ໄຊຊະນະທົ່ງໄຫຫີນ ຊຽງຂວາງ ສັນຍາລັກຂອງການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ

(VOVWORLD) -ກ່ອນນີ້ 50 ປີ, ແຫ່ງນີ້ແມ່ນໜຶ່ງໃນບັນດາສະຖານທີ່ຕໍ່ສູ້ຢ່າງດຸເດືອດ ໃນບັ້ນຮົບປ້ອງກັນທົ່ງໄຫຫີນ ຊຽງຂວາງ.
ໄຊຊະນະທົ່ງໄຫຫີນ ຊຽງຂວາງ ສັນຍາລັກຂອງການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ - ảnh 1(ພັນຕີ ບຸນທັນ ມານີວົງ)

50 ປີກ່ອນນີ້, ການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ຍາດໄດ້ໄຊຊະນະໃນບັ້ນຮົບປ້ອງກັນທົ່ງໄຫຫີນ ຊຽງຂວາງ, ຕີຍຸດທະສາດ “ສົງຄາມພິເສດເພີ່ມເຕີມ” ຂອງ ອາເມລິກາ ຢູ່ ລາວ ໃຫ້ປະລາໄຊອີກບາດກ້າວສຳຄັນໜຶ່ງ. ໄຊຊະນະທົ່ງໄຫຫີນ ຊຽງຂວາງ ປີ 1972 ໄດ້ກາຍເປັນສັນຍາລັກທີ່ມີຊີວິດຊີວາຂອງນ້ຳໃຈຮ່ວມສຳພັນສູ້ຮົບພິເສດ ຫວຽດນາມ - ລາວ.

        ປະຈຸບັນ, ທົ່ງໄຫຫີນ ຊຽງຂວາງ ແມ່ນມໍລະດົກໂລກວັດທະນະທຳແຫ່ງທີ 3 ຂອງ ລາວ. ກ່ອນນີ້ 50 ປີ, ແຫ່ງນີ້ແມ່ນໜຶ່ງໃນບັນດາສະຖານທີ່ຕໍ່ສູ້ຢ່າງດຸເດືອດ ໃນບັ້ນຮົບປ້ອງກັນທົ່ງໄຫຫີນ ຊຽງຂວາງ. ເຄິ່ງສະຕະວັດໄດ້ຜ່ານພົ້ນໄປແລ້ວ,  ແຕ່ພັນຕີ ບຸນທັນ ມານີວົງ, ໃນຄາວນັ້ນ ເປັນຊາວໜຸ່ມຄົນໜຶ່ງທີ່ມີນຳໃຈຮັກຊາດຢ່າງສຸດໃຈ, ບໍ່ຍອມຈຳນົນຕໍ່ສັດຕູ້ຜູ້ຮຸກຮານ ບໍ່ສາມາດຫຼົງລືມບັນດາຄວາມຊົງຈຳກ່ຽວກັບຊຸມເດືອນປີຕໍ່ສູ້, ຮ່ວມຂຸມຄອງດຽວ, ແບ່ງປັນຄວາມສຸກຄວາມທຸກກັບບັນດາອ້າຍນ້ອງ ຫວຽດນາມ ທີ່ມາ ລາວ ເພື່ອແະຕິບັດພັນທະສາກົນ.

(ພັນຕີ ບຸນທັນ ມານີວົງ)

ໄຊຊະນະທົ່ງໄຫຫີນ ຊຽງຂວາງ ສັນຍາລັກຂອງການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ - ảnh 2(ທ່ານພົນຈັດຕະວາ ຮວິ່ງດັກເຮືອງ)

ດ້ວຍປະສົບການຕີເອົາໄຊຊະນະ ອາເມລິກາ ໃນບັ້ນຮົບ Plei Me ຢູ່ເຂດພູສູງຂອງ ຫວຽດນາມ ປີ 1965, ທ່ານພົນຈັດຕະວາ ຮວິ່ງດັກເຮືອງ ພ້ອມກັບຄະນະປະຕິບັດງານພິເສດທີ່ມີພຽງ 40 ຄົນ, ໂດຍທ່ານພົນເອກ ຫວໍງວຽນຢາບ ຊີ້ນຳສ້າງຕັ້ງໂດຍກົງ ໄດ້ສັ່ງໄວ້ ແລະ ມອບໜ້າທີ່ຈັດສົ່ງທະຫານອາສາສະໝັກໄປຊ່ວຍເຫຼືອປະເທດເພື່ອນ ລາວ ຕື່ມອີກ. ທ່ານພົນຈັດຕະວາ ຮວິ່ງດັກເຮືອງ ໃຫ້ຮູ້ວ່າ, ໄລຍະ 1972 ແມ່ນໄລຍະຕໍ່ສູ້ທີ່ດຸເດືອດທີ່ສຸດຢູ່ ລາວ, ກໍ່ແມ່ນໄລຍະເຊິ່ງທ່ານຮັບຜິດຊອບ. ທ່ານເລົ່າສູ່ຝັງວ່າ: ໃນຊຸມເດືອນປີຕໍ່ສູ້ທີ່ຫຍຸ້ງຍາກ, ລຳບາກນັ້ນ, ອາລົມຈິດລະຫວ່າງທະຫານອາສາສະໝັກ ຫວຽດນາມ ແລະ ກອງບັນຊາການທະຫານຂອງ ລາວ ມີຄວາມອົບອຸ່ນທີ່ສຸດ ດ້ວຍການໄປມາຢື້ຢາມຖາມຂ່າວເຊິ່ງກັນ ແລະ ກັນຢູ່ສະໜາມຮົບ.

        “ຍ້ອນພົບປະກັນໃນສະພາບທີ່ຫຍຸ້ງເຫຍືອງຄືແນວນັ້ນ, ໄດ້ພິສູດໃຫ້ເຫັນວ່າ ພວກເຮົາຢູ່ຂຸມຄອງດຽວກັນ, ຮ່ວມເປັນຮ່ວມຕາຍ. ນັ້ນແມ່ນອະນຸສອນຢ່າງເລິກເຊິ່ງກ່ຽວກັບການຮ່ວມສຳພັນສູ້ຮົບລະຫວ່າງ ຫວຽດນາມ - ລາວ”.

        ເຖິງວ່າຖືກສັດຕູຍິງທຳລາຍຢ່າງດຸເດືອດກໍ່ຕາມ, ແຕ່ກຳລັງຂອງການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ກໍ່ບໍ່ຫວັ່ນໄຫວ, ຍິ່ງຕີກໍ່ຍິ່ງກ້າແກ່ນ, ທົນທານ, ນ້ຳໃຈຂອງນັກຮົບຍິ່ງເຂັ້ມແຂງຂຶ້ນຕື່ມ. ໃນເວລາ 179 ວັນຂອງບັ້ນຮົບ, ເລີ່ມແຕ່ວັນທີ 21 ພຶດສະພາ ຮອດວັນທີ 15 ພະຈິກ 1972, ກອງກຳລັງສຳພັນສູ້ຮົບ ຫວຽດນາມ - ລາວ ໄດ້ຈັດການຕໍ່ສູ້ 244 ຄັ້ງ, ປັດເຂ່ຍສັດຕູ 5.700 ຄົນ, ຍິງເຮືອບິນຕົກ 38 ລຳ, ເກັບເອົາປືນກວ່າ 800 ກະບອກ, ບັງຄັບໃຫ້ລູກແຫຼ້ງຕີນມື ລາວ, ໄທ ແລະ ອາເມລິກາ ຕ້ອງຖອນອອກຈາກທົ່ງໄຫຫີນ ຊຽງຂວາງ. ທ່ານພົນເອກ ຈູມມະລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ໃຫ້ຮູ້ວ່າ, ປົກປ້ອງໄດ້ທົ່ງໄຫຫີນ ຊຽງຂວາງ ແມ່ນປົກປ້ອງໄດ້ທຸກສະໜາມຮົບຢູ່ ລາວ.

(ທ່ານພົນເອກ ຈູມາລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ປະທານປະເທດ ລາວ)

        ໄຊຊະນະຂອງບັ້ນຮົບໄດ້ປະກອບສ່ວນປົກປັກຮັກສາເຂດປົດປ່ອຍຢ່າງໝັ້ນຄົງ ມີຄວາມໝາຍປະຫວັດສາດສຳລັບການປະຕິວັດຂອງ ລາວ. ແລະ ມາຮອດປະຈຸບັນ, ທົ່ງໄຫຫີນ ຊຽງຂວາງ ໄດ້ກາຍເປັນສັນຍາລັກຂອງການຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ແລະ ກໍ່ແມ່ນສະຖານທີ່ຢ້ຽມຢາມຂອງນັກທ່ອງທ່ຽວສາກົນຫຼາຍຄົນ ໃນການເດີນທາງໄປຄົ້ນຫາປະເທດ ລ້ານຊ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ