ສ້າງເຄື່ອງໝາຍການຄ້າໃຫ້ແກ່ວິສາຫະກິດໃນການເຊື່ອມໂຍງ

​(vovworld) - ໃນ​ສະພາບ​ການ​ທີ່ ຫວຽດນາມ ພວມ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ເຂົ້າ​​ໃນ​ພື້ນຖານ​ເສດ​ຖະກິດ​ໂລກ​ນັ້ນ, ການ​ສ້າງ ​ແລະ ຄຸ້ມ​ຄອງ​ບັນດາ​ເຄື່ອງໝາຍ​ການ​ຄ້າຂອງ ຫວຽດນາມ ​​ໃຫ້​ໃຫຍ່​​ໂຕ​ເຂັ້​ມ​ແຂງ, ມີອິດ​ທິພົນ​ຊື່​ສຽງ​ແມ່ນ​ຈຸ​ດໝາຍ​ສຳຄັນ​ຂອງ​ລັດ, ປະຊາ​ຄົມ​ວິ​ສາ​ຫະກິດ. ສິ່ງ​ດັ່ງກ່າວ​ຢັ້ງຢືນ​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ທີ່ມີ​ສິນຄ້າ, ບໍລິການ​ມີ​ຄຸນ​ນະພາ​ບສູງ, ມີ​ອິດ​ທິພົນ​ຊື່​ສຽງ, ມີ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ສູງ​ທັງ​ຢູ່ຕະຫຼາດພາຍ​ໃນປະ​ເທດ ​ແລະ ຕະຫຼາດ​​ໂລກ. ຍ້​ອນ​ເຫດນັ້ນ, ​ການ​ເຄື່ອນ​ໄຫວ​ກໍ່ສ້າງ ​ແລະ ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ນັບ​ມື້​ນັບ​ກາຍ​ເປັນ​ບັນຫາ​ຈຳ​ເປັນ ​ແລະ ຮີບ​ດ່ວນ​ສຳລັບ​ວິ​ສາ​ຫະກິດ​ ຫວຽດນາມ ແຕ່​ລະ​ແຫ່ງ. ບົດ​ຂຽນ “ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ວິ​ສາ​ຫະກິດ​ໃນ​ການ​ເຊື່ອ​ມ​ໂຍງ” ຂອງ ຈູງ​ຖູ​ຍ, ນັກ​ຂ່າວ VOV.

        ​ໂລກາ​ພິວັດ ​ແລະ ການ​ເຊື່ອມ​ໂຍງ​ເສດ​ຖະກິດ​ເຂົ້າ​ກັບ​ສາກົນ ​ໄດ້ ​ແລະ ພວມ​ກາຍ​ເປັນ​ປະຕູ​​ເປີດທິດ​ທາງ​ໃໝ່​ໃຫ້​ແກ່​ວິ​ສາ​ຫະກິດ ຫວຽດນາມ. ​​ແຕ່​ເຖິງ​ຢາງ​ໃດ​ກໍ​ຕາມ, ພ້ອມ​ກັບ​ກາລະ​ໂອ​ກາດນັ້ນ ​ແມ່ນບັນດາ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ໜ້ອຍ. ຕາມ​ບັນດາ​ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ​ແລ້ວ, ຄວາມດັ່ນຈາກ​ການແກ່ງ​ແຍ້​ງນັບ​ມື້​ນັບ​ຂ້ຽວ​ຂາດ ​ເມື່ອ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ (ACE)​ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ປີ 2015 ​ເຮັດ​ໃຫ້​ພາສີ​ອາກອນ​ສຳລັບ​ສິນຄ້າ​ປະ​ເທດ​ທຳ​ມະ​ດາ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ ຖືກ​ຍົກ​ເລີກ 100%. ​ໃນ​ຂະນະ​ນັ້ນ, ບັນດາ​ເຄື່ອງໝາຍການ​ຄ້າ​ຂອງ ຫວຽດນາມ ຈະ​ຖືກ​ແກ່ງ​ແຍ້​ງຢ່າງ​ຂ້ຽວຂາດ​ກ່ວາ, ​ເ​ຄັ່ງ​ຂັດ​ກ່ວາ​ກັບ​ຫຼາຍຄູ່​ແຂ່ງ​ກ່ວາ, ​ໃນ​ຫຼາຍ​ຂົງ​ເຂດ​ຢ່າງ​ກ້ວາງຂວາງ ​ແລະ ​ເລິກ​​ເຊິ່ງ​ກ່ວານັບ​ທັງຢູ່​ຕະຫຼາດ​ພາຍ​ໃນ​ປະ​ເທດ.

ສ້າງເຄື່ອງໝາຍການຄ້າໃຫ້ແກ່ວິສາຫະກິດໃນການເຊື່ອມໂຍງ - ảnh 1
ພາບປະກອບ

        ທ່ານ ຫງວຽນ​ຮ່ວາງ​ເງິນ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ​ຢາງ ບີ່​ງມີງ, ຖື​ວ່າ: ວິ​ສາ​ຫະກິດ ຫວຽດນາມ ຫຼາຍ​ແຫ່ງ​ໄດ້ ​ແລະ ພວມ​ສ້າງ​ຍຸດ​ທະ​ສາດ​ເພື່ອ​ພັດທະນາ​ໃນ​ການ​ເຊື່ອມ​ໂຍງ. ພິ​ເສດ, ບັນດາ​ວິ​ສາ​ຫະກິດ​ຍັງ​​ເອົາ​ໃຈ​ໃສ່​​ເປັນ​ພິ​ເສດ​ເຖິງ​ການພັດທະນາ​ຕະຫຼາດ​ພາຍ​ໃນ​ປະ​ເທດ ​ແລະ ​ເພີ່ມ​ກຳລັງ​ແກ່ງ​​ແຍ້​ງກັບ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດທີ່​ລົງທຶນ​ເຂົ້າ ຫວຽດນາມ ກ່ອນ​ທີ່​ນຳ​ເຄື່ອງໝາຍ​ການ​ຄ້າ​ຂອງ ຫວຽດນາມ ອອກ​ສູ່​ຕະຫຼາດ​ໂລກ. ຕາມ​ບົດຮຽນ​​ເມື່ອ​ເຂົ້າ​ຮ່ວມ WTO ​ແລ້ວ, ວິ​ສາ​ຫະກິດ ຫວຽດນາມ ຖື​ວ່າ ຢາກ​​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ສາກົນ, ຜະລິດ​ຕະພັນ ​ແລະ ຄຸນ​ນະພາບການບໍລິການ​ຕ້ອງ​ດີ, ດັ່ງ​ນັ້ນ​ຕ້ອງ​ປະຕິບັດ​ບັນດາ​ມາດຕະຖານ​ນີ້​​ໃຫ້​ດີເພື່ອ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ຢູ່​ຕະຫຼາດ​ພາຍ​ໃນ​ປະ​ເທດ​ກ່ອນ:

        “ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ບັນຫາ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເຖິງ​ວ່າ​ທຸກ​ຄົນ​ເວົ້າ​ຫຼາຍເຖິງ​​ເລື່ອງ​ສົ່ງອອກ​ຕະຫຼອດໂລກ ​ແຕ່​ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ຫຼາຍ​ເຖິງ​ວຽກ​ງານ​ເຮັດ​ແນວ​​ໃດ​ເພື່ອ​ຮັກສາ​ຕະຫຼາດ, ​ເຄື່ອງ​ໝາຍ​ການ​ຄ້າ​ພາຍ​ໃນ​ປະ​ເທດ ຕໍ່ໜ້າການ​​ແຊກ​ຊຶມ​ຢ່າງ​ແຮງ​ຂອງ​ບັນດາ​ກຸ່ມ​ບໍລິສັດ, ຂອງ​ບັນດາ​ວິ​ສາ​ຫະກິດ​ຂະ​ໜາດ​ໃຫຍ່​ຢູ່ໃນ​ໂລກ​ເຂົ້າ ຫວຽດນາມ. ສຳລັບ​ວິ​ສາ​ຫະກິດ​ແຕ່ລະ​ແຫ່ງກໍ່ມີ​ຍຸດ​ທະ​ສາດສະ​ເພາະ ທີ່ສຸມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ຕ້ອງ​ເຮັດ​ແນ​ວ​ໃດ​ເພື່ອ​ຄົງ​ຕົວ​ໄດ​້​ໃນ​​ໄລຍະ​ແຫ່ງການ​ເຊື່ອມ​ໂຍງ.”

        ​ໃນ​​ໄລຍະ​ເກືອບ 10 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ​ລາຍການ​ເຄື່ອງໝາຍ​ການ​ຄ້າ​​ແຫ່ງ​ຊາດ, ປະຈຸ​ບັນ, ຫວຽດນາມ ບໍ່​ທັນ​ມີ​​ເຄື່ອງໝາຍ​ການ​ຄ້າ​ທີ່ສ້າງ​ຊື່​ສຽງ​​ໃນ​ຕະຫຼາດ​​ໂລກ​ໄດ້ຫຼາຍ. ​ເຖິງ​ວ່າຜະລິດ​ຕະພັນ, ສິນຄ້າ​ຂອງ ຫວຽດນາມ ​ໄດ້​ມີໜ້າ​ຢູ່​ຫຼາຍ​ຕະຫຼາດ​ໃນ​ໂລກ​ແລ້ວ​ກໍ​ຕາມ ​ແຕ່​ເຄື່ອງໝາຍ​ການ​ຄ້າ​ຍັງ​ບໍ່​ທັນ​ມີ​ທີ່​ຕັ້ງ​ຢ່າງ​ໝັ້ນຄົງ​ໃນ​ຕະຫຼາດ ​ແລະ ລູກ​ຄ້າ​ສາກົນ. ທ່ານ ຫງວຽນ​​ເທ໋ວີ​ງ, ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ ກາ​ເຟ - ກາ​ກາວ ຫວຽດນາມ, ຖື​ວ່າ: ​ເພື່ອ​ໂຄສະນາ​ເຜີຍ​ແຜ່, ​ແນະນຳ​ບັນດາ​ເຄື່ອງໝາຍ​ການ​ຄ້າ, ວິ​ສາ​ຫະກິດ​ຕ້ອງ​ມີ​ຍຸດ​ທະ​ສາດ​ໂຄສະນາພາ​ບພົດ​ຂອງ​ຕົນ​ອອກ​ສູ່​ຕະຫຼາດ​ຕ່າງປະ​ເທດ:

        “ຕາມ​ຂ້າພະ​ເຈົ້າ​ແລ້​ວ, ສິ່ງສຳຄັນ​ທີ່​ສຸດ​​​ນັ້ນ​ແມ່ນເມື່ອ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າແຫ່ງ​ຊາດ​​ໄດ້​ແລ້ວຮຽກຮ້ອງ​ໃຫ້​​ວິ​ສາ​ຫະກິດຕອ້ງ​ເຮັດ​ແນ​ວ​ໃດ​ເພື່ອ​ຮັກສາ​ບັນດາ​ເຄື່ອງໝາຍ​ນີ້​ໃຫ້​ໝັ້ນຄົງ. ນອກຈາກ​ບັນດາ​ວິ​ສາ​ຫະກິດ​ນີ້​ແລ້ວ, ຕ້ອງ​ສືບ​ຕໍ່​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ໃນ​ຂະ​ແໜງ​ສິນຄ້າ​ເຂົ້າຮ່ວມ​ລາຍ​ການ​ເຄື່ອງໝາຍ​ການ​ຄ້າແຫ່ງ​ຊາດ ຈາກ​ນັ້ນ​ສ້າງ​ເງື່ອນໝາຍ​ການ​ຄ້າ​ໃຫ້​ທັງ​ຂະ​ແໜງ​ສິນຄ້າ​ອີ​ກ”

          ​ໄປ​ຄຽງ​ຄູ່​ກັບການ​ກໍ່ສ້າງ, ​ໂຄສະນາ​ເຜີຍ​ແຜ່​ເຄື່ອງໝາຍ​ການ​ຄ້າ​ແລ້ວ, ວິ​ສາ​ຫະກິດ​ຕ້ອງ​ຍົກ​ກຳລັງ​ແກ່ງ​ແຍ້​ງ, ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ​ເພື່ອ​ບໍ່​​​ໃຫ້​ ເຄື່ອງໝາຍ​ການ​ຄ້າ​ຂອງ​ຕົນ​ຖືກ​​ເສຍ​ຫາຍ​ໄປ​ຫຼືຫລຸດມູນ​ຄ່າ. ທ່ານ ບູ່​ຍຮູ​ຍ​ເຊີນ, ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ, ກະຊວງ​ອຸດສາຫະກຳ - ການ​ຄ້າ, ຖື​ວ່າ:

        “ການ​ກໍ່ສ້າງ ​ແລະ ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ​ຂອງ​ບັນດາ​ຜະລິດ​ຕະພັນ​ໃນ​ຕະຫຼາດ​ທີ່ມີ​ການແກ່ງ​ແຍ້​ງ​ແມ່ນ​ຄວາມ​ຮຽກ​ຮ້ອງທີ່​ຈຳ​ເປັນ​ ​ແລະ ມີ​ຄຸນຄ່າ​ສຳຄັນ​ສຳລັບ​ເລື່ອງ​ຢັ້ງຢືນ​ບັນດາ​ມູນ​ຄ່າ​ຂອງ​ວິ​ສາ​ຫະກິດ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ​ໃນ​ສະພາບ​ການທີ່​ພື້ນຖານ​ເສດຖະກິດ ຫວຽດນາມ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ເຊື່ອມ​ໂຍງ​ນັບ​ມື້​ນັບ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ດ້ວຍ​ເລື່ອງ​ເຂົ້າ​ຮ່ວມ​ການປະຕິບັດ​ບັນດາ​ຂໍ​້ຕົກລົງ​ການ​ຄ້າ​ເສລີ ​ແລະ ພິ​ເສດ​ແມ່ນ​ບັນດາ​ຂໍ​້ຕົກລົງ​ການ​ຄ້າ​ເສລີ​ໃໝ່​ຄວາມ​ຮຽກຮ​້ອງຕ້ອງການ​ສຳລັບ​ການ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ​ໃນ​ຕະຫຼາດ​ທີ່ມີ​ຄວາມ​ແກ່ງ​ແຍ້​ງຢ່າງ​ຂ້ຽວ​ຂາດ​ຄື​ແນວ​ນັ້ນ​ຍິ່ງ​​ມີ​ຄວາມ​ຮີບ​ດ່ວນ ​ແລະ ຈຳ​ເປັນ, ມັນຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ຍົກ​ສູງ​ມູນ​ຄ່າ​ການ​ສົ່ງ​ອອກ ​ແລະ ສິນຄ້າ​ຂອງ​ບັນດາ​ການ​ບໍລິການ​ຂອງ ຫວຽດນາມ, ພ້ອມ​ທັງ​ຮັບປະກັນ​ລັກສະນະ​ແກ່ງ​ແຍ້​ງໝັ້ນຄົງ​ເມື່ອ​ເຂົ້າຮ່ວມ​ການ​​ແກ່ງ​ແຍ້​ງຢູ່​ຕະຫຼາດ​​ໂລກ.”​

        ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງນັ້ນ, ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ຈະ​ຊ່ວຍ​ໃຫ້ບັນດາ​ວິ​ສາ​ຫະກິດ​ຈຳ​ໜ່າຍ​ສິນຄ້າ​ໄດ້ຫຼາຍ ​ແລະ ມີຫຼາຍ​ຄູ່​ຮ່ວມ​ມືຮູ້​ຈັກ​​ເຖິງ ​ແລະ ຂາຍ​ສິນຄ້າ​ດ້ວຍ​ລາຄາ​ດີ​ກ່ວາ. ດັ່ງ​ນັ້ນ, ​ເລື່ອງ​ສ້າງ, ກໍ​ຄື​ບັນດາ​ມາດ​ຕະການ​ເພື່ອ​ໂຄສະນາ​ເຜີຍ​​ແຜ່​ເຄື່ອງໝາຍ​ການ​ຄ້າ​ອອກ​ສູ່​ໂລກ​ຈະ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ໝູນ​ໃຊ້​ບັນດາ​ກາລະ​ໂອກາດ​ເຊິ່ງບັນດາ​ສັນຍາ​ການ​ຄ້າ​ເສລີ​ນຳ​ມາ​ໃຫ້​ໄດ້.

                               

 


ຕອບກັບ

ຂ່າວ/ບົດ​ອື່ນ