ວິສາຫະກິດ Stard up ຍາດແຍ່ງທຸກແຫລ່ງກຳລັງເພື່ອຜ່ານຜ່າຄວາມຫຍຸ້ງຍາກ

(VOVWORLD) - ໃນເງື່ອນໄຂປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19, ຈິດໃຈ Stard up ຂອງວິສາຫະກິດ ຫວຽດນາມ ຍັງຄົງຮັກສາໄວ້ໄດ້. ມີວິສາຫະກິດ ຫລາຍແຫ່ງ ເພື່ອຄົງຕົວ ແລະ ພັດທະນາ ໄດ້ຍາດແຍ່ງທຸກແຫລ່ງກຳລັງ ແລະ ໄຫວພິບໃນການຫັນປ່ຽນ.

ວິສາຫະກິດ Stard up ຍາດແຍ່ງທຸກແຫລ່ງກຳລັງເພື່ອຜ່ານຜ່າຄວາມຫຍຸ້ງຍາກ - ảnh 1ບັນນາທິການVOV1 ພວມປະຕິບັດລາຍການກະຈາຍສຽງ "ວິສາຫະກິດ Stard up ຍາດແຍ່ງທຸກແຫລ່ງກຳລັງເພື່ອຜ່ານຜ່າຄວາມຫຍຸ້ງຍາກ". (ພາບ:dantri.com.vn)

ໃນສອງສາມປີມານີ້ ທ່າອ່ຽງແຟຊັ່ນໄວຫນຸ່ມ, ສຸພາບ ທີ່ສະຫງວນໃຫ້ເພດຊາຍ ຢູ່ ຫວຽດນາມ ແມ່ນມີຄວາມນິຍົມຢ່າງແທ້ຈິງ ດ້ວຍການປະກົດມີເຄື່ອງໝາຍຫລາຍຍີ່ຫໍ້ຂຶ້ນ. ດ້ວຍຂອບຂະຫນາດ 100 ຮ້ານທີ່ເປັນທາງການ, ເປັນສາຂາໃນທົ່ວປະເທດ, Biluxury ໄດ້ກາຍເປັນຫນຶ່ງໃນບັນດາເຄື່ອງໝາຍເສື້ອຜ້າຂອງເພດຊາຍ “Made in Vietnam” ທີ່ພົ້ນເດັ່ນຂຶ້ນ. ບັນລຸໄດ້ຜົນງານນີ້ ຍ້ອນວິທີການອອກແບບທີ່ໃຫມ່, ບັ້ນໂຄສະນາການຕະຫລາດຢ່າງຄຶກຄັກ ແລະ ພິເສດ ແມ່ນບັນດາ fashion show ດ້ວຍຂອບຂະຫນາດໃຫຍ່ ເຊິ່ງໄດ້ເຕົ້າໂຮມຜູ້ນິຍົມແຟຊັ່ນ ແລະ ບັນດານັກສິລະປິນໃນ ວົງການບັນເທິງເປັນຈຳນວນຫລາຍ. ແຕ່ເມື່ອເກີດໂລກລະບາດໂຄວິດ 19 ໄດ້ສົ່ງຜົນສະທ້ອນຢ່າງແຮງເຖິງການດຳເນີນທຸລະກິດຂອງວິສາຫະກິດນີ້. ອ້າຍ ເລຊວນຕຸ່ງ, ຜູ້ກໍ່ຕັ້ງເຄື່ອງໝາຍແຟຊັ່ນ Biluxury ແບ່ງປັນວ່າ:

         ເດືອນ ກໍລະກົດ ປີນີ້ ບໍລິສັດຂ້າພະເຈົ້າຄົບຮອບ 7 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ. ຄາດໝາຍປີ 2021 ແມ່ນເປີດ 300 showroom ໃນທົ່ວປະເທດ. ມາຮອດປະຈຸບັນ ພວກຂ້າພະເຈົ້າ ຕ້ອງຢຸດຕິແຜນການພັດທະນາແບບຊົ່ວຄາວ, ຕໍ່ມາແມ່ນດັດປັບແຜນການຜະລິດຄືນທັງຫມົດ. ແຜນການຂອງລະດູບານໃຫມ່ຕໍ່ລະດູຮ້ອນແມ່ນຜະລິດສຳເລັດແລ້ວ ປະຈຸບັນ ຊອກຫາທຸກມາດຕະການເພື່ອຫລີກລ້ຽງສະພາບສິນຄ້າອັ່ງອໍໃນສາງ. ແຜນການຜະລິດລະດູໃບໄມ້ຫລົ່ນຕໍ່ໃສ່ລະດູຫນາວ ຕ້ອງຫລຸດລົງ ½ ປະລິມານການຜະລິດ”

           ຍ້ອນໂລກລະບາດໂຄວິດ 19 ມີວິສາຫະກິດຫລາຍແຫ່ງ ໄດ້ປ່ຽນແປງວິທີການດຳເນີນທຸລະກິດ ພ້ອມທັງຫລຸດຜ່ອນລາຍຈ່າຍ ເພື່ອມີລາຍຮັບ ແລະ ຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ. ທ່ານນາງ ເລີມທິກ່ຽວແອງ ຜູ້ກໍ່ຕັ້ງ ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດ Twitter Beans Coffee ໃຫ້ຮູ້ວ່າ: ທາງບໍລິສັດໄດ້ກະກຽມໃຫ້ແກ່ວິວັດການຫັນເປັນດີຈີຕອນ ກ່ອນທີ່ຈະເກີດໂລກລະບາດໂຄວິດ 19 . ບໍລິສັດວາງ 3 ຄາດໝາຍຄວນປະຕິບັດເມື່ອເກີດໂລກລະບາດ ນັ້ນແມ່ນ ຊຸກຍູ້ຈິດໃຈຂອງພາລະກອນ, ຕິດພັນໃນຊ່ວງເວລາປະຕິບັດການແຍກຫ່າງ, ເຮັດວຽກຢູ່ບ້ານຢ່າງມີປະສິດທິຜົນ ແລະ ເປີດຕົວບັນດາຜະລິດຕະພັນໃຫມ່ໃນໄລຍະໝົດເວລາປະຕິບັດການແຍກຫ່າງ. ສ່ວນເອື້ອຍ ຫງວຽນທິແອັງງອກ ຜູ້ອຳນວຍການບໍລິສັດ ທ່ອງທ່ຽວ ແລະ ຂົນສົ່ງ ດຶກວິງ ຈຳກັດ ໃຫ້ຮູ້ວ່າ:

ນອກຈາກຄວາມດຸໝັ່ນຂະຫຍັນພຽນ, ການເຮັດວຽກແບບສຸດຈິດສຸດໃຈຂອງໄວຫນຸ່ມແລ້ວ ພວກຂ້າພະເຈົ້າ ຍັງມີຈິດໃຈອົດທົນກ້າແກ່ນຜ່ານຜ່າຄວາມຫຍຸ້ງຍາກ. ນອກນັ້ນ ກໍ່ຍັງມີບັນດາມາດຕະການຮັກສາລູກຄ້າຂອງຕົນໄວ້ອີກ”                            

ໃນໄລຍະປະສົບກັບຄວາມຫຍຸ້ງຍາກນີ້ ການປະດິດຄິດສ້າງ ແລະ ຄວາມມີໄຫວພິບ ຈະຊ່ວຍວິສາຫະກິດຄົງຕົວຢ່າງໝັ້ນຄົງ. ນີ້ກໍ່ແມ່ນຈຸດເວລາ ຊື່ງກຳລັງແຮງຂອງໄວຫນຸ່ມໄດ້ເສີມຂະຫຍາຍ. ອ້າຍ ເລຊວນຕຸ່ງ ແບ່ງປັນກ່ຽວກັບການລະດົມແຫລ່ງເງິນຂອງບໍລິສັດ ວ່າ:

“ກ່ຽວກັບດ້ານທຶນຮອນ ພວກຂ້າພະເຈົ້າໄດ້ມີການເຈລະຈາກັບບັນດາເຈົ້າຂອງເຮືອນເຊົ່າເພື່ອຕໍ່ກຳນົດເວລາຊຳລະ. ທີສອງ ຜັດປ່ຽນກັນປິດປະຕູບັນດາຮ້ານຄ້າເພື່ອຫລຸດຜ່ອນລາຍຈ່າຍ. ທີສາມ ຫັນປ່ຽນການຂາຍເຄື່ອງແບບ offline  ເປັນ online. ນີ້ແມ່ນຊ່ວງເວລາເພື່ອໃຫ້ພວກຂ້າພະເຈົ້າປັບປຸງບໍລິສັດຕົນ ເພື່ອພັດທະນາຕະຫລາດການຄ້າເອເລັກໂຕນິກກໍ່ຄື ເຮັດແນວໃດເພື່ອຊ່ວຍໃຫ້ວິສາຫະກິດ ຄົງຕົວໄດ້ໃນໄລຍະນີ້. ມາຮອດປະຈຸບັນ ຂ້າພະເຈົ້າຍັງຄົງເຊື່ອໝັ້ນວ່າ ຈະຜ່ານຜ່າໂລກລະບາດໄປໄດ້ ເພາະພວກຂ້າພະເຈົ້າ ສາມາດຫລຸດຜ່ອນລາຍຈ່າຍທັງຫມົດໄດ້ ກໍ່ຄືຍົກສູງໄດ້ລາຍຮັບ, ມີແຫ່ລງເງິນພຽງພໍເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວຂອງບໍລິສັດ”

ວິສາຫະກິດ Stard up ຍາດແຍ່ງທຸກແຫລ່ງກຳລັງເພື່ອຜ່ານຜ່າຄວາມຫຍຸ້ງຍາກ - ảnh 2ເອື້ອຍ ເລຢູງ ຜູ້ອຳນວຍການໃຫຍ່ ບໍລິສັດຫຸ່ນສ່ວນບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ Dgroup (ພາບ:dantri.com.vn)

ສ່ວນ ເອື້ອຍ ເລຢູງ ຜູ້ອຳນວຍການໃຫຍ່ ບໍລິສັດຫຸ່ນສ່ວນບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ Dgroup ແລ້ວ, ໃນຈຸດເວລາປະຈຸບັນ ບັນດາວິສາຫະກິດ ສາມາດຍາດແຍ່ງໄດ້ປະສິດທິຜົນດ້ານເຕັກໂນໂລຊີຂໍ້ມູນຂ່າວສານ.

“ດ້ວຍສະພາບການຄືປະຈຸບັນ ຖ້າຫາກໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມເປັນຢ່າງດີ, ການປະຕິວັດອຸດສາຫະກຳ 4.0 ຈະຫນູນຊ່ວຍບັນດາວິສາຫະກິດໄດ້ຫລາຍຢ່າງໃນໄລຍະນີ້ ເພື່ອໃຫ້ບັນດາວິສາຫະກິດ ໝູນໃຊ້ວິທະຍາສາດເຕັກໂນໂລຊີໃນການເຄື່ອນໄຫວ, ຊອກຫາລູກຄ້າ. ວິທະຍາສາດເຕັກໂນໂລຊີ ກໍ່ຊ່ວຍຜົນປະໂຫຍດຫລາຍຢ່າງໃຫ້ວິສາຫະກິດໃນການສຳຜັດກັບແຫລ່ງທຶນຮອນ, ຮັບສະໝັກພະນັກງານ. ອີກອັນຫນຶ່ງ ບັນດາສະໂມສອນນັກທຸລະກິດໄດ້ຮັບການສ້າງຂຶ້ນ ຈະແມ່ນຊ່ອງທາງພົວພັນຕິດຕໍ່ ເຊື່ອມຕໍ່ບັນດາສະມາຊິກໃນສະໂມສອນເຂົ້າຫາກັນ”

ໂລກລະບາດໂຄວິດ 19 ໄດ້ກໍ່ໃຫ້ເກີດສິ່ງທ້າທາຍຫລາຍຢ່າງ ແຕ່ກໍ່ມີບັນດາ stard tup ຜ່ານຜ່າສິ່ງທ້າທາຍນັ້ນໄດ້. ບັນດາການປ່ຽນແປງຍ້ອນໂລກລະບາດໂຄວິດ 19 ໄດ້ສ້າງບາດລ້ຽວ, ນຳມາເຊິ່ງກາລະໂອກາດໃຫ້ແກ່ບັນດາວິສາຫະກິດຂະຫນາດນ້ອຍ ຖ້າເຂົາເຈົ້າກຳໄດ້ເຖິງການປ່ຽນແປງໃນຄວາມຊິນເຄີຍຂອງລູກຄ້າ ແລະ ຕອບສະຫນອງໄດ້ຕາມຄວາມຕ້ອງການຂອງລູກຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ