ມີສະມາຊິກຊາວໜຸ່ມ, ຊາວໜຸ່ມແຂວງເລິມດົງກວ່າ 6.700 ຄົນໜູນຊ່ວຍວຽກງານເລືອກຕັ້ງ
(VOVWORLD) - ຄະນະຊາວໜຸ່ມແຂວງ ກໍ່ໄດ້ສ້າງຕັ້ງ 535 ໜ່ວຍອາສາສະໝັກໂດຍມີສະມາຊິກຊາວໜຸ່ມ, ຊາວໜຸ່ມກວ່າ 6.700 ຄົນເພື່ອໜູນຊ່ວຍວຽກງານເລືອກຕັ້ງ.
ສະມາຊິກຊາວໜຸ່ມ, ຊາວໜຸ່ມແຂວງເລິມດົງກວ່າ 6.700 ຄົນໜູນຊ່ວຍວຽກງານເລືອກຕັ້ງ (ພາບ: VOV) |
ໂດຍຕອບສະໜອງບັ້ນໂຄສະນາຈຸດສຸມ ແລະ ໜູນຊ່ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031, ຄະນະຊາວໜຸ່ມແຂວງເລິມດົງ ໄດ້ຜັນຂະຫຍາຍຫຼາຍກິດຈະກຳທີ່ແທດຈິງ, ເສີມຂະຫຍາຍບົດບາດປະຈັນບານຂອງໄວໜຸ່ມໃນວຽກງານໂຄສະນາ ແລະ ຮັບໃຊ້ການເລືອກຕັ້ງ. ຕາມນັ້ນແລ້ວ, ຄະນະຊາວໜຸ່ມແຂວງເລິມດົງ ໄດ້ສ້າງລະບົບບົດ, ຂ່າວໂຄສະນາ ກ່ຽວກັບການເລືອກຕັ້ງໃນອິນເຕີເນັດ ເພື່ອແນໃສ່ສະໜອງຂໍ້ມູນຂ່າວທາງການ, ທັນການໄປເຖິງສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະ ປະຊາຊົນ. ພ້ອມກັນນັ້ນ, ຄະນະຊາວໜຸ່ມແຂວງ ກໍ່ໄດ້ສ້າງຕັ້ງ 535 ໜ່ວຍອາສາສະໝັກໂດຍມີສະມາຊິກຊາວໜຸ່ມ, ຊາວໜຸ່ມກວ່າ 6.700 ຄົນເພື່ອໜູນຊ່ວຍວຽກງານເລືອກຕັ້ງ.