ເມື່ອຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານ ເລຮວ່າຍຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ ທັງສອງຝ່າຍໄດ້ຢັ້ງຢືນການຢ້ຽມຢາມຄັ້ງນີ້ແມ່ນການເຄື່ອນໄຫວທາງການທູດທີ່ສຳຄັນທີ່ສຸດຂອງສາຍພົວພັນ ຫວຽດນາມ - ຈີນ ໃນປີ 2026. ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈູງ ເນັ້ນໜັກວ່າ ການຢ້ຽມຢາມທັງແມ່ນຄຳຢັ້ງຢືນສາຍພົວພັນທີ່ເປັນມູນເຊື້ອຜູກພັນກັນຢ່າງໜຽວແໜ້ນ, ສະໜິດສະໜົມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ; ຢັ້ງຢືນຄວາມຕັດສິນໃຈ ແລະ ວາງອອກວິໄສທັດ, ກຳນົດທິດທາງສັງລວມຂອງການນຳສູງສຸດຂອງສອງພັກ, ສອງລັດ ໃນການຍົກລະດັບການເຊື່ອມຕໍ່ຍຸດທະສາດລະຫວ່າງສອງປະເທດໃນໄລຍະພັດທະນາໃໝ່, ປັບປຸງສະພາບການພົວພັນຕ່າງປະເທດທີ່ສະດວກ, ນຳສາຍພົວພັນສຳຄັນນີ້ ນັບມື້ນັບຕອບສະໜອງໄດ້ຫຼາຍຄວາມຕ້ອງການທີ່ແທດຈິງ ແລະ ຄວາມປາດຖະໜາຂອງປະຊາຊົນສອງປະເທດໃນສັງກາດໃໝ່ໃຫ້ຫຼາຍກວ່າອີກ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈູງ ຢັ້ງຢືນວ່າ ການຢ້ຽມຢາມທາງລັດຖະກິດຢູ່ຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ບັນດາຜົນງານທີ່ດີງາມ, ມີຄວາມໝາຍຢ່າງໃຫຍ່ຫຼວງໃນການສ້າງບັນດາພື້ນຖານສຳຄັນໃຫ້ແກ່ການພັດທະນາຂອງປະເທດຊາດກໍຄືໃນການນຳສາຍພົວພັນ ຫວຽດນາມ - ຈີນ ຂຶ້ນສູ່ລະດັບສູງໃໝ່./.
