ສາທາລະນະສຸກ: ເສົາຄ້ຳອັນໝັ້ນແກ່ນກ່ຽວກັບການຮັບປະກັນຊີວິດສັງຄົມ ແລະ ການພັດທະນາມະນຸດ

(VOVWORLD) -ສາທາລະນະສຸກແມ່ນເສົາຄ້ຳອັນໝັ້ນແກ່ນກ່ຽວກັບການຮັບປະກັນຊີວິດສັງຄົມ ແລະ ການພັດທະນາມະນຸດ. ຢູ່ ຫວຽດນາມ, ພັກ, ສະພາແຫ່ງຊາດ, ລັດຖະບານ ຍາມໃດກໍ່ຖືວຽກງານເບິ່ງແຍງຮັກສາ ແລະ ຍົກສູງສຸຂະພາບຂອງປະຊາຊົນ ແມ່ນຫນຶ່ງໃນບັນດາບຸລິມະສິດແຖວຫນ້າ, ເປັນຕົ້ນແມ່ນໃນສະພາບການປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃຫມ່.

ສາທາລະນະສຸກ: ເສົາຄ້ຳອັນໝັ້ນແກ່ນກ່ຽວກັບການຮັບປະກັນຊີວິດສັງຄົມ ແລະ ການພັດທະນາມະນຸດ - ảnh 1ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO). (ພາບ:Reuters)

ການພັດທະນາຂອງລະບົບສາທາລະນະສຸກ ພ້ອມກັບວິວັດການພັດທະນາເສດຖະກິດສັງຄົມ, ມີຫລາຍບາດກ້າວບຸກທະລຸ.

ມີຫລາຍດັດຊະນີສາທາລະນະສຸກພົ້ນເດັ່ນເມື່ອທຽບໃສ່ບັນດາປະເທດມີລະດັບພັດທະນາເທົ່າກັນ.

ຢູ່ ຫວຽດນາມ ລະບົບສາທາລະນະສຸກໄດ້ປົກຄຸມທຸກເຂດພາກ ດ້ວຍກວ່າ 13.000 ຮາກຖານການແພດຈາກສູນກາງລົງຮອດທ້ອງຖິ່ນ. ການບໍລິການດ້ານສາທາລະນະສຸກໃນປະຈຸບັນ ໄດ້ເຂົ້າເຖິງປະຊາຊົນທຸກຄົນໂດຍພື້ນຖານ, ນັບທັງຢູ່ບັນດາເຂດປະສົບກັບຄວາມຫຍຸ້ງຍາກທີ່ສຸດຄື: ເຂດຫ່າງໄກສອກຫລີກ, ເຂດຊາຍແດນໝູ່ເກາະ. ອັດຕາສ່ວນປົກຄຸມການປະກັນສຸຂະພາບໃນປີກາຍແມ່ນ 94,2%.

    ບັນດາບາດກ້າວກະໂດດຂັ້ນໃນການແພດປ້ອງກັນ ໄດ້ຊ່ວຍຄວບຄຸມ ແລະ ລົບລ້າງຫລາຍໂລກລະບາດທີ່ອັນຕະລາຍ. ການແພດລົງເລິກ ກໍ່ມີບັນດາບາດກ້າວພັດທະນາຢ່າງແຮງ. ບັນດາໂຮງໝໍໃຫຍ່ຂອງ ຫວຽດນາມ ໄດ້ເປັນເຈົ້າຂອງຫລາຍເຕັກນິກການແພດທີ່ກ້າວຫນ້າ, ນັບແຕ່ການຕໍ່ປ່ຽນຖ່າຍອະໄສຍະວະ, ປ່ຽນຖ່າຍປອດ, ປ່ຽນຖ່າຍຫົວໃຈ ຕະຫລອດຮອດການປິ່ນປົວໂລກມະເຮັງ ດ້ວຍເຕັກໂນໂລຊີສູງ. ປະຈຸບັນ ອາຍຸສະເລ່ຍຂອງປະຊາຊົນ ຫວຽດນາມ ແມ່ນ 74,5 ປີ, ນອນໃນກຸ່ມບັນດາປະເທດມີອາຍຸຍືນສູງໃນພາກພື້ນ. ພ້ອມກັນນັ້ນ ຂະແຫນງສາທາລະນະສຸກ ກໍ່ໄດ້ເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ, ເປີດກວ້າງການຮ່ວມມື ແລະ ຍົກສູງຖານະບົດບາດໃນເວທີສາກົນ. ຫລາຍໂຄງການຄົ້ນຄ້ວາ, ໝູນໃຊ້ວິທະຍາສາດເຕັກໂນໂລຊີທີ່ກ້າວຫນ້າ ໄດ້ຮັບການຜັນຂະຫຍາຍ, ນຳມາເຊິ່ງປະສິດທິຜົນສູງໃນການບ່ົງມະຕິ ແລະ ປິ່ນປົວພະຍາດ.

         ວຽກງານສັກຢາວັກຊິນເປີດກວ້າງໄດ້ຮັບການຜັນຂະຫຍາຍແຕ່ປີ 1985 ຢູ່ 100% ຕາແສງຢູ່ພາຍໃນປະເທດ ເພື່ອຮັກສາສຸຂະພາບວົງຄະນາຍາດ, ປ້ອງກັນພະຍາດຕິດແປດທີ່ເຄີຍເກີດຂຶ້ນ ແລະ ເປັນອັນຕະລາຍ.

          ຫວຽດນາມ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນກ່ຽວກັບການປະຕິບັດບັນດາເປົ້າໝາຍສະຫັດສະຫວັດໃນຂົງເຂດສາທາລະນະສຸກຂອງ ສປຊ, ດ້ວຍຫລາຍດັດຊະນີກ່ຽວກັບລະບົບສາທາລະນະສຸກ ແລະ ສຸຂະພາບວົງຄະນາຍາດທີ່ພົ້ນເດັ່ນເມື່ອທຽບໃສ່ກັບຫລາຍປະເທດທີ່ມີລະດັບພັດທະນາເທົ່າກັນ, ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO), ຖືວ່າ:

 “ຫວຽດນາມ ມີຫລາຍຜົນງານທີ່ເປັນຫນ້າເອກອ້າງທະນົງໃຈກ່ຽວກັບການປ່ຽນແປງໃນຊີວິດ ແລະ ໃນຂົງເຂດສາທາລະນະສຸກ ຢູ່ ຫວຽດນາມ ໃນຊຸມທົດສະວັດມໍ່ໆມານີ້. ອາຍຸຍືນສະເລ່ຍເພີ່ມຂຶ້ນ 15 ປີ ດ້ວຍການຫລຸດຜ່ອນຫລາຍສົມຄວນຂອງບັນດາພະຍາດທີ່ສາມາດປ້ອງກັນ ສະກັດກັ້ນໄດ້ ດ້ວຍ ວັກຊິນ ແລະ ນັບທັງການລົບລ້າງພະຍາດເປ້ຍລ່ອຍ. ຫວຽດນາມ ກໍ່ບັນລຸໄດ້ບັນດາບາດກ້າວໃຫຍ່ມຸ່ງໄປເຖິງການຢຸດຕິເຊື້ອ HIV, ໄຂ້ຍຸງ ແລະ ວັນນະໂລກ. ຫວຽດນາມ ໄດ້ເປີດກວ້າງຂອບຂະຫນາດປະກັນສຸຂະພາບສັງຄົມ ນຳປະເທດຊາດກ້າວໄປໄກກວ່າ ດ້ວຍເປົ້າໝາຍມຸ່ງໄປເຖິງວິວັດການປົກຄຸມການເບິ່ງແຍງຮັກສາສຸຂະພາບໃຫ້ທົ່ວປວງຊົນ”.

ມຸ່ງໄປເຖິງມາດຖານດ້ານສາທາລະນະສຸກສາກົນ

ໃນໄລຍະພັດທະນາໃຫມ່, ຮຽກຮ້ອງລະບົບສາທາລະນະສຸກ ຫວຽດນາມ ຕ້ອງປະຕິບັດທັງສາມບົດບາດໃຫ້ເປັນຢ່າງດີ ນັ້ນແມ່ນ: ເປັນເສົາຄ້ຳອັນໝັ້ນແກ່ນກ່ຽວກັບການຮັບປະກັນຊີວິດສັງຄົມ ແລະ ການພັດທະນາມະນຸດ; ແມ່ນພື້ນຖານທີ່ໄວ້ເນື້ອເຊື່ອໃຈຮັບປະກັນຄວາມໝັ້ນຄົງດ້ານການແພດ ແລະ ແມ່ນຂະແຫນງການບໍລິການພິເສດ ປະກອບສ່ວນເຂົ້າໃນການເຕີບໂຕເສດຖະກິດ.

ສາທາລະນະສຸກ: ເສົາຄ້ຳອັນໝັ້ນແກ່ນກ່ຽວກັບການຮັບປະກັນຊີວິດສັງຄົມ ແລະ ການພັດທະນາມະນຸດ - ảnh 2ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງກ່າວຄຳເຫັນທີ່ການພົບປະຄະນະຜູ້ແທນດີເດັ່ນ ຂະແຫນງສາທາລະນະສຸກ .(ພາບ:vov)

ກ່າວຄຳເຫັນທີ່ການພົບປະຄະນະຜູ້ແທນດີເດັ່ນ ຂະແຫນງສາທາລະນະສຸກ ໃນວັນທີ 26 ກຸມພາ ຢູ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນຫນັກວ່າ:

“ຄວນສຸມໃສ່ຍົກສູງຄຸນນະພາບດ້ານການແພດລົງເລິກ; ລົງທຶນການພັດທະນາບັນດາໂຮງໝໍຂັ້ນສູນກາງ, ຂັ້ນແຂວງ, ສຸມໃສ່ເປັນເຈົ້າຂອງດ້ານເຕັກນິກ ແລະ ເຕັກໂນໂລຊີການແພດທັນສະໄຫມ, ຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດ, ມຸ່ງໄປເຖິງບັນລຸມາດຖານການແພດສາກົນ. ພ້ອມກັນນັ້ນ ກໍ່ຄວນຍູ້ໄວການຫັນເປັນດິຈິຕອນໃນຂະແຫນງສາທາລະນະສຸກ. ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການຄຸ້ມຄອງ ແລະ ສະຫນອງການບໍລິການການແພດ, ຜັນຂະຫຍາຍບັນດາຮູບແບບກວດປິ່ນປົວພະຍາດທາງໄກ, ປະກອບສ່ວນຍົກສູງປະສິດທິຜົນ, ການປະຢັດລາຍຈ່າຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ”.         

ເພື່ອຫນູນຊ່ວຍຜູ້ມີຄວາມສ່ຽງ, ກະຊວງສາທາລະນະສຸກ ກໍ່ຈະປັບປຸງນະໂຍບາຍປະກັນສຸຂະພາບໃຫ້ສຳເລັດ, ດັດປັບເນື້ອໃນເບີກຈ່າຍປະກັນສຸຂະພາບ ເພື່ອແນໃສ່ຫລຸດຜ່ອນຄ່າປິ່ນປົວໃຫ້ຄົນເຈັບຫນັກທີ່ປະສົບກັບຄວາມຫຍຸ້ງຍາກ. ຫວຽດນາມ ກໍ່ຈະສ້າງກົດໝາຍກ່ຽວກັບດ້ານສາທາລະນະສຸກໃຫ້ສົມບູນແບບ, ສ້າງຍຸດທະສາດສັງລວມ ເບິ່ງແຍງສຸຂະພາບໃຫ້ມະນຸດ, ສຸຂະພາບຂອງວົງຄະນາຍາດ; ເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມືສາກົນເພື່ອຮັບເອົາບັນດາຜົນງານທີ່ກ້າວຫນ້າ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການກວດປິ່ນປົວພະຍາດໃຫ້ເປັນຢ່າງດີ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ່ງຂອງສາທາລະນະສຸກ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ