ວິສາຫະກິດເປັນເຈົ້າການຊອກຫາຂໍ້ມູນກ່ຽວກັບຄູ່ຮ່ວມມືເມື່ອເຊື່ອມໂຍງ

(vovworld) - ປີ 2015, ມີ​ສັນຍາ​ການ​ຄ້າ​ຫຼາຍ​ສະບັບ​ໄດ້​ຮັບ​ການ​ລົງ​ນາມ ​ແລະ ພວມ​ຄ່ອຍໆ​ມີ​ຜົນ​ສັກສິດ, ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ບື່ນຕົວອອກ​ສູ່​ຕະຫຼາດ​ຕ່າງປະ​ເທດ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ຕະຫຼາດແຕ່​ລະ​ແຫ່ງ​ພັດ​ມີ​ຈຸດ​ພິ​ເສດ​ສະ​​ເພາະ ຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດ​ຕ້ອງ​ເປັນ​ເຈົ້າ​ການ​​ຄົ້ນ​ຄ້ວາຢ່າງ​ລະອຽດ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ​​ໃຫ້ຢູ່​ໃນ​ລະດັບ​ຕຳ່​ສຸດ. ນັ້ນ​ກໍ​ແມ່ນ​ເນື້ອ​ໃນ​ທີ່​ໄດ້​ຍົກ​ອອກ​ມາ​ຢູ່ກອງ​ປະຊຸມ​ຂອງ​ຜູ້​ທີ່​ປຶກສາ​ດ້ານ​ການ​ຄ້າ 2016 ​ເຊິ່ງຫາ​ກໍ່​ຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ບົດ​ຂຽນ “ວິ​ສາ​ຫະກິດ​ເປັນ​ເຈົ້າ​ການ​ຊອກ​ຫາ​ຂໍ້​ມູນ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ເມື່ອ​ເຊື່ອມ​ໂຍງ” ຂອງ​ມີ​ງ​ແຫ້ງ, ນັກ​ຂ່າວ VOV.

ວິສາຫະກິດເປັນເຈົ້າການຊອກຫາຂໍ້ມູນກ່ຽວກັບຄູ່ຮ່ວມມືເມື່ອເຊື່ອມໂຍງ - ảnh 1
ກອງປະຊຸມຜູ້ທີ່ປຶກສາດ້ານການຄ້າ ຢູ່ ນະຄອນຫຼວງ ຮ່າໂນ້ຍ
(ພາບປະກອບຈາກ: VGP/Nhật Bắc)

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສິນຄ້າ​ສົ່ງ​ອອກ​ຂອງ ຫວຽດນາມ ພວ​ມ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ບໍ່​ພຽງ​ແຕ່​ກ່ຽວ​ກັບ​ດ້ານ​ຈຳນວນ​, ຫຼາຍ​ຮູບ​ຫຼາຍ​​ແບບ​ເທົ່າ​ນັ້ນ ຫາກ​ຕະຫຼາດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກ້ວາງ​ອີກ​ດ້ວຍ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ຄຽງ​ຄູ່​ກັນ​ນັ້ນ​ຍັງ​ມີ​ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ປະສົບ​ກັບ​ຄວາມ​ສ່ຽງ, ​​ເຊິ່ງສາຍ​ເຫດ​ຕົ້ນ​ຕໍ່​ແມ່ນ​ຂາດ​​ແຫຼ່ງຂໍ້​ມູນ​ຂ່າວ​ກ່ຽວ​ກັບຕະຫຼາດ ຫຼື ບໍ່​ທັນ​ກຳ​ແໜ້ນ​ກ່ຽວກັບ​ຂໍ້​ກຳນົດ, ​ຮົ້ວ​ກີດຂວາງ​ດ້ານ​ເຕັກນິກ, ພາສີ​. ທີ່​ກອງ​ປະຊຸມ​ຜູ້​ທີ່​ປຶກສາ​ດ້ານ​ການ​ຄ້າ 2016, ທ່ານ ຟ້າ​ມຮ່ວາງ​ເລີມ, ປະທານ​ທັງ​ເປັນ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ ຮື​ງ​ເລີມ ຢູ່​ແຂວງ ອານ​ຢາງ, ​ເຊິ່ງ​ແມ່ນ​ບໍລິ​ສັດ​​​ສົ່ງ​ອອກ​ເຂົ້າສານ​ໄດ້​ເລົ່າ​ໃຫ້​ຟັງ​​ກ່ຽວ​ກັບເລື່ອງ​​​ວິ​ສາ​ຫະກິດ​ຂອງ​ທ່ານ​ຖືກ​ລໍ້​ລວງ​ຈົນ​ເສຍເຂົ້າສານ 2000 ​ໂຕນ, ດ້ວຍ​ມູນ​ຄ່າ​ກ່ວາ 1 ລ້ານ USD ຢູ່​ຕະຫຼາດ Ghana. ທ່ານ ​ເລີ​ມ ຖື​ວ່າ: ​ເມື່ອ​ສົ່ງ​ອອກ​ເຂົ້າສານ​ໄປ​ຍັງ​ຕະຫຼາດ ອາບຟຣີກາ, ວິ​ສາ​ຫະກິດ​ຂອງ ທ່ານ​ກໍ່​ໄດ້​ເປັນ​ເຈົ້າ​ການ​ຊອກ​ຮູ້​ຕະຫຼາດ. ​ແຕ່​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຖ້າ​ຫາກ​ໄດ້ຮັບ​ການ​ແນະນຳ​ໃນ​ເບື້ອງ​ຕົ້ນ​ຈາກ​ອົງການທູດ​ການ​ຄ້າ​ຢູ່​ຕ່າງປະ​ເທດ, ນັບ​ແຕ່​ຫົວທີ​ເມື່ອ​ມີ​​ແນວຄວາມ​ຄິດ​ສົ່ງ​ອອກນັ້ນ​ແມ່ນຈະ​ດີ​ກ່ວາ​ຫຼາຍ. ທ່ານ ຟ້າ​ມຮ່ວາງ​​ເລີມ, ​ໃຫ້​ຮູ້​ວ່າ:

        “​​ໄລຍະຜ່ານ​ມາ, ກະຊວງ​ອຸດສາຫະກຳ - ການ​ຄ້າ​ໄດ້​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ກ່ຽວ​ກັບ​ການ​ຊອກ​ຮູ​້, ຂຸດ​ຄົ້ນ​ຕະຫຼາດ​ສົ່ງ​ອອກ​ກໍ​ຄື​ສຳ​ຫຼວດ​ກ່ຽວ​ກັບ​ລູກ​ຄ້າ. ​ຕາມ​ປົກກະຕິ​ແລ້ວ, ກ່ອນ​ທີ່​ພວກ​ຂ້າພະ​ເຈົ້າ​ສົ່ງ​ອອກ​ສິນຄ້າ ກໍ່​ຕ້ອງ​ມີ​ການ​ສຳ​ຫຼວດ​ຜ່າ​ນຫ້ອງການ​ການ​ຄ້າ, ຖ້າ​ມີ​ຄວາມ​ປອດ​ໄພ​ພວກ​ຂ້າພະ​ເຈົ້າ​ຈຶ່ງ​ປະຕິບັດ. ​​ໄລຍະຈະ​ມາ​ເຖິງ, ສະ​ເໜີ​ໃຫ້​ອົງການ​ທູດ​ການ​ຄ້າ​ຂ້ຽວຂາດ​ກ່ວາ, ຮຽງ​ບ່າ​ຮຽງ​ໄຫຼ່​ພ້ອມ​ກັບ​ວິ​ສາ​ຫະກິດ​ເພື່ອ​ຂຸດ​ຄົ້ນ, ​​ເປີດ​ກ້ວາ​ງຕະຫຼາດ ອາບຟຣີກາ ຍ້ອນ​ວ່າ​ນັ້ນ​​ແມ່ນ​ຕະຫຼາດ​ໃຫຍ່, ມີ​ການ​ລະ​ໂອກາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ”

        ຄວາມ​ຈິງ​ແລ້ວ, ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຂອງ​ວິ​ສາ​ຫະກິດ​ບໍ່​ພຽງ​​ແຕ່​ມີ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຕະຫຼາດ​ເທົ່າ​ນັ້ນ. ​ເພື່ອ​ເຮັດ​​ໄດ້​ສິ່ງ​ດັ່ງກ່າວ, ບັນດາ​ທູດ​ການ​ຄ້າ​ຢູ່​ຕ່າງປະ​ເທດ​ຄວນ​ເປັນ​ເຈົ້າ​ການ​​ໃນ​ການ​ສະໜອງ​ຂໍ້​ມູນ​ຂ່າວ, ​ເພີ່ມ​ທະວີ​ກຳລັງ​ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ. ປະຈຸ​ບັນ, ພາກສ່ວນ​ທີ່​ປຶກສາ​ຂອງ​ຫ້ອງການ​ການ​ຄ້າ​ຢູ່​ຕ່າງປະ​ເທດ​ຍັງຫ​ນ້ອຍ, ​ໃນ​ຂະນະ​ທີ່​ຄວາມ​ຮຽກຮ້ອງ​ໜູນ​ຊ່ວຍ​ຂອງ​ວິ​ສາ​ຫະກິດ​ຢູ່​ພາຍ​ໃນ​ປະ​ເທດ​ນັບ​ມື້​ນັບ​ຫຼາຍ. ທ່ານ ​ເຈີ່ນ​ແທງ​ດຶກ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂ​ວງ ຕ່ຽນຢ່າງ, ​ເຊິ່ງ​​ເປັນ​ທ້ອງ​ຖິ່ນທີ່​ມີ​ວົງ​ເງິນ​ສົ່ງ​ອອກ​ຢື່ນ​ອັນ​ດັບ 2 ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ສະ​ເໜີ​ວ່າ:

        “​ແຕ່ລະ​ປະ​ເທດ​ມີ​ຜູ້​ທີ່​ປຶກສາ​ດ້ານ​ການ​ຄ້າ​ພຽງ 2, 3 ຄົນ​ແມ່ນ​ຫນ້ອຍ​ຫຼາຍ. ດັ່ງ​ນັ້ນ, ​ຄວນ​ອີງ​ໃສ່​ແຕ່​ລະ​ຕະຫຼາດ​​ເພື່ອ​ຊັບ​ຊ້ອນ​ຕື່ມ​ອີກ. ຕົວຢ່າງ​ຄື​ຕະຫຼາດ ອາ​ເມ​ລິ​ກາ ຖ້າມີ​ທີ່​ປຶກສາ​ດ້ານ​ການ​ຄ້າ 10 ຄົນ​ກໍ​ບໍ່ພໍ. ດັ່ງ​ນັ້ນ​, ຕາມ​ຂ້າພະ​ເຈົ້າ​ແລ້ວ, ເລື່ອງ​ເພີ່ມ​ຈຳນວນ​ຊັບ​ພະຍາກອນ​ມະນຸດໃຫ້​ແກ່ການ​ເຄື່ອນ​ໄຫວ​ນີ້​ຢູ່​ຕະຫຼາດ​ຕ່າງໆ​ແມ່ນ​ຈຳ​ເປັນ​ທີ່​ສຸດ.”

        ​ຄວາມຈິງ​ແລ້ວ, ປະຈຸ​ບັນ, ມີວິ​ສາ​ຫະກິດຫຼາຍ​ແຫ່ງ​ພຽງ​ແຕ່ກຳ​ແໜ້ນ​​ຂໍ້​ມູນ​ຂ່າວ​​ແບບລວມໆ​ເມື່ອ​ສົ່ງ​ອອກ​ຕະຫຼາດ​ໂລກ​ຄື: ການ​ຫຼຸດຜ່ອນ​ພາສີ, ການຍຸບ​​ເລິກ​ບັນດາ​ຮົ້ວ​ກີດຂວາງ​ພາສີ​ຄື: ​​ໂຄ​ຕ້າ, ໜັງສື, ອະນຸຍາດ​ໃຫ້​ສົ່ງ​ອອກ - ນຳ​ເຂົ້າ, ລົບ​ລ້າງ​ການ​ໜູນ​ຊ່ວຍ, ​ການເປີດ​ປະຕູ​ຕະຫຼາດ, ສ້າງ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ສະ​ເໝີ​ພາບ​ສຳລັບ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຜ່ານ​ບັນດາ​ກົດ​ລະບຽບພິ​ເສດ, ລະບອບ​ປະພຶດ​ຕໍ່​ແຫ່ງ​ຊາດ​ໃນ​ຂະນະ​ທີ່​ບໍ່​​ເອົາ​ໃຈ​ໃສ່​​ເຖິງ​ການຊອກ​ຮູ້ບັນດາ​ຂໍ້​ກຳນົດ, ຄຳ​ຮຽກຮ້ອງ​ລະອຽດ​ຢູ່​ບັນດາ​ປະ​ເທດ​ປະຈຳ​ຖິ່ນ. ​ເພື່ອ​ຫຼຸດຜ່ອນ​ຄວາມ​ສ່ຽງ, ຕາມ​ທ່ານ ຫງວຽນ​ຈູງ​ຢູ້ງ, ​ອັກ​ຄະ​ລັດຖະທູດ, ຫົວໜ້າ​ອົງການ​ການ​ຄ້າ ຫວຽດນາມ ປະຈຳ ຍີ່​ປຸ່ນ ​ແລ້ວ: ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຜູ້​ທີ່​ປຶກສາ​ດ້ານ​ການ​ຄ້າ​ຈະ​ມານະ​ພະຍາຍາມ​ກ່ວາ​ອີກ, ​ເປັນ​ເຈົ້າ​ການ​ກ່ວາ​ເພື່ອ​ຕອບ​ສະໜອງ​ຂໍ້​ມູນ​ຂ່າວ, ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ, ​ແຕ່​ບັນດາ​ວິ​ສາ​ຫະກິດ​ເອງ​ກໍ່ຕ້ອງ​ເປັນ​ເຈົ້າ​ການ​ກຳ​ແໜ້ນ​ຕະຫຼາດ​, ຍົກ​ສູງ​ລະດັບ​ຢ່າງ​ແທດ​ຈິງ:

        “ຂ້າພະ​ເຈົ້າ​ຢາກ​ເນັ້ນ​ໜັກ​ຕື່ມ​ອີກ​ວ່າ, ທູດ​ການ​ຄ້າ​ຈະ​ຕ້ອງ​ເປັນ​ເຈົ້າ​ການເພື່ອ​ຄົ້ນ​ຄ້ວາ, ​ເຈລະຈາ, ​ສົ່ງ​ເສີມ​ການ​ຄ້າ ຫາກບໍ່​​ແມ່ນ​ປະຕິບັດ​ຕາມ​ວິທີ​ທີ່​ເປັນ​ມູນ​ເຊື້ອ​ອີກ.”

ສະພາບ​ຕົວ​ຈິງ​ຢູ່​ຕະຫຼາດ​ຕ່າງປະ​ເທດ​ຫຼາຍ​ແຫ່ງ, ​ໃນ​ປະຈຸ​ບັນວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ຍັງ​​ອີງ​ໃສ່​ແຫຼ່ງຂໍ້​ມູນຈາກ​ຜູ້​ທີ່​ປຶ​ກສາ, ຫາກ​ບໍ່​ທັນ​ເປັນ​ເຈົ້າ​ການ​​ໃນ​ການ​ຄົ້ນ​ຄ້ວາ​ຊອກ​ຫາ​ຕະຫຼາດ​ຢ່າງ​ລະອຽດ. ທ່ານ ດ່າວ​ເຈີ່ນ​ເຍີນ, ອັກ​ຄະ​ລັດຖະທູດ ຜູ້​ທີ່​ປຶ​ກສາ​ດ້ານ​ການ​ຄ້າ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ, ສະ​ເໜີ​ວ່າ:

        “ດ້ວຍ​ບັນດາ​ຄຳ​ຮຽກ​ຮ້ອງ​ຂອງ​ວິ​ສາ​ຫະກິດ, ຫ້ອງການ​ກາ​ນຄ້າ​ລ້ວນ​ແຕ່​ພະຍາຍາມ​ແກ້​ບັນຫາ. ​ແຕ່​ບັນດາ​ວິ​ສາ​ຫະກິດ​ກໍ​ຕ້ອງ​ພະຍາຍາມ​ເພິ​ງຕົນ​ເອງ, ຊອກ​ຫາ​ເອກະສານ​​ເອງ, ຊອກ​ຂໍ້​ມູນ​ໃນ​ອີນ​ເຕີ​ເນັດ. ສິ່ງ​ໃດ​ບໍ່​ເຂົ້າ​ໃຈ, ຊອກ​ບໍ່​ໄດ້ ຫຼື ມີ​ຄວາມ​ຂ້ອງ​ໃຈ​ຈຶ່ງ​ຖາມ​ຫ້ອງການ​ການ​ຄ້າ.”

        ປະຈຸ​ບັນ, ຕະຫຼາດ​ການ​ຄ້າ​ຢູ່​ຕ່າງປະ​ເທດ​ແມ່ນ​ຕະຫຼາດ​ເປີດ​ກ້ວາງ​ຢ່າງ​​ແທດ​ຈິງ, ​​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ​​ຕະຫຼາດ​ແຕ່​ລະ​ແຫ່ງ​ພັດມີ​ຈຸດ​ພິ​ເສດ​ສະ​ເພາະ ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ້ອງ​ເປັນ​ເຈົ້າ​ການ​ຄົ້ນ​ຄ້ວາຢ່າງ​ລະອຽດ​ເພື່ອ​ຫລຸດຜ່ອນ​ຄວາມ​ສ່ຽງ​​ໃຫ້ຢູ່​ໃນ​ລະດັບ​ຕ​ຳ່ສຸດ. ບັນດາ​ອົງການ​ທູດ​ການ​ຄ້າ​ປະ​ຈຳ​ຕ່າງປະ​ເທດ​​ໄດ້​ຮັບຖື​ວ່າ​ແມ່ນ​ຊ່ອງ​ຂໍ້​ມູນ​ຂ່າວ​ທາງ​ການ, ຍາມ​ໃດ​ກໍ່​ພ້ອມ​​ແລ້ວ​ທີ່​ຈະເປັນ​ເຈົ້າ​ການ​ໜູນ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ.


ຂ່າວ/ບົດ​ອື່ນ