ບາດກ້າວຫັນປ່ຽນໃນການສ້າງກົງຈັກໃຫ້ກະທັດລັດ

(VOVWORLD) -ການສັບຊ້ອນ, ສ້າງກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດ ພວມໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດຈາກສູນກາງລົງຮອດທ້ອງຖິ່ນ. ມີພະນັກງານການນຳຫລາຍຄົນ ຂຶ້ນກັບອົງຄະນະພັກ, ຄະນະພັກແຂວງ, ຄະນະພັກນະຄອນ, ຄະນະກຳມະການປະຊາຊົນ, ຄະນະພັກເມືອງ ໄດ້ເປັນເຈົ້າການໃນການຂໍລາພັກວຽກງານກ່ອນກຳນົດກະສຽນບຳນານ, ປະກອບສ່ວນສ້າງເງື່ອນໄຂສະດວກໃຫ້ວິວັດການສັບຊ້ອນ, ສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດ. ນີ້ແມ່ນປັດໄຈສຳຄັນ ຊ່ວຍຍົກສູງປະສິດທິຜົນວຽກງານສັບຊ້ອນການຈັດຕັ້ງຢູ່ຫລາຍອົງການ, ຫົວຫນ່ວຍ.

ບາດກ້າວຫັນປ່ຽນໃນການສ້າງກົງຈັກໃຫ້ກະທັດລັດ - ảnh 1ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການປຶກສາຫາລືໃນຂອບເຂດກອງປະຊຸມວິສາມັນຄັ້ງທີ 9. (ພາບ:VOV)

ສະພາບຕົວຈິງຂອງວິວັດການສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດຢູ່ຫລາຍກະຊວງ, ຂະແຫນງການ, ທ້ອງຖິ່ນ ສະແດງໃຫ້ເຫັນວ່າ ການປະຕິວັດແຫ່ງການສ້າງກົງຈັກໃນລະບົບການເມືອງໃຫ້ກະທັດລັດ ພວມໄດ້ຮັບຄວາມເຫັນດີເຫັນພ້ອມສູງ ແລະ ໄດ້ແຜ່ຂະຫຍາຍຢ່າງຕັ້ງຫນ້າໃນທົ່ວສັງຄົມ.

ແຜ່ຂະຫຍາຍແຜນນະໂຍບາຍສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດ

ໂດຍປະຕິບັດແຜນນະໂຍບາຍຂອງສູນກາງ ກ່ຽວກັບການສືບຕໍ່ປ່ຽນແປງໃຫມ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດ, ເຄືື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ໃນຊຸມມື້ຜ່ານມາ ມີພະນັກງານ, ລັດຖະກອນຫລາຍຄົນຢູ່ຕາແສງຕະຫລອດຮອດພະແນກ, ຂະແຫນງການ ຢູ່ແຂວງ ຮ່າຕິງ ໄດ້ເປັນເຈົ້າການສະເຫນີຄວາມມຸ່ງມາດປາດຖະຫນາຢາກອອກພັກບຳນານກ່ອນເວລາກຳນົດ. ຄຽງຄູ່ກັບນະໂຍບາຍດີຂອງສູນກາງ, ທາງແຂວງ ຮ່າຕິງ ກໍ່ໄດ້ປະກາດໃຊ້ມະຕິກ່ຽວກັບການຫນູນຊ່ວຍສຳລັບພະນັກງານ, ລັດຖະກອນ ແລະ ບັນດາເປົ້າໝາຍອື່ນໃນກໍລະນີຫລຸດການຮັບບັນຈຸລັດຖະກອນໃໝ່.

ໃນຂະນະນັ້ນ ຢູ່ເຂດທ່ົງພຽງແມ່ນ້ຳຂອງທາງພາກໃຕ້, ມີພະນັກງານຫລັກແຫລ່ງຫລາຍຄົນຂອງແຂວງ ດົ່ງທາບ ກໍ່ຂໍໄດ້ອອກພັກບຳນານກ່ອນກຳນົດເວລາດ້ວຍຄວາມສະໝັກໃຈ. ໄລ່ມາຮອດປະຈຸບັນ, ຈຳນວນພະນັກງານຂໍອອກພັກບຳນານຂອງແຂວງໄດ້ຂຶ້ນເຖິງ 300 ຄົນ. ສ່ວນຢູ່ແຂວງ ຫວິງຟຸກ, ຜ່ານການລວບລວມເບື້ອງຕົ້ນ ກໍ່ມີພະນັກງານ, ລັດຖະກອນເກືອບ 300 ຄົນ ໄດ້ຂໍອອກພັກບຳນານກ່ອນເວລາກຳນົດ.

          ຢູ່ຂັ້ນສູນກາງ, ຫວ່າງແລ້ວນີ້ ກອງປະຊຸມວິສາມັນຄັ້ງທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ພິຈາລະນາຮັບຮອງເອົາກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ (ສະບັບປັບປຸງ); ກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ (ສະບັບປັບປຸງ); ກົດໝາຍປັບປຸງເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ; ມະຕິກ່ຽວກັບການແກ້ໄຂບາງບັນຫາທີ່ກ່ຽວຂ້ອງເຖິງການສັບຊ້ອນການຈັດຕັ້ງກົງຈັກລັດ ແລະ ບາງມະຕິເພື່ອປະຕິບັດການສັບຊ້ອນການຈັດຕັ້ງກົງຈັກຂອງສະພາແຫ່ງຊາດ, ລັດຖະບານ ອາຍຸການສະພາແຫ່ງຊາດຊຸດທີ XV. ນີ້ແມ່ນຂີດໝາຍໃຫຍ່, ມີຄວາມໝາຍສຳຄັນຮັບໃຊ້ການປະຕິວັດການສັບຊ້ອນ, ສ້າງກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດ. ກ່າວຄຳເຫັນເມື່ອປຶກສາຫາລືຢູ່ຕາມຫນ່ວຍໃນຂອບເຂດກອງປະຊຸມວິສາມັນຄັ້ງທີ 9 ສະພາແຫ່ງຊາດຊຸດທີ XV, ທ່ານເລຂາທິການໃຫຍ່ ໂຕເລິມ ຖືວ່າ:

 “ແຜນນະໂຍບາຍຂອງພັກ ກ່ຽວກັບການສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດໂດຍໄດ້ຮັບການສະຫນັບສະຫນູນຈາກບັນດາອົງການ, ສະພາແຫ່ງຊາດ ແລະ ໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງວ່ອງໄວ, ດີທີ່ສຸດ. ຂ້າພະເຈົ້າຄິດວ່າ ນີ້ແມ່ນບັນດາແຜນນະໂຍບາຍອັນຖືກຕ້ອງ ແລະ ກໍ່ແມ່ນຄວາມລໍຄອຍແຕ່ດົນນານແລ້ວຂອງປະຊາຊົນ. ເລື່ອງສ້າງກົງຈັກໃຫ້ກະທັດລັດບໍ່ແມ່ນເພື່ອປະຢັດເງິນ, ນັ້ນພຽງແຕ່ແມ່ນສ່ວນຫນຶ່ງ. ສິ່ງສຳຄັນທີ່ສຸດແມ່ນເພີ່ມປະສິດທິພາບ, ປະສິດທິຜົນຂອງກົງຈັກລັດເພື່ອນຳປະເທດຊາດພັດທະນາ”.

ພ້ອມກັບການປະຕິບັດກົງຈັກໃຫ້ກະທັດລັດ, ບັນດາອົງການ, ຫົວຫນ່ວຍພາຍຫລັງສ້າງໃຫ້ກະທັດລັດ ກໍ່ພວມຮີບເຮັ່ງຜັນຂະຫຍາຍວຽກງານຕາມຮູບແບບ, ການຈັດຕັ້ງໃຫມ່.

ສືບຕໍ່ສ້າງໃຫ້ກະທັດລັດໃນໄລຍະຈະມາເຖິງ

ໝາກຜົນກ່ຽວກັບການສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດ ປະຈຸບັນ ແມ່ນເລີ່ມມາຈາກຫລາຍປັດໄຈ, ໃນນັ້ນ ຄວາມຕັດສິນໃຈດ້ານການເມືອງຂອງການນຳ ພິເສດແມ່ນທ່ານເລຂາທິການໃຫຍ່ ໂຕເລິມ ສວມບົດບາດຫລັກແຫລ່ງ. ຫວນຄືນວິວັດການປະຕິຮູບ, ແຕ່ປີ 2017 ພັກໄດ້ປະກາດໃຊ້ມະຕິຂອງສູນກາງຄັ້ງທີ 6 (ມະຕິເລກທີ 18) ເພື່ອແນໃສ່ສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດໃນລະບົບການເມືອງ. ແຕ່ເຖິງຢ່າງໃດກໍຕາມ ພາຍຫລັງ 7 ປີແຫ່ງການປະຕິບັດ, ໝາກຜົນຍັງບໍ່ທັນບັນລຸໄດ້ຄືດັ່ງຄວາມຫວັງ. ເພາະສະນັ້ນ ດ້ວຍການຊີ້ນຳຢ່າງຂ້ຽວຂາດປະຈຸບັນ ທ່ົວພັກ, ທົ່ວປວງຊົນ ເປັນຈິດຫນຶ່ງໃຈດຽວຜັນຂະຫຍາຍຢ່າງແຮງ ແລະ ໃຫ້ມີປະສິດທິຜົນກວ່າ.

ໂດຍອີງໃສ່ບັນດາໝາກຜົນຕັ້ງຫນ້າໃນເບື້ອງຕົ້ນ, ການສະຫລຸບຂອງກົມການເມືອງ, ຄະນະເລຂາທິການກ່ຽວກັບບາງເນື້ອໃນ, ຫນ້າທີ່ສືບຕໍ່ການສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດຂອງລະບົບການເມືອງປີ 2025, ເຕື້ອງເຖິງການຄົ້ນຄ້ວາກຳນົດທິດສືບຕໍ່ສັບຊ້ອນລົບລ້າງການບໍລິຫານຂັ້ນເມືອງ; ສ້າງແບບວິທີການສືບຕໍ່ສັບຊ້ອນຂັ້ນຕາແສງໃຫ້ສອດຄ່ອງກັບຮູບແບບການຈັດຕັ້ງໃຫມ່. ພ້ອມກັນນັ້ນ ກໍ່ໂຮມບາງຫົວຫນ່ວຍບໍລິຫານຂັ້ນແຂວງເຂົ້າກັນ.     

ບາດກ້າວຫັນປ່ຽນໃນການສ້າງກົງຈັກໃຫ້ກະທັດລັດ - ảnh 2 ທ່ານ ຮອງສາດສະດາຈານ. ປອ ເລວັນເກື່ອງ, ຮອງຫົວຫນ້າສະຖາບັນກໍ່ສ້າງພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ. ( ພາບ: baophapluat.vn)

           ທ່ານ ຮອງສາດສະດາຈານ. ປອ ເລວັນເກື່ອງ, ຮອງຫົວຫນ້າສະຖາບັນກໍ່ສ້າງພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ຖືວ່າ:

    “ການສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດ ບໍ່ແມ່ນພຽງແຕ່ຫລຸດຜ່ອນຈຳນວນເທົ່ານັ້ນ ຫາກສຳຄັນກວ່າແມ່ນຍົກສູງຄຸນນະພາບ, ປະສິດທິພາບ, ປະສິດທິຜົນ. ເປົ້າໝາຍແມ່ນຮັກສາບັນດາພະນັກງານທີ່ມີກຳລັງຄວາມສາມາດ, ສຸດຈິດສຸດໃຈ. ແຕ່ລະທ້ອງຖິ່ນຄວນມີການກຳນົດລະອຽດເພື່ອສຳຫລວດກວດກາລອບຄອບຖີ່ຖ້ວນ, ຮັບປະກັນການນຳໃຊ້ພະນັກງານຜູ້ມີຄວາມເກັ່ງກ້າສາມາດ. ຖ້າປະຕິບັດຖືກຕ້ອງກັບເນື້ອໃຈຈິດໃຈນີ້ ກົງຈັກຈຶ່ງຈະມີຄວາມກະທັດລັດໄດ້, ດ້ວຍຖັນແຖວພະນັກງານມີຄຸນນະພາບ ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການພັດທະນາໄດ້”.

ການປະຕິບັດການສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດຄືດັ່ງການປະຕິວັດຫນຶ່ງ. ຫວຽດນາມ ພວມມານະພະຍາຍາມປະຕິບັດແຜນນະໂຍບາຍການສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດໃຫ້ມີປະສິດທິຜົນເພື່ອຕອບສະຫນອງຄວາມຕ້ອງການແຫ່ງການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ