ກອງປະຊຸມສຳມະນາ ກ່ຽວກັບເງື່ອນໄຂການ ຜະລິດ,ດຳເນີນທຸລະກິດ ໃນ 6 ເດືອນຕົ້ນປີ 2014
(ພາບ: vov)
(vovworld) – ເງື່ອນໄຂການຜະລິດ, ດຳເນີນທຸລະກິດຂອງວິສາຫະກິດໃນ 6 ເດືອນຕົ້ນປີ 2014 ໄດ້ຮັບການຕີລາຄາວ່າດີຂຶ້ນເມື່ອທຽວກັບປີກ່ອນ ແລະ ຄາດວ່າໃນ 6 ເດືອນທ້າຍປີຈະສືບຕໍ່ດີຂຶ້ນອີກ. ນີ້ແມ່ນຂ່າວໄດ້ຍົກອອກມາທີ່ກອງປະຊຸມສຳມະນາ “ການເຄື່ອນໄຫວຂອງວິສາຫະກິດໃນ 6 ເດືອນ ຕົ້ນປີ 2014“ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 19/6 ຢູ່ຮ່າໂນ້ຍ. ນະກອງປະຊຸມສຳມະນາ, ບັນດາຜູ້ແທນໃຫ້ຂໍ້ສັງເກດວ່າ: ສະພາບການເສດຖະກິດມະຫາພາກໃນຊຸມເດືອນຜ່ານມາສືບຕໍ່ເປັນປົກກະຕິ, ການຜະລິດອຸດສາຫະກຳໄດ້ຮັບການຟື້ນຕົວ, ການສົ່ງອອກເພີ່ມຂື້ນດີພໍສົມຄວນ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການປ່ອຍເງິນ FDI ມີທ່າອ່ຽງເພີ່ມຂຶ້ນ. ຕາມບົດລານງານ ການເຄື່ອນໄຫວຂອງວິສາຫະກິດໃນ 6 ເດືອນ ຕົ້ນປີ 2014 ແລ້ວ, ບັນດາປັດໄຈກະທົບເຖິງສະພາບການຜະລິດດຳເນີນທຸລະກິດຂອງບັນດາວິສາຫະກິດໄດ້ຮັບການຕີລາຄາວ່າແມ່ນດີກ່ວາເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ບົດລາຍງານກໍ່ຊີ້ແຈງວ່າ, ເພື່ອໃຫ້ການເຄື່ອນໄຫວດຳເນີນທຸລະກິດດີກ່ວາ, ໃນໄລຍະຈະມາເຖິງ, ບັນດາວິສາຫະກິດຕ້ອງຕ້ອງປະຕິບັດວິວັດການສ້າງໂຄງປະກອບຄືນໃໝ່, ໃນນັ້ນສຸມໃສ່ນຳໃຊ້ວິທະນາສາດເຕັກໂນໂລຊີໃນການຜະລິດດຳເນີນທຸລະກິດເພື່ອຍົກສູງສະມັດຕະພາບການອອກແຮງງານ, ປັບປຸງຄຸນນະພາບ ແລະ ຫລຸດຜ່ອນລາຄາຜະລິດຕະພັນ; ສຸມໃສ່ຍົກສູງຄວາມສາມາດສຳພັດ ແລະ ເປີດກ້ວາງຕະຫຼາດ, ລວມທັງຕະຫຼາດສົ້ນອອກ ແລະ ສົ້ນເຂົ້າ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງບັນດາຕະຫຼາດໃໝ່ມ ມີຄວາມສາມາດບົ່ມຊ້ອມ./.