ການ​ນຳ​ສູງ​ສຸດຄົນ​ໃໝ່​ຂອງ ອີ​ຣານ ໄດ້ຍົກ​ອອກ​ສານ​ເປັນ​ຄັ້ງ​ທຳ​ອິດ

(VOVWORLD) - ທ່ານໄດ້ເນັ້ນໜັກເຖິງເນື້ອໃນທີ່ວ່າ “ຕ້ອງນຳໃຊ້ໄມ້ງັດປິດລ້ອມ    ຊ່ອງແຄບທະເລ Hormuz ຢ່າງແນ່ນອນ” ແລະ ບັນດາປະເທດເຂດອ່າວ ຕ້ອງປິດປະຕູບັນດາຖານທີ່ໝັ້ນການທະຫານຂອງ ອາເມລິກາ ທີ່ຕັ້ງຢູ່ດິນແດນຂອງເຂົາເຈົ້າ. ທ່ານໄດ້ກ່າວສານດັ່ງກ່າວໃນຊ່ອງໂທລະພາບແຫ່ງລັດຂອງ ອີຣານ.
ການ​ນຳ​ສູງ​ສຸດຄົນ​ໃໝ່​ຂອງ ອີ​ຣານ ໄດ້ຍົກ​ອອກ​ສານ​ເປັນ​ຄັ້ງ​ທຳ​ອິດ - ảnh 1ທ່ານ Mojtaba Khamenei ການນຳສູງສຸດຄົນໃໝ່ຂອງ ອີຣານ, ໃນການຖະແຫຼງຂ່າວເມື່ອວັນທີ 13/10/2024. (ພາບເອກະສານ: Hamed Jafarnejad/ISNA/WANA/REUTERS)

ວັນທີ 12 ມີນາ, ທ່ານ Mojtaba Khamenei ການນຳສູງສຸດຄົນໃໝ່ຂອງ ອີຣານ, ໄດ້ຍົກອອກສານຄັ້ງທຳອິິດນັບແຕ່ເມື່ອຮັບດຳລົງຕຳແໜ່ງ, ຮຽກຮ້ອງໃຫ້ມີການຕໍ່ຕ້ານ, ພ້ອມທັງອອກຄຳສັ່ງໃຫ້ສືບຕໍ່ປິດປະຕູເສັ້ນທາງຂົນສົ່ງທາງທະເລທີ່ສຳຄັນຜ່ານຊ່ອງແຄບທະເລ Hormuz. ທ່ານໄດ້ເນັ້ນໜັກເຖິງເນື້ອໃນທີ່ວ່າ “ຕ້ອງນຳໃຊ້ໄມ້ງັດປິດລ້ອມ    ຊ່ອງແຄບທະເລ Hormuz ຢ່າງແນ່ນອນ” ແລະ ບັນດາປະເທດເຂດອ່າວ ຕ້ອງປິດປະຕູບັນດາຖານທີ່ໝັ້ນການທະຫານຂອງ ອາເມລິກາ ທີ່ຕັ້ງຢູ່ດິນແດນຂອງເຂົາເຈົ້າ. ທ່ານໄດ້ກ່າວສານດັ່ງກ່າວໃນຊ່ອງໂທລະພາບແຫ່ງລັດຂອງ ອີຣານ.

        ກໍໃນວັນດຽວກັນ, ກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ (IRGC) ຖະແຫຼງວ່າ ຈະສືບຕໍ່ປິດປະຕູຊ່ອງແຄບທະເລ Hormuz ຍຸດທະສາດພາຍຫຼັງຄຳຮຽກຮ້ອງຂອງການນຳສູງສຸດຂອງປະເທດນີ້.

        ໃນສະພາບການຄວາມເຄັ່ງຕຶງດ້ານການທະຫານຢູ່ ຕາເວັນອອກກາງ ສືບຕໍ່ເພີ່ມຂຶ້ນ, ກໍໃນວັນທີ 12 ມີນາ, ທ່ານ Mohammad Bagher Ghalibaf ປະທານສະພາແຫງຊາດ ອີຣານ ກ່າວເຕືອນວ່າ ເຕເຮຣານ ຈະ “ບໍ່ລະງັບໃຈ” ຖ້າ ອາເມລິກາ ຫຼື ອິດສະຣາແອັນ ບຸກໂຈມຕີບໍ່ວ່າດອນເກາະແຫ່ງໃດຂອງ ອີຣານ ຢູ່ເຂດອ່າວ ເປີເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ