ຫວຽດ​ນາມ​ມຸ່ງ​ໄປ​ເຖິງ​ການ​ຫັນ​ຂະແໜງ Logicstic ເປັນ​ສີ​ຂຽວ

(VOVWORLD) - ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວ ໄລຍະ 2021 – 2030, ວິໄສທັດຮອດປີ 2050 ໄດ້ວາງເປົ້າໝາຍຫັນບັນດາຂະແໜງເສດຖະກິດເປັນສີຂຽວ. ໃນນັ້ນ, ການພັດທະນາບັນດາສູນ Logicstic ສີຂຽວ, ທ່າກ່ຳປັ່ນສີຂຽວ ກໍ່ແມ່ນໜ້າທີ່ໄດ້ວາງອອກ. ຕາມບັນດານັກຊ່ຽວຊານເສດຖະກິດແລ້ວ, ການພັດທະນາເຄືອຂ່າຍສະໜອງສີຂຽວ ໄດ້ຮັບຖືວ່າແມ່ນທິດພັດທະນາໃຫ້ແກ່ບັນດາວິສາຫະກິດທີ່ຢາກສ້າງເຄື່ອງໝາຍການຄ້າທີ່ເປັນມິດກັບສິ່ງແວດລ້ອມ. ພ້ອມທັງ ຈະປະກອບສ່ວນຍົກສູງກຳລັງຄວາມສາມາດບົ່ມຊ້ອນແກ້ງແຍ້ງ ໃນພື້ນຖານເສດຖະກິດທີ່ມີຄວາມຮຽກຮ້ອງຕ້ອງການຢ່າງເຂັ້ມງວດກ່ຽວກັບການພັດທະນາສີຂຽວ, ພັດທະນາແບບຍືນຍົງ.

ຫວຽດ​ນາມ​ມຸ່ງ​ໄປ​ເຖິງ​ການ​ຫັນ​ຂະແໜງ Logicstic ເປັນ​ສີ​ຂຽວ - ảnh 1ພາບປະກອບ: TTXVN

ຢູ່ ຫວຽດນາມ, ການພັດທະນາຂະແໜງ Logicstic ສີຂຽວບໍ່ແມ່ນທ່າອ່ຽງອີກຕໍ່ໄປ ແຕ່ມັນໄດ້ຄ່ອຍໆກາຍເປັນຄວາມຮຽກຮ້ອງຕ້ອງການສຳລັບທຸກການເຄື່ອນໄຫວ, ໃນທຸກຂັ້ນຕອນຄື ຈາກການສັ່ງຊື້ວັດສະດຸ, ການຜະລິດ, ຈຳໜ່າຍ, ຂົນສົ່ງສິນຄ້າ, ບຳບັດສິ່ງເສດເຫຼືອ ດ້ວຍຮອບວຽນອາຍຸຂອງຜະລິດຕະພັນ. ຕາມທ່ານ ດ່າວຈ້ອງຄວາ, ຮອງປະທານຜູ້ປະຈຳການສະມາຄົມວິສາຫະກິດການບໍລິການ Logicstic ຫວຽດນາມ ແລ້ວ, ເມື່ອບັນດາຂັ້ນຕອນນັ້ນລ້ວນແຕ່ເປັນສີຂຽວ ວິສາຫະກິດຈະສາມາດຍົກສູງກຳລັງຄວາມສາມາດໃນການຜະລິດ, ຄວາມສາມາດໃນການເຄື່ອນໄຫວ.

ພ້ອມກັນນັ້ນ ກໍ່ໄດ້ສ້າງເປັນລະບົບນິເວດສີຂຽວ, ຍືນຍົງປິ່ນອ້ອມວິສາຫະກິດ, ຈາກນັ້ນ ກໍ່ສ້າງທ່າໄດ້ປຽບໃນການແກ້ງແຍ້ງ ແລະ ເພີ່ມທະວີຄວາມສາມາດໃນການປັບຕົວໃຫ້ແທດເໝາະ, ມີຄວາມທົນທານ ແລະ ຟື້ນຟູຂອງວິສາຫະກິດຕໍ່ການຜັນປ່ຽນຂອງຕະຫຼາດ.

ຄວາມຮຽກຮ້ອງ ເປັນສີຂຽວ ແລະ ການຮັບມືໂດຍໄວ ແມ່ນ 2 ພາກສ່ວນສຳຄັນຂອງບໍ່ວ່າລະບົບສະໜອງໃດໃນສະພາບການໂລກທີ່ຂາດສະຖຽນລະພາບກ່ຽວກັບພູມສາດການເມືອງ ແລະ ບັນດາຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບເພີ່ມຂຶ້ນກ່ຽວກັບການຫັນເປັນສີຂຽວ, ເພື່ອແນໃສ່ຫຼຸດຜ່ອນການປ່ອຍອາຍພິດຈາກບັນດາປະເທດໃນໂລກ. ປັດຈຸບັນ, ຂະແໜງຂົນສົ່ງ ເວົ້າລວມ, ໄດ້ປະກອບຕື່ມ 24% ເຂົ້າໃນຈຳນວນອາຍພິດໃນທົ່ວໂລກ. ວິວັດການມຸ່ງໄປເຖິງ logistics ສີຂຽວ ແລະ ການຮັບມືຕົວໂດຍໄວ ຈະປະກອບສ່ວນເຂົ້າໃນວິວັດການຫຼຸດຜ່ອນການປ່ອຍທາດກາກບອນຂອງຂະແໜງ logistics ຫວຽດນາມ.

ການຫັນເປັນສີຂຽວໃນການເຄື່ອນໄຫວ logistics ຕິດພັນກັບຄຳໝັ້ນສັນຍາຂອງລັດຖະບານ ຫວຽດນາມ ກ່ຽວກັບຂະບວນການມຸ່ງໄປເຖິງ Net Zero ໂດຍທ່ານນາຍົກລັດຖະມົນຕີ ຍົກອອກຢູ່ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26). ເຖິງຢ່າງໃດກໍຕາມ, ເພື່ອບັນລຸໄດ້ເປົ້າໝາຍນີ້ ຍັງມີສິ່ງທ້າທາຍຫຼາຍຢ່າງ. ທ່ານເລກວາງຈຸງ, ຮອງຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ການເດີນເຮືອ ຫວຽດນາມ ຖືວ່າ:

ໃນຈຸດເວລາປັດຈຸບັນ, ເຖິງວ່າ ຫວຽດນາມ ມຸ່ງໄປເຖິງການຫຼຸດຜ່ອນການປ່ອຍອາຍກາກບອນລົງ, ມຸ່ງໄປເຖິງບັນດາການເຄື່ອນໄຫວທີ່ເປັນມິດກັບສິ່ງແວດລ້ອມ, ເຖິງຢ່າງໃດກໍຕາມ, ສຳລັບລະບົບ Logicstic ທ່າກຳປັ່ນ ຫຼືການຂົນສົ່ງໃນການເດີນເຮືອ, ຍັງມີ ຄວາມຫຍຸ້ງຍາກຫຼາຍຢ່າງຄື ບັນຫາກການລົງທຶນ, ບັນຫາການເງິນ, ນັບທັງບັນດາບັນຫາກ່ຽວກັບຂັ້ນຕອນ

ຫວຽດ​ນາມ​ມຸ່ງ​ໄປ​ເຖິງ​ການ​ຫັນ​ຂະແໜງ Logicstic ເປັນ​ສີ​ຂຽວ - ảnh 2ທ່ານ ຫງວຽນກ໋ວາງວິງ, ຮອງປະທານ VCCI (ພາບ: NVCC)

ເພື່ອບັນລຸໄດ້ບັນດາເປົ້າໝາຍຫັນການ logistics ເປັນສີຂຽວ ໂດຍໄວ, ໄລຍະຜ່ານມາ ລັດຖະບານ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກໍ່ໄດ້ ແລະ ພວມມີຄວາມມານະພະຍາຍາມຫຼາຍຢ່າງໃນການຫັນເປັນສີຂຽວ, ພັດທະນາແບບຍືນຍົງ. ໃນນັ້ນ ກຳນົດ, ການເຕີບໂຕເສດຖະກິດຕ້ອງຕິດພັນກັບການພັດທະນາແບບຍືນຍົງ. ລັດຖະບານໄດ້ສ້າງຍຸດທະສາດ ແລະ ກຳນົດທິດພັດທະນາ logistics ຮອດປີ 2030, ວິໄສທັດຮອດປີ 2050. ໃນແງ່ມູມວິສາຫະກິດ, ບັນດາວິສາຫະກິດກໍ່ພວມຮີບດ່ວນກໍ່ສ້າງ, ເພີ່ມເຕີມຍຸດທະສາດ ເພື່ອໃຫ້ເໝາະສົມກັບການກຳນົດທິດພັດທະນາສີຂຽວ ແລະ ຍືນຍົງ ໃນການເຄື່ອນໄຫວຜະລິດ - ດຳເນີນທຸລະກິດ, ທ່ານ ຫງວຽນກ໋ວາງວິງ, ຮອງປະທານ VCCI ຖືວ່າ:

ວິສາຫະກິດຕ້ອງແລກປ່ຽນຂໍ້ມູນຫຼາຍກ່ວາອີກ, ຕ້ອງມີການໜູນຊ່ວຍໃຫ້ແກ່ວິສາຫະກິດຄື ການສ້າງກຳລັງຄວາມສາມາດ, ສ້າງທັກສະໃນການຄຸ້ມຄອງສີຂຽວ, ເພື່ອໃຫ້ບັນດາວິສາຫະກິດສາມາດຜັນຂະຫຍາຍໄດ້ເປັນຢ່າງດີກ່ວາເກົ່າ. ພ້ອມກັນນັ້ນ, ໜຶ່ງໃນບັນດາຊຸດເຄື່ອງມືນັ້ນແມ່ນ ຕົວຊີ້ວັດດັດຊະນີວິສາຫະກິດ ແລະ ການພັດທະນາແບບຍືນຍົງໂດຍ VCCI ສ້າງຕັ້ງຂຶ້ນໃນນັ້ນມີຫຼາຍຕົວເລກຄາດໝາຍທີ່ວັດແທກໄດ້ກ່ຽວກັບລະດັບສີຂຽວຂອງວິສາຫະກິດ. ຖ້າພວກເຮົາເຂົ້າໃຈເນື້ອໃນຂອງຕົວຊີ້ວັດດັດຊະນີນີ້ ກໍ່ຈະໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດຫຼາຍຢ່າງໃນການຫັນເປັນສີຂຽວ.

ໃນຊຸມປີຜ່ານມາ, ຂະແໜງ logistics ຫວຽດນາມ ໄດ້ມີບາດກ້າວທີ່ພໍສົມຄວນກ່ຽວກັບຄວາມໄວສະເລ່ຍແຕ່ 14 – 16%/ປີ, ຂອບຂະໜາດແຕ່ 40 – 42 ຕື້USD/ປີ. ຈຳນວນບັນດາວິສາຫະກິດ ແລະ ຄຸນນະພາບໃນການດຳເນີນທຸລະກິດການບໍລິການ logistics ນັບມື້ນັບເພີ່ມຂຶ້ນ. ຕາມການຕີລາຄາຂອງ ປີ 2023, ຫວຽດນາມ ນອນໃນ Top 10 ໃນຈຳນວນ 50 ຕະຫຼາດ logistics ຫາກໍ່ພົ້ນເດັ່ນຂຶ້ນທົ່ວໂລກ.

ຫວຽດນາມໄດ້ຮັບການຕີລາຄາວ່າ ແມ່ນປະເທດມີກາລະໂອກາດຫຼາຍຢ່າງເພື່ອຊຸກຍູ້ການພັດທະນາຂະແໜງການບໍລິການ logistics. ໃນສະພາບການນັ້ນ, ວິສາຫະກິດ logistics ຫວຽດນາມ ຕ້ອງຍາດແຍ່ງທ່າໄດ້ປຽບ, ນຳການຫັນເປັນສີຂຽວເປັນກຳລັງໜູນ, ຍົກສູງຄວາມສາມາດໃນການແກ້ງແຍ້ງ, ຍົກສູງພາບພົດ ເຄື່ອງໝາຍການຄ້າ, ມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ຮອບດ້ານກ່ວາໃນການເຄື່ອນໄຫວດຳເນີນທຸລະກິດ, ການຄ້າ ແລະ ການນຳເຂົ້າສົ່ງອອກທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ