ການ​ເລືອກ​ຕັ້ງ​ຢູ່ ​ໂອ​ຕາ​ລິດ: ຝ່າຍຂວາ​ຈັດ​ຍາດ​ໄດ້​ໄຊ​ຊະ​ນະ​ຄັ້ງ​ປະ​ຫວັດ​ສາດ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ພັກເສລີພາບ (FPO) ຕາງໜ້າຝ່າຍຂວາຈັດຢູ່ ໂອຕາລິດ ຍາດໄດ້ໄຊຊະນະປະຫວັດສາດຄັ້ງປະຫວັດສາດໃນການເລືອກຕັ້ງສະພາແຫ່ງຊາດປະເທດນີ້ ທີ່ໄດ້ດຳເນີນໃນວັນທີ 29 ກັນຍາ.

ການ​ເລືອກ​ຕັ້ງ​ຢູ່ ​ໂອ​ຕາ​ລິດ:  ຝ່າຍຂວາ​ຈັດ​ຍາດ​ໄດ້​ໄຊ​ຊະ​ນະ​ຄັ້ງ​ປະ​ຫວັດ​ສາດ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານ Herbert Kickl ການນຳຂອງພັກ FPO (ພາບ:  fortune.com)

ລະອຽດແມ່ນ, ຕາມໝາກຜົນຂອງການເລືອກຕັ້ງເບື້ອງຕົ້ນ ທີ່ໄດ້ປະກາດໃນຕອນເຊົ້າວັນທີ 30 ກັນຍາ, ພັກເສລີພາບຍາດໄດ້ 29,2%ຈຳນວນບັດເລືອກຕັ້ງ, ຖັດຈາກນັ້ນແມ່ນ ພັກປະຊາຊົນຮັກສາເດີມ (OevP) ກຳອຳນາດ ໂດຍທ່ານນາຍົກລັດຖະມົນຕີ Nehammer ກຳອຳນາດ ເຊິ່ງຍາດໄດ້ 26,48%ຈຳນວນບັດເລືອກຕັ້ງ. ເຖິງວ່າ ເຄີຍມີໜ້າໃນບັນດາສຳພັນທະມິດກຳອຳນາດເປັນຫຼາຍຄັ້ງກໍ່ຕາມ ແຕ່ນີ້ເປັນຄັ້ງທຳອິດທີ່ ພັກເສລີພາບ ນຳໜ້າໃນການເລືອກຕັ້ງ.

ຕາມວົງການນັກຊ່ຽວຊານແລ້ວ, ເຖິງວ່າພັກເສລີພາບຍາດໄດ້ອັນດັບທີ 1 ໃນການເລືອກຕັ້ງແຕ່ ມີຄວາມເປັນໄປໄດ້ຢ່າງສູງວ່າ ພັກນີ້ຍັງບໍ່ທັນບັນລຸໄດ້ຈຳນວນບັດສະໜັບສະໜູນສ່ວນຫຼາຍເພື່ອຈະສາມາດສ້າງລັດຖະບານຊຸດໃໝ່. ດັ່ງນັ້ນ, ຖ້າພັກເສລີພາບບໍ່ສາມາດຊັກຊ່ວນພັກອື່ນໆສ້າງສຳພັນທະມິດ, ສິ່ງນີ້ອາດຈະຢຸດຕິຄວາມຫວັງສ້າງລັດຖະບານ ຂອງ FPO ແລະ ເປີດປະຕູໃຫ້ແກ່ສຳພັນທະມິດຂອງບັນດາພັກອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ