ນັກຊ່ຽວຊານຈີນ, ສະພາແຫ່ງຊາດຊຸດໃໝ່ມີຄວາມໝາຍສຳຄັນໃນວິໄສທັດ 2045 ຂອງ ຫວຽດນາມ
(VOVWORLD) - ທ່ານສາດສະດາຈານ ມີ້ແຫຼງ ກໍ່ຕີລາຄາສູງການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ທຸກຂັ້ນ ທ່ານຖືວ່ານີ້ແມ່ນຊ່ອງທາງສຳຄັນສະແດງໃຫ້ເຫັນພື້ນຖານປະຊາທິປະໄຕສັງຄົມນິຍົມຢູ່ ຫວຽດນາມ.
ທ່ານສາດສະດາຈານ ມີ້ແຫຼງ ຜູ້ອຳນວຍການສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ຂຶ້ນກັບ ມະຫາວິທະຍາໄລພາສາສາດ ປັກກິ່ງ (ພາບ: VOV) |
ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ໃນວັນທີ 12 ມີນາ, ທ່ານສາດສະດາຈານ ມີ້ແຫຼງ ຜູ້ອຳນວຍການສູນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ຂຶ້ນກັບ ມະຫາວິທະຍາໄລພາສາສາດ ປັກກິ່ງ (ຈີນ) ໄດ້ຕີລາຄາສູງບັນດາໝາກຜົນ ແລະ ວິໄສທັດທີ່ໄດ້ຍົກອອກມາຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມໂດຍໄດ້ເປີດໄລຍະໃໝ່ໃນວິວັດການປ່ຽນແປງແລະ ພັດທະນາ. ດັ່ງນັ້ນ ໂດຍແມ່ນສະພາແຫ່ງຊາດຊຸດທຳອິດພາຍຫຼັງກອງປະຊຸມໃຫຍ່, ໜ້າທີ່ຂອງສະພາແຫ່ງຊາດຊຸດທີ XVI ແມ່ນຜັນຂະຫຍາຍບັນດາເປົ້າໝາຍ, ໜ້າທີ່, ວິໄສທັດພັດທະນາປະເທດຊາດໂດຍກອງປະຊຸມໃຫຍ່ຄັ້ງທີ XIV ວາງອອກ
ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ວາງອອກບັນດາເປົ້າໝາຍເສດຖະກິດ - ສັງຄົມອັນໃຫຍ່ຫຼວງເທົ່ານັ້ນ ຫາກຍັງວາງອອກຄວາມຮຽກຮ້ອງຕ້ອງການກ່ຽວກັບການຮັບດຳລົງຫຼາຍບົດບາດໜ້າທີ່ຂອງສະມາຊິກສະພາແຫ່ງຊາດຊຸດໃໝ່ຄື: ສ້າງກົດໝາຍ, ຕິດຕາມກວດກາ, ຮັບໃຊ້ ແລະ ຂົນຂວາຍ. ຫຼັກແຫຼ່ງແມ່ນນຳມາເຊິ່ງການຮັບປະກັນກ່ຽວກັບຂອບນິຕິກຳໃຫ້ແກ່ການພັດທະນາ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຫາເງິນລ້ຽງຊີບຂອງປະຊາຊົນຜ່ານການຄຸ້ມຄອງ, ເຕົ້າໂຮມແຫຼ່ງກຳລັງດ້ວຍຄວາມເຫັນດີເຫັນພ້ອມ, ເພື່ອພ້ອມກັນຊຸກຍູ້ວິໄສທັດໃຫຍ່ຂອງ ຫວຽດນາມ ກາຍເປັນປະເທດພວມພັດທະນາມີລາຍຮັບປານກາງສູງ ໃນປີ 2030 ແລະ ປະເທດພັດທະນາມີລາຍຮັບສູງໃນປີ 2045.
ທ່ານສາດສະດາຈານ ມີ້ແຫຼງ ກໍ່ຕີລາຄາສູງການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ທຸກຂັ້ນ ທ່ານຖືວ່ານີ້ແມ່ນຊ່ອງທາງສຳຄັນສະແດງໃຫ້ເຫັນພື້ນຖານປະຊາທິປະໄຕສັງຄົມນິຍົມຢູ່ ຫວຽດນາມ.