາຍທີ່​ສຸດ“.

        “​ໂຄງການ “​ມະຫາວິທະຍາ​ໄລທີ່​ປອດ​ໄສ“ ​ໄດ້​ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ສຶກສາ​ທີ່​ປອດ​ໄສ, ບໍ່​ມີ​ສິ່ງ​ຫຍໍ້​ທໍ້, ພ້ອມ​ທັງ​ຊຸກຍູ້​ຄູ​ອາຈານ ​ແລະ ນັກ​ສຶກສາ​ຕື່ນ​ຕົວປະຕິບັດ​ດ້ວຍ​ຄວາ​ມສະມັກ​ໃຈ. ຜ່ານ​ນັ້ນ, ພວກ​ເພື່ອ​ນ ນັກ​ສຶກສາ​ຈະ​​ເຮັບ​ຮູ້​ໄດ້ສຳຄັນ​ຂອງ​ວຽກ​ງານ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ມະຫາວິທະຍາ​ໄລ ​ແລະ ມີ​ສະຕິ​ຮຳ່ຮຽນຢ່າງ​ຖືກຕ້ອງ, ມີ​ຄວາມ​ຮັບຜິດຊອບ​ຕໍ່​ອະນາຄົດ​ຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ