PCI 2020: ບີ່ງເຢືອງ ບືນຕົວຂຶ້ນຢ່າງເຂັ້ມແຂງ

(VOVWORLD) - ປີ 2020, ດັດຊະນີກຳລັງແກ້ງແຍ່ງຂັ້ນແຂວງ (PCI) ຂອງແຂວງ ບີ່ງເຢືອງ ເພີ່ມຂຶ້ນຢ່າງກະໂດດຂັ້ນ, ນອນໃນກຸ່ມທ້ອງຖິ່ນມີດັດຊະນີກຳລັງຄວາມສາມາດແກ້ງແຍ່ງເປັນຢ່າງດີ, ຢືນ Top 5 ໃນຕາຕະລາງຈັດອັນດັບ. ບັນລຸໄດ້ໝາກຜົນນັ້ນ ກໍ່ຍ້ອນວ່າ ແຂວງ ບີ່ງເຢືອງ ໄດ້ມານະພະຍາຍາມໃນໄລຍະທາງແຫ່ງການພັດທະນາ. ໃນສະພາບໂລກລະບາດເກີດຂຶ້ນ, ແຂວງ ບີ່ງເຢືອງ ມີຄວາມຕັດສິນໃຈຮັກສາ ແລະ ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ນັ້ນໃຫ້ໝັ້ນຄົງ.

PCI 2020: ບີ່ງເຢືອງ ບືນຕົວຂຶ້ນຢ່າງເຂັ້ມແຂງ - ảnh 1ພື້ນຖານໂຄງລ່າງຂອງເຂດອຸດສາຫະກຳແຫ່ງຫນຶ່ງຢູ່ ແຂວງ ບີ່ງເຢືອງ. (ພາບ: vnexpress.net)
 
 ໂດຍກຳນົດ ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກໄປຄຽງຄູ່ກັບການພັດທະນາແບບຍືນຍົງ, ໃນຊຸມປີຜ່ານມາ ແຂວງ ບີ່ງເຢືອງ ຖືການປະຕິຮູບລະບຽບການບໍລິຫານແມ່ນຂອດສຳຄັນ, ຄວນມີການບຸກທະລຸ. ຄຽງຄູ່ກັນນັ້ນ ແຂວງບີ່ງເຢືອງ ໄດ້ສຸມໃສ່ເຂົ້າໃນບັນດາມາດຕະການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ທີ່ດິນ, ໄຟຟ້າ, ນ້ຳປະປາ, ສ້າງສຳເລັດພື້ນຖານໂຄງລ່າງດ້ານເຕັກນິກ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ, ເອົາໃຈໃສ່ເຖິງຊີວິດດ້ານວັດຖຸ, ຈິດໃຈໃຫ້ແກ່ຄົນງານ.

ບົນພື້ນຖານອັນໝັ້ນແກ່ນນັ້ນ, ປີ 2020 ດັດຊະນີກຳລັງຄວາມສາມາດແກ້ງແຍ່ງຂັ້ນແຂວງ (PCI) ຂອງ ບີ່ງເຢືອງ ມີບາດກ້າວບຸກທະລຸດ້ວຍລະດັບເພີ່ມຂຶ້ນແມ່ນ 2,78 ຄະແນນ. ທ່ານ ເຈີນແທ່ງຈ້ອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ ຊາງບານມາຍ ຢູ່ ບີ່ງເຢືອງ ຖືວ່າ: ໄລຍະມໍ່ໆມານີ້ ແຂວງ ໄດ້ຍູ້ແຮງການປະຕິຮູບລະບຽບການບໍລິຫານ ຊ່ວຍໃຫ້ວິສາຫະກິດມີຄວາມສະດວກກວ່າໃນການຜະລິດດຳເນີນທຸລະກິດ.

“ບີ່ງເຢືອງ ປັບປຸງຈິດໃຈຮັບໃຊ້ປະຊາຊົນ, ວິສາຫະກິດ ແລະ ປັບປຸງພື້ນຖານໂຄງລ່າງເຊື່ອມຕໍ່ລະຫວ່າງແຂວງ ບີ່ງເຢືອງ ກັບບັນດາແຂວງ ໃກ້ຄຽງ ເປັນຕົ້ນແມ່ນ ນະຄອນ ໂຮ່ຈີມິນ, ຫລຸດຜ່ອນລາຍຈ່າຍ logicstic, ລາຍຈ່າຍຂົນສົ່ງໃຫ້ແກ່ວິສາຫະກິດ”

          ດ້ວຍທິດນຳ “ເອົາໃຈໃສ່ເຖິງນັກລົງທຶນຫນຶ່ງ ຈະມີຫລາຍນັກລົງທຶນໃຫມ່”, ການນຳແຂວງ, ບັນດາພະແນກ, ຂະແຫນງການ ຍາມໃດກໍ່ຮັກສາການພົບປະສົນທະນາເປັນປະຈຳໄລຍະກັບສະຫະສະມາຄົມຂະແຫນງສິນຄ້າ, ວິສາຫະກິດ ເພື່ອຮັບຟັງຄຳເຫັນ ຂໍ້ສະເຫນີ, ຄວາມມຸ່ງມາດປາດຖະຫນາຂອງເຂົາເຈົ້າເພື່ອແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ

ທ່ານ ຫວໍວັນມິງ ປະທານ ຄະນະກຳມະການປະຊາຊົນ ແຂວງ ບີ່ງເຢືອງ ໃຫ້ຮູ້ວ່າ: ປະຈຸບັນ ແຂວງ ບີ່ງເຢືອງ ພວມຜັນຂະຫຍາຍໂຄງການປ່ຽນໃຫມ່ດຶງດູດການລົງທຶນ ດ້ວຍເປົ້າໝາຍແມ່ນສຸມໃສ່ດຶງດູດບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຢ່າງແຮງ, ບັນດາກຸ່ມບໍລິສັດເສດຖະກິດໃຫຍ່ໃນໂລກ. ຄຽງຂ້າງນັ້ນ ໃນການກຳນົດທິດພັດທະນາແບບຍືນຍົງ, ບີ່ງເຢືອງ ພວມສຸມໃສ່ຫັນປ່ຽນອົງປະກອບເສດຖະກິດ ຕາມທິດຍູ້ແຮງດ້ານການຄ້າ ການບໍລິການທີ່ມີຄຸນນະພາບສູງ, ສ້າງບາດກ້າວບຸກທະລຸໃນໄລຍະໃຫມ່.

ທ່ານ ຫວໍວັນມິງ ຢືນຢັນວ່າ:

“ໃນບໍລິເວນແຂວງ ປະຈຸບັນ ມີເກືອບ 3.200 ວິສາຫະກິດ. ໄລຍະຜ່ານມາ ບັນດາວິສາຫະກິດມານະພະຍາຍາມເພື່ອຮັກສາການເຄື່ອນໄຫວ. ແຂວງ ກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຫນູນຊ່ວຍວິສາຫະກິດ. ປະຈຸບັນ ລັດຖະບານໄດ້ປະກາດໃຊ້ມະຕິກ່ຽວກັບການຫນູນຊ່ວຍວິສາຫະກິດ ສະນັ້ນ ໄລຍະຈະມາເຖິງແຂວງ ຈະສ້າງຕັ້ງຫນ່ວຍງານເພື່ອຮີບເຮັ່ງຜັນຂະຫຍາຍປະຕິບັດ. ຕາມນັ້ນແລ້ວ ຈະມີຫລາຍເນື້ອໃນຫນູນຊ່ວຍວິສາຫະກິດຢ່າງແທດຈິງ.”

PCI 2020: ບີ່ງເຢືອງ ບືນຕົວຂຶ້ນຢ່າງເຂັ້ມແຂງ - ảnh 2ວິສາຫະກິດມີເງິນລົງທຶນຂອງຕ່າງປະເທດ ທີ່ໄດ້ລົງທຶນຢູ່ ແຂວງ ບີ່ງເຢືອງ. (ພາບ:VOV)

ສືບຕໍ່ທ່ວງທ່າໃຫ້ແກ່ເປົ້າໝາຍການເຕີບໂຕໃນໄລຍະຈະມາເຖິງ, ແຂວງ ບີ່ງເຢືອງຈະສຸມໃສ່ກໍ່ສ້າງສຳເລັດພື້ນຖານໂຄງລ່າງ. ໃນນັ້ນ ແຂວງຈະສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມໃນແຂວງ ໃຫ້ສຳເລັດສົມບູນ ແລະ ເຊື່ອມຕໍ່ເຂດ, ນຳໃຊ້ເຕັກໂນໂລຊີດີຈີຕອນ, ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີສີມື ເພື່ອຕອບສະຫນອງຄວາມຕ້ອງການນັບມື້ນັບສູງຂອງວິສາຫະກິດ. ດ້ວຍບັນດາການກຳນົດທິດພື້ນຖານນີ້, ບີ່ງເຢືອງ ຕັດສິນໃຈ ຍົກສູງຄຸນນະພາບການເຕີບໂຕ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງ ເພື່ອພັດທະນາແບບຍືນຍົງກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ