ການ​ປະ​ຕິ​ວັດ​ເດຶອນ​ສິງ​ຫາ: ເວ​ເນ​ຊູ​ເອ​ລາ ຖື ຫວຽດ​ນາມ​ ແມ່ນ​ແບບ​ຢ່າງ​ທີ່​ອົງ​ອາດ​ກ້າ​ແກ່ນ

(VOVWORLD) -   ວັນທີ 19 ສິງຫາ, ລັດຖະບານ ເວເນຊູເອລາ ໄດ້ສົ່ງສານອວຍພອນເຖິງພັກ, ລັດ, ປະຊາຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດຢ່າງຈົບງາມ.
ການ​ປະ​ຕິ​ວັດ​ເດຶອນ​ສິງ​ຫາ: ເວ​ເນ​ຊູ​ເອ​ລາ ຖື ຫວຽດ​ນາມ​ ແມ່ນ​ແບບ​ຢ່າງ​ທີ່​ອົງ​ອາດ​ກ້າ​ແກ່ນ - ảnh 1ລາຍການສິລະປະພິເສດ "ເອກອ້າງທະນົງໃຈທີ່ເປັນຊາວ ຫວຽດນາມ" ຖືກຈັດຂຶ້ນໃນວັນທີ 17 ສິງຫາ 2025 ຢູ່ຮ່າໂນ້ຍ (ພາບ: VOV)

ໃນແຈ້ງການສື່ມວນຊົນໂດຍກະຊວງການຕ່າງປະເທດ ເວເນຊູເອລາ ປະກາດແລ້ວນັ້ນ, ລັດຖະບານ ເວເນຊູເອລາ ເນັ້ນໜັກວ່າ ວັນທີ 19 ສິງຫາ 1945 ແມ່ນ “ຂີດໝາຍປະຫວັດສາດກ່ຽວກັບເຈດຈຳນົງ ແລະ ຄວາມຕັດສິນໃຈ” ຂອງຊາດ ຫວຽດນາມ, ເປັນພະຍານຫຼັກຖານສະແດງໃຫ້ໂລກເຫັນໄດ້ເຖິງນ້ຳໃຈບໍ່ຍອມຈຳນົນ ພ້ອມດ້ວຍຄວາມຕັດສິນໃຈອັນກ້າແກ່ນເພື່ອເປັນເຈົ້າຂອງຊາຕະກຳຂອງຕົນ”.

        ລັດຖະບານ ເວເນຊູເອລາ ຢັ້ງຢືນວ່າ ຫວຽດນາມ ແລະ ເວເນຊູເອລາ ໄດ້ແບ່ງປັນທັດສະນະຄ້າຍຄືກັນໃນບັນດາເວທີປາໄສສາກົນເປັນປະຈຳ, ພ້ອມກັນສະໜັບສະໜູນລັດທິຫຼາຍຝ່າຍ ແລະ ການຮ່ວມມື ໃຕ້ - ໃຕ້. ພິເສດ, ເວເນຊູເອລາ ຍາມໃດກໍສະແດງຄວາມສະໜັບສະໜູນຕໍ່ ຫວຽດນາມ ໃນບັນດາບັນຫາສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ