(VOVWORLD) - ເຫດການ countdown ຕ້ອນຮັບປີໃໝ່ 2026 ຈະຈັດຂຶ້ນຢູ່ສະໜາມຫຼວງ 30/10, ຕາແສງ ຮະລອງ ໃນວັນທີ 31 ທັນວາ
(ພາບປະກອບ) |
ແຂວງ ກວາງນິງ ໄດ້ຈັດຫຼາຍເຫດການວັດທະນະທຳ ເສັ້ນທາງມໍລະດົກຢູ່ ອຽນຕື ແລະ ເຫດການ countdown ສິ້ນສຸດປີ 2025 ຢູ່ ຮະລອງ.
ບັນດາເຫດການດັ່ງກ່າວຈັດຂຶ້ນແຕ່ວັນທີ 18 – 22 ທັນວາ, ໃນນັ້ນມີພິທີມອບ - ຮັບໃບຢັ້ງຢືນເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ, ແມ່ນມໍລະດົກໂລກ (ສົມທົບກັບແຂວງ ບັກນິງ ແລະ ນະຄອນ ຫາຍຟ່ອງ). ທ່ານ ຫງວຽນຫວຽດຢຸງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນິງ, ໃຫ້ຮູ້ວ່າ:
“ເນື່ອງໃນເຫດການນີ້, ແຂວງ ກວາງນິງ ໄດ້ຈັດສັບປະດາ ລວມມີຫຼາຍເຫດການເຊື່ອມຕໍ່ນຳກັນ, ຈາກວັດທະນະທຳ, ອາຫານການກິນ, ການຊອກຮູ້ກ່ຽວກັບພູດທະສາສະໜາ ຈູກເລິມ. ລາຍການ concert ເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວພ້ອມກັນເຂົ້າຮ່ວມເຊື່ອມຕໍ່, ປະພຶດໃນບັນດາການເຄື່ອນໄຫວຢູ່ ກວາງນິງ”.
ພິທີມອບ - ຮັບໃບຢັ້ງຢືນເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື - ວິງງຽມ - ກົນເຊີນ, ກຽບບາກ, ແມ່ນມໍລະດົກໂລກ ຖືກຈັດຂຶ້ນໃນເວລາ 20 ໂມງ ຂອງວັນທີ 20 ທັນວາ, ຢູ່ເຂດປູຊະນີຍະສະຖານ ອຽນຕື. ພ້ອມກັນນັ້ນແມ່ນ Festival ອຽນຕື “ເສັ້ນທາງມໍລະດົກ, ສິ່ງຍອດຍິ່ງຂອງໂລກ”…
ເຫດການ countdown ຕ້ອນຮັບປີໃໝ່ 2026 ຈະຈັດຂຶ້ນຢູ່ສະໜາມຫຼວງ 30/10, ຕາແສງ ຮະລອງ ໃນວັນທີ 31 ທັນວາ ແລະ ຄາດວ່າຈະດຶງດູດຜູ້ເຂົ້າຮ່ວມຂອງເກືອບ 50.000 ຄົນ.