(VOVWORLD) - ຜູ້ບັນຊາການສອງກອງກຳປັ່ນໄດ້ຕີລາຄາສູງປະສິດທິຜົນຂອງກົນໄກລາດຕະເວນໃນໄລຍະຜ່ານມາ, ຜ່ານນັ້ນປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລອ່າວພາກເໜືອ, ຍົກສູງຄວາມສາມາດໃນການປະສານສົມທົບຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່.
ການພົບປະລະຫວ່າງສອງຝ່າຍ (ພາບ: qdnd.vn) |
ຕອນເຊົ້າວັນທີ 16 ມີນາ, ຢູ່ທ່າກຳປັນຝ່ອງແທັກ (ແຂວງກ໋ວາງຊີ, ຈີນ) ໄດ້ດຳເນີນການພົບປະແລກປ່ຽນລະຫວ່າງຜູ້ບັນຊາການສອງກອງກຳປັ່ນກອງທັບເຮືອ ຫວຽດນາມ ແລະ ກອງທັງທັບເຮືອຈີນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວນອນໃນໂຄງການພົບປະແລກປ່ຽນມິດຕະພາບ ດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນຄັ້ງທີ 10, ການລາດຕະເວນປະສົມຄັ້ງທີ 40 ແລະ ການຝືກຊ້ອມປະສົມຢູ່ເຂດທະເລອ່າວພາກເໜືອ ຂອງຄະນະປະຕິບັດງານ ກອງທັບເຮືອປະຊາຊົນ ຫວຽດນາມ ພ້ອມກັບກອງກຳປັ່ນເລກທີ 015 ເຈິ່ນຮຶງກ້າວ ແລະ 012 ລີທ້າຍໂຕ.
ທີ່ການພົບປະ,ຜູ້ບັນຊາການສອງກອງກຳປັ່ນໄດ້ຕີລາຄາສູງປະສິດທິຜົນຂອງກົນໄກລາດຕະເວນໃນໄລຍະຜ່ານມາ, ຜ່ານນັ້ນປະກອບສ່ວນຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດທະເລອ່າວພາກເໜືອ, ຍົກສູງຄວາມສາມາດໃນການປະສານສົມທົບຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່. ທ່ານພັນເອກ ຄ້ານເຟິ້ງ ຮອງເສນາທິການໃຫຍ່ ຖານທີ່ໝັ້ນກວາງຈູ, ກອງທັບເຮືອທະຫານປົດປ່ອຍປະຊາຊົນຈີນ ເຊື່ອໝັ້ນວ່າການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງນາຍທະຫານ, ນັກຮົບເຮືອສອງປະເທດ.
ໂດຍຕາງໜ້າຄະນະຫວຽດນາມ, ທ່ານພັນເອກ ໂດມິງ, ຮອງຜູ້ບັນຍາກອງທັບເຮືອເຂດ 4, ຫົວໜ້າຄະນະປະຕິບັດງານ ໄດ້ຢັ້ງຢືນວ່າດ້ວຍການປະສານສົມທົບຢ່າງແໜ້ນແຟ້ນຂອງສອງຝ່າຍ, ບັນດາການເຄື່ອນໄຫວໃນຂອບເຂດພົບປະແລກປ່ຽນດ້ານປ້ອງກັນຊາດ, ລາດຕະເວນ ແລະ ຝືກຊ້ອມປະສົມຄັ້ງນີ້ຈະປະສົມຜົນສຳເລັດຢ່າງຈົບງາມ.