ວິສາຫະກິດຮ່າໂນ້ຍກັບບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ

(vovworld)- ມາ​ຮອດ​ປະຈຸ​ບັນ, ບັ້ນ​ຂົນຂວາຍ​“ຊາວ​ຫວຽດນາມບຸລິມະສິດຊົມ​ໃຊ້ສິນຄ້າ​ຫວຽດນາມ” ​ໂດຍ​ກົມ​ການ​ເມືອງ, ຄະນະ​ບໍລິຫານ​ງານ​ສູນ​ກາງພັກກອມມູນິດ​ຫວຽດນາມ ​​ປຸກລະດົມ ​ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີ 5. ໝາກຜົນ​ໃຫຍ່​ສຸດ​ຂອງ​ບັ້ນ​ຂົນ​ຂວາ​ຍ ​ແມ່ນ​ໄດ້​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຍົກ​ສູງ​ສະຕິ​​ຮັບຮູ້​ກ່ຽວ​ກັບ​ຄວາມສຳຄັນ​ຂອງ​ຕະຫລາດ​ພາຍ​ໃນ ​ແລະ ສິ່ງ​ສຳຄັນ​ຫນຶ່ງ​ອີກຜູ້​ອຸປະ​ໂພ​ກບໍ​ລິ​ໂພ​ກຫລາຍ​ຄົນ​ໄດ້​ມີ​ການ​ປ່ຽນ​ແປງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສິນຄ້າ​ຫວຽດນາມ, ປຸກລຸ​ກນຳ້​ໃຈ“ຊົມ​ໃຊ້​ສິນຄ້າ​ພາຍ​ໃນ​ປະ​ເທດ​ແມ່ນ​ຮັກ​ຊາດ”.

ວິສາຫະກິດຮ່າໂນ້ຍກັບບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ - ảnh 1
ສິນຄ້າ​ຫວຽດນາມ ກວມ​ອັດຕາ​ສ່ວນເຖິງ 90-95%ຢູ່ໃນລະບົບຮ້ານ
ລະບົບ​ຮ້ານ​ຊັບ​ພະ​ສິນຄ້າ​ຢູ່​ບໍລິ​ເວນ ຮ່າ​ໂນ້ຍ
ພາບ:internet

        ​ເມື່ອ​ເຂົ້າຮ້ານ​ຊັບ​ພະ​ສິນຄ້າ Fivimart ຢູ່ ຖະຫນົນ ຫລີ​ທາຍ​ໂຕ ນະຄອນຫລວງ ຮ່າ​ໂນ້ຍ, ລູກ​ຄ້າ​ທັງຫລາຍຈະ​ເຫັນ​​ສິນຄ້າ​ທຸກ​ປະ​ເພດທີ່​ໄດ້​ຮັບ​ການ​ຜະລິດ​ພາຍ​ໃນ​ປະ​ເທດຫວຽດນາມ​ຄື: ສິນ​ໃນ​ນຳ້, ອາຫານ, ​ເຂົ້າໜົມ​ຕະຫລອດ​ຮອດ​ເຄື່ອງນຸ່ງ​ຮົ່ມ, ​ເຄື່ອງ​ໃຊ້​ສອຍ​ໃນ​ຄອບຄົວ… ​​ແມ່ນກວມ​ເອົາ​ສ່ວນ​ຫລາຍ​ໃນ​ຈຳນວນ​ປະ​ເພດ​ສິນຄ້າທີ່​ວາງ​ຂາຍ​ຢູ່​ທີ່​ນີ້. ​​ໃນ​ນັ້ນ, ອາຫານ​​ຜະລິດ​ຢູ່ພາຍໃນ​ປະ​ເທດ​ແມ່ນ​ປະ​ເພດ​ສິນຄ້າ​ທີ່ລູກ​ຄ້າຊື້​ຫລາຍກວ່າ​ໝູ່. ​ນາງ ຫງວຽນ​ທິງາ, ລູກ​ຄ້າ​ຢູ່ ​ເມືອງ​ ຮາ​ຍບ່າ​ຈືງ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ​ກວມ​ເຖິງ 90%, ສ່ວນ​ສິນຄ້າ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ​​ແມ່ນຫນ້ອຍ​ກວ່າ ​ເພາະວ່າ ສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ​ມີ​ລາຄາ​ຖືກ​ກວ່າ ​ແລະ ຄຸນ​ນະພາ​ບກໍ​ດີພໍ​ສົມຄວນ.ຄອບຄົວ​ຂ້າພະ​ເຈົ້າ​ ກໍ​ຄື​ເພື່ອນ​ບ້ານ​ສ່ວນ​ຫລາຍ​ແມ​່ນຊົມໃຊ້​ສິນຄ້າ​ທີ່​ຜະ​ລິດຢູ່​ພາຍ​ໃນ​ປະ​ເທດ.”

        ຮ້ານ​ຊັບ​ພະ​ສິນຄ້າ Fivimart ຢູ່​ຖະຫນົນຫລີ​ທາຍ​ໂຕ​ແມ່ນ​ຫນຶ່ງ​ໃນ​ຈຳນວນ​ຮ້ານ​ຊັບ​ພະ​ສິນຄ້າ 14​ແຫ່ງ​ໃນ​ລະບົບ Fivimart ທີ່​ຂຶ້ນ​ບໍລິສັດ​ຫຸ້ນ​ສ່ວນ ​ເຍີ​ດນາມ ​ໄດ້ຕອບ​ສະຫນອງ​ບັ້ນ​ຂົນຂວາຍ “ຊາວ​ຫວຽດນາມ​ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ” ນັບ​ແຕ່​ຊຸມ​ມື້​ທຳ​ອິດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສິນຄ້າ​ຫວຽດນາມ ​ໃນ​ລະບົບ​ຮ້ານ​ຊັບ​ພະ​ສິນຄ້າ​ນີ້ ​ໄດ້​ກວມ​ອັດຕາ​ສ່ວນ​ໃຫຍ່​ໃນ​ກາ​ນຈຳຫນ່າຍ ​ແລະນຳ​ມາ​ເຊິ່ງລາຍ​ຮັບ​ສູງ. ສະ​ເພາະ​ປີ 2013, ຢູ່​ລະບົບ​ຮ້ານ​ຊັບ​ພະ​ສິນຄ້າ Fivimart, ລາຍ​ຮັບ​ເກັບ​ມາ​ໄດ້​ຈາກ​ການ​ຂາຍສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ກວ່າ 31% ​ເມື່ອ​ທຽບ​ໃສ່​ປີ​ກ່ອນ. ທ່ານ​ນາງ ຫງວຽນ​ທິມີ​ງ​ເຟືອງ, ຜູ້ອຳນວຍການ​ຮ້ານ​ຊັບ​ພະ​ສິນຄ້າ Fivimart ຫລີ​ທາຍ​ໂຕ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ຍາມ​ໃດ​ບໍລິສັດ​ກໍ​ສະຫງວນ​ສະຖານ​ທີ່​ໃຈກາງ​, ມີ​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ມີ​ເຄື່ອງໝາຍ​ການ​ຄ້າ. ມາ​ຮອດ​ປະຈຸ​ບັນ, ສິນຄ້າ​ທີ່​ວາງ​ຂາຍ​ຢູ່​ໃນ​ຮ້ານ​ຊັບ​ພະ​ສິນຄ້ານີ້ ສ່ວນ​ຫລາຍ​ມີ​​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ., ​ໃນ​ນັ້ນ ມີ​ເຄື່ອງໝາຍ​ທີ່​ມີ​ຊື່​ສຽງ​ຄື: ນຳ້​ປາ ຟຸກວັກ, ​ນຳ້ຈຳ້ຈູງ​ແທ່ງ, ​ເຂົ້າຫນົມ ຫາ​ຍຮ່າ, ກີ​ງ​ໂດ…ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ລູກ​ຄ້າ​ມາ​ຊື້​ສິນຄ້າ​ຢູ່​ຮ້ານ​ນີ້ ສ່ວນ​ຫລາຍ​ເຂົາ​ເຈົ້າ​ເລືອກ​ຊື້​ສິນຄ້າ​ຜະລິດ​ພາຍ​ໃນ​ປະ​ເທດ.”

        ປະຈຸ​ບັນ, ລະບົບ​ຮ້ານ​ຊັບ​ພະ​ສິນຄ້າ​ຢູ່​ບໍລິ​ເວນ ຮ່າ​ໂນ້ຍຄື: BigC, Citimart, Hapromart… ສິນຄ້າ​ຫວຽດນາມ ກວມ​ອັດຕາ​ສ່ວນເຖິງ 90-95%. ສິ່ງ​ດັ່ງກ່າວ​ສະ​ແດງ​​ໃຫ້​ເຫັນ​ວ່າ ສິນຄ້າ​ຫວຽດນາມ ມີ​ທີ່​ຕັ້ງ​ສຳຄັນ​ສຳລັບ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ.

        ຄຽງ​ຄູ່​ກັບ​ການ​ໂຄສະນາ​ສິນຄ້າ​ຫວຽດນາມ​ແລ້ວ, ງານ​ຕະຫລາດນັດ​ສິນຄ້າ​ຫວຽດນາມ ທີ່​ມີ​ຄຸນ​ນະພາ​ບສູງຄັ້ງ​ຕ່າງໆ, ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ລາຍການ​ສົ່ງ​ສິນຄ້າ​ລົງ​ໄປຂາຍ​ຢູ່​ເຂດ​ຊົນນະບົດ ​ໂດ​ຍພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ ນະຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ ​ໄດ້​ຊ່ວຍ​ໃຫ້​ຜູ້​ອຸປະ​ໂພ​ກບໍ​ລິ​​ໂພ​ກຫລາຍ​ຄົນຮູ້​ຈັກ​ເຖິງ​ເຄື່ອງໝາຍ​ການ​ຄ້າ, ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຄຸນ​ນະພາ​ບສິນຄ້າ​ຫວຽດນາມ​ຫລາຍ​ກວ່າ. ​ໃນ 3 ​ເດືອນ​ຕົ້ນ​ປີ​ນີ້ ລະບົບ​ຮ້ານ​ຊັບ​ພະ​ສິນຄ້າ Bi​gC ​ໄດ້​ຈັດ​ຕັ້ງ​ບັ້ນ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ຫລາຍ​ຄັ້ງ ​ແລະ ມາ​ຮອດ​ປະຈຸ​ບັນ ລາຍ​ຮັບ​ຈາກ​ການ​ຂາຍ​ສິນຄ້າ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ 30-40%, ຄວາມ​ສາມາດ​ແກ້ງ​ແຍ້​ງກັບ​ສິນຄ້າ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດແມ່ນເພີ່ມຂຶ້ນຫລາຍພໍສົມຄວນ. ທ່ານ ຫງວຽນທາຍຢູງ, ຮອງຜູ້ອຳນວຍການໃຫຍ່ຮ້ານຊັບພະສິນຄ້າ Bi​g C ​ໃຫ້​ຮູ້​ວ່າ:

        “ບັນດາ​ບໍລິສັດ​ສະຫນອງ​ເຂົ້າໜົມ​ພາຍ​ໃນ​ປະ​ເທດ ​ໄດ້​​ປ່ຽນ​ແທນ​ບັນດາ​ບໍ​ລິ​ສັດ​ນຳ​ເຂົ້າ​ຈາກ​ໄທ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ​. ສ່ວນ​ອາຫານບາງ​ປະ​ເພດ​ຄື: ຊີ້ນ​ງົວ​ນຳ​ເຂົ້າ​ຈາກ​ຕ່າງປະ​ເທດ​ ກຳລັງ​ຊື້ກໍ​ຖືກ​ຫລຸດ​ລົງ ​ແລະ ຜູ້​ຊົມໃຊ້​ມີ​ທ່າ​ອ່ຽງຊື້​ອາຫານ​ຜະລິດ​ຢູ່​ຫວຽດນາມ.”

        ຄວາມ​ຈິງ ຢູ່ ຮ່າ​ໂນ້ຍ ​ອາດ​ຈະ​ເຫັນ​​ໄດ້ວ່າ ສິນຄ້າ​ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບສູງ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ໃຊ້​ສອຍ. ຫວ່າງ​ແລ້ວ​ນີ້ ​ໃນ​ໂອກາດ​ສະຫລຸບ​ຕີ​ລາຄາຜົນຂອງ​ການ​ປະຕິບັດ​ບັ້ນ​ຂົນ​ຂວາ​ຍ“ຊາວ​ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ” ຖືກ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ, ບົດ​ລາຍ​ງານ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ບັ້ນ​ຂົນ​ຂວາ​ຍດັ່ງກ່າວ​ໄດ້​ຊີ້​ແຈ້ງວ່າ: ການ​ຕອບ​ສະຫນອງ​ຂອງ​ບັນດາ​ວິ​ສາ​ຫະກິດ​ໃນ​ບັ້ນ​ຂົນຂວາຍ“ຊາວ​ຫວຽດນາມ ບຸລິມະສິດ​ຊົມ​ໃຊ້​ສິນຄ້າ​ຫວຽດນາມ” ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຕັ້ງຫນ້າ​ເຖິງ​ທົ່ວ​ສັງຄົມ. ບັ້ນ​ຂົນຂວາຍ​ໄດ້​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍູ້​ແຮງ​ການ​ຮ່ວມ​ສຳພັນ ບົນ​ພື້ນຖານ​ເສີມ​ຂະຫຍາຍ​ຄວາມ​ສາມາ​ດບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ຕະຫລາດ​ພາຍ​ໃນ​ປະ​ເທດ, ຈາກ​ນັ້ນ ປະກອບສ່ວນ​ນັບ​ມື້​ນັບ​ຕັ້ງຫນ້າ​ໃຫ້​ແກ່​ກິ​ດຈະ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ