ຍົກສູງເຄື່ອງໝາຍການຄ້າ, ສ້າງມູນຄ່າໃຫ້ແກ່ຜະລິດຕະພັນກະເສດ

(vovworld) - ​ໃນ​ສະ​ພ​າບ​ປະ​ເທດ​ຊາ​ດ​ພວມເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ, ການ​ຜະ​ລິດ​ກະ​ສິ​ກຳ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ບັນ​ຫາ​ອັນ​ຮີບ​ດ່ວນ​ທີ່​ໄດ້ວາງ​ອອກ​​ນັ້ນແມ່ນ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ຫລຸ​ດ​ລາ​ຄາ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ. ນີ້​ກໍ​ແມ່ນ​ເປົ້າ​ໝາຍ​ທີ່​ຊາວ​ກະ​ສິ​ກອນ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ວິ​ສາ​ຫະ​ກິດ ແລະ ຂະ​ແໜງ​ການ, ຂັ້ນ​ຕ່າງໆ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ຕັດ​ສິນ​ໃຈ​ປະ​ຕິ​ບັດ​ໃຫ້​ໄດ້. ບົດ​ຂຽນ​ຂອງ​ນັກ​ຂ່າວ​ແທງ​ຕູ່ງ, ນັກ​ຂ່າວ VOV.

ຍົກສູງເຄື່ອງໝາຍການຄ້າ, ສ້າງມູນຄ່າໃຫ້ແກ່ຜະລິດຕະພັນກະເສດ - ảnh 1
ການປູງແຕ່ງໝາກນັດ

        ທ່ານ ຫງວຽນ​ມີງ​ຮ໋ຽວ, ຕາ​ແສງ ວ້ອງ​ເທ, ເມືອງ ທ້​ວາຍ​ເຊີນ ຜູ້​​ເຂົ້າ​ຮ່ວມ​ຮູບ​ແບບ​ທົ່ງ​ນາ​ຂະ​ໜາດ​ໃຫ​ຍ່​ຢູ່​ແຂວງ ອານ​ຢາງ, ໃຫ້​ຮູ້​ວ່າ: ນັບ​ແຕ່​​ຊຸມ​ວັນທຳ​ອິດ​ທີ່​ເຂົ້າ​ຮ່ວມ​ຮູບ​ແບບ​ທົ່ງ​ນາ​ຂະ​ໜາດ​ໃຫ​ຍ່, ມາ​ຮອດ​ປະ​ຈຸ​ບັນ, ຍາມ​ໃດ​ທ່ານກໍ່​ອູ່ນ​ອ່ຽນ​ໃຈ​​ເມື່ອ​ສົ້​ນ​ອອກ​ເຂົ້າສານ​​ເປັ​ນ​ປົກ​ກະ​ຕິ​ໂດຍ ຜ່ານ​ການ​ເຊັນ​ສັນ​ຍາ​ທີ່​ໄດ້​ລົງ​ນາມກັບ​ວິ​ສາ​ຫະ​ກິດ. ຕາມ​ທ່ານ ຮ໋ຽວ​ແລ້ວ, ເລື່ອງ​ເຊັນ​ສັນ​ຍາ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສ​ດ​ໄດ້​ເຮັດ​ໃຫ້​ຊາວ​ກະ​ສິກອ​ນອຸ່ນ​ອ່ຽນ​ໃຈ, ຍ້ອນບໍ່ຕ້ອງເປັນ​ຫ່​ວງ​ໄຍ​ກັບ​ການ​ຊອກ​ຫາ​ສົ້ນ​ອອກ​ຄື​​ໃນເມື່ອ​ກ່ອນ​ອີກ. ຕໍ່​ໜ້າ​ຄວາມ​ຮ​ຽກ​ຮ້ອງກໍ່​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ໃຫ້​ເຂົ້າ​ສານ, ຜະ​ລິດ​ຕະ​ພັນ​ກະ​ເສດ ແລະ ບັນ​ດາ​ມາ​ດ​ຕະຖານ​ກ່ຽວ​ກັບ​ຄຸນ​ນະ​ພາບທີ່​ຮັບ​ໃຊ້​​ໃຫ້​ແກ່ການ​ສົ່ງ​ອອກ, ທ່ານ ຮ໋ຽວ ແລະ ຊາວ​ກະ​ສິ​ກອນຫຼາຍ​ຄົນ​ອື່ນ​ຍາ​ມ​ໃດ​ກໍ​ກຽມ​ພ້ອມ​​ເຂົ້າ​ຮ່ວມ​ການ​ຜະ​ລິດ​ເຂົ້າ​ສານທີ່​ບັນ​ລຸ​ຄຸ​ນ​ນະ​ພາບ​ສູງ. ທ່ານ ຫງວຽນ​ມິງ​ຮ໋ຽວ, ແບ່ງ​ປັນ​ວ່າ:

“ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ສ​ູງ​ສຸດນັ້ນ​ແມ່ນ, ໃນ​ປີ 2016 ແລະ ຊຸມ​ປີ​ຕໍ່​ໄປ, ມູນ​ຄ່າ​ເຂົ້າ​ສານ​ທີ່ຕົນ​ຜະ​ລິດ​ອອກຈະ​ໄດ້​ຮັບ​ຮອງຈາກ​ຊາວ​ກະ​ສິ​ກອນ. ຕ້ອງພະ​ຍາ​ຍາມ​ຜະ​ລິດ​ເຂົ້າ​ສານທີ່​ມີ​ຄຸນ​ນະ​ພາບ​ດີ ເພື່ອ​ໃຫ້​ເພື່ອນ​ມິດ​ສາ​ກົນ​ຮູ້​ຈັກ​ເຖິງ​ຫຼາຍ​ກ່​ວາກ່ຽວ​ກັບ​ເຂົ້າ​ສານ ຫວຽດ​ນາມ ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ, ປອດ​ໄພ ແລະ ມີ​ຄຸນ​ນະ​ພາບ​ດີ.”

        ຕາມ​ທ່ານ​ຮອງ​ສາ​ດ​ສະ​ດາ​ຈານ, ດ​ຣ ເຢືອງວັນ​ຈີ໋ນ, ອະ​ດີດ​ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ເຂົ້າ​ສານ​ເຂດ​ທົ່​ງ​ພຽງ​ແມ່​ນ້ຳ​ຂອງ​ແລ້ວ, ປີ 2015 ຜ່ານ​ມາ, ແມ່ນ​ປີ​ທີ່​ຂະ​ແໜງ​ກະ​ສິ​ກຳ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫ​ຍຸ້ງ​ຍາກ, ການ​ທ້າ​ທາຍຫຼາຍຢ​່າງ​ທີ່​ສຸດ. ໃນ​ນັ້ນ, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດບໍ່​ທັນສະ​ດວ​ກ​ທັງ​ດ້ານ​ລາ​ຄາ ແລະ ຕະຫຼາດ. ບາງ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ, ຄຸນ​ນະ​ພາບ​ຍັງ​ບໍ່​ທັນ​ຕອບ​ສະ​ໜອງ​ຄ​ວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ລູກ​ຄ້າ​ໄດ້​ເທື່ອ. ຄຽງ​ຄູ່​ກັນ​ນັ້ນ, ເລື່ອງ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ, ພິ​ເສດ​ແມ່ນ​​ເຂົ້າ​ສານ​ຍັງ​ປະ​ສົບ​ກັບ​ຄວາມ​ຫ​​ຍຸ້ງ​ຍາ​ກ​ຢູ່. ດັ່ງ​ນັ້ນ, ທ່າ​ນ​ຮອ​ງ​ສາດ​ສະ​ດາ​ຈານ, ດ​ຣ ເຢືອງວັນ​ຈີ໋ນ ຖື​ວ່າ, ຕ້ອງ​ສືບ​ຕໍ່​​ຜະ​ລິດຕິດ​ພັນ​ກັບ​ກາ​ນ​ຈຳ​ໜ່າຍ​ຜ່າ​ນ​ຮູບ​ແບບ “ທົ່ງ​ນາ​ຂະ​ໜາດ​ໃຫ​ຍ່”. ແລະ​ຈຳ​ເປັນ​​ແມ່ນ​ຕ້ອງມີ​ບັນ​ດາ​ວິ​ສາ​ຫະ​ກິດນຳ​ໜ້າໃນ​ບັນ​ຫານີ້:

        “ສຳລັບ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ແລ້ວ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ຫວຽດ​ນາມ ສາມາດ​ຄົ້ນ​ຄ້​ວາ​ໄດ້ຫຼາຍ​ຫົວ​ເລື່ອງ ​ແລະ ​ໄດ້​ຮັບຜົນງານ​​ດີ​ທີ່​ສຸດ. ແຕ່​​ປ​ະ​ຈຸ​ບັນ, ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຜະ​ລິດກະ​ສິ​ກຳ​ແມ່ນ​ເຮັດ​ແນ​ວ​ໃດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ກຳ​ນົດ​ໄດ້ປະ​ເພດຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ສາ​ມາດ​ສ້າງ​ກຳ​ໄລ, ສົ່ງ​ອອກກໍ່​ຄື​ການຈຳ​ໜ່າຍ​ພາຍ​ໃນ​ປະ​ເທດ, ພ້ອມ​ທັງ​ເຕົ້າ​ໂຮມ​ຊາວ​ກະ​ສິ​ກອນຫຼາຍ​ຄົນ​ເຂົ້າ​ຮ່ວມ​ພ້ອມ​ກັບ​ເຂົາ​ເຈົ້າ​ໄດ້. ໝາຍ​ຄວາມ​ວ່າ, ຕ້ອງ​ມີ​ວິ​ສາ​ຫະ​ກິດ​ຜະ​ລິດ​ດ້ວຍ​ຈຳ​ນວນ​ຫຼາຍ, ມີ​ຊາວ​ກະ​ສິ​ກອນຫຼາຍ​ຄົນ​ກັບ​ວິ​ສາ​ຫະ​ກິດ ​ເຂົ້າ​ຮ່ວມ​ການ​ຜະ​ລິ​ດ​ສິນ​ຄ້າ​ທີ່​ມີ​ຄຸນ​ນະ​ພາບ ແລ​ະ ສະ​ມັດ​ຕະ​ພາບ​ສູ​ງ​. ​ເຮັດຄື​ແນວນັ້ນ​ຈຶ່ງ​ສາ​ມາດ​ຫັນ​ປ່ຽນ​ພື້ນ​ຖານ​ກະ​ສິ​ກຳ ຫວຽດ​ນາມ ​ແລະ ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະສິກອນ​ໄດ້. ”

ຍົກສູງເຄື່ອງໝາຍການຄ້າ, ສ້າງມູນຄ່າໃຫ້ແກ່ຜະລິດຕະພັນກະເສດ - ảnh 2

        ບໍ່​ພຽງ​ແຕ່​ມີ​ພ​ຽງ​ຊາວ​ກະ​ສິ​​ກອນ ແລະ ນັກ​ວິ​ທ​ະ​ຍາ​ສາດເທົ່າ​ນັ້ນ ຫາກວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ການ​ຜະ​ລິດ​ເຂົ້າ​ສານ​ ກໍ່​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ນັ້ນ​ຂອງ​ຕົນ. ກຸ່ມ​ບໍ​ລິ​ສັດ ໂລ​ກ​ເຈີ່ຍ (ກ່ອນນີ້​ແມ່ນ​ບໍ​ລິ​ສັດ​ຫຸ່ນ​ສ່ວນ​ປົກ​ປ້ອງ​ພຶດ ອາ​ນ​ຢາງ) ເປັ​ນ​ຄັ້ງ​ທຳ​ອິດ​ພ້ອ​ມ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ 8 ປະ​ເທດ​ອື່ນໆ, ໄດ້​ຍົກ​ອອກ​ມາດ​ຕະ​ຖານ​ກ່​ຽວ​ກັບ​ການ​ຜະ​ລິດ​ເຂົ້າ​ສານ​ແບບ​ຍືນ​ຍົງ​ໃນ​ໂລກ (ເອີ້ນ​ຫ​ຍໍ້​ວ່າ SRP) ນຳ​ໃຊ້​ເຂົ້າ​ໃນ​ເຄື່ອນ​ໄຫວ​ຜະ​ລິ​ດເຂົ້າ​ສານ​ໃນ​ບັນ​ດາ​ຮູບ​ແບບ​ທົ່ງ​ນາ​ຂະ​ໜາດ​ໃຫ​ຍ່​ຢູ່​ແຂ​ວງ ອານ​ຢາງ. ເລື່ອງ​ປະ​ຕິບ​ັດ​ບັນ​ດາ​ມາດ​ຖານ​ທຳ​ອ​ິດ​ຂອງ​ໂລກ​ກ່ຽວ​ກັບ​ເຂົ້າ​ສານ​ແບບ​ຍືນ​ຍົງ​ດ້ວຍ 46 ໝວດ​ມາດ​ຖານ ແລະ 8 ບັນ​ຫາ​ຂອງ​ໄລ​ຍະ​ປູກ​ເຂົ້າ​ຈະ​ເປີດ​ກາ​ລະ​ໂອ​ກາດ​ໃຫ​ຍ່​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ຢູ່​ໃນ​ຂອບ​ຂະ​ໜາດ​ທົ່ວ​ໂລກ​ໃຫ້​ແກ່​ເຂົ້າ​ສານ ຫວຽດ​ນາມ. ທ່ານ​ຮິ່ງວັນ​ທ່ອນ, ຜູ້​ອຳ​ນວຍ​ການ​ໃຫ​ຍ່​ກຸ່ມບໍລິ​ສັດ​ໂລກ​ເຈ່ີຍ, ໃຫ້​ຮູ້​ວ່າ:

        “ເມື່ອ​​ຊາວ​ກະ​ສິ​ກອນ​ມີ​ບົດ​ຮຽນ​ທີ່​ພວກ​ເຮົາ​ກໍ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ພຽງ​ພໍ. ເງື່ອນ​ໄຂ​ຜະ​ລິດກໍ່​ດີທີ່​ສຸດ, ກຳ​ລັງ​ວິ​ທະ​ຍາ​ສາດ, ເຕັກ​ນິກກໍ່​ຄົບ​ຖ້ວນ​ພ​ໍ​ສົມ​ຄວນ. ພິ​ເສດ​ແມ່ນ​ໄລ​ຍະ​ປະ​ຈຸ​ບັນ, ພວກ​ເຮົາ​​ໄດ້​ມີ​ແນວ​ພັນ​ເຂົ້າ​ທີ່​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແຊບ​ທີ່​ສຸດ​ໃນ​ໂລກ. ຈາກນັ້ນ, ອະ​ນຸ​ຍາດ​ໃຫ້​ພວກ​ເຮົາ​ມີ​ຄວາ​ມ​ເຊືຶ່ອ​ໝັ້​ນ​ກ່​ວາ​ໃນ​ການ​ເຂົ້າ​ຮ່ວມ​ໂຄງ​ການ​ໃຫ​ຍ່​ຂອງ​ສາ​ກົນ. ພວກ​ເຮົາ​ໄດ້​ຮັບ​ປະ​ກັນ​ວ່າ​ການ​ຜະ​ລິດ​ເຂົ້າ​ສານ ຫວຽດ​ນາມ ເຄີຍ​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ເພື່ອ​ເຊື່ອມ​ໂຍງ, ໄລ​ຍະ​ປະ​ຈຸ​ບັນ​ພວກ​ເຮົາ​ໄດ້​ພູ​ສູດ​ໃຫ້​ໂລກວ່າ​ເຂົ້າ​ສານ​ຂອງ ຫວຽດ​ນາມ ມີ​ທີ່​ຕັ້ງ​​ໃນ​ທົ່ວໂລກ​ກ່ຽວ​ກັບ​ຄຸນ​ນະ​ພາບ. ພິ​ເສດ​ແມ່​ນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ໃນ​ການ​ຜະ​ລິດ​ແບບ​ຍືນ​ຍົງ​ເຊິ່ງ​ພວກ​ເຮົາ​ໄດ້ປະ​ຕິ​ບັດ”

        ແຂວງ​ອານ​ຢາງ ແມ່ນ​ທ້ອງ​ຖິ່ນ​ມີ​ທ່າ​ແຮງ​ກ່ຽວ​ກັບ​ການ​ຜະ​ລິດ​ກະ​ສິ​ກຳ. ທ່ານ​ນາງ ຫວໍ​ທິ​ແອ໋ງ​​ຊວນ, ເລ​ຂາ​ຄະ​ນະ​ພັກ​ແຂວງ ອານ​ຢາງ ໄດ້​ຊີ້​ແຈ້ງວ່າ: ແຂວງ​ຈະ​ຈັດ​ຕັ້ງ​ການ​ຜະ​ລິດ​ກະ​ສິ​ກຳ​ຄື​ນ​ໃໝ່​, ພ້ອມ​ທັງ​ປັບປຸງ, ຂະຫຍາຍ​ບັນ​ດາ​ຮູບ​ແບບ​ເຊື່ອມ​ຕໍ່​ການ​ຜະ​ລິດ​ຕາມ​ລະບົບ​ມູນ​ຄ່າ​ສຳລັບຜະ​ລິ​ດ​ຕະ​ພັນຫຼາຍ​ປະ​ເພດ, ຍູ້​ແຮງ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີເຂົ້າ​ໃນ​ການ​ຜະ​ລິ​ດ, ສົ່ງ​ເສີມ​ການ​ພັດ​ທະ​ນາຮູບ​ແບບ​ຮ່ວມ​ມືດ້ານເສດ​ຖະ​ກິ​ດ​, ວິ​ສາ​ຫະ​ກິດ​ກະ​ສິ​ກຳ​​ເປັນຫຼາຍ​ຮູບ​ຫຼາຍແບບ. ພັດ​ທະ​ນາ​ອຸດ​ສາ​ຫ​ະ​ກຳ​ຄຸ້ມ​ຄອງ​ຮັກສາ, ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ນຳ​ໃຊ້​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ ແລະ ສ້າງ​ມູນ​ຄ່າ​ເພີ່ມ​ສູງ. ສູ້​ຊົນ​ຮອດ​ປີ 2020, ຜະ​ລິດ​ຕະ​ພັນ​ກະ​ເສດ​ສ່ວນຫຼາຍ​ລ້ວນ​ແຕ່​ໄດ້​ຮັບ​ການ​ປຸງ​ແຕ່ງກ່ອນ​ທີ່​ຈຳໜ່າຍ​ຢູ່​ຕະຫຼາດ​. ທ່ານ​ນາງ ຫວໍ​ທິ​ແອ໋ງ​ຊວນ, ຢື​ນ​ຢັນ​ວ່າ:

        “ໄລ​ຍ​ະ​ຈະ​ມາ​ເຖິງ, ອົງ​ຄະ​ນະ​ພັກ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ທີ່​ໄດ້​ຍົກ​ອອກ​ມາ​ແຕ່​ປະ​ຕິ​ບັດ​ບໍ່​ໄດ້ຫຼາຍ​ຢ່າງ​ຂ້ຽວ​ຂາດ ແລະ ແຮງກ່ວາ. ​ເພື່ອ​ປ່ຽນ​ແປງວິ​ທີ​ເຮັດ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ​ຕາມ​ທິດ​ເພີ່ມ​ມູ​ນ​ຄ່າ​ຂອງ​ຜະລິດ​ຕະພັນ​ກະ​ເສດ, ເພີ່ມ​ລາຍ​ຮັ​ບ ແລະ ທີ່​ຕັ້ງ​ຂອງ​ຊາວ​ກະ​ສິ​ກອນ, ພ້ອມ​ທັງ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​​ເຊື່ອມ​ໂຍງ​ຢ່າງ​ຫ​ຍຸ້ງ​ຍາກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”

        ກະ​ສິ​ກຳ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ສະ​ພາບ​ການ ຫວຽດ​ນາມ ເຊື່ອມ​ໂຍງ​ດ້ານ​ເສດ​ຖະ​ກິດ​ເຂົ້າ​ກັບ​ສາ​ກົນ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້​ວາງ​ຂວາງ. ເລື່ອງ​ປ່ຽນ​ໃໝ່​ຮູບ​ແບບ​​ເຕີບ​ໂຕ​ຕາມ​ທິດ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ປະ​ສິດ​ທິ​ຜົນ, ກຳ​ລັງ​ຄວາມ​ແກ່ງ​ແຍ້ງ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ການ​ຜະ​ລິດ​ກະ​ສິ​ກຳ​ຄືນ​ໃໝ່​ຈະ​ນັ​ບມື້​ນັບ​ໄດ້​ຮັບ​ຄວາ​ມ​ເອົາ​ໃຈ​ໃສ່, ພິ​ເສດ​ແມ່ນ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ.


ຂ່າວ/ບົດ​ອື່ນ