(VOVWORLD) - ການໂຄສະນາໄດ້ຈັດຂຶ້ນຢູ່ເຂດຊຸມຊົນບ່ອນບັນດາຜູ້ມີສິດເລືອກຕັ້ງທີິ່ພິການທາງສາຍຕາດຳລົງຊີວິດ. ນະທີ່ນີ້, ຜູ້ມີສິດເລືອກຕັ້ງໄດ້ຮັບການແນະນຳກ່ຽວກັບບັນດາຂໍ້ກຳນົດລວມຂອງກົດໝາຍກ່ຽວກັບການເລືອກຕັ້ງ, ສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງ.
ທ່ານນາງ ຮວ່າງມາຍກວິ່ງຮວາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ບິ່ງແທັງ ແລກປ່ຽນຂໍ້ມູນການເລືອກຕັ້ງກັບຜູ້ມີສິດເລືອກຕັ້ງທີ່ພິການທາງສາຍຕາ (ພາບ: VOV) |
ເພື່ອແນໃສ່ຮັບປະກັນສິດໂດຍລັດຖະທຳມະນູນກຳນົດກ່ຽວກັບການເລືອກຕັ້ງສຳລັບພົນລະເມືອງໝົດທຸກຄົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງບິ່ງແທັງ, ນະຄອນໂຮ່ຈີມິນ ໄດ້ຈັດການໂຄສະນາເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃຫ້ກຸ່ມຄົນຜູ້ມີສິດເລືອກຕັ້ງທີ່ພິການທາງສາຍຕາ.
ການໂຄສະນາໄດ້ຈັດຂຶ້ນຢູ່ເຂດຊຸມຊົນບ່ອນບັນດາຜູ້ມີສິດເລືອກຕັ້ງທີິ່ພິການທາງສາຍຕາດຳລົງຊີວິດ. ນະທີ່ນີ້, ຜູ້ມີສິດເລືອກຕັ້ງໄດ້ຮັບການແນະນຳກ່ຽວກັບບັນດາຂໍ້ກຳນົດລວມຂອງກົດໝາຍກ່ຽວກັບການເລືອກຕັ້ງ, ສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງ, ພ້ອມກັບບັນດາຂໍ້ມູນພື້ນຖານກ່ຽວກັບກິດຈະກຳເລືອກຕັ້ງຢູ່ທ້ອງຖິ່ນ. ທ່ານນາງ ຮວ່າງມາຍກວິ່ງຮວາ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ບິ່ງແທັງ ໃຫ້ຮູ້ວ່າ:
ຜູ້ມີສິດເລືອກຕັ້ງແຕ່ລະຄົນມີເງື່ອນໄຂດຳລົງຊີວິດທີ່ແຕກຕ່າງກັນ, ດັ່ງນັ້ນປຶ້ມເວົ້າກໍ່ຄືໜັງສື Braille ຈະຊ່ວຍໃຫ້ເຂົາເຈົ້າມີໄລຍະເວລາເໝາະສົມເພື່ອຊອກຮູ້ ແລະ ຄົ້ນຄ້ວາ. ຍິ່ງໄປກວ່ານັ້ນເຂົາເຈົ້າອາດສາມາດແບ່ງປັນນຳກັນ, ແຜ່ກະຈາຍນຳກັນ, ພ້ອມກັນແລກປ່ຽນ, ປຶກສາຫາລືກ່ຽວກັບຊີວະປະຫວັດຫຍໍ້ຂອງຜູ້ສະໝັກຮັບເລືອກຕັ້ງຢ່າງສະດວກກວ່າ.