ຫາຍຟ່ອງພັດທະນາເສດຖະກິດທະເລ

(vovworld)- ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ມີ 90% ຈຳນວນ​ສິນຄ້າ​ຂາ​ອອກ​ຂາ​ເຂົ້າຂອງ​ຫວຽດນາມໄດ້​ຂົນ​ສົ່ງ​ຜ່ານທາງ​ທະ​ເລ. ​ໃນ​ຍຸດ​ທະ​ສາດ​ນັ້ນ ​ການພັດທະນາ​ທ່າ​ກຳ​ປັ່ນ​ທະ​ເລ ​ເວົ້າ​ລວມ ​ແລະ ທ່າ​ກຳ​ປັ່ນ​ຫາຍ​ຟ່ອງ​ ຢູ້​ພາກ​​ເຫນືອ​ຫວຽດນາມ ເວົ້າ​ສະ​ເພາະ ມີຄ​ວາ​ມໝາຍ​ສຳຄັນ. ​

        ປະຈຸ​ບັ​ນ, ທ່າ​ກຳ​ປັ່ນ​ຫາຍ​ຟ່ອງ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ທ່າ​ກຳ​ປັ່ນ​ສຳຄັນ ​ແລະ ສວມ​ບົດ​ບາດ​ຫລັກ​ແຫ​ລ່ງ​ໃນ​ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ​ຂອງ​ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຫລາຍ​ປີ​ມາ​ນີ້ ທ່າ​ກຳ​ປັ່ນ ຫາຍ​ຟ່ອງ ຍັງ​ຄົງ​ປະຕິບັດ​ບົດບາດ​ຕົ້ນຕໍ​ແມ່ນຂົນ​ຖ່າຍສິນຄ້າ, ​ໃນ​ຂະນະ​ບໍ່​ທັນ​ມີ​​ທ່າ​ກຳ​ປັ່ນ​ນ້ຳ​ເລິກ​ເພື່ອ​ໃຫ້​ກຳ​ປັ່ນ​ໃຫຍ່ເຂົ້າ​ທຽບ​ທ່າໄດ້ ແລະ ລະບົບ​ຄົມມະນາຄົມ​ຂົນ​ສົ່ງ​ທາງ​ລົດ​​ໄຟ, ທາງບົກທີ່​ເຊື່ອມ​ຕໍ່​​ກັບທ່າ​ກຳ​ປັ່ນ ດ້ວຍ​ຕາງ​ຫນ່າງ​ຄົມມະນາຄົມ​ແຫ່ງ​ຊາດ​ບໍ່​ທັນ​ພັດທະນາ​ຢ່າງ​ຄົບ​ຊຸດ​ນັ້ນ. ​ໃນ​ໄລຍະ 2006 - 2010, ນະຄອນ​ຫາຍ​ຟ່ອງ ​ໄດ້​ສະຫງວນຈຳນວນເງິນກວ່າ 1.500 ຕື້ດົ່ງເພື່ອລົງທຶນກໍ່​ສ້າງ​ຂົວ​ທ່າ​ກຳ​ປັ່ນ​​ໃນລະບົບ​ທ່າ​ກຳ​ປັ່ນ ດີງຫວູ. ​​ປີ 2012, ຂົວ​ທ່າ​ກຳ​ປັ່ນ​ເລກ 6 ​ແລະ ​ເລກ 7 ຂຶ້ນ​ກັບ​ລະ​ບົບທ່າ​ກຳ​ປັ່ນ ດີງຫວູ ​ກໍ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ. ພ້ອມ​ກັບ​ການ​ຍົກ​ລະດັບ​, ຂະຫຍາຍ​ທ່າ​ກຳ​ປັ່ນ ດີງຫວູ, ພື້ນຖານ​ໂຄງ​ລ່າງ​ຢູ່​ເຂດ ​ເຕີນ​ກາງ ​ກໍ່ຄ່ອຍໆ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ. ມາ​ຮອດ​ປະຈຸ​ບັນ, ທ່າ​ກຳ​ປັ່ນ ດີງຫວູ ​ແມ່ນ​ທ່າ​ກຳ​ປັ່ນ​ແຫ່ງ​ທຳ​ອິດ​ຢູ່ ຫາຍ​ຟ່ອງ ມີ​ເງື່ອນ​ໄຂ​ດ້ານ​ເຕັກນິກ​ຢ່າງ​ຄົບ​ຖ້ວນ​ເພື່ອ​ໃຫ້​ກຳ​ປັ່ນ​ບັນທຸກ​ສິນຄ້າດ້ວຍ​ນ້ຳຫນັກ 2 ລ້ານ​ໂຕນ​ເຂົ້າ​ທຽບ​ທ່າ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນຫາ​ທີ່​ການ​ນຳ​ນະຄອນ​ຫາຍ​ຟ່ອງສົນ​ໃຈ​ທີ່​ສຸດ​ໃນ​ປະຈຸ​ບັນ ນັ້ນ​ແມ່ນ​ການ​ປັບປຸງ​​ແຜນ​ກຳນົດພື້ນຖານ​ໂຄງ​ລ່າງ, ຄົມມະນາຄົມ​ຂົນ​ສົ່ງ, ຄັງສາງ​ຢ່າງ​ຄົບ​ຊຸດ​​​ ໃຫ້​ເໝາະ​ສົມ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ. ທ່ານ ​ເຢືອງງອກ​ຕວນ, ຮອງ​ຫົວຫນ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ ນະຄອນ​ຫາຍ​ຟ່ອງ ຖື​ວ່າ:

        “ກ່ອນ​ນີ້, ເມື່ອວາງ​ແຜນ​ກຳນົດ ພວກ​ເຮົາເອົາ​ໃຈ​ໃສ່​ເຖິງ​ທີ່​ດິນ​ເປັນ​ຕົ້ນ​ຕໍ່, ຫາກ​ບໍ່ທັນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ເຂດ​ທະ​ເລ​ເວົ້າ​ລວມ. ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຄວນ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ໃນ​ໄລຍະ​ຈະ​ມາ​ເຖິງ.”

        ຕາມ​ທິດ​ປັບປຸງ​​ແຜນ​ກຳນົດ​ດັ່ງກ່າວ, ປະຈຸ​ບັນ ນະຄອນ ຫາຍ​ຟ່ອງ​ໄດ້​ປະຕິບັດ​ການກໍ່ສ້າງ​ກິດຈະກຳ​ຄົມມະນາຄົມ​ສຳຄັນ ​ເພື່ອ​ຮັບປະກັນ​​ຂຸດ​ຄົ້ນ​​ບັນດາ​ທ່າ​ກຳ​ປັ່ນໃນ​ລະ​ບົບ​ທ່າ​ກຳ​ປັ່ນ ດີງຫວູ ຢ່າງ​ມີປະສິດທິ​ຜົນ. ພ້ອມ​ກັບ​ບັນດາ​ໂຄງການ​ພັດທະນາ​ລະບົບ​ອຸປະກອນ​ທ່າ​ກຳ​ປັ່ນແລ້ວ, ​ໂຄງການ​ລົງທຶນ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ເຂດ ​ເຕີນ​ກາງ ພວມ​​ດຶງ​ດູດ​​ບັນດາ​ວິ​ສາ​ຫະກິດ​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ​​ເຂົ້າ​ມາ​ລົງ​ທຶນ​ເພື່ອພັດທະນາ​ເຂດ​ອຸດສາຫະກຳ ດີງຫວູ ​ແລະ ນະຄອນ ຫາຍ​ຟ່ອງ. ດ້ວຍ​ທິດ​ນຳ “​ສ້າງ​ຄວາມ​ເຂັ້ມແຂງ​ ແລະ ຄວາມ​ຮັ່ງມີ​ຈາກ​ທະ​ເລ”, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ນະຄອນ​ຫາຍ​ຟ່ອງ ໄດ້​ສຸມ​ໃສ່​ລົງທຶນ​ພັດທະນາ​ລະບົບ​ທ່າ​ກຳ​ປັ່ນ​ຢ່າງ​ຄົບ​ຊຸດ. ມາ​ຮອດ​ປະຈຸ​ບັນ, ບັນດາ​ຄວາ​ມມານະ​ພະຍາຍາມ​ດັ່ງກ່າວໄດ້​​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ. ປີ 2012 ​ໃນ​ສະພາບ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ ​ແຕ່​ຈຳ​ນວນ​ສິນຄ້າ​ຂົນ​ສົ່ງ​ຜ່ານ​ທ່າ​ກຳ​ປັ່ນ​ທະ​ເລ ຫາຍ​ຟ່ອງ ບັນລຸ​​ເກືອບ 49 ລ້ານ​ໂຕນ, ​ເພີ່ມ​ຂຶ້ນ​ກວ່າ 12% ​ເມື່ອ​ທຽບ​ໃສ່​ປີ 2011.

        ​ໃນ​ແຜນ​ກຳນົດ​ພັດທະນາ​ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ ຫວຽດນາມ ຮອດ​ປີ 2020, ແລະ​ທິດທາງ​ຮອດ​ປີ 2030, ລັດຖະບານ ຫວຽດນາມ ​ໄດ້​ກຳນົດ​ວ່າ: ທ່າ​ກຳ​ປັ່ນ​ສາກົນ​ ຫາຍ​ຟ່ອງ ຈະ​ເປັນ​ທ່າ​ກຳ​ປັ່ນ​ສຳຄັນພິ​ເສດ. ຕາມ​ທິດ​ທາງ​ພັດທະນາ​ນີ້, ​ໃນ​ກາງ​ເດືອນ 4 ຜ່ານ​ມາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ອອກ​ຄຳ​ສັ່ງ​ເລີ່​ມລົງມື​ກໍ່ສ້າງ​​ທ່າ​ກຳ​ປັ່ນ​ສາກົນ ຫາຍ​ຟ່ອງ​ (ທ່າ​ກຳ​ປັ່ນ​ແລກ​ຮ້ວຽນ) ອັນ​ໄດ້ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ເສດຖະກິດ​ທ່າ​ກຳ​ປັ່ນ​ທະ​ເລ​ຂອງ ຫາຍ​ຟ່ອງ ​ເວົ້າ​ສະ​ເພາະ ​ແລະ ທັງ​ປະ​ເທດ​ເວົ້າ​ລວມ. ​ໂຄງການ​​ກໍ່​ສ້າງທ່າ​ກຳ​ປັ່ນ​ ​ສາກົນ ຫາຍ​ຟ່ອງ ​ໄດ້​ຮັບ​ການ​ກໍ່ສ້າງ ​ດ້ວຍ​ຍອດ​ຈຳນວນ​ເງິ​ນລົງທຶນ​ຂຶ້ນ​ເຖິງ 25.100 ຕື້​ດົ່ງ.

ຫາຍຟ່ອງພັດທະນາເສດຖະກິດທະເລ - ảnh 1
ທ່າກຳປັ່ນຫາຍຟ່ອງ
ພາບ:internet

​​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳຄັນ​ຂອງ​ໂຄງການ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າ:

        “​ທ່າ​ກຳ​ປັ່ນ ຫາຍ​ຟ່ອງ ປະຈຸ​ບັນ​ແມ່ນ​ທ່າ​ກຳ​ປັ່ນ​ແລກປ່ຽນ​ຄ້າຂາຍ​ສິນຄ້າ, ສົ່ງ​ອອກ​ນຳ​ເຂົ້າ​ສິນຄ້າ​​ເປັນຕົ້ນຕໍ່ ​ແລະ​ໃຫຍ່​ສຸດ​ຂອງ​ພາກ​ເຫນືອ​ຫວຽດນາມ. ​ເຖິງ​ວ່າ ​ໄດ້​ຮັບ​ການຍົກ​ລະດັບ, ​ເປີດ​ກວ້າງ​ແລ້ວ​ກໍ​ຕາມ ​ແຕ່​ມາ​ຮອດ​ປະ​ຈຸ​ບັນ​ ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ສິນຄ້າ​ຜ່ານ​ທ່າ​ກຳ​ປັ່ນ​​ໄດ້ເກີນ​ກຳນົດແລ້ວ. ສະ​ນັ້ນ ການ​​ກໍ່ສ້າງ​ທ່າ​ກຳ​ປັ່ນ​ສາກົນ ຫາຍ​ຟ່ອງ ມີ​ຄວາມ​ໝາຍ​ສຳຄັນ ​ແລະ ​ແກ້​ໄຂ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຢ່າງ​ຮີບ​ດ່ວນ​ໃນ​ພາຍ​ພາກ​ຫນ້າ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ນະຄອນ​ຫາຍ​ຟ່ອງ.”

        ​ເມື່ອ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ, ທ່າ​ກຳ​ປັ່ນ​ສາກົນ ຫາຍ​ຟ່ອງ ຈະ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ຂອງ​ຕະຫລາດນັບ​ມື້​ນັບ​ສູງ​, ປະກອບສ່ວນ​ສົ່ງອອ​ກ​ນຳ​ເຂົ້າສິນຄ້າລະ​ຫວ່າງ​ພາກ​ເຫນືອ​​ກັບຕະຫລາດ​ເອີ​ລົບ, ທະວີ​ອາ​ເມ​ລິ​ກາ​ໂດຍ​ກົງ​ໄດ້. ຄາດ​ວ່າ ທ່າ​ກຳ​ປັ່ນ​ສາກົນ ຫາຍ​ຟ່ອງ ຈະ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​ໃນ​ປີ 2016 ປະກອບສ່ວນ​ປະຕິບັດ​ຍຸ​ດທະ​ສາດ​ນຳ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ແຂງ​ແຮງ​ກ່ຽວ​ກັບ​ທະ​ເລ, ​ໃນ​ນັ້ນ ​ເສດຖະກິດ​ທະ​ເລ​ປະກອບສ່ວນ 52- 53% GDP ​ແລະ 55- 60% ວົງ​ເງິນ​ສົ່ງ​ອອກ​ຂອງ​ທັງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ