ບັນດາການຫັນປ່ຽນໃນການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ ເຂົ້າແຂວງ ກວ໋າງນີງ

(vovworld)- ດ້ວຍ​ທິດ​ນຳ​ຖື​ເປັນ​ສຳຄັນ​ການ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຮອບດ້ານ ຈາກ​ຈີນ​ຕະນາ​ການ, ວິ​ທີ​ສຳ​ພັດ, ການ​ຈັດ​ຕັ້ງ​ສົ່ງ​ເສີມ​ການ​ລົງທຶນ​ຕະຫລອດ​ຮອດ​ນະ​ໂຍບາຍ​ບຸລິມະສິດ​ດຶງ​ດູດ​ເງິນ​ລົງທຶນ ​ໄດ້​ປະກອບສ່ວນ​ຊຸກຍູ້​ກະ​ແສ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ(FDI) ​​ເຂົ້າ​ແຂວງ ກວ໋າງນີງ. ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຂອງ​ແຂວງ​ຫນຶ່ງ​ຢູ່ແຄມ​ທະ​ເລ​ກໍ​ແມ່ນ​ທ່າ​ໄດ້​ປຽບ​ເພື່ອ​ໃຫ້​ແຂວງ ກວ໋າງນີງ ສ້າ​ງພື້ນຖານ ​ແລະ ກຳລັງ​ຫນູນ​ໃຫມ່​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ. ບົດ​ຂຽນທີ່​ມີ​ຫົວ​ຂໍ້​ວ່າ: ການ​ຫັນ​ປ່ຽນ​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ເຂົ້າ​ແຂວງ ກວ໋າງນີງ ” ຂອງ​ນັກ​ຂ່າວ ​ເລ​ມີ​ງ ຈະ​ແນະນຳ​ກ່ຽວ​ກັບ​ທ່າ​ອ່ຽງຕັ້ງຫນ້າ​ດັ່ງກ່າວ.

ບັນດາການຫັນປ່ຽນໃນການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ ເຂົ້າແຂວງ ກວ໋າງນີງ - ảnh 1
ນະຄອນ ຮ້າລອງ ແຂວງກວ໊າງນີງ
ພາບ:internet

        ​ໂດຍ​ຕັ້ງ​ຢູ່​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ​ຂອງ​ຫວຽດນາມ, ​ແຂວງ ກວ໋າງນີງ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປະ​ເທດ​ຫວຽດນາມ​ນ້ອຍ. ກວ໋າງນີງ ມີ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ທາງນ້ຳ​ແລະ ທາງບົກ​ຢ່າງ​ສະດວກ, ມີ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ ດ້ວຍ​ຝັ່ງ​ທະ​ເລ​ຍາວ​ປະມານ 250 ກິ​ໂລ​​ແມັດ ​ແລະ ​ມີເສັ້ນ​ຊາຍ​ແດນ​ສາກົນ​ຕິດ​ຈອດ​ກັບ ຈີນ ກວ່າ 118 ກິ​ໂລ​ແມັດ ພ້ອມ​ກັບດ່ານ​ຊາຍ​ແດນ​ສາກົນ 3 ​ແຫ່ງ. ນີ້​ແມ່ນ​ບັນດາ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ. ​ໃນ​ໄລຍະ​ຜ່ານ​ມາ, ກວ໋າງນີງ ກໍ​ໄດ້​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ ດ້ວຍ​ຫລາຍ​ນະ​ໂຍບາຍ​ທີ່​ສະດວກ​ຄື: ​ໂຄສະນາ​​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ ກວ໋າງນີງ, ສ້າງ​ເງື່ອນ​ໄຂດຶງ​ດູດ​ນັກ​ລົງທຶນ, ປະຕິບັດ​ບັນດານ​ະ​ໂຍບາຍ​ບຸລິມະສິດ, ຍົກ​ເວັ້ນ​ອາກອນ​ເຊົາ​ທີ່​ດິນ, ອາກອນ​ລາຍ​ຮັບ ​ແລະ ຍູ້​ແຮງ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ… ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ. ທ່ານ ​ເຈີ​ນດຶກ​ເລີມ, ຫົວຫນ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ​ແຂວງ ກວ໋າງນີງ ​ໃຫ້​ຮູ້​ວ່າ:

        “​ແຂວງ ກວ໋າງນີງ ​ໄດ້​ສ້າງ​ອົງການ​​ສົ່ງ​ເສີມ ​ແລະ ຫນູນ​ຊ່ວຍ​ການ​ລົງທຶນ(IPA) ​ເພື່ອ​ຮັບປະກັນ​ການ​ປະຕິບັດກົນ​ໄກ ປະ​ຕູ​ດຽວ ​ໃນການ​ແກ້​ໄຂ​ບັນດາ​ລະບຽບ​ການ​ລົງທຶນ​ຢ່າງ​ເປີດ​ເຜີຍ, ​ໂປ່​ງ​ໃສ, ວ່ອງ​ໄວ, ຮັບປະກັນ​ຫລຸດຜ່ອນ​ເວລາ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ. ອົງການ​ນີ້​ໄດ້ຊີ້​ນຳ​ບັນດາ​ພະ​ແນ​ກ, ຂະ​ແຫນງ​ການ ​ເຂົ້າ​ຮ່ວມ​ວຽກ​ງານ​ຂົນຂວາຍ​ຫນູນ​ຊ່ວຍ​ການ​ລົງທຶນ, ຮັບປະກັນ​​ໃຫ້​ແກ່ການ​ຮ່ວມ​ສຳພັນ, ​ເຊື່ອມ​ຕໍ່, ສົມທົບ​​ກັນລະຫວ່າງ​ບັນດາ​ພະ​ແນ​ກ, ຂະ​ແຫນງ​ການ​ກັບ​ບັນດາ​ເຈົ້າ​ຂອງ​ລົງທຶນ​​ເປັນ​ຢ່າງດີ. ບໍ່​ພຽງ​ແຕ່​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ເທົ່າ​ນັ້ນ, ແຂວງ ກວ໋າງນີງ ຍັງ​ສ້າງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ​ໃຫ້​ສົມບູນ​ແບບ, ​ເປັນ​ເຈົ້າ​ການ​​ໃນ​ຂອດ​ບຸກ​ເບີກ​ຫນ້າ​ພຽງ​, ປະຕິບັດ​ວຽກ​ງານ​ວາງ​ແຜນ​ຜັງ​ເປັນ​ຢ່າງ​ດີ.”

        ດ້ວຍ​ບັນດາ​ແຜນ​ນະ​ໂຍບາຍ​ທີ່​ຕັ້ງຫນ້າ​ນັ້ນ, ​ແຂວງ ກວ໋າງນີງ ​ໄດ້ ​ແລະ ພວມ​ສ້າງ​ຄວາມ​ດູດ​ດື່ມ​ຢ່າງ​ແຂງ​ສຳລັບ​ບັນດາ​ນັກ​ລົງທຶນ. ສະ​ເລ່ຍ​ແຕ່ລະ​ປີ, ​ແຂວງ ກວ໋າງນີງ ຕ້ອນຮັບ ​ແລະ ​ເຮັດ​ວຽກ​ກັບ​ນັກ​ລົງທຶນ​ກວ່າ 50 ​ເທື່ອ, ​ໃນ​ນັ້ນ ມີ​ນັກ​ລົງທຶນ​ມາ​ຈາກ ​ສ​ເກົາຫລີ, ກາ​ນາ​ດາ, ຈີນ, ຕາ​ເວັນ​ອອກ​ກາງ, ຍີ່​ປຸນ, ອາ​ເມ​ລິ​ກາ… ມາ​ຮອດ​ປະ​ຈຸ​ບັນ, ​ແຂວງ ກວ໋າງນີງ ມີ 93 ​ໂຄງການ​ລົງ​ທຶນ​ຂອງ​ຕ່າງປະ​ເທດ​ຍັງ​ມີ​ຜົນສັກສິດ ດ້ວຍ​ຍອດ​ຈຳ​ນວນທຶນ​ຈົດ​ທະບຽນ​​ກວ່າ 4 ຕື້ USD. ສະ​ເພາະ​ປີ 2012 ​ເຖິງ​ວ່າ​ຖືກ​ຜົນ​ສະທ້ອນ​ຈາກ​ສະພາບ​​ເສດຖະກິດ​ໂລກ​ກໍ່​ຕາມ, ​ແຕ່​ແຂວງ ກວ໋າງນີງ ຍັງ​ຄົງ​ດຶງ​ດູດ​ທຶນ FDI ​ໄດ້​ກວ່າ 411 ລ້ານ USD ​ແລະ ​ໄລ່​ຮອດ​​ໄຕ​ມາດ 2 ປີ 2013, ​ແຂວງ ກວ໋າງນີງດຶງ​ດູດ​ໂຄງການ FDI ​ໃຫມ່ ໄດ້ 4 ໂຄງ​ການ, ດ້ວຍ​ຍອດຈຳ​ນວນ​​ເງິນ​ລົງທຶນ​ເກືອບ 77 ລ້ານ USD. ສະພາບ​ການຈະ​ດີກ​ວ່າ​ຖ້າ​ຫາກ​ບັດ​ນາ​ໂຄງການ​ໃຫຍ່ຄື: ​ໂຄງການ​ກໍ່ສ້າງ​ສະຫນາມ​ບິນ ​ເວີນ​ດົນ, ​ເຂດ​ທ່ອງ​ທ່ຽວ​ພັກຜ່ອນ​ບຳລຸງ​ສຸຂະພາບ​ປະສົມ ​ເວີນ​ດົນ, ຂົວ ​ແບກ​ດັ່ງ… ​​ດ້ວຍມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ບໍ​ລິ​ສິດ​ທີ່​ມີ​ຊື່​ສຽງ​ຄື: Joinus, ບໍລິສັດ​ໃຫຍ່​ການບິນ ສ​ເກົາຫລີ, Genting ຂອງ​ມາ​ເລ​ເຊຍ, SE ຂອງ​ຍີ່​ປຸ່ນ ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ໃກ້ໆ​ນີ້. ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ດຶງ​ດູດ​ເງິນ​ລົງທຶນ, ​ແຂວງ ກວ໋າງນີງ ໄດ້​ປະຕິບັດ​ການວາງ​ແຜນ​ກຳນົດ​ລະບົບ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖ​ະກິດ. ​ໄລ່​ຮອດ​ປະ​ຈຸ​ບັນ, ກວ໋າງນີງ ມີ​ເຂດ​ເສດຖະກິດ 3 ​ແຫ່ງ ​ແລະ ​ເຂດ​ອຸດສາຫະກຳ 11 ​ແຫ່ງ​ ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານ. ການ​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ ບໍ່​ພຽງ​ແຕ່​ສ້າງ​ເງື່ອນ​ໄຂ​ດຶງ​ດູດ​ການ​ລົງທຶນ​ເທົ່າ​ນັ້ນ ຫາກ​ຍັງ​ປະຕິບັດ​ບົດບາດນຳ​ພາ, ສ້າງ​ຄວາມ​ດຶງ​ດູດ ​ແລະ​ພັດທະນາ​ເສດຖະກິດ​ອອກ​ສູ່ເຂດ​ອ້ອມ​ຂ້າງອີກ​ດ້ວຍ. ທ່ານ ຟຸ່ງ​ແຢງ​​ດ່າຍ, ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ບັນດາ​ເຂດ​ເສດຖະກິດ, ​ເຂດ​ອຸດສາຫະກຳ​ແຂວງ ກວ໋າງນີງ ​ໃຫ້​ຮູ້​ວ່າ:

        “ຄະນະ​ຄຸ້ມຄອງ​​ເຂດ​ເສດຖະກິດ​ສືບ​ຕໍ່​ເປັນເສ​ນາ​ທິການ​ເພື່ອໃຫ້​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງນີງ ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ. ຫນ້າ​ທີ່​ສຳຄັນ​ນັ້ນ​ແມ່ນ ຜັນ​ຂະຫຍາຍ​ບັນດາ​ແຜນ​ກຳນົດ, ​ໃນ​ນັ້ນ ຜັນ​ຂະຫຍາຍ​ແຜນ​ກຳນົດ​ບັນດາ​ເຂດ​ເສດຖະກິດ​ຢູ່​ດ່າ​ນຊາຍ​ແດນ, ແຜນ​ກຳນົດ​​ເຂດ​ເສດຖະກິດ ​ເວີນ​ດົນ ​ແລະ ​ແຜນ​ກຳນົດ​ບັນດາ​ເຂດ​ອຸດສາຫະກຳ ​ເພື່ອ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ສຳຮອງ​ເຂົ້າ​ມາລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ເຂດ​ອຸດສາຫະກຳ​ດັ່ງກ່າວ.”

ບັນດາການຫັນປ່ຽນໃນການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ ເຂົ້າແຂວງ ກວ໋າງນີງ - ảnh 2
ກວ໋າງນີງຈັດກອງປະຊຸມສຳມະນາດຶງດູດນັກລົງທຶນຍີ່ປຸ່ນ
ພາບ:internet

        ຕາມ​ການວາງ​ແຜນ​​ສັງ​ລວມພັດທະນາ​ເສດຖະກິດ​ສັງຄົມ​ຮອດ​ປີ 2020, ວິ​ໄສ​ທັດ 2030, ​ແຂວງ ກວ໋າງນີງ ຈະ​ສຸມ​ໃສ່​ຈຸດ​ໝາຍ​ກາຍ​ເປັນ​ສູນ​ພັດທະນາ​ອອກ​ສູ່​ທະ​ເລ, ​​ສູນ​ພົວພັນ​ແລກປ່ຽນ​ການ​ຄ້າ​ສາ​ກົນໃຫຍ່ ​ແລະ ທັນ​ສະ​ໄຫມ. ​ເພາະສະ​ນັ້ນ ​ໃນ​ບັນຊີ​ລາຍ​ຊື່ 32 ​ໂຄງການ ຊື່​ງ​ແຂວງ ກວ໋າງນີງ ດຶງ​ດູດ​ການ​ລົງທຶນ​ໃນ​ປີ 2013 ​ແລະ ​ໄລຍະ 2013-2015, ມີ​ຫລາຍ​ໂຄງການ​ກ່ຽວຂ້ອງ​ເຖິງ​ທະ​ເລ​ຄື: ​ໂຄງການ​​ເຂດ ​ພັກຜ່ອນບຳລຸງ​ສຸຂະພາບ​ປະສົມ​ທີ່​ມີ​ຄຸນ​ນະພາ​ບສູງ, ດ້ວຍ​ເງິນ​ລົງທຶນ​ 4 ຕື້ USD ພ້ອມ​ດ້ວຍ​ຫລາຍ​ໂຄງການ​ທ່ອງ​ທ່ຽວ​ອື່ນ​ທີ່​ມີ​ມູນ​ຄ່າ​ນັບ​ລ້ານ USD ຄື: ​ໂຄງການ​ທ່ອງ​ທ່ຽວ​ຊີວະ​ພາບ​ເວີນ​ດົນ, ສະຫນາມ​ກອບ​ສ, ​ໂຮງ​ແຮມ 5 ດາວ ​ເວີນ​ດົນ. ຄຽງຄູ່​ກັນ​ນັ້ນ ທາງ​ແຂວງ ຍັງ​ດຶງ​ດູດ​ການ​ລົງທຶນ​ເຂົ້າ​ບັນດາ​ໂຄງການ​ພື້ນຖານ​ຄົງ​ລ່າງຄົມມະນາຄົມ, ພື້ນຖານ​ໂຄງ​ລ່າງ​ບັນດາ​ເຂດ​ອຸດສາຫະກຳ​ພົ້ນ​ເດັ່ນ​ຄື: ​ໂຄງການ​ກໍ່ສ້າງ ​ແລະ ດຳ​ເນີນ​ທຸລະ​ກິດ​ພື້ນຖານ​ໂຄງ​ລ່າງ​ທ່າ​ກຳ​ປັ່ນ ຫາຍ​ຮ່າ, ​ດ້ວຍ​ເງິນ​ລົງທຶນ​ກວ່າ 3 ຕື້ USD, ​ໂຄງການ​ກໍ່ສ້າງ​ເຂດ​ອຸດສາຫະກຳ ​ແລະ ການ​ບໍ​ລິ​ການບຶງ ຍ່າ​ມາກ, ດ້ວຍ​ເງິນ​ລົງທຶນ​ກວ່າ 2-3 ຕື້ USD, ​ໂຄງການ​ເຂດ​ປອດ​ພາສີ, ​ເຂດ​ອຸດສາຫະກຳ​ສະ​ອາດ ຢູ່ ​ເວີນ​ດົນ, ມີ​ເງິນ​ລົງທຶນ​ແຕ່ 1,3-1,5 ຕື້ USD.

        ດ້ວຍ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ບົນ​ພື້ນຖານ​ວິ​ໄສ​ທັດ​ຍາວ​ນານ, ​ແຂວງ ກວ໋າງນີງ ພວມ​ພັດທະນາ​ກາຍ​ເປັນ​ສູນ​ເສດຖະກິດ​ສຳຄັນ​ໃນ​ພາກ​ພື້ນ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ເຫນືອ. ​ໃນ​ທ່າ​ອ່ຽງນັ້ນ ເລື່ອງເພີ່ມ​ທະວີການ​ດຶງ​ດູດ​ເງິນລົງທຶນ​ຕ່າງປະ​ເທດ​ມີ​ຄວາມ​ໝາຍສຳຄັນ​ເພື່ອ​ໃຫ້​ແຂວງ ກວ໋າງນີງ ຫັນ​ຄວາມ​ມຸ້ງ​ຫວັງ​ໃຫ້​ປະກົດ​ຜົນ​ເປັນ​ຈິງຢ່າງ​ໝັ້ນຄົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ