(VOVWORLD) - ການປະຕິບັດການສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດຢ່າງຂ້ຽວຂາດ, ຄົບຊຸດ ແມ່ນແຜນນະໂຍບາຍໃຫຍ່ຂອງພັກ, ລັດ ຫວຽດນາມ. ແຜນນະໂຍບາຍນີ້ ຫວຽດນາມ ພວມຍູ້ແຮງ, ປະຕິບັດຢ່າງວ່ອງໄວທີ່ສຸດຈາກສູນກາງລົງຮອດຮາກຖານ. ຫວ່າງແລ້ວນີ້ ວັນທີ 28 ກຸມພາ ປີ 2025 ກົມການເມືອງ, ຄະນະເລຂາທິການ ໄດ້ປະກາດໃຊ້ ການສະຫລຸບເລກທີ 127 KL/TW ຂອງສູນກາງກ່ຽວກັບການຜັນຂະຫຍາຍການຄົ້ນຄ້ວາ, ສະເຫນີສືບຕໍ່ສັບຊ້ອນການຈັດຕັ້ງກົງຈັກຂອງລະບົບການເມືອງ ອີກຄັ້ງຫນຶ່ງໄດ້ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈໃນເນື້ອໃນຈິດໃຈການສ້າງກົງຈັກໃຫ້ກະທັດລັດ.
ວາລະສານກອມມູນິດ ຈັດກອງປະຊຸມຜັນຂະຫຍາຍຂໍ້ຕົກລົງຂອງກົມການເມືອງກ່ຽວກັບວຽກງານພະນັກງານຢູ່ ຮ່າໂນ້ຍ ໃນວັນທີ 28 ກຸມພາ.(ພາບ:daibieunhandan.vn) |
ທັງລະບົບການເມືອງ ພ້ອມກັນປະຕິບັດການປະຕິວັດສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດ. ນີ້ແມ່ນການຫັນປ່ຽນທີ່ຈຳເປັນໃຫ້ແກ່ການພັດທະນາລວມ ແລະ ທັງໝົດກໍ່ແມ່ນເພື່ອຮັບໃຊ້ປະຊາຊົນໃຫ້ດີກວ່າ.
ສ້າງກົງຈັກໃຫ້ກະທັດລັດເພື່ອພັດທະນາ
ການສະຫລຸບເລກທີ 127 KL/TW ໄດ້ວາງອອກທິດກ້າວເດີນຢ່າງຈະແຈ້ງ, ດ້ວຍທັດສະນະ “ສ້າງກົງຈັກໃຫ້ກະທັດລັດເພື່ອພັດທະນາ”. ການສະຫລຸບໄດ້ຍົກໃຫ້ເຫັນບາງເນື້ອໃນສຳຄັນຄື: ສ້າງແຜນຮ່າງໂຮມບາງອົງການບໍລິຫານຂັ້ນແຂວງເຂົ້າກັນ, ບໍ່ຈັດຕັ້ງຂັ້ນເມືອງ, ສືບຕໍ່ໂຮມບາງອົງການບໍລິຫານຂັ້ນຕາແສງ; ສ້າງແຜນຮ່າງກ່ຽວກັບລະບົບການຈັດຕັ້ງພັກຢູ່ທ້ອງຖິ່ນ (ຂັ້ນແຂວງ ແລະ ຂັ້ນຕາແສງ); ຢຸດຕິຊົ່ວຄາວການຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕາແສງ, ຂັ້ນເມືອງ. ພ້ອມກັນນັ້ນແມ່ນສຳຫລວດກວດຄືນ, ປັບປຸງ, ເພີ່ມເຕີມບັນດາຂໍ້ກຳນົດຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ. ທີ່ການສະຫລຸບ, ກົມການເມືອງ, ຄະນະເລຂາທິການກໍ່ໄດ້ຍົກອອກບາງຈຸດເວລາລະອຽດໃຫ້ແກ່ບັນດາອົງການກ່ຽວຂ້ອງເພື່ອສຳເລັດບັນດາແຜນຮ່າງ.
ທ່ານເລມິງຮືງ ຫວົຫນ້າ ຄະນະຈັດຕັ້ງສູນກາງ. (ພາບ:daibieunhandan.vn). |
ທ່ານ ຫວູວັນຟຸກ ອະດິດບັນນາທິການໃຫຍ່ ວາລະສານກອມມູນິດ ຖືວ່າ:
“ເລື່ອງລົບລ້າງຂັ້ນເມືອງໃນຈຸດເວລາປະຈຸບັນ ແມ່ນຈຳເປັນ, ຊ່ວຍໃຫ້ບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດລົງໄປຂັ້ນຮາກຖານໂດຍກົງ. ທີສອງ ກໍ່ຊ່ວຍໃຫ້ການປະຕິບັດແຜນນະໂຍບາຍ, ແນວທາງ, ນະໂຍບາຍວ່ອງໄວກວ່າ, ເປັນຕົ້ນແມ່ນໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ຮຽກຮ້ອງຕ້ອງຈັບເອົາກາລະໂອກາດ, ຍາດແຍ່ງໂອກາດເພື່ອພັດທະນາ.”
ເປັນຫນ້າສົນໃຈ, ການສະຫລຸບເລກທີ 127 ຂອງສູນກາງ ຮຽກຮ້ອງຕ້ອງຢຸດຕິຊົ່ວຄາວການຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕາແສງ, ຂັ້ນເມືອງ, ຍື່ນສະເຫນີແຜນຮ່າງໂຮມບາງແຂວງໂດຍໄວ ໄດ້ເປັນການສະແດງໃຫ້ເຫັນການປະດິດຄິດສ້າງ, ບຸກທະລຸຂອງສູນກາງ ເປັນຕົ້ນໃນຈຸດເວລາໃກ້ຈະກ້າວເຂົ້າສູ່ອາຍຸການໃຫມ່. ທ່ານ ເລມິງຮຶງ, ຫົວຫນ້າຄະນະຈັດຕັ້ງສູນກາງ ເນັ້ນຫນັກວ່າ:
“ສິ່ງສຳຄັນທີ່ສຸດຂອງການສັບຊ້ອນ, ສ້າງກົງຈັກຂອງລະບົບການເມືອງໃຫ້ກະທັດລັດ ຕ້ອງບັນລຸໄດ້ເປົ້າໝາຍ ແມ່ນສ້າງໂອກາດເພື່ອໃຫ້ບັນດາທ້ອງຖິ່ນ ແລະ ປະເທດຊາດພັດທະນາ”.
ປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ
ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນຫນັກເປັນຫລາຍຄັ້ງວ່າ: ຕ້ອງເຮັດຢ່າງທັນທີ, ຂ້ຽວຂາດ. ພາຍຫລັງ 30 ວັນທີ່ດຳເນີນກອງປະຊຸມທົ່ວປະເທດຈັດຕັ້ງການຊາບຊຶມປະຕິບັດມະຕິເລກທີ 18, ລົງວັນທີ 30 ທັນວາ ປີ 2024, ກົມການເມືອງ, ຄະນະເລຂາທິການ ໄດ້ປະກາດຂໍ້ຕົກລົງກ່ຽວກັບພາລະບົດບາດ, ຫນ້າທີ່, ສິດອຳນາດ, ກົງຈັກການຈັດຕັ້ງ, ການພົວພັນວຽກງານຂອງບັນດາອົງການຢູ່ສູນກາງ ພາຍຫລັງການໂຮມເຂົ້າ. ສູນກາງປະຕິບັດກ່ອນເພື່ອໃຫ້ທ້ອງຖິ່ນຕອບສະຫນອງດ້ວຍເປົ້າໝາຍລວມແມ່ນສຳເລັດ ແລະ ລາຍງານສູນກາງກ່ຽວກັບການຊັບສ້ອນ, ບູລະນະກົງຈັດການຈັດຕັ້ງຂອງລະບົບການເມືອງໃນໄຕມາດ 1 ປີ 2025.
ຈາກການຊີ້ນຳຂອງສູນກາງ, ການປະຕິບັດປະຕິຮູບ, ສ້າງກົງຈັກໃຫ້ກະທັດລັດ, ການໂຮມເຂົ້າ ໄດ້ຮັບການຜັນຂະຫຍາຍຈາກຂັ້ນເທິງລົງຂັ້ນລຸ່ມ, ນັບທັງອົງການຂອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ທັງໝົດບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ອົງການຈັດຕັ້ງການເມືອງ - ສັງຄົມ, ອົງການວິຊາການ, ອົງການຂຶ້ນກັບລັດຖະບານ ຕາມເນື້ອໃນຈິດໃຈ “ບໍ່ມີການຍົກເວັ້ນ”.
ມາຮອດຈຸດເວລານີ້, ສິ່ງທີ່ພວມດຳເນີນໄປນັ້ນ ເປັນການສະແດງໃຫ້ເຫັນວ່າ ລະບົບການເມືອງຢູ່ ຫວຽດນາມ ໄດ້ ແລະ ພວມຕັດສິນໃຈພ້ອມກັບຄວາມມານະພະຍາຍາມປ່ຽນແປງຮອບດ້ານ ແລະ ຂ້ຽວຂາດ ກ່ຽວກັບໂຄງຮ່າງການຈັດຕັ້ງກົງຈັກ.
ການສ້າງກົງຈັກໃຫ້ກະທັດລັດ ແມ່ນແຜນນະໂຍບາຍລຸລ່ວງ, ສະເໝີຕົ້ນສະເຫມີປາຍຂອງພັກກອມມູນິດ ຫວຽດນາມ. ການປະຕິວັດສ້າງກົງຈັກໃຫ້ກະທັດລັດ ນັ້ນແມ່ນການຜ່ານຜ່າຮົ້ວກີດຂວາງກ່ຽວກັບຈິນຕະນາການດ້ານຜົນປະໂຫຍດ ແຕ່ ຫວຽດນາມ ໄດ້ປະຕິບັດຢ່າງສຳເລັດຜົນເປັນເທື່ອລະກ້າວ. ນີ້ແມ່ນທິດກ້າວເດີນທີ່ຈຳເປັນ ເພື່ອຮັບປະກັນໃຫ້ການພັດທະນາຢ່າງວັດທະນາຖາວອນ, ຍືນຍົງ.