ເມື່ອກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຮຽກຮ້ອງໃຫ້ ກຳລັງຕຳຫຼວດອາຍາ ສຸມໃສ່ການເຊື່ອມຊຶມ, ຫັນແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ເປັນລະອຽດ, ໂດຍສະເພາະແມ່ນບັນດາທັດສະນະໃໝ່ກ່ຽວກັບຄວາມສະຫງົບຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ:
“ຂ້າພະເຈົ້າສະເໜີໃຫ້ກຳລັງຕຳຫຼວດອາຍາເປັນແບບຢ່າງ, ນຳໜ້າໃນການປະຕິບັດຈິດໃຈກະທຳ, “ລະບຽບວິໄນມີຄວາມຮັບຜິດຊອບ”, ລະບຽບວິໄນປະຕິບັດ”, “ເລືອກເຟັ້ນຖືກຕ້ອງ - ຜັນຂະຫຍາຍຢ່າງວ່ອງໄວ - ປະຕິບັດໃຫ້ເຖິງກົກເຖິງປາຍ - ວັດແທກດ້ວຍໝາກຜົນລະອຽດ”; “ຕັດສິນຫຼຸດຜ່ອນຈຳນວນອາດຊະຍາກຳລົງແບບຍືນຍົງ ຕາມທິດນຳ “ເປັນເຈົ້າການປ້ອງກັນ, ສະກັດກັ້ນແຕ່ໄວ, ແຕ່ໄກ, ແຕ່ຂັ້ນຮາກຖານ”; “ຖືການປ້ອງກັນ, ສະກັດກັ້ນແມ່ນພື້ນຖານ, ຍຸດທະສາດ, ຍາວນານ; ການຕໍ່ສູ້ເປັນຈຸດສຸມ, ເປັນປະຈຳ, ຮີບດ່ວນ”. ເສີມຂະຫຍາຍຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດໃນການປ້ອງກັນ, ຕ້ານອາດຊະຍາກຳໃຫ້ເປັນຢ່າງດີ.” ລ້າຍຮວາ
