ຕອນບ່າຍວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ເມື່ອເຮັດວຽກກັບກະຊວງສາທາລະນະສຸກກ່ຽວກັບໝາກຜົນປະຕິບັດໜ້າທີ່ປີ 2025 ແລະ ໄຕມາດທີ I ປີ 2026, ສະພາບການຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍ ແລະ ບັນດາວຽກງານຈຸດສຸມ, ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງຂະແໜງສາທາລະນະສຸກສຸມໃສ່ການສ້າງ, ປັບປຸງ, ສຳຫຼວດກວດຄືນລະບົບລະບອບລະບຽບການນະໂຍບາຍທັງໝົດໃນບັນດາຂົງເຂດທີ່ຂະແໜງການຄຸ້ມຄອງ. ທ່ານນາງຮອງນາຍົກລັດຖະມົນຕີ ກໍສະເໜີໃຫ້ກະຊວງສາທາລະນະສຸກ ຜັນຂະຫຍາຍບັນດາກົນໄກ, ນະໂຍບາຍພິເສດກ່ຽວກັບການຮັກສາ, ດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນ ແລະ ລົງທຶນແຫຼ່ງກໍາລັງໃຫ້ແກ່ສາທາລະນະສຸກຂັ້ນຮາກຖານໃນທັນທີ.
“ທີໜຶ່ງແມ່ນລົງທຶນກ່ຽວກັບພື້ນຖານດ້ານວັດຖຸ, ທີສອງແມ່ນລົງທຶນໃຫ້ແກ່ແຫຼ່ງຊັບພະຍາກອນມະນຸດ, ທີສາມແມ່ນລົງທຶນເຄື່ອງອຸປະກອນການແພດ, ແກ້ໄຂຈຸດອຸດຕັ້ນ, ບັນດາເງື່ອນໄຂເພື່ອຮັບປະກັນເຄື່ອງອຸປະກອນຮັບໃຊ້ທີ່ຈຳເປັນໃຫ້ແກ່ໂຮງພະຍາບານ, ສຸກສາລາຢູ່ຂັ້ນຕາແສງໃນປັດຈຸບັນ.”
