ກໍ່ສ້າງກະສິກຳ ຫວຽດນາມ ໃຫ້ທັນສະໄໝ, ມີຄວາມສາມາດແກ່ງແຍ້ງກັບສາກົນ ວັນຈັນ ທີ 19 ທັນວາ ຄ.ສ. 2016 | 14:50:46 ກອງປະຊຸມກໍ່ສ້າງພື້ນຖານອຸດສາຫະກຳ, ກະສິກຳ ຫວຽດນາມ (vovworld) – ຕອນບ່າຍວັນທີ 18/12, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມກໍ່ສ້າງພື້ນຖານອຸດສາຫະກຳ, ກະສິກຳ ຫວຽດນາມ, ໂດຍສະໂມສອນກະສິກຳເຕັກໂນໂລຢີສູງ (DAA ຫວຽດນາມ), ຫົວໜ່ວຍຂຶ້ນກັບສູນກາງສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຈັດຕັ້ງ. ເມື່ອໂອ້ລົມສົນທະນາກັບບັນດາວິສາຫະກິດ ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢັ້ງຢືນວ່າ: ກະສິກຳແມ່ນທ່າແຮງຂອງພື້ນຖານເສດຖະກິດ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: ບັນດາການກຳນົດທິດໃຫຍ່ຂອງພັກ ແລະ ລັດ ເພື່ອພັດທະນາກຳລັງວິສາຫະກິດກະສິກຳກໍ່ຄືຕອບຄຳຖາມຂອງບັນດາວິສາຫະກິດເພື່ອຊຸກຍູ້ການໝູນໃຊ້ອຸດສາຫະກຳໃນກະສິກຳ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ຫວຽດນາມ ຄວນສ້າງຕັ້ງບັນດາຮົ້ວເຕັກນິກໃຫ້ຖືກຕ້ອງຕາມກົດໝາຍຂອງອົງການການຄ້າໂລກ (WTO) ແລະ ບັນດາສັນຍາອື່ນໆ ເຊິ່ງ ຫວຽດນາມ ເຂົ້າຮ່ວມເພື່ອຮັບປະກັນການປົກປ້ອງສິນຄ້າພາຍໃນປະເທດ. ພ້ອມກັນນັ້ນ, ແມ່ນນະໂຍບາຍໜູນຊ່ວຍບັນດາວິສາຫະກິດໃນຂົງເຂດອຸດສາຫະກຳຜະລິດບັນດາເຄື່ອງອຸປະກອນຮັບໃຊ້ກະສິກຳ, ມີມາດຕະການພັດທະນາວິສາຫະກິດໃນຂົງເຂດກະສິກຳ, ຊົນນະບົດ, ສະຫະກອນ, ສົ່ງເສີມບັນດາຄອບຄົວດຳເນີນທຸລະກິດສ່ວນຕົວໃນຂົງເຂດຊົນນະບົດຫັນໄປສູ່ການເຄື່ອນໄຫວຕາມຮູບແບບວິສາຫະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ແບ່ງປັນກັບ: ບັນດາວິສາຫະກິດມີວິໄສທັດ ແລະ ແງ່ຫວັງກໍ່ສ້າງພື້ນຖານກະສິກຳ ຫວຽດນາມ ໃຫ້ທັນສະໄໝ, ຫຼາຍບົດບາດ, ມີຄວາມສາມາດແກ່ງແຍ້ງກັບສາກົນໄດ້. Tag (vovworld ເສດຖະກິດ ຂ່າວ/ບົດອື່ນ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ ຍີ່ປຸ່ນ: ປະທານ LDP ຄົນໃໝ່ຄາດວ່າຈະຍູບເລີກ ສະພາຕ່ຳໃນເດືອນຕຸລາ ການປະທະກັນຢູ່ພາກຕາເວັນອອກກາງ: ອິດສະລາແອັນ ບຸກໂຈມຕີ 4 ແນວໂຮມ ໃນເວລາດຽວກັນ ການເລືອກຕັ້ງຢູ່ ໂອຕາລິດ: ຝ່າຍຂວາຈັດຍາດໄດ້ໄຊຊະນະຄັ້ງປະຫວັດສາດໃນການເລືອກຕັ້ງສະພາແຫ່ງຊາດ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ມົງໂກນ
ການເລືອກຕັ້ງຢູ່ ໂອຕາລິດ: ຝ່າຍຂວາຈັດຍາດໄດ້ໄຊຊະນະຄັ້ງປະຫວັດສາດໃນການເລືອກຕັ້ງສະພາແຫ່ງຊາດ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງເປັນທາງການ ແລະ ດຳເນີນການພົບປະເຈລະຈາຂັ້ນສູງ
ກຳປູເຈຍ, ລາວ, ຫວຽດນາມ ເນັ້ນໜັກເຖິງຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ