ລະບຽບການຍື່ນສາລະບານເອກະສານໃຫ້ສັດຕະຍາບັນສົນທິສັນຍາ ຮ່າໂນ້ຍ ຖືກດຳເນີນພາຍຫຼັງທ່ານທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຊັນຂໍ້ຕົກລົງໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້ ເມື່ອວັນທີ 07 ເມສາ ຜ່ານມາ, ນຳ ຫວຽດນາມ ກາຍເປັນປະເທດທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ເປັນປະເທດທີ 3 ໃນໂລກ ໃຫ້ສັດຕະຍາບັນສົນທິສັນຍາສະບັບນີ້.
ທີ່ພິທີ, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ ໄດ້ເນັ້ນໜັກເຖິງເລື່ອງເປັນເຈົ້າພາບຈັດພິທີເປີດເຊັນຢູ່ ຮ່າໂນ້ຍ ແລະ ນອນໃນ 3 ປະເທດທຳອິດທີ່ໃຫ້ສັດຕະຍາບັນສົນທິສັນຍາສະບັບນີິ້ ໄດ້ສ່ອງແສງໃຫ້ເຫັນຄວາມປາດຖະໜາ ແລະ ຄວາມມານະພະຍາຍາມປະກອບສ່ວນຢ່າງເປັນເຈົ້າການ, ແທດຈິງຂອງ ຫວຽດນາມ ໃນວິວັດທະນາການນຳສົນທິສັນຍາມີຜົນສັກສິດ ແລະ ປະຕິບັດໂດຍໄວ, ປະກອບສ່ວນປັບປຸງການເຈລະຈາ, ການຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ, ເພີ່ມທະວີການຮັບປະກັນຄວາມປອດໄພທາງອິນເຕີເນັດທົ່ວໂລກ.
