ເມື່ອ​ກ່າວ​ຄຳ​ເຫັນ​ໃນ​ການ​ພົບ​ປະ​ກັບ​ບັນ​ດ​າ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາຢູ່ Beirut, ທ່ານ Aoun ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ຈຸດ​ເວ​ລາ​ແກ່ນ​ສານ, ຕ້ອງ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ລະ​ດັບຊາດ ແນ​ໃສ່​ແກ້​ໄຂຫຼາຍ​ບັນ​ຫາ​ແກ່ນ​ສານ, ລວມ​ທັງ​ການ​ປັບ​ປຸງ​ຄຳ​ສັ່ງ​ຢຸດ​ຍິງ, ຮັບ​ປະ​ກັນ​ໃຫ້​ກອງ​ທັບ ອິດ​ສະ​ຣາ​ແອັນ ຖອນ​ຕົວ​ອອກ​ຈາກ​ເຂ​ດ​ດິນ​ແດນ​ທາງ​ທິດ​ໃຕ້​ທີ່​ພວມ​ຖືກ​ຢຶດ​ຄອງ, ຊຸກ​ຍູ້​ການ​ປ່ອຍ​​ຊະ​ເລີຍ​ເສິກເປັນ​ອິດ​ສະຫຼະ ແລະ ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ຊາຍ​ແດນ​ທີ່​ຍັງ​ຄົງ​ຄ້າງ. ຄຳ​ສັ່ງ​ຢຸດ​ຍິງ​ທີ່​ແກ່​ຍາວ 10 ວັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ລີ​ບັງ ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ ໃນ​ຄ່ຳ​ຄືນ​ວັນ​ທີ 16 ເມ​ສາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ພາຍຫຼັງ​ຖະ​ແຫຼງ​ການ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ Donald Trump. ຂໍ້​ຕົກ​ລົງ​ນີ້ ແນ​ໃສ່​ຢຸດ​ຕິ​ການ​ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ຄວາມ​ຮຸນ​ແຮງ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ ແລະ ກຳ​ລັງ ເຮັກ​ໂບ​ລາ ທີ່​ແກ່​ຍາວໃນ​ເວ​ລາກວ່າ 1 ເດືອນ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິ​ດກວ່າ 2.000 ຄົນ./.