ໂຮງໝໍກາງສະໜາມລະດັບ 2 ສະແດງໃຫ້ເຫັນຮູບພາບຂອງ ຫວຽດນາມ ຢູ່ ຊູດັງໃຕ້

(VOVWORLD) - ພາຍຫລັງປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບສະຫະປະຊາຊາດຢູ່ Bentil, ຊູດັງໃຕ້ ເປັນເວລາ 1 ປີ, ພະນັກງານ, ນັກຮົບໂຮງໝໍກາງສະໜາມລະດັບ 2 ເລກທີ 1 ຂອງ ຫວຽດນາມ ຫາກໍ່ສຳເລັດໜ້າທີ່ເບິ່ງແຍງດູແລສຸຂະພາບໃຫ້ແກ່ກຳລັງຮັກສາສັນຕິພາບຢູ່ຄະນະປະຕິບັດງານສະຫະປະຊາຊາດ ແລະ ປະຊາຊົນທ້ອງຖິ່ນໄດ້ເປັນຢ່າງດີ.

 ໄດ້ອຸທິດສ່ວນ, ປະຕິບັດໜ້າທີ່ດັ່ງກ່າວ ແມ່ນອະນຸສອນຍາກທີ່ຈະຫລົງລືມໄດ້ໃນຊີວິດການເປັນທະຫານຂອງແຕ່ລະຕົນ. ບັນດາອ້າຍເອື້ອຍນ້ອງໄດ້ປະກອບສ່ວນສ້າງຊີວິດການເປັນຢູ່ແຫ່ງຄວາມສະຫງົບສຸກ, ດີງາມກ່ວາ ໃຫ້ແກ່ປະຊາຊົນຢູ່ ຊູດັງໃຕ້, ແມ່ນປະເທດທີ່ມີຄວາມຫຍຸ້ງຍາກຫລາຍຢ່າງ. ບົດຂຽນຂອງ ວິງກວາງ, ນັກຂ່າວ VOV.

ໂຮງໝໍກາງສະໜາມລະດັບ 2 ສະແດງໃຫ້ເຫັນຮູບພາບຂອງ ຫວຽດນາມ ຢູ່ ຊູດັງໃຕ້  - ảnh 1ໂຮງໝໍກາງສະໜາມລະດັບ 2 ສະແດງໃຫ້ເຫັນຮູບພາບຂອງ ຫວຽດນາມ ຢູ່ ຊູດັງໃຕ້  

ຄວາມຫຍຸ້ງຍາກ, ລຳບາກແມ່ນສິ່ງທີ່ເຮັດໃຫ້ບັນດາພະນັກງານ, ນັກຮົບທັງໝົດຂອງໂຮງໝໍກາງສະໜາມລະດັບ 2 ເລກທີ 1 ເວົ້າຮອດເມື່ອຖືກຖາມເຖິງ Bentil, ຢູ່ຊູດັງໃຕ້. ພິເສດກ່ວາອີກ, ນັ້ນແມ່ນເຂດເກີດການປະທະກັນທີ່ມີໄພອັນຕະລາຍຫລາຍຢ່າງ. ພາຍຫລັງເຮັດວຽກພ້ອມກັບເພື່ອນຮ່ວມກົມກອງຢູ່ໂຮງໝໍກາງສະໜາມລະດັບ 2 ເລກທີ 1 ຢູ່ ຊູດັງໃຕ້ ມາເປັນເວລາ 1 ປີ, ສິ່ງທີ່ເຮັດໃຫ້ນາງຮ້ອຍຕີ ຫງວຽນທິທູຈາງ ຈືດີທີ່ສຸດ ນັ້ນແມ່ນການຜ່າຕັດທີ່ປະສົບຜົນສຳເລັດໃນເງື່ອນໄຂທີ່ຂາດເຂີນອຸປະກອນການແພດ. ນັ້ນແມ່ນການຜ່າຕັດໃຫ້ແກ່ພົນທະຫານຊາວ ມົງໂກນ ເປັນພະຍາດອັກເສບລຳໄສ້ເນົ່າເປື່ອຍ, ຕ້ອງໄດ້ຕັດອອກ. ຍ້ອນວ່າແມ່ນໂຮງໝໍກາງສະໜານ ດັ່ງນັ້ນອຸປະກອນການແພດຈຶ່ງຈຳກັດ ແຕ່ການຜ່າຕັດໄດ້ປະສົບຜົນສຳເລັດເກີນຄວາມຄາດຫວັງ. ກາຍເປັນການຜ່າຕັດ, ປິ່ນປົວປະສົບຜົນສຳເລັດທີ່ສຸດຂອງໂຮງໝໍກາງສະໜາມ ທີ່ດ້ປະຕິບັດຢູ່ຄະນະປະຕິບັດງານສະຫະປະຊາຊາດຢູ່ Bentil, ປະເທດ ຊູດັງໃຕ້ ນັບແຕ່ກ່ອນຈົນມາຮອດປັດຈຸບັນ.

ນອກຈາກວຽກງານວິຊາສະເພາະແລ້ວ, ພາຍຫລັງປະຕິບັດການເວນຍາມ, ບັນດາສະມາຊິກຂອງໂຮງໝໍ ກໍ່ໄດ້ຜັດປ່ຽນກັນໄປຄ້າຍລີ້ໄພຕ່າງໆເພື່ອກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ, ແນະນຳໃຫ້ພໍ່ແມ່ປະຊາຊົນປະຈຳທ້ອງຖິ່ນເດີມປູກຜັກ ເພື່ອປັບປຸງອາຫານການກິນຂອງຕົນໃນແຕ່ລະຄາບ. ຄວາມໃກ້ຊິດສະໜິດສະໜົມຂອງພະນັກງານ, ນັັກຮົບໂຮງໝໍກາງສະໜາມ ໄດ້ຮັບຄວາມຮັກແພງຈາກປະຊາຊົນຢູ່ Bentil. ຮ້ອຍເອກ ຫງວຽນຮົ່ງຫາຍ ໃຫ້ຮູ້ດ້ວຍຄວາມຕື້ນຕັນໃຈວ່າ:

ຂ້າພະເຈົ້າຮູ້ສຶກໄດ້ວ່າ ຊີວິດການເປັນຢູ່ຂອງປະຊາຊົນຢູ່ Bentil ມີຄວາມຫຍຸ້ງຍາກທີ່ສຸດ, ເມື່ອເຫັນແລ້ວ ມີຄວາມຕື້ນຕັນໃຈ ເວົ້າຫຍັງບໍ່ອອກຈັກຄຳເລີຍ    ຫວັງວ່າ ມີແຕ່ຊ່ວຍເຂົາເຈົ້າຍິ່ງຫລາຍກໍ່ຍິ່ງດີ. ເມື່ອເກີດມີກໍລະນີ ຢູ່ເກີນຂອບເຂດຮັບຜິດຊອບຂອງຕົນນັ້ນ ຂ້າພະເຈົ້າກໍ່ພະຍາຍາມດັດປັບເພື່ອຂໍການສົມທົບ ໃນການຊ່ວຍເຫຼືອເຂົາເຈົ້າ.

ພາຍຫລັງເລີກວຽກ, ບັນດາພະນັກງານ, ນັກຮົບຂອງໂຮງໝໍກາງສະໜາມລະດັບ 2 ເລກທີ 1 ກໍ່ມີບັນດາການພົບປະແລກປ່ຽນກັບເພື່ອນມິດສາກົນ ແລະ ປະຊາຊົນຢູ່ທ້ອງຖິ່ນ. ຢູ່ Bentil, ບັນດາອ້າຍ, ເອື້ອຍ, ນ້ອງຍາມໃດກໍ່ມີຄວາມເອກອ້າງທະນົງໃຈ ຍ້ອນຕົນເອງເປັນຊາວ ຫວຽດນາມ ແລະ ໄດ້ຮັບຄວາມຮັກແພງຈາກທຸກຄົນ. ນາງຮ້ອຍເອກ ຫງວຽນທິທູຈາງ ແບ່ງປັນວ່າ:

        “ຢູ່ ຊູດັງໃຕ້, ເຂົາເຈົ້າມີຄວາມຮັກແພງຕໍ່ຊາວ ຫວຽດນາມ ທີ່ສຸດ, ໄປໃສ ເຂົາເຈົ້າກໍ່ຖາມວ່າ  ເປັນຊາວ ຫວຽດນາມບໍ່ ຖ້າເປັນຊາວ ຫວຽດນາມ ນັ້ນ ເຂົາເຈົ້າຂໍຖ່າຍຮູບນຳ ແລະ ສະແດງຄວາມຮັກແພງຕໍ່. ນ້ອງຮູ້ສຶກມີຄວາມເອກອ້າງທະນົງໃຈທີ່ສຸດ ຍ້ອນຕົນເອງເປັນຊາວ ຫວຽດນາມ.

ອຳນາດການປົກຄອງປະຈຳຖິ່ນ ແລະ ພົນທະຫານບັນດາປະເທດທີ່ພວມປະຕິບັດງານຢູ່ ຊູດັງໃຕ້ ຍັງມີຄວາມປະເອີບໃຈຕໍ່ຂອບເຂດບໍລິເວນດຳເນີນຊີວິດທີ່ມີສີຂຽວສົດໃສ, ສະອາດ, ສວຍງາມຂອງໂຮງໝໍກາງສະໜາມລະດັບ 2 ເລກທີ 1 ຂອງ ຫວຽດນາມ. ໃນໂອກາດວັນບຸນ, ບຸນເຕັດ ຫຼື ໂອກາດພົບປະສັງສັນ, ອ້າຍເອື້ອຍນ້ອງຂອງໂຮງໝໍ ຍັງແນະນຳວັດທະນະທຳ, ອາຫານການກິນຂອງ ຫວຽດນາມ ໃຫ້ເພື່ອນມິດສາກົນອີກດ້ວຍ. ທ່ານນາງ ພັນຈັດຕະວາ ບູ່ຍທິຊວາ ແບ່ງປັນວ່າ:

ເມື່ອວັນບຸນຂອງສະຫະປະຊາຊາດວຽນມາ ບັນດາສະມາຊິກຂອງໂຮງໝໍລ້ວນແຕ່ຈັດຕັ້ງລາຍການສະແດງສິລະປະ, ເຊີນກົມກອງເພື່ອນມິດເຂົ້າຮ່ວມ ແລະ ພ້ອມກັນແຕ່ງອາຫານ ຫວຽດນາມ, ຄືເຮັດໝູຢໍ່, ແນມຈືນ ເພື່ອແນະນຳບັນດາເຍື່ອງອາຫານ ຫວຽດນາມ ໃຫ້ເພື່ອນມິດສາກົນ.

ພາຍຫລັງປະຕິບັດພາລະກຳເປັນເວລາກ່ວາ 1 ປີ, ໂຮງໝໍກາງສະໜາມລະດັບ 2 ເລກທີ 1 ໄດ້ກວດ ແລະ ປິ່ນປົວໃຫ້ຄົນເຈັບກ່ວາ 2000 ຄົນ, ໃນນັ້ນ, ມີຫລາຍກໍລະນີເຈັບໜັກ. ຜ່ານນັ້ນ, ຂະແໜງເສນາຮັກ ຫວຽດນາມ ໄດ້ຢັ້ງຢືນອິດທິພົນຊື່ສຽງ, ຄຸນນະພາບການກວດ, ປິ່ນປົວພະຍາດ ແລະ ກິລິຍາທ່າທີ, ຈິດໃຈຮັບໃຊ້ເປັນຢ່າງດີ. ສະຫະປະຊາຊາດຕີລາຄາສູງຕໍ່ຄຸນນະພາບການປິ່ນປົວຂອງໂຮງໝໍກາງສະໜາມລະດັບ 2 ເລກທີ 1, ເປັນຕົ້ນແມ່ນກິລິຍາທ່າທີໃນການຮັບໃຊ້ຂອງພະນັກງານ, ທ່ານໝໍ. ພັນຕີ ບູ່ຍດຶ໊ກແທັງ, ຜູ້ອຳນວຍການໂຮງໝໍກາງສະໜາມລະດັບ 2 ເລກທີ 1 ໃຫ້ຮູ້ວ່າ:

ພວກຂ້າພະເຂົ້າຢາກສະແດງໃຫ້ເຫັນຈິດໃຈທະຫານລຸງໂຮ່, ຈິດໃຈນັກຮົບຂອງແພດທະຫານປະຕິວັດ, ຢາກຢັ້ງຢືນທີ່ຕັ້ງບົດບາດຂອງ ຫວຽດນາມ ແລະ ໂຄສະນາພາບພົດປະເທດຊາດ ແລະ ປະຊາຊົນ ຫວຽດນາມ ໃຫ້ເພື່ອນມິດສາກົນ. 1 ປີກ່ວາຜ່ານມາ, ພວກຂ້າພະເຈົ້າຢັ້ງຢືນວ່າ ພວກຂ້າພະເຈົ້າເຮັດໄດ້ສິ່ງນັ້ນສຳເລັດແລ້ວ.

ຢູ່ດິນແດນ ອາຟຣິກາ ທີ່ຫ່າງໄກນັ້ນ, ພະນັກງານ, ນັກຮົບໂຮງໝໍກາງສະໜາມລະດັບ 2 ເລກ 1 ຂອງ ຫວຽດນາມ 63 ຄົນ  ໄດ້ສາມັກຄີກັນ, ແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ສຳເລັດເປັນຢ່າງດີ. ພະນັກງານ, ນັກຮົບໂຮງໝໍໄດ້ສະແດງຄວາມເອກອ້າງທະນົງໃຈ ແລະ ຄວາມຮັບຜິດຊອບຂອງປະເທດທີ່ຮັກຫອມສັນຕິພາບ. ທັງໝົດເຫຼົ່ານັ້ນ ໄດ້ປະກອບສ່ວນຢັ້ງຢືນຄຳໝັ້ນສັນຍາຍາວໄກຂອງ ຫວຽດນາມ ໃນການປະຕິບັດໜ້າທີ່ອັນສູງສົ່ງ, ເພື່ອພາລະກຳສັນຕິພາບ, ສະຖຽນລະພາບລວມຂອງໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ