ໄປທ່ອງທ່ຽວເພື່ອຮັກແພງປະເທດຊາດກວ່າອີກ


(vovworkd) - ປະ​ເທດ​ຫວຽດນາມ​ ແຕ່​ເໜືອ​ຮອດ​ໃຕ້, ຢູ່​ບ່ອນ​ໃດ​ກໍ່​ມີ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ. ນັບ​ແຕ່​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່​ຕະຫຼອດ​ຮອດ​ເຂດ​ດິນ​ທີ່​ຫຼາຍ​ຄົນ​ບໍ່ຮູ້​ຈັກ​ເຖິງ, ​ແຕ່ລະ​ແຫ່ງ​ກໍ່​ມີ​ຈຸດ​ພິ​ເສດສະ​ເພາະ. ດັ່ງ​ນັ້ນ, ການ​ໄປຄົ້ນ​ຫາ​ຄວາມ​ງາມ​​ແບບເລິກ​ລັບ​ຂອງປະ​ເທດຊາດ ​ໄດ້​ກາຍ​ເປັນຄວາມ​ນິຍົມສຳລັບ​​ເພື່ອນ​ໜຸ່ມ​ ຜູ້ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ແລະມັກ​ຄົ້ນ​ຫາ. ຍ້ອນ​ເຫດ​ນັ້ນ​ເມື່ອ​ມີ​ເງື່ອນ​ໄຂ​ເຂົາ​ເຈົ້າ​ເຄີຍ​ຈັດ​ແຜນການ​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ​ໃຫ້​ແກ່​ຕົນ.

ໄປທ່ອງທ່ຽວເພື່ອຮັກແພງປະເທດຊາດກວ່າອີກ - ảnh 1

ທ່ອງທ່ຽວຄົ້ນຫາຂົ້ວຕາເວັນອອກ

        20 ​ໂມງ​ວັນ​ອາທິດ, ຢູ່​ຮ້ານ​ນ້ອຍ​ໃນ​ຖະໜົນ​ຕ້າ​ຫ້ຽນ, ຮ່າ​ໂນ້ຍ, ບັນດາ​ສະມາຊິກ​ໃນ​ກຸ່ມນິຍົມ​ທ້ອງ​ທ່ຽວຄົ້ນ​ຫາ “​ເຟືອດ“ ​ພວມ​ປຶກສາ​ຫາລື​ກ່ຽວ​ກັບແຜນການ​ທ່ອງ​ທ່ຽວ​ຈະ​ມາ​ເຖິງ​ຢ່າງ​ຟົດ​ຟື້ນ​. ສະມາຊິກ​ແຕ່ລະຄົນ​ຕ່າງ​ກໍ່​ມັກ​ທ່ອງ​ທ່ຽວ, ນິຍົມ​ຖ່າຍຮູບ ​ແລະ ​ເຄີຍ​ໄປ​ຄົ້ນ​ຫາ​ຢູ່​ຫຼາຍ​ແຫ່ງ​ແລ້ວ, ​ແຕ່​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ເຂົາ​ເຈົ້າມີ​ແຜນການ​ໄປ​ທ່ອງ​ທ່ຽວໃນ​​ໂອກາດບຸນປີ​ໃໝ່​ປະຈຳ​ຊາດ​ເປັນ​ເວລາ10 ວັນ. ​ເພື່ອນ ​ເລກ​ວາງ​ລື​ວ, ຖື​ວ່າ:

        “ຫຼີ​ເຊີນ​ ງາມ​ຫຼາຍ! ຂ​້າພະ​ເຈົ້າ​ໄດ້​ໄປ​ຫຼີ​ເຊີນ​ ກ່ອນ​ຍາມ​ພາຍຸ​ແລ້ວ, ​ເວລາ​ນັ້ນ​ທະ​ເລ​ງາມ​ທີ່​ສຸດ. ຂ້າພະ​ເຈົ້າ​ກໍ່​ເຄີຍ​ໄປ​ທ່ຽວເກາະ​ບາງແຫ່ງ​, ​ແຕ່​ບໍ່​ມີ​ແຫ່ງ​ໃດ​ງາມ​ກວ່າ​ຫຼີ​ເຊີນ. ທະ​ເລ​ຢູ່​ທີ່​ນີ້​ງາມ, ຂຽວ​ສະອາດ, ພູ​ກໍ່​ງາມ. ເກາະ​​ໄດ້​ຮັບ​ການ​ອ້ອມ​ຮອບ​ດ້ວຍ​ຄື້ນທະ​ເລ​ທີ່​ຂາວ​ກະຈະ. ​ໄປ​ຄົ້ນ​ຫາ​ເກາະ​ແມ່ນ​ຈັບ​ໃຈ​ຫຼາຍ“.

ໄປທ່ອງທ່ຽວເພື່ອຮັກແພງປະເທດຊາດກວ່າອີກ - ảnh 2

ທ່ອງທ່ຽວຄົ້ນຫາຂົ້ວຕາເວັນຕົກ

        ​ໃນ​ກຸ່ມ, ມີ​ສະມາຊິກ​ບາງ​ຄົນ​ບໍ່​ຮູ້ຈັກ​ພູມີ​ປະ​ເທດ​ຢູ່ເຂດ​ພູດ​ອຍທາງ​ພາກ​ເໜືອ, ບາງ​ຄົນຮູ້​ຈັກ​ສະຖານ​ທີ່​ທ່ອງ​ທ່ຽວ​ຫຼາຍ​ແຫ່ງຢູ່​ພາກ​ກາງ, ບາງ​ຄົນ​ຖື​ວ່າ​ພາກ​ຕາ​ເວັນ​ຕົກ​ຈັບ​ອົກ​ຈັບ​ໃຈ​ຫຼາຍ. ​ແຕ່​ພາຍຫຼັງ​ປຶກສາ​ຫາລື​ນຳ​ກັນ, ບັນດາ​ສະມາຊິກ​ໃນ​ກຸ່ມ​ໄດ້​ຕົກລົງ ​ບໍ່​ໄປ​ທ່ອງ​ທ່ຽວ​ຢູ່​ຫຼາຍ​ແຫ່ງ​ຍ້ອນ​ຈະ​ເສຍ​ເວລາ​ຫຼາຍ, ຫາກ​ສຸມ​ໃສ່​ຄົ້ນ​ຫາຂົ້ວ 4 ​ແຫ່ງ​​ໃນເຂດ​ດິນ​ຕໍ່​ແຜ່ນ​ຂອງ​ປະ​ເທດເຊັ່ນ: ລຸ້ງກູ໋, ​ແຂວງ​ຮ່າ​ຢາງ; ​ເສ​ປາຈາ​ຍ, ​ແຂວງ​ດ້ຽນບຽນ; ວ້ານນິງ, ​ແຄ໋ງຮ່ວາ ​ແລະ ກ່າ​ເມົາ​ຕອນ​ໃຕ້​ສຸດ​ຂອງ​ຫວຽດນາມ. ​ແບ່ງປັນ​ກ່ຽວ​ກັບ​ສາຍ​ເຫດ​ທີ່​ພາ​ໄປ​ເຖິງ​ການ​ເລືອກ​ເຟັ້ນລາຍການ​ທ່ອງ​ທ່ຽວ​ນີ້, ອ້າຍ ຫງວຽນ​ຟອງ​ຟູ໋, ຫົວໜ້າ​ໜ່ວຍ, ​ໃຫ້​ຮູ້​ວ່າ:

        “ບັນດາ​ສະມາຊິກ​ສ່ວນ​ຫຼາຍ​ແມ່ນ​ບໍ່​ທັນ​ພິຊິດ​ຂົ້ວ​ຂອງ​ປະ​ເທດ​ຊາດ, ດັ່ງ​ນັ້ນ​ຈຶ່ງ​ຢາກ​ໄປ​ທ່ອງ​ທ່ຽວ​ແຫ່ງ​ນີ້. ​ເຂົາ​ເຈົ້າ​ໄດ້​ຮັບ​ຟັງ​​ກ່ຽວ​ກັບ​​ເລື່ອງຂ້າມ​ຫາດ​ຊາຍ, ​ເຕັ້ນ​ແກ້ງ ​ແລະ ຍ່າງ​ຂ້າມ​ປ່າ​ເພື່ອ​ໄປ​ຍັງ​ຂົ້ວ​ຕາ​ເວັນ​ຕົກ. ຫຼື​ນັ່ງ​ກາ​ໂນ​ຂ້າມ​ຄື້ນທະ​ເລ​ໄປ​ຍັງ​ຂົ້ວ​ໃຕ້. ດັ່ງ​ນັ້ນ​ຜູ້​ໃດ​ກໍ່​ຢາກໄປ​​ເພື່ອ​ຄົ້ນ​ຫາ “.

ໄປທ່ອງທ່ຽວເພື່ອຮັກແພງປະເທດຊາດກວ່າອີກ - ảnh 3

ທ່ອງທ່ຽວຄົ້ນຫາຂົ້ວໃຕ້ຢູ່ກ່າເມົາ

        ​ເມື່ອ​ໄປ​ເຖິງ​ຂົ້ວ​ເໜືອ, ຂົ້ວ​ໃຕ້, ຂົ້ສຕາ​ເວັນ​ອອກ, ຂົ້ວຕາ​ເວັນ​ຕົກ​ໃນ​ເຂດ​ດິນ​ຕໍ່​ແຜ່ນ​​ຂອງ​ປະ​ເທດ, ທຸກ​ຄົນ​ໃນ​ກຸ່ມ​ຈະ​ນຸ່ງ​ເສື້ອ​ສີ​ແດງ​ດາວ​ເຫຼືອງ ​ແລະ ພ້ອມ​ກັນ​ຂັບ​ຮ້ອງ​ເພງ​ຊາດ​ນຳ​ກັນ.

        ​ເຂົ້າ​ຮ່ວມ​ຄະນະ​ໃນ​ຄັ້ງ​ນີ້, ຫງວຽນ​ໂຕ໋ຍື ຜູ້​ທີ່​ເຄີຍ​ໄປ​ຮຽນ​ຢູ່​ກາ​ນາ​ດາ​ນິຍົມ​ລາຍການ​ທ່ອງ​ທ່ຽວ​ຄັ້ງ​ນີ້ຫຼາຍ. ​ຍ້ອນ​ດຳລົງ​ຊີວິດ ​ແລະ ຮຳ່ຮຽນ​ຢູ່​ຕ່າງປະ​ເທດ​ໄລຍະ​ຍາວ​ ດັ່ງ​ນັ້ນ​ຈຶ່ງ​ມີ​ໂອກາດ​ໄປ​ທ່ອງ​ທ່ຽວ​ຢູ່​ຫຼາຍ​ປະ​ເທດ​, ​ແຕ່ ຍື ຍັງ​ຢາກ​ໄປ​ທ່ອງ​ທ່ຽວ​ຢູ່​ຫວຽດນາມທີ່​ສຸດ ​ເພື່ອຄົ້ນ​ຫາກ່ຽວ​ກັບ​ຄວາມ​ງາມ​ຂອງ​ປະ​ເທດຊາດ​ກໍ່​ຄື​ຊີວິດ​ຂອງ​ປະຊາຊົນ. ຫງວຽນ​ໂຕ​ຍື, ຖື​ວ່າ:

        “ທັດສະນີ​ຍະ​ພາບ​ຢູ່​ຫວຽດນາມ​ກໍ່​ງາມ​ເທົ່າ​​ກັບຕ່າງປະ​ເທດ. ຖ​້າຢາກ​ຊົມຫິມະ​ເພື່ອ​ນສາມາດ​ຂື້ນ​ພູເມົາ​ເຊີນ ຢູ່​ແຂວງ​ລາວ​ກາຍ​ ໃນ​ລະດູ​ໜາວ, ຖ້າຢາກ​ໄປ​ທ່ຽວ​ດອນ​ຊາຍ​ແມ່ນ​ໄປ​ນິງທ້ວນ, ຫຼື​ຢາກຢ້ຽມຢາມປາ​ຣີ ຫຍໍ້​ເຂົ້າຂອງຫວຽດນາມ ​ແມ່ນໄປ​ດ່າ​ລາດ​. ​ແຕ່​ສຳລັບ​ຂ້າພະ​ເຈົ້າ, ບໍ່​ມີ​​ແຫ່ງ​ໃດ​ສັກກະ​ລະ​ບູຊາ​ຄື​ຢູ່​ຂົ້ວ 4 ​ແຫ່ງ​ຂອງ​ປະ​ເທດ​ຕົນ.

ໄປທ່ອງທ່ຽວເພື່ອຮັກແພງປະເທດຊາດກວ່າອີກ - ảnh 4

ພາບປະກອບ

        ຢູ່​ທ້ອງ​ຖີ່​ນ​ແຕ່ລະ​ແຫ່ງ​ຂອງ​ຫວຽດນາມ ກໍ່​ມີ​ຮີດຄອງ​ປະ​ເພນີ​ສະ​ເພາະ, ​ໃນ​ລາຍການ​ເດີນທາງ​​ໄປ​ຄົ້ນ​ຫາຂົ້ວ 4 ​ແຫ່ງ​ຂອງ​ປະ​ເທດ, ພວກ​ເພື່ອນ​ໜຸ່ມ​ໃນ​ກຸ່ມ​ຈະ​ມີ​​ໂອກາດ​ຊອກ​ຮູ້​ຮີດຄອງ​ປະ​ເພນີ, ວັດທະນະທຳ​ຂອງ​ຫຼາຍ​ຊົນ​ເຜົ່າ​ຢູ່​ເຂດ​ພາກ​ຕ່າງໆ, ຈາກ​ນັ້ນ​ມີ​ຄວາມ​ຮັກ​ປະ​ເທດ​ຊາດ​ຂອງ​ຕົນ​ກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ