ເຂດເສດຖະກິດ ຢູງກວັດ

ໃນ​ຂະນະ​ທີ່​ທຸກ​ຄົນ, ທຸກ​ຄອບຄົວ​ຍັງ​ພາກັນໄປນະມັດສະການວັດໃນ​ລະດູບານ​ໃຫມ່ ​ແລະ ມີ​ຄວາມ​ມ່ວນ​ຊ່ືນຕ້ອນຮັບ​ບຸນ​ເຕັດນັ້ນ, ​ແຕ່, ບັນຍາກາດ​ການ​ເຄື່ອນ​ໄຫວ​ຜະລິດ​ຍາມຕົ້ນ​ລະດູບານ​ໃຫມ່​ຢູ່​ເຂດ​ເສດຖະກິດ ຢູງກວັດ ​ແຂວງ ກວ໋າງຫງາຍ ຍັງຄົງ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ. ພະນັກງານ, ນັກ​ວິ​ສາວະ​ກອນ, ກຳມະກອນ​ເຮັດ​ວຽກ​ທັງ​ວັນ​ ​ແລະ ຄືນ ​ເພື່ອ​ຮັກສາ​ການ​ເຄື່ອນ​ໄຫວ, ຮັບປະກັນ​ລະດັບ​ຄວາມ​ໄວ​ທີ່​ໄດ້​ວາງ​ອອກ.

ເຂດເສດຖະກິດ ຢູງກວັດ - ảnh 1

ພະນັກງານ ກຳມະກອນຢູ່ເຂດເສດຖະກິດ ຢູງກວດ

        ​ໃນ​ຊຸມ​ມື້ບຸນ​ເຕັດ​ປີ​ມະ​ໂຣງ 2012, ​ໃນ​ຂະນະ​ທີ່​ທຸກ​ຄອບຄົວ​ພວມ​ຕ້ອນຮັບ​ປີ​ໃຫມ່, ມີ​ພະນັກງານ, ນັກ​ວິ​ສາວະ​ກອນ, ກຳມະກອນ​ກວ່າ 1000 ຄົນ ຢູ່ ​ໂຮງງານ​ກັ່ນ​ນ້ຳມັນ ຢູງກວັດ ຍັງ​ຕັ້ງຫນ້າ​ເຮັດ​ວຽກ​ຕະຫລອດ 3 ຜຽນ. ທ່ານ ຫງວຽນ​ຮ່ວາຍ​ຢາງ, ຜູ້ອຳນວຍການ​ໃຫຍ່ ບໍລິສັດ​ກັ່ນ​ນ້ຳມັນ ບີ່​ງ​ເຊີນ ​ແຂວງ ກວາ໋ງ​ຫງາຍ ​ໃຫ້​ຮູ້​ວ່າ:​ ​ເພື່ອ​ຮັບປະກັນ​ການ​ເຄື່ອນ​ໄຫວ​ຂອງ​ໂຮງງານ​ໃຫ້​ປອດ​ໄພ, ​ເປັນ​ປົກກະຕິ, ​ໃນ​ຕະຫລອດ​ຊຸມ​ມື້​ກອ່ນ ​ແລະ ພາຍຫລັງ​ບຸນ​ເຕັດ, ຍາມ​ໃດ ທາງ​ບໍລິສັດ ​ກໍ​ຮັກສາ​​ແຜ​ນການ​ເຮັດ​ວຽກ​ໃນ​ຕະຫລອດ 24 ຊົ່ວ​ໂມງ. ຈຸດໝາຍ​ຂອງ​ບໍລິສັດ​ໃນ​ປີ​ໃຫມ່​ນີ້ ​ແມ່ນ​ສືບ​ຕໍ່​ຮັກສາ​ການ​ເຄື່ອນ​ໄຫວ​ຂອງ​ໂຮງງານ​ຢ່າງ​ປອດ​ໄພ, ​ເພີ່ມ​ທະວີ​ປະສິດທິ​ຜົນ, ກຳລັງ​ການຜະລິດ. ຕາມ​ນັ້ນ​ແລ້ວ, ປີ 2012 ທາງ​ບໍລິສັດ​ຮັບປະກັນ​ກາ​ນສະຫນອງ​ ​ນ້ຳມັນປະມານ 6 ລ້ານ​ໂຕນໃຫ້​ແກ່​ຕະຫລາດ, ສູ້​ຊົນ​ບັນ​ລຸຍ​ອດລາຍ​ຮັບ​​ແຕ່ 130.000 - 150.000 ຕຶ້ດົ່ງ. ທ່ານ ຫງວຽນ​ຮ່ວາຍ​ຢາງ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ກັ່ນ​ນ້ຳມັນ ບີ່​ງ​ເຊີນ ​ໃຫ້​ຮູ້​ວ່າ:

        “ຊຸມ​ມື້ບຸນ​ເຕັດ ຢູ່​ບໍລິສັດ​ອື່ນ​ພະນັກງານ​ກຳມະກອນ​ລ້ວນ​ແຕ່​ໄດ້​ພັກຜ່ອນ​, ​ແຕ່​ຢູ່ໂຮ​ງານ​ກັ່ນ​ນ້ຳມັນ ຢູງກວັດ ​ຕ້ອງ​ເຮັດ​ວຽກ​ຕະຫລອດ 24 ຊົ່ວ​ໂມງ, ວຽກ​ງານ​ການ​ເຄື່ອນ​ໄຫວ​ຂອງ​ບໍລິສັດຕ້ອງ​​ໄດ້​ຮັບບຸລິມະສິດ​ຕົ້ນຕໍ. ​ແລະ ທຸກ​ສິ່ງ​ທຸກ​ຢ່າງ​ຕ້ອງ​ຮັກສາ​ການ​ເຄື່ອນ​ໄຫວຢ່າງ​ຕໍ່​ເນື່ອງ. ສຳລັບ​ໂຮງງານ​ກັ່ນ​ນ້ຳມັນ ຢູງກວັດ ບໍ່​​ສະ​ເພາະ​​ແຕ່ບຸນ​ເຕັດ​ປີນີ້​ເທົ່າ​ນັ້ນ ຫາກ​ບຸນ​ເຕັດ​ປີກ່ອນ​ນີ້ ​ແລະ ປີ​ຕໍ່ໆ​ໄປ ກໍ​ເຊັ່ນ​ດຽວ​ກັນ. ພວກ​ຂ້າພະ​ເຈົ້າ​ຕ້ອງ​ຮັກສາ​ການ​ເຄື່ອນ​ໄຫວ​ທຸລະ​ກິດ​ແລະດ​ຳ​ເນີນ​ການ​ຜະລິດ​ຕະຫລອດ 24 ຊົ່ວ​ໂມງ.”

        ​ເມື່ອ​ລະດູບານ​ໃຫມ່​ວຽນມາ, ບໍ່​ສະ​ເພາະ​ພະນັກງານ, ນັກ​ວິ​ສາວະ​ກອນ ບໍລິສັດ​ກັ່ນ​ນ້ຳມັນ ບີ່​ງ​ເຊີນ ​ເທົ່າ​ນັ້ນ ຫາກບັນດາ​ພະນັກງານ, ກຳມະກອນ​ເຮັດ​ວຽກ​ຢູ່​ເຂດ​ເສດຖະກິດ ຢູງກວັດ ​ແຂວງ​ກວ໋າງຫງາຍ ​ກໍ​ຕ້ອນຮັບ​ບຸນ​ເຕັດ​ຢູ່ ກິດຈະກຳ​ເປັນ​ປະຈຳ. ອ້າຍ​ເຈີ​ນວັນ​ແຢນ, ກຳມະກອນ​ຢູ່​ບໍລິສັດ​ກຳ​ປັ່ນ ຢູງກວັດ ​ໃຫ້​ຮູ້​ວ່າ: ນີ້​ແມ່ນເທື່ອ​ທີ 5 ອ້າ​ຍສະໝັກ​ໃຈ​ຕ້ອນຮັບ​ບຸນ​​ເຕັດ​ຢູ່​ກິດຈະກຳ. ອ້າຍ​ເວົ້າ​ວ່າ: ​​ໃນໂອກາດ​ບຸນ​ເຕັດ ຂ້າພະ​ເຈົ້າ​ບໍ່​ໄດ້​ເຕົ້າ​ໂຮມ​ກັບ​ຄອບຄົວ​ແລະຍາດຕິ​ພີ່ນ້ອງດັ່ງ​ນັ້ນ ກໍຮູ້ສຶກ​ຄິດ​ຮອດ​ຄອບຄົວ​ຫລາຍ, ​ແຕ່​​ເມື່ອ​ຄິດ​ເຖິງ​ວຽກ​ງານ ອ້າຍ​ພ້ອມ​ກັບ​ທຸກ​ຄົນ​ຕັດສິນ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ.

        “​ໃນ​ຊຸມ​ມື້​ຕົ້ນ​ປີ​​ໃຫມ່​ປີ​ມະ​​ໂຣງນີ້, ບັນຍາກາດ​ເຮ​ັດວຽກ​ກໍ​ຟົດ​ຟື້ນ​ມ່ວນ​ຊື່ນ. ທີ​ຫນຶ່ງ​ ກໍ​ ຍ້ອນໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ກາ​ນນຳ​ບໍລິສັດ. ພວກ​ຂ້າພະ​ເຈົ້າ​ກໍ​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ການ​ເຄື່ອນ​ໄຫວ​ຂອ​ງ​ໂຮງງານ, ຮັບປະກັນ​​ໃຫ້​ແກ່​ການຕໍ່​ກຳປັ່ນ​ຫລາຍ​ລຳ​ໃຫ້​ສຳ​ເລັດ. ”

        ທ່ານ ຫງວຽນ​ວັນ​ໂຮ້ຍ, ປະທານ​ສະພາ​ບໍລິຫານ​ບໍລິສັດ​ອຸດສາຫະກຳ​​ກຳ​ປັ່ນ ຢູງກວັດ ​ໃຫ້​ຮູ້​ວ່າ: ພາຍຫລັງ​ເລີ່​ມ​ການ​ເຄື່ອນ​ໄຫວ​ຜະລິດ​ໃນ​ຕອນ​ເຊົ້າ​ວັນ​ທີ 4 ຂອງ​ບຸນ​ເຕັດ ມາ​ຮອດ​ປະຈຸ​ບັນ ມີ​ພະນັກງານ​, ກຳມະກອນ​ກວ່າ 1.300 ຄົນ​ໃນ​ບໍລິສັດ​ອຸດສາຫະກຳ​ກຳ​ປັ່ນ ຢູງກວັດ ​ໄດ້​ເລີ່​ມຕົ້ນ​ການ​ເຮັດ​ວຽກ, ຕັດສິນ​ໃຈ​ຕໍ່​ກຳ​ປັ່ນບັນທຸກນ້ຳມັນດິບ​ກວ່າ 100.000 ໂຕນ ຊຶ່ງແມ່ນກຳປັ່ນໃຫຍ່ກວ່າ ໝູ່ຢູ່ຫວຽດນາມ​ໃຫ້​ສຳ​ເລັດ ​ເພື່ອມອບ​ສົ່ງ​ໃຫ້​ບໍລິສັດ​ໃຫຍ່​ຂົນ​ສົ່ງ​ນ້ຳມັນ​ອາຍ​ແກ​ສ​ໃຫ້​ຖືກຕາມ​ແຜນການ​​ໃນ​ເດືອນ 3 ນີ້, ຕໍ່​​ໄປຈະ​ຕໍ່​ສຳ​ເລັດ​ກຳ​ປັ່ນ​ທີ່​ສາມາດ​ບັນທຸກນ້ຳ​ມັນ​ດິບ 105.000 ​ໂຕນ.

        “​ໃນ​ປີ​ຈະ​ມາ​ເຖິງ, ນອກຈາກ​ສ້ອມ​ແປງ​ບັນດາ​ກຳ​ປັ່ນ​ຂົນ​ສົ່ງ​ນ້ຳມັນ​ແລ້ວ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ສ້ອ​ມ​ແປງ​ຮ້ານເຈາະ​ນ້ຳມັນ ຕາມ​ດ໋າວ ຂອງ Vietsopetro. ສ່ວນ​ວຽກ​ງານ​ຕໍ່​ກຳ​ປັ່ນ​ໃຫມ່ ພວກ​ຂ້າພ​ະ​ເຈົ້າ​ສືບ​ຕໍ່​ຕໍ່​ກຳ​ປັ່ນ​ບັນທຸກ​ນ້ຳມັນ 105.000 ​ໂຕນ ​​ໃຫ້​ສຳ​ເລັດ ແລະ ຫລັງ​ຈາກ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ຕໍ່​ກຳ​ປັ່ນບໍລິການ​ໃຫມ່ດ້ວຍ​ກຳລັງ 10000 ​ແຮງ​ມ້າ ແລະ ສືບ​ຕໍ່​ຄົ້ນ​ຄ້ວາ​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ​ເພື່ອ​ເຂົ້າ​ຮ່ວມ​ໂຄງການ​ເຈາະ​ນ້ຳມັນ.”

        ດ້ວຍ​ບັນຍາກາດ​ການ​ເຄື່ອນ​ໄຫວ​ຜະລິດ​ໃນ​ຕົ້ນ​ລະດູບານ​ໃຫມ່​ຢ່າງ​ຟົດ​ຟື້ນ​ນັ້ນ ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ ບັນດາ​ຫົວຫນ່ວຍ​ຢູ່​ເຂດ​ເສດຖະກິດ ຢູງກວດ ​ແຂວງ ກວ້າງ​ຫງາຍ ຈະ​ສຳ​ເລັດ ​ແລະ ລື່ນ​ກາຍ​ແຜນການ​ທີ່​ໄດ້​ວາງ​ອອກ​ໃນ​ປີນີ້./.

ຫວີຟອງ

ຕອບກັບ

ຂ່າວ/ບົດ​ອື່ນ