![ການຊ້ອມຮົບADMM+ແນໃສ່ຊຸກຍູ້ການຮ່ວມມືກ່ຽວກັບການປ້ອງກັນຄວາມສະຫງົບ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_05_09/99.jpg)
ພົນທະຫານບັນດາປະເທດADMM+
ພາບ:tuoitre.vn
|
(vovworld)-ແຕ່ວັນທີ 2-12/5, ການຊ້ອມຮົບປ້ອງກັນຄວາມສະຫງົບການເດີນທະເລ ແລະ ຕ້ານການກໍ່ການຮ້າຍ ຕາມກົນໄກຂອງກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ ໂດຍບັນດາກຳລັງປະກອບອາວຸດ ບຣູໄນ ແລະ ບັນດາກຳລັງປະກອບອາວຸດ ສິງກະໂປ ຮ່ວມຈັດຕັ້ງ ໄດ້ດຳເນີນໄປຢູ່ ສິງກະໂປ ແລະ ບຣູໄນ. ເຂົ້າຮ່ວມການຊ້ອມຮົບຮ່ວມຄັ້ງນີ້ ມີພົນທະຫານ 3.500 ຄົນ, ກຳປັ່ນທະຫານເຮືອ 18 ລຳ, ເຮືອບິນ 25 ລຳ ແລະ ກອງທະຫານປະຕິບັດຫນ້າທີ່ພິເສດມາຈາກ 18 ປະເທດ ADMM+. ການຊ້ອມຮົບໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງຫລາຍປະເທດ ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ. ADMM+ ລວມມີ 10 ປະເທດສະມາຊິກ ອາຊຽນ ພ້ອມກັບ 8 ປະເທດຄູ່ເຈລະຈາຄື: ອົດສະຕາລີ, ຈີນ, ຍີ່ປຸ່ນ, ອິນເດຍ, ສເກົາຫລີ, ນິວເຊີແລນ, ລັດເຊຍ ແລະ ອາເມລິກາ.