ຕະຫຼາດສົ່ງອອກຜະລິດຕະພັນກະເສດໃນປີ 2016 ມີສັນຍານຈະເລີນເຕີບໂຕ

ປີ 2016, ກາ​ນສົ່ງ​ອອກ​ຜະ​ລິດ​ຕະພັນ​ກະ​ເສດ​ຈະ​ມີ​ການຈະ​ເລີ​ນ​ເຕີບ​ໂຕ​ຫຼາຍ​ຢ່າງ ຍ້ອນ​ຄວາມຮຽກຮ້ອງ​ຕ້ອງການຂອງ​ຕະຫຼາດ​​ເພີ່ມ​ຂຶ້ນ ​ແລະ ສັນຍາ​ການ​ຄ້າ​ເສລີ​ບາງ​ສະບັບ​​ເຊິ່ງ ຫວຽດນາມ ​​ໄດ້ລົງ​ນາມ​ເລີ່​ມມີ​ຜົນ​ສັກສິດ. ​ເພື່ອ​ຊ່ວຍ​ໃຫ້​ບັນດາ​ອົງການ, ວິ​ສາ​ຫະກິດ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແລະ ກະຊວງ​ອຸດສາຫະກຳ ການ​ຄ້າ ​ໄດ້​ວາງອອກ​ຫຼາຍ​ມາດ​ຕະການ​ເພື່ອ​​ແນ​ໃສ່​ຍູ້​ແຮງ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ໃນ​ໄລຍະ​ຈະ​ມາ​ເຖິງ. ບົດ​ຂຽນ “ຕະຫຼາດ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ໃນ​ປີ 2016​ ມີສັນຍານ​ຈະ​ເລີ​ນ​ເຕີບ​ໂຕ” ຂອງ ຈູງ​ຖູ​ຍ, ນັກ​ຂ່າວ VOV.

ຕະຫຼາດສົ່ງອອກຜະລິດຕະພັນກະເສດໃນປີ 2016 ມີສັນຍານຈະເລີນເຕີບໂຕ - ảnh 1
ໝາກລີ້ນຈີ

        ​ໃນ 2 ​ເດືອນ​ຕົ້ນ​ປີ, ວົງ​ເງິນ​ສົ່ງ​ອອກ​ໝວດ​ສິນຄ້າ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນຳ້ ບັນລຸຈຳນວນ​ເງິນ​ເກືອບ 3 ຕື້ USD, ​ເພີ່ມ​ຂຶ້ນ 9,7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ແລະ ກວມ​ອັດຕາ​ສ່ວນ 12,5% ​ໃນ​ຍອດ​ວົງ​​ເງິນ​ສົ່ງ​ອອກ. ສິນຄ້າ​ຜະລິດ​ຕະພັນ​ກະ​ເສດບາງ​ປະ​ເພດມີ​ປະລິມານ​ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ສູງ​ແມ່ນ​ໝາກມ່ວງຫິມະພານ, ​ເຂົ້າສານ, ກາ​ເຟ ​ແລະ ອື່ນໆ…

        ປີ 2016 ນີ້, ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຂອງ ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ມີ​ຫຼາຍ​ກາລະ​ໂອກາດຈະ​ເລີ​ນ​ເຕີບ​ໂຕ​ກ່ວາ​ຍ້ອນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫຼາດ​ເພີ່ມ​ຂຶ້ນ, ພິ​ເສດ​ແມ່ນ​ມີ​ການ​ກະທົບ​ຈາກ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ທີ່ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ.  ປະຈຸ​ບັນ, ການ​ສົ່ງ​ອອກຜະລິດ​ຕະພັນ​ກະ​ເສດ ຂອງ ຫວຽດນາມ ​​ສຸມ​ໃສ່​ຕົ້ນຕໍ​ເຂົ້າ​ຕະຫຼາດ​ຈຸດ​ສຸມ​ນັ້ນ​ແມ່ນ ອາ​ເມ​ລິ​ກາ, ​ເອີ​ລົບ, ຈີນ, ອາບຟຣີກາ. ໜຶ່ງ​ໃນ​ບັນດາ​ຕະຫຼາດ​ສົ່ງ​ອອກ​ຈຸດ​ສຸມ​ຂອງ ຫວຽດນາມ ​ແມ່ນ ອາ​ເມ​ລິ​ກາ ​ໄດ້​ຮັບ​ການ​ຄາ​ດຄະ​ເນ​ວ່າ​ຈະ​ມີ​ການ​ເຕີບ​​ໂຕ​ຢ່າ​ງ​ແຮງ. ​ໃນ​ໄລຍະ​ຜ່ານ​ມາ, ບັນດາ ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ຕົ້ນຕໍ​ຄື: ​ເຂົ້າສານ, ​ໄມ້, ກາ​ເຟ, ໝາກພິກ​ໄທ, ໝາກມ່ວງຫິມະ​ພານ ຍັງ​ຮັກສາ​ໄດ້​ທ່າ​ເຕີບ​ໂຕ​ເປັນ​ຢ່າງ​ດີ.  ສະ​ເພາະ​ປະ​ເພດສິນຄ້າຜັກ, ໝາກ​ໄມ້​ສົ່ງ​ອອກ​ມີ​ລະດັບ​ພັດທະນາ​ກະ​ໂດດ​ຂັ້ນ. ກ່ອນ​ນີ້, ບັນດາ​ປະ​ເພດ​ໝາກ​ໄມ້​ຄື: ໝາກ​ມັງກອນ, ໝາກມ່ວງ, ໝາກ​ລີ້ນຈີ, ໝາກ​ລຳ​ໄຍ… ຍັງບໍ່​ເຄີຍ​ໄດ້​ສົ່ງ​​ອອກ​ໄປ​ຕ່າງປະ​ເທດ​ເທື່ອ ​ແລະ ປະຈຸ​ບັນ ​ໄດ້​ສົ່ງ​ອອກ​​​ໄປ​ຍັງບັນດາ​ຕະຫຼາດ​ທີ່​ມີ​ຄວາມ​ຕ້ອງການ​ດ້ານຄຸນ​ນະພາ​ບສູງ​ຄື: ອາ​ເມ​ລິ​ກາ, ອີ​ຢູ ​ແລະ ຍີ່ປຸ່ນ. ຖ​້າຫາກ​ຮັກສາ​ສະພາບ​ການສົ່ງ​ອອກ​ຜັກ, ໝາກ​ໄມ້​ໄດ້​ຄື​ໃນ​ໄລຍະ​ຜ່ານ​ມາ​, ທ້າຍ​ປີ​ 2016 ນີ້, ການສົ່ງ​ອອກ​ຜັກ ໝາກ​ໄມ​້ອາດ​ຈະ​ບັນລຸຈຳ​ນວນ​​ເງິນ 2 ຕື້ USD. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າການ​ສົ່ງ​ອອກ​​ຜະລິດ​ຕະພັນ​ກະ​ເສດຍັງມີ​ຄວາມ​ສາມາດ​ບົ່​ມຊ້ອນ​ຫຼາຍ​ຢ່າງຢູ່. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ສົ່ງ​ອອກ ຜະລິດ​ຕະພັນ​ກະ​ເສດ ກໍປະສົບ​ກັບ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ, ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ປະຈຸ​ບັນ​ແມ່ນ​ຕ້ອງ​ມີ​ບັນດາ​ມາດ​ຕະການ​ຈັດ​ຕັ້ງ​ການ​ຜະລິດ​ຄືນ​ໃໝ່, ຕິດ​ພັນ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ. ທ່ານ ຫງວຽນ​ວັນ​ບີ​ກ, ນັກ​ຊ່ຽວຊານ​ໄຈ​້ແຍກຕະຫຼາດ, ຖື​ວ່າ:

        “ຕາມ​ຂ້າພະ​ເຈົ້າ​ແລ້ວ, ກ່ອນ​ອື່ນ​ໝົດ, ພວກ​ເຮົາ​ຕ້ອງ​ດັດ​ປັບ​ແຜນການ​ຜະລິດ​ກະສິກຳ​ຄືນ​ໃໝ່ ​ແລະ ຄວນ​ມີ​ການຄາດ​​ຄະ​ເນ​ບັນດາ​ການ​ຜັນ​ແປ​ຂອງ​ຕະຫຼາດ​ຢ່າງ​ຖືກຕ້ອງ. ປະຈຸ​ບັນ, ພວກ​ເຮົາ​ມີ​​ຜະລິດ​ຕະພັນ​ກະ​ເສດສົ່ງ​ອອກ​ຕົ້ນຕໍ 11 ປະ​ເພດ​, ​ແຕ່​​ໃນ​ນັ້ນ​ມີ​ສິນຄ້າຫຼາຍ​ປະ​ເພດ​ພວມ​ຢູ່​ໃນ​ລະດັບ​ຍາກ​ທີ່​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ ຫຼື​ສາມາດເພີ່ມ​ຂຶ້ນ​ໄດ້​ແຕ່​ໃນ​ລະດັບ​ຈຳກັດ​ເທົ່າ​ນັ້ນ. ດັ່ງ​ນັ້ນ, ຄວນກຳນົດ​ບັນດາ​ປະ​ເພດ​ຜະລິດ​ຕະພັນ​ກະ​ເສດ​ໃໝ່​ທີ່ມີ​ຄວາມ​ສາມາດ​ບົ່​ມຊ້ອນ, ມີ​ຄວາມ​ສາມາດ ​ແກ່ງ​ແຍ້​ງ ​ແລະ ມີ​ທ່າ​ແຮງ​ເພື່ອ​ພັດທະນາ​ຕື່ມ​ອີກ. ຕົວຢ່າງ​ຄື: ​ໃນ​ອະນາຄົດສາມາດ​ສ່ົງ​ອອກໝາກກ້ວຍ​ໄດ​້ 1 ຕື້ USD ຫຼືວ່າ​​ສົ່ງ​ອອກຜັກ​ໄດ້​ນັບ​ອາດ​ຈະ​ບັນລຸ​ນັບ​ຕື້ USD, ຕາມຂ້າພະ​ເຈົ້າ​ໄດ້​ຮູ້​​ແລ້ວວ່າ, ບັນດາ​ປະ​ເທດ​ອ້ອມ​ຂ້າງ ຫວຽດນາມ ຄື: ມາ​ເລ​ເຊຍ, ອິນ​ໂດ​ເນ​​ເຊຍ ​ແລະ ສິງ​ກະໂປ ພວມ​ມີ​ຄວາມ​ຕ້ອງການ​ນຳ​ເຂົ້າ​ຜັກ”

        ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໄປ​ຄຽງ​ຄູ່​ກັບ​ບັນດາ​ກາລະ​ໂອກາດນັ້ນ, ຫວຽດນາມ ກໍ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດດັນຈາກ​ການ​ແກ່ງ​ແຍ້​ງ​ໃນ​ການ​ສົ່ງ​ອອກ​ຜະລິ​ດຕະພັນ​ກະ​ເສດ. ຄຽງ​ຄູ່​ກັບ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ເຕັກນິກ, ຄຸນ​ນະພາ​ບ, ຄວາມ​ປອດ​ໄພ ​ແລະ ​ສຸຂະ​ອະນາ​ໄມ​ດ້ານສະບຽງອາຫານ, ບັນຫາ​ຕົ້ນ​ກຳ​ເນີ​ດສຳລັບ​ຜະລິດ​ຕະພັນ​ກະ​ເສດ​ກໍ່​ພວມ​​ເປັນ​ບັນຫາ​ທີ່ບັນດາ​ຮາກ​ຖານ​ຜະລິດ, ວິ​ສາ​ຫະກິດ​ສົ່ງ​ອອກ​ພວມ​ມານະ​ພະຍາຍາມ​ແກ້​ໄຂ. ​ເພື່ອ​ບັນລຸ​ໄດ້​ຈຸ​ດໝາຍ​ເຕີບ​ໂຕລະດັບ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດຄື ຄວາມ​ສາມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ, ກະຊວງ​ອຸດສາຫະກຳ - ການ​ຄ້າ ​ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໄດ້​ວາງ​ອອກ​ຫຼາຍ​ມາດ​ຕະການ​ສົ່ງ​ອອກ​ບັນ​ດາປະ​ເພດ​ສິນຄ້າ​ນີ້​ໃນ​ໄລຍະ​ຈະ​ມາ​ເຖິງ. ຄຽງ​ຄູ່​ກັບ​ການຍູ້​ແຮງ​ການວາງ​ແຜນຜັງ​, ສ້າງ​ຕັ້ງ​ບັນດາ​ເຂດ​ປູກ​ຝັງ​ໂດຍສະ​ເພາະ, ຫັນ​ຜະລິດ​ຕະພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບນັ້ນ, ຊາວ​ກະສິກອນ​ເອງ ​ແລະ ວິ​ສາ​ຫະກິດກໍ່​ພວມ​ມານະ​ພະຍາຍາມ ​ແລະ ມີ​ຍຸດ​ທະ​ສາດ​ໃນ​ການ​ຜະລິດອອກ​ເພື່ອ​ຜະລິດ​ບັນດາ​ຜະລິດ​ຕະພັນ​ທີ່ມີ​ຄຸນ​ນະພາ​ບສູງ, ​ເປັນ​ປົກ​ກະຕິ, ຮັບປະກັນ​​ສຸຂະ​ອະນາ​ໄມ​ດ້ານສະບຽງ​ອາຫານ, ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຂອງ​ບັນດາ​ຕະຫຼາດ​ທີ່ມີ​ຄວາມ​ຕ້ອງການດ້ານ​ຄຸນ​ນະພາ​ບສູງ. ​ເພື່ອ​ສ້າງ​ທີ່​ຕັ້ງ​ໃນ​ເວທີ​ສາກົນ​ໃຫ້​ໄດ້​ນັ້ນ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ບືນຕົວ​ຂຶ້ນ​ດ້ວຍ​ກຳລັງ​ພາຍ​ໃນ, ຢືນຢັນ​ໄດ້​ຄຸນ​ນະພາ​ບ ​ແລະ ​ເຄື່ອງໝາຍ​ການ​ຄ້າ​ຂອງ​ຕົນ​ເອງ. ນັກ​ຊ່ຽວຊານ ຫວູດິ່ງ​ແອ໋ງ, ຖື​ວ່າ:

        “ປະຈຸ​ບັນ, ທັງ​ປະ​ເພດ​ສິນຄ້າ​ສົ່ງ​ອອກຕົ້ນຕໍ ​ແລະ ​ສິນຄ້າ​ສົ່ງ​ອອກ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນໃນ​ຊຸມ​ປີ​ຈະ​ມາ​ເຖິງ ຫວຽດນາມ ຕ້ອງ​​ເອົາ​ໃຈໃສ່​​ເປັນ​ພິ​ເສດເຖິງ 2 ບັນຫາ: ທີໜຶ່ງ​​ແມ່ນຕ້ອງ​ກຳນົດ​ຈະເລືອກ​​ເອົາ​ດ້ານປະລິມານ ຫຼື ຄຸນ​ນະພາ​ບ. ບັນຫາ​ທີສອງ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ຮັບປະກັນ​ຄຸນ​ນະພາ​ບ​ຢ່າງ​ສະໝຳ່ສະ​ເໝີ​ເພື່ອ​ສ້າງ​ອິດ​ທິພົນ​ຊື່​ສຽງ ​ແລະ ຄຸນ​ນະພາ​ບ, ​ຫຼື​ເວົ້າ​ລະອຽດ​ແມ່ນ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ແຕ່ລະ​ປະ​ເພດ.”

ຕະຫຼາດສົ່ງອອກຜະລິດຕະພັນກະເສດໃນປີ 2016 ມີສັນຍານຈະເລີນເຕີບໂຕ - ảnh 2
ໝາກມັງກອນ

        ​ເພື່ອ​ໝູນ​ໃຊ້​ກາລະ​ໂອກາດ​ເຊິ່ງ​ວິວັດທະນາ​ການ​ເຊື່ອມ​ໂຍງ​ນຳ​ມາ​ໃຫ້, ວຽກ​ງານ​ການຄາ​ດ​ຄານ​ຂໍ້​ມູນ​ຂ່າວ​ຕະຫຼາດ​ຕ່າງ​ງປະ​ເທດ, ວຽກ​ງານ​ສົ່ງ​ເສີມ​ການ​ຄ້າ​ສຳລັບ​ບັນດາ​ປະ​ເພດສິນຄ້າ​ຜະລິດ​ຕະພັນ​ກະ​ເສດ - ​ເຄື່ອງ​ປ່າ​ຂອງ​ດົງ - ສິນ​ໃນ​ນຳ້ ພວມ​ໄດ້​ຮັບ​ການ​ເພີ່ມ​ທະວີ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແລະ ກະຊວງ ອຸດສາຫະກຳ - ກາ​ນຄ້າ, ພິ​ເສດ​ແມ່ນ​ລະບົບ​ຫ້ອງການ​ການ​ຄ້າທີ່ປະຈຳ​ຢູ່ຕ່າງປະ​ເທດ ຕ້ອ​ງ​​ເປັນ​ຂົວ​ຕໍ່​ສຳຄັນ​ໃນ​ການ​ສ້າງ​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວ, ຊຸກຍູ້​ກາ​ນພົວພັນ, ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ -ນຳ​ເຂົ້າ ຜະລິດ​ຕະພັນ​ກະ​ເສດ - ​ເຄື່ອງ​ປ່າ​ຂອງ​ດົງ - ສິນ​ໃນ​ນຳ້. ນີ້​ກໍ່​ແມ່ນ​ພື້ນຖານ​ເຊື່ອ​ມຕໍ່​ສຳຄັນ​ລະຫວ່າງ​ບັນດາ​ຕະຫຼາດ​ກັບ ຫວຽດນາມ ​ເພື່ອ​ຕອບ​ສະໜອງ​ການ​ຍົກ​ສູງ​ຄຸນ​ນະພາ​ບສິນຄ້າ​ສົ່ງ​ອອກ​ຕາມ​ມາດຕະ​ຖານ, ຂໍ້​ກຳນົດ​ດ້ານ​ຄຸນ​ນະພາ​ບຂອງ​ບັນດາ​ປະ​ເທດ​ນຳ​ເຂົ້າ.

        ​ເພື່ອ​ບັນລຸ​ຈຸດໝາຍລະດັບ​ເຕີບ​ໂຕ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ໃນ​ປີ 2016, ລັດກໍ​ໄດ​້ວາງ​ອອກ​ຫຼາຍ​ມາດ​ຕະການຢ່າງ​ລະອຽດ​​ໃນ​ການ​ໜູນ​ຊ່ວຍ​ຊາວ​ກະສິກອນ​ລົງທຶນ​ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ, ໝູນ​​ໃຊ້​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ພິ​ເສດ​ແມ່ນ​ດ້ານ​ແນວ​ພັນ​ປູກ, ​ເຕັກ​ໂນ​ໂລ​ຢີຊີວະ​ພາບ, ​ເຕັກ​ໂນ​ໂລ​ຢີ​ໃນ​ການ​ຮັກສາປຸງ​ແຕ່ງ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ​ການ​ຜະລິດຕິດ​ພັນ​​ກັບ​ການ​ປຸງ​​ແຕ່ງ​ ​ແລະ ຈຳໜ່າຍ. ພ້ອມ​ກັນ​ນັ້ນ​ແມ່ນ​ການ​ສ້າງ​ຕັ້ງລະບົບ​ຮ່ວມ​ສຳພັນ​ໃນ​ການ​ຈຳໜ່າຍຜະລິດ​ຕະພັນ​ໃນ​ຕະຫຼາດ​ພາຍ​ໃນ​ປະ​ເທດ ​ແລະ ສົ່ງ​ອອກ​​ຕ່າງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ